ຂ່າວຕ່າງປະເທດ

ຈີນ​​ຄົ້ນ​ຄ້ວາ​ວາງ​ແຜນການສຳລັບ​​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ

ຂ​ປລ: ຕາມ​ຂ່າວວິທະຍຸ​ສາກົນ​ ແຫ່ງ​ປະ​ເທດ​ຈີນ, ​​ໃນ​ວັນ​ທີ 1 ກຸມພາ, ທ່ານ ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ ໄດ້​ຮຽກຈັດ​ກອງ​ປະຊຸມສາມັນ​ຂອງ​ຄະ ນະ​ລັດຖະບານ ເພື່ອ​ຄົ້ນ​ຄ້ວາຈັດ​ວາງ​ແຜນການ ກ່ຽວ​ກັບການ​ສະໜັບສະໜູນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ໃຫ້​ພັດທະນາ​ກ້າວ​ຂຶ້ນຢ່າງ​ປອດ​​ໃສ.

ທ່ານ ເວີນ​ເຈຍ​ປາວ ​ກ່າວ​ໃນ​ກອງ​ປະຊຸມ​ວ່າ ປະຈຸ​ບັນ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ໄດ້​ເກີດມີ​ບັນ​ຫາ​ຕ່າງໆ​ຄື: ຄວາມ​ກົດ​ດັນ​ໃນ​ດ້ານ​ການ​ດຳ​ເນີນ ​ທຸລະ​ກິດ ​ຫຼາຍ​ສົມຄວນ, ຕົ້ນ​ທຶນ​ສູງຂຶ້ນ, ການ​ລະດົມ​ເງິນ​ທຶນ​ຍາກຂຶ້ນ ​ແລະ ອື່ນໆ. ສະນັ້ນ, ຈີນຕ້ອງ​ເພີ່ມ​ທະວີ​ການສະໜັບສະ​ໜູນ​ຂຶ້ນຕື່ມ​ອີກ. ທ່ານ ເວີນ​ເຈຍ​ປາວ ​ໄດ້​ຮຽກຮ້ອງ​ໃຫ້​ພາກສ່ວນ​ຕ່າງໆ ຈົ່ງ​ຈັດຕັ້ງປະຕິບັດ​ນະ​ໂຍບາຍດ້ານ​ອາກອນ ແລະ ການ​ເງິນທີ່​ລັດຖະບານ​ໄດ້​ກຳນົດ​​ໄວ້, ໃນ​ນັ້ນລວມທັງ​ວຽກ ​ງານການ​ເກັບ ອາກອນ​ມູນ​ຄ່າ​ເພີ່ມ ​ແລະ ອາກອນ​ທຸລະ​ກິດ ​ແລະ ອື່ນໆ ແນ​ໃສ່​​​ເຮັດໃຫ້​ການ​ປະຕິບັດ​ນະ​ໂຍບາຍ​ຫລຸດ​ອາກອນ ​ລາຍ​ໄດ້ລົງ​ເຄິ່ງໜຶ່ງ​ສຳລັບ​ວິ​ສາ​ຫະ ກິດ​ຂະໜາດ​ນ້ອຍ ​​ໄປ​ເຖິງ​ທ້າຍ​ປີ 2015 ແລະ ການ​ເປີດ​ກວ້າງຂອບ​ເຂດ​ນະ​ໂຍບາຍ​ດັ່ງກ່າວ.

ນອກຈາກ​ນີ້, ທີ່​ປະຊຸມ​ຍັງ​ໄດ້​ກຳນົດ​ນະ​​ໂຍບາຍ ​ແລະ ມາດ​ຕະການ​ກ່ຽວ​ກັບ ການ​ສະໜັບສະ​ໜູນ​ວິສາ​ຫະກິດ​ຂະໜາດ​ນ້ອຍ ​ໃຫ້​ມີພັດທະນາຂຶ້ນຕື່ມ​ອີກ​ເຊັ່ນ: ​ເພີ່ມ​ງົບປະມານ​ສະ​ເພາະ​ກິດ​ສຳລັບ​ວິ​ສາ​ຫະກິດຂະໜາດ​ນ້ອຍ ​ແລະ ກາງ, ສະໜັບສະໜູນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ທີ່​ສ້າງຕັ້ງຂຶ້ນ​ໃໝ່ ເພື່ອ​ພະຍາຍາມ​ແກ້​ໄຂ ​ຄວາມ​ຫຍຸ້ງຍາກ​ໃນ​ການ​ລະດົມ​ທຶນ, ການ​ເງິນ​ສູນ​ກາງ​ເພີ່ມ​ງົບປະມານ​ໃນ​ການ​ປັບປຸງ​ເຕັກ​​ໂນ​ໂລ​ຊີ ເພື່ອ​ສຸມ​ໃສ່​ສະໜັບສະໜູນ​ວິ​ສາ​ຫະກິດ​ຂະໜາດ ​ນ້ອຍ ​ໃນ​ການ​ນຳ​​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່, ກຳມະ​ວິທີໃໝ່, ສ້າງຕັ້ງ ​ແລະ ປັບປຸງ​ເວທີ​ການ​ບໍລິການ​ສາທາລະນະ​ຈຳນວນ 4.000 ກວ່າ​ແຫ່ງ ສຳລັບ​ວິ​ສາ​ຫະກິດ​ຂະ ໜາດ​ນ້ອຍ ​ແລະ ກາງ./.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446