ມາເລເຊຍ ຕັ້ງເປົ້າຫມາຍລາຍໄດ້ຈາກການທ່ອງທ່ຽວ ບັນລຸ 3 ຕື້ຣິງກິດ
(ຂປລ): ລັດຖະບານມາເລເຊຍ ສືບຕໍ່ຊຸກຍູ້ອຸດສາຫະກຳ ຢ່າງເຕັມທີ່ ພ້ອມຕັ້ງເປົ້າຫມາຍລາຍໄດ້ຈາກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າຢ້ຽມຢາມໃນປະເທດ ໃນປີ 2020 ໃຫ້ບັນລຸ 3 ຕື້ຣິງກິດ ໂດຍປີ 2011 ມີລາຍໄດ້ຈາກນັກທ່ອງທ່ຽວຕ່າງປະເທດຫລາຍເຖິງ 1 ຕື້ຣິງກິດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ໃນປະ ເທດໄດ້ເຖິງ 1,2 ລ້ານຕຳແຫນ່ງ.
ໃນປີນີ້ ລັດຖະບານປະເທດດັ່ງກ່າວ ຈະເພີ່ມທະວີການຮ່ວມມືກັບພາກເອກະຊົນ ໃນການສົ່ງເສີມການທ່ອງທ່ຽວໃນຕະຫລາດຕ່າງປະເທດ. ຂະນະດຽວກັນ, ການທ່ອງທ່ຽວແບບເຮືອນພັກ ກໍມີນັກທ່ອງທ່ຽວມາໃຊ້ບໍລິການກັນຫລາຍຂຶ້ນ ໂດຍປີກາຍນີ້ມີຫລາຍເຖິງ 2 ແສນ 5 ຫມື່ນເທື່ອຄົນ ເພີ່ມຈາກປີ 2010 ເກືອບ 30% .
ນອກຈາກນີ້ ການທ່ອງທ່ຽວ ໂດຍໃຊ້ເຮືອບິນເອລີຄອບແຕ ກໍຈະດຳເນີນຕໍ່ໄປ ເນື່ອງຈາກເປັນທີ່ນິຍົມ ຂອງບັນດານັກທ່ອງທ່ຽວ./.
ກັບສາລະບານ