ຂ່າວຕ່າງປະເທດ

ໄຟ​ປ່າ, ອຸບັດ​ເຫດ ​ແລະ ​ໄພ​ທຳ​ມະ​ຊາດ​ໃນ​ປະ​ເທດ​ຕ່າງໆ

ຕາມ​ຂ່າວສານ PT ຂອງ​ອິນ​ເດຍ ລາຍ​ງານ​ໃນ​ວັນ​ທີ 2 ມັງກອນ​ວ່າ ​ເກີດ​ອຸບັດ​ເຫດ​ທາງ​ຄົມມະນາຄົມ ຢູ່​ທາງ​ພາກ​ເຫນືອ​ຂອງ​ປະ​ເທດນີ້ ທ່າມກາງ​ ນ້ຳຫມອກ ​ປົກ​ຄຸມ​ເບິ່ງ​ບໍ່​ເຫັນ, ໂດຍ​ລົດ​ບັນທຸກ​ນັກຮຽນ ຕຳ​ກັບ​ລົດ​ບັນທຸກ​ສິນຄ້າ ​ເຮັດ​ໃຫ້ນັກຮຽນ​ ອາຍຸ​ລະຫວ່າງ 5-8 ປີ ເສຍ​ຊີວິດ 10 ຄົນ, ໄດ້​ຮັບ​ບາດ​ເຈັບ 20 ຄົນ.

ມື້ດຽວ​ກັນ, ​ເຈົ້າ​ຫນ້າ​ທີ່​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີວິດ 17 ຄົນ ຈາກ​ການ​ດື່ມ​ເຫລົ້າ​ເຖື່ອນ ຢູ່ທາງ​ພາກ​ໃຕ້​ຂອງ​ອິນ​ເດຍ ຫລັງ​ກ່ອນ​ຫນ້ານີ້ ມີ​ຜູ້​ເສຍ​ຊີວິດ​ຈາກ ​ສາ​ເຫດ ​ດຽວ​ກັນ​ເຖິງ 170 ຄົນ ເມື່ອ 2-3 ອາທິດ​ກ່ອນ. ​ເຈົ້າ​ຫນ້າ​ທີ່​ລະບຸ​ວ່າ ມີ​ຜູ້​ເສຍ​ຊີວິດ 15 ຄົນ​ໃນ​ລັດ​ອານ​ທອນ​ປະ​ເທດ ​ເມື່ອ​ໄລຍະ​ປີ​ໃຫມ່​ທ້າຍ​ອາທິດ​ແລ້ວນີ້ ແລະ 2 ຄົນ ໃນ​ວັນ​ທີ 2 ມັງກອນນີ້.

ທີ່​ມາ​ເລ​ເຊຍ: ​ເຈົ້າ​ຫນ້າ​ທີ່​ກູ້​ໄພ​ຂອງ​ມາ​ເລ​ເຊຍ ລາຍ​ງານ​ໃນວັນ​ທີ 3 ມັງກອນ​ນີ້ວ່າ ສະຖານະ​ການ​ນ້ຳຖ້ວມ​ໃນ​ເມືອງ​ເບ​ຊຸດ ​ແລະ ​ເມືອງ​ເຊ​ຕູ ​ໃນລັດຕຣັງກາ​ນູ ​ເລີ່​ມ ດີ​ຂຶ້ນ, ປະຊາຊົນ 407 ຄົນ ທີ່​ຍົກຍ້າຍ​ກ່ອນ​ຫນ້ານີ້ ສາມາດ​​ເດີນທາງ​ກັບບ້ານ​ໄດ້​ແລ້ວ, ຍັງ​ເຫລືອ​ຈຳນວນ​ຫນຶ່ງ​ທີ່​ອາ​ໄສ​ຢູ່​ສູນ​ພັກ​ຊົ່ວຄາວ​ປະມານ 151 ຄົນ. ປະ ຈຸ​ບັນ ເສັ້ນທາງຄົມມະນາຄົມ​ທຸກ​ສາຍໃນ​ລັດດັ່ງກ່າວ ສັນຈອນ​ໄປມາ​ໄດ້​ອີກ​ເທື່ອ​ຫນຶ່ງ ​ເນື່ອງ​ຈາກ​ນ້ຳ​ແຫ້ງລົງ ​ແລະ ຝົນບໍ່ຕົກ​ເມື່ອ​ວັນ​ທີ 1 ມັງກອນ. ສ່ວນ​ໃນ​ລັດ ​ກລັນ​ຕັນ, ປະລິສ ​ແລະ ຢາ​ໂຊ ກໍ​ເລີ່​ມດີ​ຂຶ້ນ​ເຊັ່ນ​ດຽວ​ກັນ.​ ພື້ນທີ່ 4 ລັດ ​ຂອງ ມາ​ເລ​ເຊຍ ຖືກ​ນ້ຳຖ້ວມ ​ເນື່ອງ​ຈາກ​ຝົນຕົກ​ຫນັກ​ໃນ​ວັນ​ຂຶ້ນປີ​ໃຫມ່, ຖະ ຫນົນ ​ຫລາຍ ​ສາຍ​ຖືກ​ນ້ຳຖ້ວມ​ສູງ​ສັນຈອນ​ໄປ​ມາ​ບໍ່​ໄດ້ ແຕ່​ບໍ່​ມີ​ຜູ້​ເສຍ​ຊີວິດ ຫລື​ຫາຍ​ສາບ​ສູນ.

​ທີ່ເຄນ​ຢາ: ​ເຈົ້າ​ຫນ້າ​ທີ່​ກູ້​ໄພ ລາຍ​ງານ​ວ່າ ​ເກີດ​ອຸບັດ​ເຫດ​ເຮືອ​ໂດຍສານ​ຂອງ​ເຄນ​ຢາ​ຂວ້ຳ​ໃນ​ມະຫາ​ສະຫມຸດ ອິນ​ເດຍ , ​ໃນ​ບໍລິ​ເວນໃກ້​ຊາຍ​ແດນ ໂຊ​ມາລີ ຫລັງ​ ຈາກ​ຕຳ​ກັບ​ເຮືອອີກ​ລຳ​ຫນຶ່ງ ​ເມື່ອ​ຄືນ​ວັນ​ທີ 1 ມັງກອນ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 7 ຄົນ, ສາມາດ​ຊ່ວຍ​ເຫລືອ ຫລື​ລອຍ​ຂຶ້ນຝັ່ງ​ໄດ້​ເອງ​ປະມານ 50 ຄົນ, ຫາຍ​ສາບ​ສູນ ກວ່າ 20 ຄົນ ເນື່ອງ​ຈາກ​ການ​ກູ້​ໄພ​ພົບ​ຄວາມ​ຫຍຸ້ງຍາກ​ລຳບາກ ​ຍ້ອນລົມ​ແຮງ. ເຮືອ​ລຳ​ນີ້ບັນທຸກ​ຜູ້​ໂດຍສານ​ທັງ​ຫມົດ 80 ຄົນ.

ທີ່​ຊີ​ເລ: ວັນ​ທີ 2 ມັງກອນນີ້ ທາງ​ການ​ຂອງ​ຊີ​ເລ ລະບຸ​ວ່າ ​ເຈົ້າ​ຫນ້າ​ທີ່​ມອດ​ໄຟ​ເຮັດ​ວຽກ​ຢ່າງ​ຫນັກຫນ່ວງ ​ສາມາດ​ຄວບ​ຄຸມ​ໄຟ​ໄຫມ້​ປ່າ​ ທີ່​ສວນ​ອຸທິຍານ ​ແຫ່ງ​ ຊາດ ​ໄດ້​ແລ້ວ ຫລັງ​ແປວ​ໄຟ​ລຸກ​ ໄຫ​ມ້ຢ່າງ​ຮຸນ​ແຮງ​ເປັນ​ເວລາ 5 ວັນ. ມີ​ເຈົ້າ​ຫນ້າ​ທີ່​ມອດ​ໄຟ 550 ຄົນ ​ເຂົ້າຮ່ວມ​ການ​ສະກັດ​ກັ້ນ ແລະ ມອດ​ໄຟ. ສວນ​ອຸທິຍານ​ແຫ່ງ​ນີ້ ມີ​ພື້ນທີ່​ທັງ​ຫມົດ 2.400 ກິ​ໂລ​ຕາ​ແມັດ (ກມ2), ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ງາມ. ​ນັກ​ທ່ອງ​ທ່ຽວ​ຊາວ ອິສຣາ​ແອນ ຖືກ​ເຈົ້າ​ຫນ້າ​ທີ່​ຄວບ​ຄຸມ​ໂຕ ​​ແລະ​ ສືບ ສວນ ໂດຍ​ເຈົ້າຫນ້າ​ທີ່​ກ່າວ​ຫາ​ວ່າ ​ເຂົາ​ກະທຳ​ໂດຍ​ປະຫມາດ​ຈາກ​ການ​ຈູດ​ເຈ້ຍ​ ​ເຮັດ​ໃຫ້​ເກີດ​ໄຟ​ໄຫມ້​ງາມ​ໄປ​ທົ່ວ​ສ່ວນ​ອຸທິຍານ​ແຫ່ງ​ນີ້./.

ກັບສາລະບານ

 

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446