ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446
ຄົມມະນາຄົມ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

ດ້ານຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ
ໂດຍຖືເອົາວຽກງານ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ( ຄຂປກ) ເປັນຫນຶ່ງ ໃນບັນດາວຽກງານ ບູລິມະສິດ ໃນການຫັນ ສປປ ລາວ ເປັນປະເທດທາງຜ່ານ ໃນອະນຸພາກພື້ນ ຕິດພັນກັບການຫັນປະເທດ ເປັນອຸດສາຫະກຳ ແລະທັນສະໄຫມ ແລະ ການຫລຸດຜ່ອນຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າ, ໃນແຕ່ລະປີ ລັດຖະບານໄດ້ລົງທຶນ ໃນການປົກປັກຮັກສາ ແລະ ພັດທະນາໂຄງລ່າງ ຂອງວຽກງານ ຄຂປກ ຢູ່ໃນຂອບເຂດ 30-50% ຂອງການລົງທຶນ ລວມປະຈຳປີຂອງລັດຖະບານ. ພ້ອມກັນນີ້ລັດຖະບານ ຍັງອະນຸມັດໃຫ້ສ້າງກອງທຶນບູລະນະ ທາງຂຶ້ນ ໃນປີ 2001 ເພື່ອເສີມສ້າງງົບປະມານ ໃນການກໍ່ສ້າງ ແລະ ປົກປັກຮັກສາເສັ້ນທາງຄົມ ມະນາຄົມ, ອັນໄດ້ເຮັດໃຫ້ວຽກງານ ຄຂປກ ຂະຫຍາຍຕົວຢ່າງແຂງແຮງ ແບບບໍ່ເຄີຍມີມາກ່ອນ ໃນປະຫວັດສາດຂອງຊາດລາວ, ມາເຖິງປະຈຸບັນການຄົມມະນາຄົມໄດ້ໄປເຖິງທຸກຕົວເມືອງ ເອກຂອງແຂວງ ແລະ ຍັງລົງໄປເຖິງ 125 ເມືອງທີ່ເປັນເສັ້ນທາງໄດ້ມາດຕະຖານ ປູຢາງ 2 ຊັ້ນ ໄປມາໄດ້ຕະຫລອດປີ, ຍັງແຕ່ 17 ຕົວເມືອງເທົ່ານັ້ນ ທີ່ເປັນເສັ້ນທາງປູດ້ວຍຫີນ. ປະຈຸບັນຢູ່ ສປປ ລາວ ມີເສັ້ນທາງບົກຍາວ 31.209 ກິໂລແມັດ ທຽບໃສ່ປີ 1975 ເພີ່ມຂຶ້ນ 4 ເທົ່າ, ໃນນັ້ນ ປູຢາງ 4.497 ກິໂລແມັດ ທຽບໃສ່ປີ 1975 ເພີ່ມຂຶ້ນ 5 ເທົ່າ, ປູແຮ່ 10.097 ກິໂລແມັດ, ທາງ ດິນແດງ 16.600 ກິໂລແມັດ. ສ້າງຂົວໄດ້ທັງຫມົດ 1.000 ກວ່າແຫ່ງ ໃນນັ້ນມີຂົວຖາວອນ ເກືອບ 500 ແຫ່ງ (ຂົວຂ້າມແມ່ນ້ຳຂອງ 2 ແຫ່ງແລະ ກຳລັງກໍ່ສ້າງອີກ 1 ແຫ່ງ) ສະເລ່ຍ ແລ້ວໃນໄລຍະ 30 ປີຜ່ານມາ ເສັ້ນທາງບົກໄດ້ເພີ່ມຂຶ້ນຫລາຍກວ່າ 800 ກິໂລແມັດຕໍ່ປີ ຊຶ່ງ ເປັນຜົນງານທີ່ຫນ້າເອກອ້າງທະນົງໃຈ ຂອງພັກ-ລັດ ປະຊາຊົນລາວທຸກທົ່ວຫນ້າ.
ການຄົມມະນາຄົມທາງນ້ຳກໍໄດ້ຮັບການປັບປຸງ ແລະກໍ່ສ້າງໃຫ້ນັບມື້ດີຂຶ້ນເປັນຕົ້ນ ການ ກໍ່ສ້າງທ່າເຮືອ ກໍ່ສ້າງຕ້ານຕາຝັ່ງເຈື່ອນ ຢູ່ຫລາຍຈຸດຕາມແຄມແມ່ນ້ຳຂອງ ແລະ ໄດ້ປັບປຸງຄອງ ເດີນເຮືອຕາມລຳແມ່ນ້ຳຂອງຕອນເຫນືອ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງທາງ ນ້ຳສຳລັບ 4 ປະເທດ: ລາວ,ໄທ, ມຽນມາ ແລະ ຈີນ.
ການຂົນສົ່ງສິນຄ້າ ແລະ ໂດຍສານທາງບົກທັງພາຍໃນ ແລະ ຊາຍແດນ ໄດ້ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ບໍລິມາດຂົນສົ່ງສິນຄ້າທາງບົກ ປີ 2004 ມີເຖິງ 2.351.000 ໂຕນ ທຽບໃສ່ປີ 1976 ເພີ່ມຂຶ້ນ 84,4%, ສ່ວນບໍລິມາດ ຂົນສົ່ງໂດຍສານປີ 2004 ມີເກືອບ 31.000.000 ເທື່ອຄົນ, ທຽບໃສ່ປີ 1976 ເພີ່ມຂຶ້ນ 1.411,8%; ການຂົນສົ່ງທາງນ້ຳ ກໍມີບໍລິ ມາດເພີ່ມຂຶ້ນເຊັ່ນດຽວກັນ ແຕ່ຍັງຢູ່ໃນຂອບເຂດຈຳກັດ ຊຶ່ງປະຈຸບັນ ກຳລັງສົ່ງເສີມການຂົນສົ່ງ ຕາມລຳແມ່ນ້ຳຂອງຕອນເຫນືອ. ການຂົນສົ່ງທາງອາກາດ ກໍມີບາດກ້າວຂະຫຍາຍຕົວພໍສົມ ຄວນ, ໃນປີ 2000 ມີຜູ້ໂດຍສານທາງອາກາດເຖິງ 440.000 ກວ່າຄົນ, ປີ 2004 ມີ 384.000 ກວ່າຄົນ, ທຽບໃສ່ປີ 1976 ມີພຽງ 16.000 ຄົນ. ສະຫນາມບິນກໍໄດ້ຮັບການປັບປຸງ ໃຫ້ດີຂຶ້ນ ແລະ ທັນສະໄຫມ ໂດຍສະເພາະແມ່ນສະຫນາມບິນສາກົນວັດໄຕ ສາມາດຮອງຮັບເອົາຍົນ ໂບອິງ 747 ລົງໄດ້. ອັນພົ້ນເດັ່ນລັດຖະບານ ໄດ້ປັບປຸງລະບົບຄຸ້ມຄອງການບິນຜ່ານ ສາມາດ ສ້າງລາຍຮັບໄດ້ 23.000.000 ໂດລາ ໃນປີ 2004 ເພີ່ມຂຶ້ນ 27,8%, ທຽບໃສ່ປີ 1978.
ດ້ານໄປສະນີແລະໂທລະຄົມ ໄດ້ມີທ່ວງທ່າຂະຫຍາຍຕົວໄວຂຶ້ນ ນັບແຕ່ປີ 1990 ເປັນຕົ້ນມາ ໂດຍມີການນຳໃຊ້ເຕັກໂນໂລຊີ ກ້າວຫນ້າແລະ ທັນສະໄຫມ ເຮັດໃຫ້ການບໍລິການ ດີຂຶ້ນ ແລະ ລາຄາກໍເຫມາະສົມ. ປີ 2004 ມີສູນກາງ ໂທລະສັບອັດຕະໂນມັດ 23 ແຫ່ງ ແລະ ເພີ່ມສູນກາງໂທລະສັບມືຖື ຈາກ 1 ແຫ່ງ ໃນປີ 2001 ມາເປັນ 4 ແຫ່ງ ໃນປີ 2005, ມີໂທ ລະສັບຕັ້ງໂຕະ ແລະ ມືຖືທັງຫມົດ 400.000 ກວ່າເລກຫມາຍ ສະເລ່ຍແລ້ວເທົ່າກັບ 6,5 ເລກຫມາຍ ຕໍ່ປະຊາກອນ 100 ຄົນ ລື່ນແຜນການທີ່ກຳນົດໄວ້ຄື 3 ເລກຫມາຍຕໍ່ປະຊາກອນ 100 ຄົນ ໃນປີ 2005. ປະຈຸບັນຕາຫນ່າງໂທລະຄົມ ໄດ້ກວມເອົາ 80 ກວ່າຕົວເມືອງ ໃນທົ່ວ ປະເທດ. ມີຫ້ອງການໄປສະນີ 104 ແຫ່ງ, ເມໄປສະນີ 130 ແຫ່ງ, ຕູ້ໄປສະນີ 23.000 ກວ່າແຫ່ງ, ສາຂາຈຳຫນ່າຍສະແຕມ 117 ແຫ່ງ ແລະ ຂະຫຍາຍສະຖາບັນເງິນຝາກໄດ້ 11 ແຫ່ງ, ຈຳນວນໄປສະນີພັນປະເພດຕ່າງໆ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ວຽກງານເຄຫາ-ຜັງເມືອງແລະນ້ຳປະປາໄດ້ມີການຂະຫຍາຍຕົວຢ່າງແຂງແຮງ ໂດຍສະ ເພາະນັບແຕ່ປີ 1995 ເປັນຕົ້ນມາ ໂດຍເນັ່ນຫນັກການລົງທຶນໃສ່ການພັດທະນາພື້ນຖານໂຄງ ລ່າງຕົວເມືອງ, ນ້ຳປະປາ ແລະ ສາທາລະນະປະໂຫຍດກໍໄດ້ຮັບການກໍ່ສ້າງ ແລະ ປັບປຸງຢ່າງ ກວ້າງຂວາງ ໃນຕົວເມືອງ ແລະ ຊົນນະບົດ ໂດຍສະເພາະ ແມ່ນໄດ້ປຸງສ້າງ ສຳນັກງານ, ອົງ ການ, ໂຮງຮຽນ, ໂຮງຫມໍ, ຕະຫລາດ, ສູນການຄ້າ, ໂຮງງານອຸດສາຫະກຳ, ຮ້ານອາຫານ ແລະ ໂຮງແຮມ ລວມທັງການປຸງສ້າງເຮືອນຢູ່ ຢ່າງເປັນຂະບວນກວ້າງຂວາງ. ນະຄອນຫລວງວຽງຈັນ ແລະ ຕົວເມືອງອັນດັບ 2 ໄດ້ຮັບການປັບປຸງໃຫ້ດີຂຶ້ນ ພາຍໃນກອບຂອງໂຄງການພັດທະນາ ອາຊີ ເຮັດໃຫ້ບັນດາຕົວເມືອງເຫລົ່ານີ້ມີສີສັນ ແລະ ໃບຫນ້າໃຫມ່. ສຳເລັດການສ້າງແຜນຜັງ ລວມນະຄອນຫລວງວຽງຈັນ, ຕົວເມືອງເອກຂອງແຂວງ, ເມືອງ ແລະ ຄຸ້ມບ້ານພັດທະນາ ໄດ້ທັງ ຫມົດ 96 ແຫ່ງ.
ລະບົບນ້ຳປະປາ ກໍມີການຂະຫຍາຍຕົວມາເຖິງປະຈຸບັນ ມີໂຮງງານນ້ຳປະປາ ຢູ່ ເມືອງ ເອກຂອງແຂວງ ແລະ ບັນດາເມືອງທັງຫມົດ 38 ແຫ່ງ, ທຽບໃສ່ປີ 2000 ເພີ່ມຂຶ້ນ 18,75%, ຈຳນວນປະຊາຊົນ ໄດ້ຊົມໃຊ້ນ້ຳປະປາແລ້ວ ເກືອບ 40% ຂອງປະຊາຊົນທັງຫມົດ ທີ່ອາໃສ ຢູ່ໃນຕົວເມືອງ.

_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _

ເສດຖະກິດ
ກັບສາລະບານ