ອິນ​ໂດ​ເນ​ເຊຍ ຈະ​​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ
ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ

(ຂປລ): ຕາມ​ຂ່າວ​ຕ່າງປະ​ເທດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ຖະ​ແຫລງ​ ວ່າ: ການ​ປະຊຸມລະດັບ​ ລັດຖະມົນ ຕີ​ອາ​ຊຽນ ຈະ​ຈັດ​ຂຶ້ນທີ່​ນະຄອນຫລວງ​ຈາກ​ກາ​ຕາ​ຂອງ​ອິນ ​ໂດ​ເນ ​ເຊຍ ​ເດືອນ​ທັນວາ​ນີ້...

ມູນ​ຄ່າ​ການ​ຄ້າ​ລະຫວ່າງກຳປູ​ເຈຍ-ຈີນ ຈະ​ບັນລຸ​ 1 ຕື້​ໂດລາ​ ​ໃນ​ປີ 2010

(ຂປລ): ຕາມ​ຂ່າວ​ CRI, ວັນ​ທີ 3 ທັນວາ​ນີ້, ຢູ່​ນະຄອນຫລວງ​ພະນົມ​ເປັນ, ທ່ານ ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ ​ໄດ້​ ພົບ​ປະ​ກັບ​ທ່ານ ເຈຍ​ຊິງ​ລິນ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ສະພາ​ປຶກສາ​ການ ​ເມືອງ ​ປະຊາຊົນແຫ່ງ​ຊາດ​ຈີນ ທີ່​ພວມ​ຢ້ຽມ​ຢາມ ກຳປູ​ເຈຍ, ​ໂດຍ 2 ຝ່າຍ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຫລາຍ​ບັນຫາ ກ່ຽວ​ກັບ​ ການ​ ສົ່ງ ​ເສີມ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ...

​​​ພາວະ​ເສດຖະກິດ​ຊຸດ​ໂຊມ ​ເຮັດ​ໃຫ້ລາຄາ​ນ້ຳມັນ​ຫລຸດ​ລົງ​ຢ່າງ​ບໍ່​ຢຸດ​ຢັ້ງ

(ຂປລ): ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 3 ທັນວາ​ນີ້, ລາຄາ​ນ້ຳມັນ​ຕະ ຫລາດ​ ໂລກ​ຫລຸດ ​ລົງ​ ຕ່ຳ​ສຸດ ​ໃນ​ຮອບ​ນັບ​ຕັ້ງ ​ແຕ່​ເດືອນ ​ກຸມພາ 2005 ເປັນຕົ້ນ​ມາ ອັນເນື່ອງ​ມາຈາກ​ຄວາມ​ກັງວົນ​ວ່າ ພາ ວະ​ເສດຖະກິດ​ໂລກ​ຊຸດ​ໂຊມ, ຈະ​ເຮັດ​ໃຫ້​ຄວາມ ​ຕ້ອງ ການ​ ໃຊ້​ພະລັງງານ​ຫລຸດ​ຕ່ຳລົງ​ໄປ​ນຳ...

ຫວຽດນາມ​ ໃຊ້​ເງິນ 1ຕື້​​ໂດ​ລາ ກະຕຸ້ນ​ເສດຖະກິດ

(ຂປລ): ຕາມ​ຂ່າວ​ຕ່າງປະ​ເທດ, ຫວຽດນາມ ຄາດ​ວ່າ​ຈະປະກາດ​ແຜນ​ກະ​ຕຸ້ນ​ເສດຖະກິດ ມູນ​ຄ່າ 1 ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ ປ້ອງ ​ກັນ​ປະ​ເທດ​ຈາກ​ວິ​ກິດ​ການ​ເງິນ​ໂລກ...

ສປຊຮຽກຮ້ອງ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ​ສາກົນ

ຂປລ: ຕາມ​ຂ່າວ​ສານ​ຊິນຮວາ, ​​ເມື່ອ​ບໍ່​ດົນ​ມານີ້, ທ່ານ​ຊ່າ​ຈູ​ຄາງ ຮອງ​ເລຂາທິການ​ສະຫະ​ປະ ຊາ​ຊາດ​ ກ່າວ​ໃນ​ກອງ​ປະຊຸມ​ ໂຕະ ມົນ​ຄັ້ງທີ 6 ຂອງ​ກອງ​ປະຊຸມ​ສາກົນ ກ່ຽວ​ກັບ​ບັນຫາ​ການ​ ຊອກ​ ຫາ​ທຶນ​ການ​ພັດທະນາ​ສະຫະ​ປະຊາ​ຊາດ​ ທີ່​ຈັດ​ຂຶ້ນຢູ່​ນະ ຄອນ ຫຼວງ​ ໂດ​ຮາ​ ຂອງ ​ກາ​ຕາ ​ວ່າສຳລັບ​ສະ ພາບ ​ການ ​ແລະ ການ​ປ່ຽນ​ແປງ​ໃໝ່ ທີ່​ປະກົດ​ຂຶ້ນຍ້ອນ​ວິ​ກິດ​ ການ​ທາງ​ດ້ານ ​ການ​ເງິນ​ ໃນ​ທົ່ວ​ໂລກ ນັ້ນ ຈຶ່ງ​ຄວນ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ​ສາກົນ...

ຫລາຍ​ປະ​ເທດ ກຽມລົງ​ນາມສົນທິສັນຍາ​ຫ້າມໃຊ້​ລະ​ເບີດ​ລູກ​ຫວ່ານ

(ຂປລ): ຕາມ​ຂ່າວ​ຕ່າງປະ​ເທດ, ​ໃນ​ວັນ​ທີ 3 ທັນວາ​ນີ້, ຄະນະ​ຜູ້​ແທນ​ມາ​ຈາກ​ປະມານ 100 ປະ​ເທດ ​ໄປ​ປະຊຸມ​ກັນ​ ໃນ​ນະ ຄອນຫລວງ ອົສ​ໂລ ປະ​ເທດ​ນ໋ອກ​ແວ, ​ເພື່ອ​ກຽມ​ລົງ​ນາມ​ໃນ​ສົນ ທິສັນ ຍາ​ຫ້າມ​ໃຊ້​ລະ​ເບີດ​ລູກ​ຫວ່ານ...

 

 

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446