ຂ່າວຕ່າງປະເທດ

ສະພາບ​ການເຕີບ​ໂຕ​ ​ແລະ ຫົດ​ໂຕດ້ານ​ເສດຖະກິດ​ໃນປະ​ເທດ​ຕ່າງໆ

ນາຍົກລັດຖະມົນຕີ ລີ ຊຽນ ຫລົງ ຂອງ​ສິງກະ​ໂປ​ ​ໄດ້​ສົ່ງ​ສານ​ອວຍພອນ​ປີ​ໃຫມ່​ເຖິງ​ຊາວ​ສິງກະ​ໂປ​ທົ່ວ​ປະ​ເທດ​ ເນື່ອງໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ ​ຕ້ອນຮັບ ​ປີ​ໃຫມ ່ໃນ​ວັນ​ທີ 31 ທັນວາ​ຜ່ານມາ ວ່າອັດຕາການ​ເຕີບ​ໂຕທາງ​ເສດຖະກິດ​ຂອງສິງກະໂປ ​ໃນ​ປີ 2011 ຢູ່​ທີ່ 4,8%, ຕົກ​ຕ່ຳ​ກວ່າ​ທີ່​ປະ​ເມີນ​ໄວ້​ກ່ອນ​ຫນ້ານີ້ທີ່ 5% ​ແລະ ສິ່ງ​ແວດ​ລ້ອມ​ພາຍ​ນອກ​ບໍ່​ມີ​ຄວາມ​ແນ່ນອນ, ບັນຫາ​ຫນີ້ສິນ​ໃນ​ເອີຣົບ​ ໄປ​ໄກ​ເກີນ​ກວ່າ​ຈະ​ແກ້​ໄຂ ​ແລະຄາດ​ວ່າ​ປີ​ໃຫມ່​ນີ້ ຈະ​ເປັນ​ປີ​ທີ່​ຫຍຸ້ງ ຍາກ​ລຳບາກ ​ຫລາຍ ​ສຳລັບ​ເສດຖະກິດ​ໂລກ, ຊຶ່ງ​ສິງກະ​ໂປ ກໍ​ເປັນ​ປະ​ເທດ​ຫນຶ່ງ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ, ດັ່ງ​ນັ້ນ ຈຶ່ງ​ຫລີກ​ລຽງບໍ່​ໄດ້ ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ.

ທີ່​ແອັສປາຍ: ລັດຖະບານແອັສປາຍ ​ເປີດ​ເຜີຍ​ມາດ​ຕະການ​ຮັດ​ສາຍ​ແອວ ໃນຈຳນວນ​ເງິນ 89.000 ລ້ານ​ເອີ​ໂຣ ເພື່ອ​ກະ​ຕຸ້ນ​ເສດຖະກິດ​ຂອງ​ປະ​ເທດ ​ຫວັງ​ ຫລຸດ ​ພົ້ນ​ອອກ​ຈາກ​ພາວະ​ເຕີບ​ໂຕ​ຊ້າ ​​ໃນງວດ​ທຳ​ອິດ ຫລັງ​ປີ​ໃຫມ່ດ້ວຍ​ວົງ​ເງິນ 8.900 ລ້ານ​ເອີ​ໂຣ ໂດຍ​ນາຍົກລັດຖະມົນຕີ ມາ​ເຣຍ​ໂນ ຣາຮອຍ ​ໄດ້​ອະນຸມັດ ​ມາດ ​ຕະ ການ​ດັ່ງກ່າວ​ ລະຫວ່າງ​ກອງ​ປະຊຸມ​ຄະນະ​ລັດຖະບານ, ຊຶ່ງ​ມາດ​ຕະການ​ຮັດ​ສາຍ​ແອວ ​ປະກອບ​ດ້ວຍ​ການ​ຫລຸດ​ລາຍ​ຈ່າຍຂອງ​ພາກ​ລັດ ​ແລະ ຂຶ້ນພາສີ ກ່ອນ ​ຈະ​ມີ​ການ​ຫລຸດ​ລາຍ​ຈ່າຍ​ລົງ​ຫລາຍ​ເທື່ອຫລັງ​ຈາກ​ນີ້ ລວມ​ເຖິງ​ການ​ປະຕິ​ຮູບ​ດ້ານ​ຕ່າງໆ ໃນ 2-3 ເດືອນ​ຂ້າງ​ຫນ້ານີ້ ຕາມ​ແຜນການທີ່​ ຕ້ອງ​ຫລຸດ​ງົບ ປະ ມານ​ ລາຍ​ຈ່າຍ​ໃຫ້​ໄດ້ 16.500 ລ້ານ​ເອີ​ໂຣ ພາຍ​ໃນ​ປີ 2012. ຂະນະດຽວກັນ, ບັນດາ​ລັດຖະກອນ​ພາກ​ລັດ ​ແລະ ​ແຮງ​ງານ​ພາກ​ບໍລິການ​ສາທາລະນະ ຕ່າງ​ກໍ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ກັບ​ມາດ​ຕະການ​ຮັດ​ສາຍ​ແອ​ວ ຂອງ​ລັດຖະບານ ​ເນື່ອງ​ຈາກ​ເຫັນ​ວ່າ ຈະ​ຍິ່ງ​ເຮັດ​ໃຫ້​ມີ​ຄົນ​ຕົກ​ງານ ແລະ ສະພາບ​ເສດຖະ ກິດ​ຝືດ​ ເຄືອງ​ຫລາຍ​ຂຶ້ນ.

ທີ່ ສ.​ເກົາຫລີ: ກະຊວງ​ວິທະຍາ​ສາດ-ເສດຖະກິດ ​ຂອງ ສ.​ເກົາຫລີ ລາຍ​ງານ​ໃນ​ທ້າຍ​ເດືອນ​ທັນວາ​ຜ່ານມາ ວ່າຍອດ​ເກີນ​ດຸນ​ການ​ຄ້າ​ຂອງ​ປະ​ເທດ​ນີ້ ໃນ​ປີ 2011 ຢູ່​ໃນ​ລະດັບ​ສູງ​ເປັນ​ປະຫວັດ​ການຢູ່​ທີ່ 33.300 ລ້ານ​ໂດ​ລາ​ສະຫະລັດ ຈາກ​ຄວາມ​ຕ້ອງການ​ຂອງ​ຍອດ​ການ​ສົ່ງ​ອອກ​ທີ່​ເພີ່ມ​ຂຶ້ນປະມານ 20%. ແຕ່​ເຖິງແນວ​ໃດ​ ກໍ​ດີ​, ຄາດ​ວ່າການ​ສົ່ງ​ອອກ​ຂອງ​ປະ​ເທດນີ້ ທີ່​ມີ​ຂະຫນາດ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ​ອາຊີ ຄວນ​ຈະ​ປັບ​ຕົວ​ຫລຸດ​ລົງ ​ເນື່ອງ​ຈາກຄວາມ​ຮຽກ ຮ້ອງ​ຕ້ອງການ ​ຂອງ​ຕະຫລາດ​ສົ່ງ​ອອກ​ຫລັກ ​ລ້ວນມີ​ທ່າ​ອ່ຽງຂະຫຍາຍຕົວ​ຊ້າ, ສວນ​ທາງ​ກັບ​ຍອດ​ການ​ນຳ​ເຂົ້າ​ທີ່​ຄວນ​ຈະ​ຫຍັບ​ສູງ​ຂຶ້ນຈາກ​ຜົນ​ພວງ ຂອງ​ລາຄາ​ນ້ຳມັນ​ແພງ​ຂຶ້ນ./.

ກັບສາລະບານ

 

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446