ຂ່າວຕ່າງປະເທດ

ຫວຽດນາມ ​ເອົາ​ໃຈ​ໃສ່ຕໍ່​ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃຫ້​ປະ​ເທດ​ຊາດ

ຂປລ: ເນື່ອງ​ໃນ​ໂອກາດ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍ​ສະລະ​ຊີວິດ ຄົບຮອບ 63 ປີ (27/7/1947-27/7/2010) ນັ້ນ, ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 27 ກໍລະກົດ ຄະນະ​ຜູ້​ແທນ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະ ພາ​ ແຫ່ງ​ຊາດ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ ​ປະ​ເທດ​ຊາດ​ຫວຽດ​ ນາມ ​ໄດ້​ໄປ ​ວາງ​ພວງ​ມາລາ, ຈູດ​ທູບ​ທຽນ ​ຢູ່​ທີ່​ອະນຸສາວະລີ​ວິລະ​ຊົນ​ຜູ້​ເສຍ​ສະລະຊີວິດ ເພ​ື່ອລ້ຳ​ ລຶກ ​ເຖິງ​ບັນດາ​ນັກຮົບ​ຜູ້​ພິລະ​ອາດ​ຫານ, ນັກຮົບ​ທີ່​ເສຍ​ສະລະ​ ຊີວິດ, ພ້ອມ​ທັງ​ໄປ​ໄວ້ ອາ​ໄລ​ປະທານ​ໂຮ່ຈິ​ມິນ ຢູ່​ທີ່​ສຸສານ​ຂອງ​ເພິ່ນ ​ໃນ​ນະຄອນຫລວງ​ຮ່າ​ໂນ້ຍ.
​ ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຂອງ​ກະຊວງ​ປ້ອງ​ກັນຊາ​ດ, ກະຊວງ​ຕຳຫລວດ, ກະ ຊວງ​ແຮງ​ງານທະຫານ​ເສຍ​ອົງຄະ ​ແລະ ​ແລະ​ສັງຄົມ ຂອງຫວຽດນາມ; ຄະນະ​ພັກ, ຄະ ນະ​ ກຳມະການ​ປະຊາຊົນ ນະຄອນ​ຮ່າ​ໂນ້ຍ ຕ່າງ​ກໍ​ໄດ້​ໄປ​ວາງ​ພວງ​ມາລາ, ຈູດ​ທູບ ​ທຽນ ​ເພື່ອ​ລ້ຳ​ລຶກເຖິງ​ບັນດາ​ນັກຮົບ​ຜູ້​ພິລະ​ອາດ​ຫານ, ນັກ ຮົບ​ ທີ່​ເສຍ​ສະລະ​ ຊີວິດ, ພ້ອມ​ທັງ​ໄປ​ໄວ້ອາ​ໄລ​ປະທານ​ໂຮ່ຈິ​ມິນ ຢູ່​ທີ່​ສຸສານ​ຂອງ​ເພິ່ນ ​ໃນ​ນະຄອນຫລວງ​ ຮ່າ​ ໂນ້ຍ ​ເຊັ່ນ​ດຽວ​ກັນ.
​ ໃນ​ຂະນະ​ດຽວ​ກັນ, ທົ່ວ​ປະ​ເທດ​ຫວຽດນາມ ກໍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ເພື່ອ​ເປັນ​ການ​ຕອບ​ບຸນ​ແທນ​ຄຸນ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ ຕໍ່​ບັນດາ​ ນັກຮົບ​ທີ່​ເສຍ​ສະລະ​ຊີວິດ, ຕໍ່​ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ຄອບຄົວ​ທີ່​ມີ​ນະ​ໂຍບາຍ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446