ຣັດເຊຍ ແລະ ສ. ອາເມລິກາ ເລີ່ມເຈລະຈາກ່ຽວກັບ START
(10/3/2010)
ຂປລ: ຜູ້ແທນຂອງ ຣັດເຊຍ ແລະ ສ. ອາເມລິກາ ໄດ້ເລີ່ມການເຈລະຈາຮອບທີ 10 ກ່ຽວກັບສົນທິສັນຍາສະບັບໃຫມ່ ໃນຂົງເຂດການຫລຸດຜ່ອນອາວຸດ ໂຈມ ຕີຍຸດທະສາດ (START) ເມື່ອວັນທີ 9 ມີນານີ້ ທີ່ນະຄອນເຊີແນວ.
ປະທານາທິບໍດີຣັດເຊຍ ດີມີຕຣີ ເມດເວເດບ ກ່າວຕໍ່ຜູ້ສື່ຂ່າວ ຢູ່ທີ່ນະຄອນຫລວງມົສກູ ກ່ອນທີ່ຈະເລີ່ມການເຈລະຈາດັ່ງກ່າວ ວ່າສອງຝ່າຍໄດ້ກ້າວເຂົ້າໃກ້ ຈະສຳເລັດ START ໃຫມ່ແລ້ວ.
ຣັດເຊຍ ແລະ ອິນເດຍ ຈະລົງນາມສັນຍາຕ່າງໆມູນຄ່າ 10 ຕື້ໂດລາ
(11/3/2010)
ຂປລ: ຮອງຫົວຫນ້າຫ້ອງວ່າການລັດຖະບານຣັດເຊຍ ຢູຣີ ອູຊາກອບ ໃຫ້ຮູ້ເມື່ອວັນທີ 10 ມີນານີ້ ວ່າ ໃນຂອບຂອງການຢ້ຽມຢາມອິນເດຍເປັນເວລາ 2 ວັນ (11-13 ມີນາ) ຂອງນາຍົກລັດຖະມົນຕີຣັດເຊຍ ວາລາດີເມຍ ປູຕິນ ນັ້ນ, ຣັດເຊຍ ແລະ ອິນເດຍ ຈະໄດ້ລົງນາໃນສັນຍາຕ່າງໆຈຳນວນກ່ວາ10 ສະບັບ ໃນມູນຄ່າ 10 ຕື້ ໂດລາ ອາເມລິກາ.
ໂອເປັກ ປັບເພີ່ມປະລິມານຄວາມຕ້ອງການນ້ຳມັນໃນຕະຫລາດໂລກ
(12/3/2010)
(ຂປລ): ຕາມຂ່າວຕ່າງປະເທດ, ເມື່ອອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽນ (ປະເທດໂອຕຣິດ), ອົງການປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ປັບເພີ່ມ ຄາດ ຄະເນປະລິມານຄວາມຕ້ອງການນ້ຳມັນໃນຕະຫລາດໂລກ ຈະຂະຫຍາຍຕົວຂຶ້ນໃນປີນີ້, ແຕ່ເຕືອນວ່າ ການຟື້ນຕົວທາງເສດຖະກິດທີ່ເປັນໄປ ຢ່າງ ຊັກຊ້າ ສົ່ງຜົນຕໍ່ການເຕີບໂຕຂອງຕະຫລາດນ້ຳມັນ.
ມຽນມາປະກາດ ກົດໝາຍວ່າດ້ວຍຄະນະກຳມະການເລືອກຕັ້ງຂອງສະຫະພາບ
(10/3/2010)
ຂປລ: ຕາມຂ່າວສານຊິນຮວາ, ໃນວັນທີ 9 ມີນາ, ໜັງສືພິມທາງການຂອງມຽນມາ ໄດ້ລົງພິມ “ກົດໝາຍວ່າດ້ວຍຄະນະກຳມະການເລືອກຕັ້ງຂອງສະຫະ ພາບ” ທີ່ຄະນະກຳມະການສັນຕິພາບ ແລະ ພັດທະນາແຫ່ງລັດມຽນມາໄດ້ປະກາດໃຊ້.
ໂດຍອີງຕາມກົດໝາຍສະບັບນີ້, ຄະນະກຳມະການເລືອກຕັ້ງຂອງສະຫະພາບ ທີ່ສ້າງຂຶ້ນຈະຮັບຜິດຊອບຈັດຕັ້ງຄະນະກຳມະການເລືອກຕັ້ງຂັ້ນຕ່າງໆ, ຈັດ ການເລືອກຕັ້ງທົ່ວໄປໃນທົ່ວປະເທດ, ພ້ອມກັນນັ້ນ ຄະນະກຳມະການນີ້ ຍັງມີສິດປະກາດຂໍ້ກຳນົດ, ກົດລະບຽບ
ໄທ ອະນຸມັດ ແລະ ປະຕິບັດກົດຫມາຍວ່າດ້ວຍຄວາມຫມັ້ນຄົງພາຍໃນ
(10/3/2010)
(ຂປລ): ຕາມຂ່າວຈາກສຳນັກຂ່າວໄທ, ວັນທີ່ 9 ມີນານີ້, ລັດຖະບານໄທ ໄດ້ອະນຸມັດ ແລະ ປະຕິບັດກົດຫມາຍ ວ່າດ້ວຍ ຄວາມ ຫມັ້ນຄົງພາຍໃນປະເທດ ຢູ່ນະຄອນຫລວງບາງກອກ ແລະ ບາງເຂດອ້ອມຂ້າງ, ລວມມີ 13 ວັນ, ໃນ 8 ແຂວງ ທົ່ວປະເທດ ເພື່ອຮັບ ມືກັບການໂຮມຊຸມນຸມຕໍ່ຕ້ານລັດຖະບານ ທີ່ຈັດ ໂດຍກຸ່ມເສື້ອແດງ ທີ່ສະຫນັບສະຫນູນທ່ານ ທັກສິນ ຊິນນະວັດ, ອະດີດນາຍົກ ລັດຖະ ມົນຕີໄທ ຊຶ່ງວາງແຜນການຈະຈັດຂຶ້ນໃນກາງເດືອນມີນານີ້.
ປະທານາທິບໍດີ ອິນໂດເນເຊຍ ຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການ
(10/3/2010)
(ຂປລ): ຕາມຂ່າວຕ່າງປະເທດ, ໃນວັນທີ່ 9 ມີນານີ້, ທ່ານ ຊູຊີໂລ ບຳບັງ ຢຸດໂດໂຢໂນ ປະທານາ ທິບໍດີ ອິນໂດເນເຊຍ ໄປຢ້ຽມ ຢາມ ອົສຕຣາລີ ຢ່າງເປັນ ທາງການ ເປັນເວລາ 3 ວັນ.
ໃນການຢ້ຽມຢາມຄັ້ງນີ້, ປະທານາທິບໍດີ ຢຸດໂດໂຢໂນ ໄດ້ຮັບການຕ້ອນຮັບຈາກທ່ານ ເຄວິນ ຣັດ, ນາຍົກລັດຖະມົນຕີ ອົສຕຣາລີ, ໂດຍຫລັງຈາກນັ້ນ ຜູ້ ນຳ ທັງສອງປະເທດ ຈະພົບປະເຈລະຈາກ່ຽວກັບບັນຫາທີ່ທັງສອງຝ່າຍສົນໃຈຮ່ວມກັນ ເຊັ່ນ ການຄ້າມະນຸດ
ອິນເດຍ ເພີ່ມໂຄຕາ ສະມາຊິກເພດຍິງໃນສະພາ
(11/3/2010)
(ຂປລ): ຕາມຂ່າວຕ່າງປະເທດ, ສະພາສູງ ອິນເດຍ ຮັບຮອງຮ່າງກົດຫມາຍ ວ່າດ້ວຍການສະຫງວນທີ່ນັ່ງ 1/3 ໃນລັດຖະສະພາ ແລະ ສະພານິຕິບັນຍັດ ແຫ່ງ ລັດໃຫ້ກັບແມ່ຍິງ. ຮ່າງກົດຫມາຍດັ່ງກ່າວ ຊຶ່ງສະມາຊິກສະພາສູງ ຮັບຮອງດ້ວຍຄະແນນສຽງຂ້ອນຂ້າງຫລາຍ 186 ສຽງ ຈາກຈຳນວນທັງຫມົດ 245 ສຽງ ໂດຍມີຜູ້ຄັດຄ້ານ 1 ສຽງ ແລະ ພັກນ້ອຍງົດອອກສຽງ. ຮ່າງກົດຫມາຍນີ້ ຈະເປີດທາງໃຫ່ສະຫງວນສິດທິທີ່ນັ່ງເຖິງ 1/3...
ຈີນ ຄັດເລືອກນັກບິນອາວະກາດເພດຍິງຄົນທຳອິດ
(12/3/2010)
(ຂປລ): ຕາມຂ່າວສານຊິນຮວາ, ໃນວັນທີ່ 10 ມີນາ, ລາຍງານວ່າ ຈີນ ຄັດເລືອກນັກບິນ ອາວະ ກາດເພດຍິງ 2 ຄົນ ທຳອິດຂອງປະເທດ ເພື່ອຮ່ວມປະ ຕ ິບັດການພາລະກິດກັບໂຄງການ ອາວະກາດແຫ່ງ ຊາດ. ເຈົ້າຫນ້າທີ່ລະດັບສູງຂອງໂຄງການອາວະກາດຈີນ ຖະແຫລງວ່າ ນັກບິນຍິງ 2 ຄົນດັ່ງກ່າວ ຈະ ເປັນ ຊຸດທີ່ 2 ຂອງຄະນະນັກບິນ 7 ຄົນ ທີ່ຈະໄດ້ຂຶ້ນໄປບົນຍານອາວະກາດ. ນັກບິນຍິງທັງສອງ ຄົນນີ້ ສັງ ກັດ ໃນ ກອງທັບອາກາດຂອງ ກອງທັບປົດ ປ່ອຍ ປະຊາຊົນຈີນ (PLA) ຊຶ່ງເຈົ້າຫນ້າທີ່ຈີນກ່າວວ່າ ຄຸນສົມ ບັດຂອງນັກບິນຍິງທີ່ມີສຸຂະພາບຮ່າງກາຍ ແລະ ຈິດໃຈສົມບູນ.