ເບນຊິກ ຈະໃຫ້ການຊ່ວຍເຫລືອແກ່ ອັຟການິສຖານ
(ຂປລ): ທ່ານ ດິເດຍ ຣຽນເດີສ, ລັດຖະມົນຕີວ່າການກະຊວງການຕ່າງປະເທດເບນຊິກ ກ່າວລະຫວ່າງການຢ້ຽມຢາມ ອັຟການິສຖານ ເມື່ອວັນທີ 5 ພຶດສະ ພາ ລະ ບຸວ່າ ເບນຊິກ ພ້ອມໃຫ້ການຊ່ວຍເຫລືອ ອັຟການິສຖານ ຕໍ່ເນື່ອງຈົນເຖິງປີ 2014 ໃນດ້ານເສດຖະກິດ ແລະ ການປ້ອງກັນປະເທດ ໂດຍຝຶກອົບຮົມ ດ້ານ ການ ທະຫານໃຫ້ແກ່ ອັຟການິສຖານ ເພື່ອເຮັດຫນ້າທີ່ດູແລວຽກດ້ານຄວາມຫມັ້ນຄົງພາຍໃນປະເທດ ຫລັງທະຫານຕ່າງປະເທດ ຈະຖອນກຳລັງອອກ ຈາກປະ ເທດນີ ທັງຫມົດ ພາຍໃນປີ 2014.
ທ່ານ ດິເດຍ ຣຽນເດີສ ເຊື່ອວ່າ ອັຟການິສຖານ ຍັງຕ້ອງໃຊ້ເວລາຟື້ນຟູເສດຖະກິດໄປພ້ອມກັບເພີ່ມສັກກະຍະພາບການດູແລວຽກງານດ້ານຄວາມຫມັ້ນຄົງ. ສ່ວນ ທະຫານ ເບນຊິກ ຍັງຮັກສາການປະຈຳການຢູ່ໃນປະເທດນີ້ມີປະມານ 600 ຄົນ./.
ກັບສາລະບານ