ຝົນນີ້ ໄປແຊ່ນ້ຳອູ່ນຢູ່ບ້ານທັກກັນເທາະ
* ໄປໃສມາໃສໃນຍາມຟ້າຍາມຝົນຄືແນວນີ້ອ່າວຍາກແດ່,ແຕ່ມີຫຼາຍໆຄົນເວົ້າວ່າ ຄັນບໍ່ໄປແມ່ນບໍ່ຮູ້ໂດຍສະເພາະ ແມ່ນການ ເດີນທາງໄປທ່ອງໄປທ່ຽວຢູ່ບ້ານເຮົາເມືອງເຮົາ ບໍ່ວ່າຈະຢູ່ທາງພາກໃຕ້ ຫຼື ໄລ່ຂຶ້ນມາທາງພາກກາງ ແລະ ກ ໍເລີຍ ຂຶ້ນໄປ ທາງພາກ ເໜືອ ຕ້ອງບອກວ່າ ບ່ອນໃດກໍເປັນຕາຢາກໄປສຳຜັດ ແລະກໍຢາກໄປໃຫ້ຮອດຈອດເຖິງ. ທັງນີ້ ທັງ ນັ້ນ, ຕາມຂໍ້ມູນທີ່ຮູ້ນີ້, ຢູ່ ສ ປປ ລາວ ພວກເຮົາມີແຫລ່ງທ່ອງທ່ຽວຫຼາຍກວ່າ 1 ພັນແຫ່ງ ເຊິ່ງໃນ ນີ້ກໍມີທັງແຫລ່ງ ທ່ອງ ທ່ຽວທາ ງ ດ້ານ ທຳມະຊາດ,ດ້ານ ປະ ຫວັດ ສາດແດ່ ແລະ ກໍມີທັງແຫລ່ງທ່ອງທ່ຽວດ້ານວັດທະນະທຳຕື່ມອີກແລະ ແຫລ່ງທ່ອງທ່ຽວ ຕ່າງໆເຫຼົ່ານີ້ກໍໄດ້ເປີດບໍລິການແລ້ວ 366 ແຫ່ງດ້ວຍກັນ. ເປັນທີ່ແນ່ນອນແລ້ວວ່າ: ເມື່ອບ້ານເຮົາ ເມືອງ ມີແຫຼ່ງທ່ອງ ທ່ຽວ ຫຼາຍ ບວກ ກັບການມີວັດທະນະທຳມີຮີດ ຄອງປະເພນີອັນດີງາມ ໂດຍສະເພາະ ແມ່ນການມີນ້ຳໃຈທີ່ແສນໂອບ ເອື້ອອາລີ ລວມທັງການໃຫ້ຄວາມເຄົາລົບນັບຖື ຫຼື ມີ ຄວາມ ເປັນມິດ ຈຶ່ງບໍ່ເປັນເລື່ອງ ແປກທີ່ ແຂກ ຕ່າງດ້າວທ້າວຕ່າງ ເມືອງເພິ່ນ ໄດ້ ຂ້າມນ້ຳ ຂ້າມທະເລ ແລະ ກໍບິນລັດ ຟ້າມາສູ່ ບ້ານ ເຮົານັບມື້ນັບຫຼາຍຂຶ້ນ ແລະນິ້ແຫຼະ ຄືຈຸດທີ່ເປັນທ່າແຮງສ ຳຄັນໃນ ການສ້າງລາຍຮັບເປັນເງິນຕາເຂົ້າປະເທດ ແລະ ລາຍຮັບ ດ້ານນີ້ກໍຢູ່ໃນອັນ ດັບສອງ ຂອງຂະແຫນງເສດຖະກິດ, ຖັດຈາກ ຂະ ແຫນງບໍ່ແຮ່.ມົວແຕ່ພາກພູມໃຈກັບບັນຍາກາດ
ການເຂົ້າ ມາທ່ອງທ່ຽວຢູ່ປະ ເທດເຮົາ ກໍເກືອບລືມແນະ ນຳສະຖານ ທີ່ທ່ອງທ່ຽວດັ່ງໄດ້ພາດຫົວຂໍ້ເອົາໄວ້. ເປັນອັນວ່າ: ມາຮູ້ກັນເລີຍເນາະ! ແຫຼ່ງທ່ອງ ທ່ຽວ ທີ່ວ່ານີ້ກໍຄືບໍ່ນ້ຳອຸ່ນຢູ່ທາງບ້ານທັກ ເມືອງ ຄູນແຂວງຊຽງຂວາງພຸ້ນ ເຊິ່ງສະຖານທີ່ນີ້ແມ່ນໜຶ່ງໃນ 1.000 ແຫ່ງກາຍ ເປັນສະຖານທີ່ທ່ອງທ່ຽວ ທີ່ຫນ້າທ່ຽວຊົມ.ບໍ່ ນ້ຳອຸ່ນ ທຳ ມະຊາດຢູ່ບ້ານທັກນີ້ມີຄວາມສວຍງາມ, ມີຄວາມແປກຕາ ໂດຍ ມີລັກ ສະນະອັນໂດດເດັ່ນທີ່ ເຮົາສາມາດສຳ ຜັດ ໄດ້ນັ້ນກໍຄືສາມາດລົງໄປແຊ່ໂຕໃນບໍ່ນີ້ອັນເນື່ອງຈາກມີອຸນຫະພູມທີ່ພໍດີພໍເຫມາະ ແລະ ກໍເໝາະ ສຳລັບການຜ່ອນ ຄາຍຄວາມອິດເມື່ອຍຂອງຮ່າງກາຍໄດ້ເປັນຢ່າງດີ. ນອກຈາກການລົງແຊ່ໂຕໃນບໍ່ນ້ຳອຸ່ນແລ້ວ, ຖ້າຍັງ ບໍ່ທັນອີ່ມໝົກອີ່ມໃຈ ເຮົາກໍຍັງສາມາດ ຍ່າງທ່ຽວຊົມທິວທັດທຳມະຊາດອ້ອມຮອບບໍລິເວນບໍ່ນ້ຳອຸ່ນແຫ່ງນີ້ໄດ້ຕື່ມອີກ ເຊິ່ງທັງນີ້ ທັງນັ້ນ ການໄດ້ມາ ທ່ຽວຢູ່ສະຖານທີ່ແຫ່ງນີ້ ຈຶ່ງເປັນດັ່ງຄຳວ່າ” ຍິງປືນນັດດຽວໄດ້ນົກສອງໂຕ ” ຈັ່ງໃດລະ ດ້ວຍການ ມີ ຈຸດເດັ່ນດັ່ງກ່າວ ຈຶ່ງບ ໍ່ແມ່ນ ເລື່ອງແປກໃນການດຶງດູດເອົາ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຫລັ່ງໄຫລກັນ ເຂົ້າມາ ທ່ຽວຢ່າງ ບໍ່ຂາດສາຍ.
ຄວາມຈິງແລ້ວ,ຍັງມີອີກຫຼາຍໆທ່ານທີ່ຍັງບໍ່ທັນຮູ້ຢ່າງລະອຽດເທື່ອວ່າ ຢູ່ແຂວງຊຽງຂວາງມີແຫຼ່ງ ທ່ອງທ່ຽວແນວໃດແດ່ ແລະ ມີຈັກ ແຫ່ງ? ຕາມຂໍ້ມູນແລ້ວ,ປະຈຸບັນ ຢູ່ ແຂວງນີ້ໄດ້ສຳຫຼວດ ແລະຂຶ້ນບັນຊີແຫລ່ງທ່ອງທ່ຽວແລ້ວຫລາຍກວ່າ 78 ແຫ່ງ,ໃນນັ້ນ ແຫລ່ງທ່ອງທ່ຽວດ້ານວັດທະນະທຳມີ 18 ແຫ່ງ,ປະຫວັດສາດ 23 ແຫ່ງ ແລະ ໄດ້ເປີດບໍລິການແລ້ວ 32 ແຫ່ງ.
ເປັນອັນວ່າຫາກທ່ານໃດມີຄວາມສົນໃຈກໍສາມາດໄປສຳຜັດກັບບັນຍາກາດທີ່ແທ້ຈິງຂອງບໍ່ນ້ຳອຸ່ນແຫ່ງນີ້ໄດ້ທີ່ບ້ານທັກ ເມືອງຄູນ ແຂວງຊຽງຂວາງ ເຊິ່ງສະຖານທີ່ນີ້ຫ່າງຈາກຕົວເມືອງອອກໄປ ທາງທິດໃຕ້ 13 ກິໂລແມັດ ຈັກໜ້ອຍຈະຫາວ່າ: ມີສະຖານ ທີ່ດີໆທີ່ ຫນ້າທ່ຽວຊົມແລ້ວບໍ່ບອກ ເປັນຈັ່ງໃດເມື່ອຮູ້ແລ້ວ ກໍຫາເວລາພາຄອບຄົວ,ໝູ່ເພື່ອນສະຫາຍໄປທ່ຽວ ແລະຊ່ວຍບອກຕໍ່ໆກັນໄປເພື່ອເຮັດແນວໃດໃຫ້ສະຖານທີ່ນີ້ກໍຄືສະຖານທີ່ທ່ອງທ່ຽວແຫ່ງອື່ນໆໄດ້ເປັນທີ່ຮູ້ຈັກກັນຢ່າງ ກວ້າງ ຂວາງ,ທີ່ສຳຄັນເມື່ອໄປທ່ຽວ ໃສ ກໍຈົ່ງ ຊ່ວຍກັນປົກປັກຮັກສາສະຖານທີ່ນັ້ນໆຊ່ວຍກັນ ຄືຢ່າລືມເກັບມ້ຽນສິ່ງເສດ ເຫລືອ ທີ່ຖືໄປນຳ ນັ້ນໃຫ້ເປັນລະບຽບ ຮຽບ ຮ້ອຍ“ຈັກໜ້ອຍຄົນອື່ນເຂົາຈະຫາວ່າຄົນລາວມັກ ເປິເປື້ອນ, ມີສະຖານທີ່ດີໆ ງາມໆ ແລ້ວ ບໍ່ຮູ້ຈັກຮັກສາໄດ໋ຫັ້ນ!./
ໄປປາກຊ່ອງ ທ່ຽວຊົມປ່ອງພູໄຟເທວະດາ
*ນັບວ່າເປັນອີກແຫ່ງໜຶ່ງທີ່ໄດ້ຮັບຄວາມນິຍົມສູງ ໃນປະຈຸບັນ ພາຍໃນແຂວງຈຳປາສັກ, ເຊິ່ງໄປເບິ່ງໄປຊົມຍາມ ໃດກໍບໍ່ເປີດ ບໍ່ໜ່າຍເປັນຈັກ ເທື່ອ, ທັງງາມໜ້າປະທັບໃຈ ແລະ ງຶດງໍ້ອັດ ສະຈັນ ທີ່ທຳມະຊາດໄດ້ເສກສັນປັ້ນແຕ່ງໄວ້ ທັງປຽບດັ່ງພຣະ ອິນ, ພຣະ ພຣົມມາຕົກແຕ່ງໄວ້ ໃຫ້ເຮົາໄດ້ເບິ່ງໄດ້ຊົມ.
ດິນແດນເມືອງປາກຊ່ອງ ທີ່ແມ່ນແຜ່ນດິນເງິນ ແຜ່ນດິນຄຳ ສົມກັບ ຄຳຊ່າລືອີຫລີ, ຢ້ອນຫລັງ ໄປໃນອະ ດີດ, ເຂດນ ີ້ເປັນ ດິນແດນທີ່ ຜ່ານຜ່າ ແປວໄຟສົງຄາມຮຸກຮານ ມາຫລາຍ ຍຸກຫລາຍສະໄໝ, ເມື່ອຫລາຍພັນປີ ກ່ອນໜ້ານີ້ ດິນແດນແຫ່ງນີ້ ເປັນດິນ ແດນທີ່ອາດຈະຮ້ອນອົບເອົ້າໄປ ດ້ວຍ ແປວໄຟ ແລະ ອາຍຄວັນ ຈາກພູ ເທວະດາ ທີ່ພວມຕົ້ມກັ່ນລາວາແຫລວ ໃນ ກາງໃຈພູ ເຊິ່ງລໍວັນທີ່ຈະລະເບີດ ເປັນເຖົ່າຖ່ານອອກມາດ້ວຍຄວາມ ຄຽດແຄ້ນ ຂອງ ອິນທຣາເທວະດາ (ເຊິ່ງຜູ້ຄົນໃນ ສະໄໝຕໍ່ມາໄດ້ຂະ ໜານ ນາມໜ່ວຍພູນີ້ເອົາໄວ້ວ່າ: “ພູໄຟ ເທ ວະດາ” ພາຍຫລັງທີ່ພູໄຟ ເທວະດາ ໄດ້ພົ່ນພິດຮ້າຍອອກມາ ດ້ວຍຄວາມ ໂກທາຈົນເຮັດໃຫ້ລາວາແຫລວ ທີ່ ເປັນ ສາຍທານລາວາ ທີ່ແດງເຫື່ອ ຂອງພູໄຟໄດ້ໄຫລລົງ ແລະ ຟົ້ງກະ ຈາຍ ໄປທົ່ວ ບໍລິເວນນັ້ນຈົນໄດ້ເກີດ ເປັນສາຍ ຫ້ວຍນ້ຳຈຳປີ ໃນປະຈຸບັນ. ພູໄຟເທວະດາ ໃນປະຈຸບັນ ໄດ້ກາຍ ເປັນສັນ ຍາ ລັກອີກແຫ່ງໜຶ່ງ ຂອງ ເມືອງປາກຊ່ອງ ເຊິ່ງທຸກວັນນີ້ ຍັງ ເຫັນ ມີປ່ອງ ຫລື ປາກພູໄຟນັ້ນຢູ່. ທ່ານ ແສງແກ້ວ ກິ່ນ ມາລາ ,ຫົວ ໜ້າຫ້ອງ ການທ່ອງທ່ຽວເມືອງປາກຊ່ອງ ໄດ້ ໃຫ້ຂໍ້ມູນໄວ້ວ່າ: ຄວາມກວ້າງຂວາງ ຂອງ ປາກພູໄຟເທວະດາ ມີປະມານ 300-350 ແມັດ, ຄວາມເລິກຂອງຮູ້ ປ່ອງ ພູໄຟ ກໍປະມານ 200-250 ແມັດ ເຊິ່ງໄລ່ລວມ ແລ້ວ ພູໄຟເທວະດາ ມີ ຄວາມສູງ ຈາກ ລະດັບນ້ຳທະເລ 1.426 ແມັດ, ຖ້າຫາກພວກເຮົາຢືນຢູ່ ກາງຕົວເມືອງ ປາກ ຊ່ອງ ກໍ່ຈະຫຼຽວ ເຫັນ ໜ່ວຍພູເທວະດາ ປຸ້ມຕ່ຳ ລົງໃນ ສ່ວນກາງທີ່ເປັນປາກປ່ອງພູໄຟ. ພູເທ ວະດາ ຕັ້ງຢູ່ທິດຕາເວັນອອກ ສ່ຽງ ເໜືອ ຂອງຕົວເມືອງປາກຊ່ອງ ແລະ ຫ່າງ ຈາກໃຈກາງ ຕົວ ເມືອງປະມານ 1.500 ແມັດ, ປະຈຸບັນມີທາງຂຶ້ນ ໄປ ທ່ຽວຊົມຄວາມງາມ ຂອງປາກປ່ອງ ພູໄຟທີ່ຍັງ ຫລົງ ເຫລືອ ໄວ້ໃຫ້ຄົນ ລຸ້ນ ຫລັງ ໄດ້ສຶກສາ ແລະ ທ່ຽວຊົມ. ຖ້າຜູ້ ຂຽນບໍ່ເວົ້າເກີນໄປຄິດ ວ່າ ຢູ່ ສປປ ລາວ ຂອງ ເຮົາຄົງຈະມີ ແຕ່ ບ່ອນ ດຽວ ນີ້ແລ້ວ ທີ່ເປັນມໍລະດົກ ຈາກທຳ ມະຊາດໄດ້ສ້າງໄວ້ໃຫ້, ໂດຍສະເພາະ ກໍແມ່ນພູເຂົາໄຟ, ຈະແມ່ນເຫດຜົນ ນັ້ນ ຫລື ບໍ່ເມືອງປາກຊ່ອງ ໃນປະຈຸບັນ ຈິ່ງໄດ້ກາຍເປັນບໍ່ເງິນ, ບໍ່ຄຳ ທີ່ຍັງບໍ່ ທັນ ໄດ້ຂຸດຄົ້ນຂຶ້ນມານຳໃຊ້ໄດ້ໝົດ ເທື່ອ. ດິນແດນ ແຫ່ງນີ້ ໃນປະຈຸບັນ ແມ່ນມີຄວາມອຸດົມສົມບູນ ທີ່ສຸດ, ທັງ ພືດພັນທັນຍາຫານ, ການສົ່ງເສີມ ປູກໄມ້ອຸດສາຫະກຳເປັນ ຕົ້ນ ກາເຟ, ໝາກແໜ່ງ ກໍກຳເນີດມາຈາກ ພູພຽງ ບໍລະເວນແຫ່ງນີ້. ຜູ້ຂຽນໄດ້ຂຶ້ນ ໄປ ເບິ່ງພູໄຟ ແລະ ກົກເຄົ້າບ່ອນນ້ຳ ໄຫລ ຫ້ວຍຈຳປີ ທີ່ເກີດຈາກສາຍລາວາ ພູູ ໄຟເທວະດາ ສັນສ້າງຈົນເກີດມີນ້ຳ ຕົກຕາດສວຍງາມຫລາຍໆແຫ່ງໃນ ຫ້ວຍຈຳປີ ເຊິ່ງ ເລີ່ມແຕ່ຕາດຈຳປີ ຫລັກ 38, ຕາດຈຳປີ ອີ່ຕູ້ ຫລັກ 35 ແລະ ອີກຫລາຍໆຕາດທີ່ຍັງບໍ່ທັນ ໄດ້ສຳ ຫລວດ ແລະ ເປີດເ ປັນ ແຫລ່ງທ່ອງ ທ່ຽວ. ຜູ້ຂຽນຄິດວ່າ ຖ້າຢາກມາທ່ຽວ ເມືອງປາກຊ່ອງ ໃຫ້ຄົບຖ້ວນທຸກ ບ່ອນນັ້ນ ຕ້ອງໃຊ້ເວລາ ເປັນເດືອນໆ ຈິ່ງ ຈະຄົບເພາະບາງແຫ່ງທັງສວຍ ງາມ, ທັງມີຕຳນານເລົ່າຂາມ, ບາງ ບ່ອນສວຍງາມຈົນເຫັນແລ້ວ ເກີດ ຄວາມ ງຶດງໍ້ອັດສະຈັນ ຕໍ່ສິ່ງທີທຳມະ ຊາດໄດ້ສັນສ້າງເອົາໄວ້. ໃນອະນາ ຄົດແຫລ່ງທ່ອງທ່ຽວ ພູໄຟເທວະດາ ຈະໄດ້ມີການພັດທະນາ ເປັນແຫລ່ງ ທ່ອງທ່ຽວທຳມະຊາດ ປະຫວັດສາດ ແລະ ສ້າງໃຫ້ເປັນແຫລ່ງທ່ອງທ່ຽວ ທຳມະສະຖານ ອີງຕາມແຜນການ ຂອງຫ້ອງການ ທ່ອງທ່ຽວ ແລະຫ້ອງ ກາຖະແຫລງຂ່າວ-ວັດທະນະທຳ ເມືອງ ປາກຊ່ອງ ທີ່ໄດ້ຂຶ້ນແຜນເອົາ ໄວ້ໃນປີ 2009, ຖ້າເສັ້ນທາງ ຂຶ້ນທ່ຽວ ຊົມປາກພູໄຟ ໄປໄດ້ສະດວກສະບາຍ ເຊື່ອແນ່ວ່າ ຈະມີນັກທ່ອງທ່ຽວຈຳ ນວນບໍ່ໜ້ອຍມາທ່ຽວຊົມ ແລະ ມາ ສຳ ພັດ ດ້ວຍຕົນເອງ ເພາະວ່າ: ເຖິງວ່າ ທ່ານເຄີຍໄດ້ມາເມືອງປາກຊ່ອງ ຫລາຍຄັ້ງແຕ່ຖ້າຫາກຍັງບໍ່ໄດ້ຂຶ້ນຊົມ ປາກປ່ອງພູໄຟ ເທວະດາ ຍັງຖືວ່າ ທ່ານຍັງບໍ່ທັນເຖິງຕົວເມືອງປາກຊ່ອງ, ເພາະຜູ້ຂຽນເຄີຍໄດ້ຍິນເພງໆໜຶ່ງ ແຕ່ບໍ່ ຮູ້ວ່າໃຜເປັນຄົນແຕ່ງ ເຊິ່ງເນື້ອ ໃນ ໄດ້ເວົ້າວ່າ: ຢູ່ພູເທວະດາຫລຽວ ລົງມາ ເຫັນເມືອງປາກຊ່ອງ ຖ້າໄດ້ ມາ ປາກຊ່ອງ ຂຶ້ນນັ່ງມອງປາກປ່ອງ ພູໄຟ ເທວະ ດາແລ້ວ,ຫລຽວອ້ອມຮອບທົ່ວທົ່ງພຽງບໍລະເວນ ສັງເກດສາຍປ່າ ແລະ ພູເຂົາທີ່ກວ້າງໄກສູດ ຂອບແດນຟ້າກົ່ງ ຈະ ເຫັນ ເມກ ໝອກ ທີ່ເລື່ອນລາຍຕາມຮ່ອມເຫວ ເຊິ່ງມີ ປ່າໄມ້ປົກຄຸມຂຽວອຸ່ມທຸ່ມຕະການ ຕາເຫັນແລ້ວມັນສຸດແສນປ ະທັບ ໃຈ ມາແລ້ວ ເຫັນແລ້ວກໍຢາກມາເຫັນມາ ສຳພັດອີກ ./.
ດອນລົບປາກດີ ກັບຕຳນານການກ່າວຂານ
* ຈາກວັດຖຸສະຖາປັດຕະຍະກຳ ແລະ ປະຕິມາກຳບູຮານທີ່ຍັງຄົງຫລົງເຫລືອເປັນຮ່ອງຮອຍຢູ່ວັດລົບປາກດີໂພນທັນ ເມືອງໂຂງແຂວງຈຳປາສັກ ເຖິງປັດຈຸບັນນີ້ເປັນຕົ້ນແມ່ນສີມາ, ພະພຸດທະຮູບ, ສິລາຈາລຶກ ແລະ ຄຳພີດີກາຕ່າງໆ... ສະນັ້ນຈຶ່ງສາມາດ
ເວົ້າໄດ້ວ່າ : ສິ່ງດັ່ງກ່າວໄດ້ກາຍເປັນຄັງຄວາມຮູ້ ແລະ ພູມປັນຍາອັນມະຫາສານ ຂອງຊຸມຊົນທ້ອງຖິ່ນ ກໍ່ຄືຂອງຊາດລາວທີ່ສະແດງເຖິງຄວາມເປັນເອກະລາດດ້ານສາສະຫນາ ທີ່ເອກອ້າງທະນົງ ໃຈແຫ່ງ
ພະລັງເຊື່ອງຊ້ອນ
ອັນເປັນທ່າແຮງໃຫ້ແກ່ພື້ນຖານວັດທະນະທຳ ທີ່ບຸບພະຈານໄດ້ສ້າງ ແລະ ປົກປັກຮັກສາໄວ້ຊົ່ວລູກຊົ່ວຫລານມາຮອດດຽວນີ້.
ດອນລົບປາກດີເປັນດອນທີ່ມີຊື່ສຽງລະດັບ 3 ນອກຈາກດອນໂຂງ, ດອນໂສມ, ດອນນີ້ອຸດົມສົມບູນໄປ ດ້ວຍອູ່ເຂົ້າອູ່ປາ ແລະ ການປູກພືດຜົນຕ່າງໆ. ດອນລົບປາກດີມີຄວາມ ກວ້າງ 3 ກິໂລແມັດ, ຍາວ 8 ກິໂລແມັດ
ປະກອບມີ 7 ບ້ານຄື: ບ້ານປາກດີ, ບ້ານປາກດີໂພນທັນ, ບ້ານປາກດີກາງ, ບ້ານລົບປາກດີຈົກ, ບ້ານລົບປາກດີຄອນນ້ອຍ, ບ້ານລົບປາກດີນາຄອນ ແລະ ບ້ານລົບປາກດີໂພນດູ່ ແຕ່ຍ້ອນປະຊາຊົນຊາວລົບ
ປາກດີ ກໍ່ຄືຊາວດອນທົ່ວໄປ ເປັນພຸດທະສາສະນິກະຊົນມາແຕ່ດຶກດຳບັນ ດອນລົບປາກດີຈຶ່ງມີວັດເຖິງ 6 ວັດ
ແລະ ວັດລົບປາກດີໂພນທັນກໍ່ເປັນວັດທີ່ເກົ່າແກ່ກວ່າວັດອື່ນໆໃນປັດຈຸບັນ.
ຄຳວ່າ : “ ດອນລົບປາກດີ ” ເປັນຊື່ທາງການ ແຕ່ຄົນທົ່ວໄປມັກເອີ້ນວ່າ “ ດອນລົບປະດີ ” ແຕ່ເຖິງຢ່າງໃດ
ກໍ່ຕາມ “ ດອນລົບປາກດີ ຫລື ລົບປະດີ ” ກໍ່ມີທີ່ມາປະຫວັດຢູ່ 2 ຢ່າງເປັນຕົ້ນຢ່າງຫນຶ່ງຕຳນານກ່າວວ່າ : ມີຄົນຈາມຊົນເຜົ່າຫນຶ່ງຢູ່ແຂວງກຳປົງຈາມ ກຳປູເຈຍໄດ້ມາທ່ຽວເລາະ ຂາຍເຄື່ອງ ເມື່ອເດີນທາງມາຮອດດອນຫນຶ່ງທີ່ມີຊື່ວ່າ “ ດອນລົບປາກດີ ” ກໍ່ເລີຍມາຂໍພັກແຮມຄືນທີ່ວັດ ຫລັງຈາກທີ່ພະສົງໄຫວ້ພະສູດມົນແລ້ວ ຈາມຄົນນັ້ນກໍ່ເຂົ້າໄປສົນທະນາກັບເຈົ້າອະທິການວັດ ທີ່ຕົນຂໍພັກຢູ່ ເມື່ອສົນທະນາກັນໄປຫລາຍເລື່ອງກໍ່ເລີຍສົນທະນາກັນເຖິງເລື່ອງວິຊາອາຄົມ ທາງຈາມໄດ້ກ່າວຂຶ້ນວ່າ: ລອງເບິ່ງພະອາຈານ ຄັນວ່າພະອາຈານແຄ້ວຄົງແທ້ຂະນ້ອຍລອງທ້າ! ຫາກຄົງດີທີ່ວ່າ ຈະມອບຄ້ອງຫນ່ວຍ ນີ້ໃຫ້ ໂດຍບໍ່ໄລ່ເງິນຈັກອັດນຳ ພະອາຈານກໍ່ຮັບປາກແລ້ວເຂົ້າໄປຂາບພະ 3 ເທື່ອຈຶ່ງໃຫ້ຈາມຄົນນັ້ນຟັນດ້ວຍງ້າວເຖິງ 9 ເທື່ອ ເຮັດໃຫ້ຈາມຄົນນັ້ນຕ້ອງເກີດອັດສະຈັນໃຈ ແລະ ມີຄວາມສັດທາຢ່າງຍິ່ງ ພ້ອມອຸທານອອກມາຄ່ອຍໆວ່າ: ໂອພະຄູເກັ່ງຫລາຍພຽງແຕ່ຂາບພະຊື່ໆ ກໍ່ຍັງຟັນບໍ່ເຂົ້າເຖິງພຽງນີ້ ! ຈາກວັນນັ້ນເປັນຕົ້ນມາສຽງຊ່າລືເລົ່າຂານຈາກ ປາກຕໍ່ປາກໃຜໆ ກໍ່ພາກັນມາໄຫວ້ພະ ຄາວນັ້ນຊາວທ້ອງຖິ່ນເອີ້ນວ່າ : “ ໄຫວ້ນົບພະດີ ” ຕໍ່ມາຄຳວ່າໄຫວ້ໄດ້ຫາຍ ໄປເຫລືອພຽງຄຳວ່າ “ ນົບພະດີ ” ຄຳວ່ານົບພະດີກໍ່ໄດ້ພ້ຽນມາເປັນ “ ລົບປະດີ ” ແລະ ກໍ່ພ້ຽນໄປເປັນ “ ລົບປາກດີ ”ຈົນຮອດທຸກວັນນີ້.
ສ່ວນຢ່າງທີສອງກໍ່ຄື : ເມື່ອກ່ອນໄດ້ມີນັກເວົ້າພະຫຍາສີປາກເອກ ( ສີປາກດີ ) ໄດ້ເດີນທາງມາຮອດເມືອງໂຂງ ຈາກນັ້ນກໍ່ເຂົ້າໄປຫາເຈົ້າເມືອງແລ້ວທ້າພະນັນຖາມບັນຫາຕ່າງໆ ເຊິ່ງນັກເວົ້າຄົນນີ້ເຄີຍຊະນະການພະນັນ ຖາມບັນຫາເອົາລາງວັນຈາກເມືອງອື່ນມາຫລາຍແລ້ວ ! ໂດຍເຂົາເອີ່ຍປາກກັບເຈົ້າເມືອງວ່າ: ຫາກເຂົາບໍ່ຊະນະຈະເອົາຂອງລາງວັນມູນຄ່າມະຫາສານທີ່ພະນັນມາໄດ້ມອບໃຫ້ເຈົ້າເມືອງຫມົດ, ແຕ່ຖ້າຫາກບໍ່ມີໃຜແກ້ບັນຫາເຂົາໄດ້ ເຂົາຈະເອົາເມືອງໂຂງເປັນລາງວັນ. ທາງເຈົ້າຜູ້ປົກຄອງເມືອງໂຂງເມື່ອມີຜູ້ມາທ້າພະນັນເຊັ່ນນັ້ນ ຖ້າຈະປະຕິເສດກໍ່ເສຍປຽບ ແລະ ກຽດສັກສີ ຈຶ່ງຮັບພະນັນໄປ! ແຕ່ກໍ່ບໍ່ມີໃຜແກ້ບັນຫາຂອງຊາຍສີປາກເອກຄົນນັ້ນຖາມ ຊາຍຄົນນັ້ນໄດ້ທ່າຈຶ່ງໄດ້ອະ ນຸໂລມໃຫ້ເຈົ້າເມືອງຕື່ມອີກ 7 ວັນ ເພື່ອໄປຊອກຫາຄົນມາແກ້ບັນຫາ ຖ້າກາຍ 7 ວັນບໍ່ມີໃຜມາແກ້ໄດ້ຖືວ່າເສຍ ໄຊຕ້ອງຍົກເມືອງມາໃຫ້ຕາມສັນຍາ ເມື່ອເປັນເຊັ່ນນັ້ນທາງລາຊະການເມືອງໂຂງກໍ່ຕີຄ້ອງຮ້ອງປ່າວຫາຄົນສີປາກເອກ ເພື່ອມາຕອບຊາຍສີປາກດີຄົນນັ້ນ ຊື່ສຽງດັ່ງກ່າວໄດ້ດັງໄປເຖິງຊາຍຄົນຫນຶ່ງທີ່ເຮັດສວນຢູ່ຫົວດອນ ຊາຍຄົນ ນີ້ເປັນຄົນມີພອນສະຫວັນມັກຮ້ອງລຳ ແລະ ເວົ້າພະຫຍາພາສິດເກັ່ງ ດັ່ງນັ້ນອາມາດຈຶ່ງລົງໄປຫາ ແຕ່ຊາຍຄົນນັ້ນ ປະຕິເສດ ບອກວ່າ: ບໍ່ກ້າໄປຍ້ອນເປັນຄົນບ້ານ ນອກ. ເມື່ອຄຳປະຕິເສດໄດ້ຍິນໄປເຖິງຫູພະອາຈານໃຫຍ່ຢູ່ວັດ ອາຈານຈຶ່ງແນະນຳຊາວບ້ານກໍ່ໄປໄຫວ້ວອນຊາຍດັ່ງກ່າວອີກ ເພື່ອໃຫ້ເຂົາໄປກູ້ລາດສະການບ້ານເມືອງ ເພາະທຸກໆແລງຫລັງຈາກເລີກ ວຽກແລ້ວຊາຍຄົນນີ້ມັກມາສົນທະນາກັບພະອາຈານເປັນປະຈຳ ດັ່ງນັ້ນພະອາ ຈານຈຶ່ງຮູ້ເຖິງປັນຍາ ແລະ ເຊື່ອຫມັ້ນວ່າ ຊາຍຄົນນີ້ຕ້ອງແກ້ບັນຫາທີ່ນັກພະນັນຄົນນັ້ນໄດ້ແນ່ນອນ! ໃນທີ່ສຸດເຂົາ ກໍ່ຕົກລົງໄປ ເມື່ອໄປເຖິງທັງສອງກໍ່ເຂົ້າສູ່ເວທີການພະນັນ ໃນທີ່ສຸດກໍ່ຊະນະກອບກູ້ຫນ້າກູ້ຕາເອົາເມືອງໂຂງໄວ້ໄດ້.
ຝ່າຍເຈົ້າເມືອງເຫັນຄວາມດີຄວາມຊອບຈຶ່ງມອບຂອງລາງວັນທີ່ໄດ້ຈາກການພະນັນ ທັງຫມົດໃຫ້, ສຽງຊ່າລືການ ຊະນະແກ້ບັນຫາພະຫຍາໄດ້ດັງໄປຮອດຫູປະຊາຊົນໃຜໆກໍ່ຍົກຍ້ອງຍໍຊົມເຊີຍ “ ນັກຮົບສີປາກດີ ” ເຈົ້າເມືອງຄິດ ວ່າຊາຍຄົນນີ້ມີພະຫຍາປັນຍາດີ ຖ້າເອົາໄວ້ຊ່ວຍລາຊະການງານຫລວງຄົງເຮັດໃຫ້ບ້ານເມືອງຈະເລີນ ແລະ ສະຫງົບສຸກເປັນນັກປົກຄອງທີ່ດີ ຈຶ່ງ ມອບເຄື່ອງບັນນາການໃຫ້ຊາຍຄົນນັ້ນອີກໂດຍຕັ້ງໃຫ້ຢູ່ໃນຕຳແຫນ່ງ “ມະຫາເສນາ” ແຕ່ເຂົາບໍ່ຮັບຂໍກັບບ້ານເກີດ ເຈົ້າເມືອງກໍ່ເຫັນດີ ແລະ ໄດ້ແຕ່ງຕັ້ງໃຫ້ເຂົາເປັນຕາແສງໃນຖາ ນະສາຍານາມວ່າ: “ທ້າວນັກຮົບປາກດີ ” ປົກຄອງດອນນັ້ນສືບມາ. ດັ່ງນັ້ນຊາວເມືອງຈຶ່ງເອີ້ນດອນນັ້ນວ່າ : “ດອນທ້າວນັກຮົບປາກດີ” ຕໍ່ມາຄຳວ່ານັກຮົບປາກດີໄດ້ພ້ຽນມາເປັນ “ນັກລົບປາກດີ ” ແລະ ໃນທີ່ສຸດກໍ່ຍັງ ເຫລືອແຕ່ຄຳວ່າ: “ ລົບປາກດີ” ຕໍ່ມາຮອດປີ 1977 ຈຶ່ງປ່ຽນມາເປັນ “ບ້ານລົບປາກດີ ” ຈົນຮອດປັດຈຸບັນ.
ທ່ານຜູ້ອ່ານທີ່ຮັກແພງປະຫວັດດອນລົບປາກດີ ຫລື ບ້ານລົບປາກດີຈະເປັນຈິງແທ້ແນ່ນອນຕາມຕຳນານ ເລົ່າຂານພຽງໃດ ຂໍໃຫ້ທ່ານຜູ້ອ່ານໃຊ້ພິຈາລະນາ./.
ເລືອກທ່ຽວນ້ຳຕົກຕາດໂງ່ ແຕ່ບໍ່ໂງ່ ຄືຊື່ຕາດ
* ເຖິງວ່າເທສະການປີໃໝ່ລາວ ປະຈຳປີນີ້ ຈະລ່ວງເລີຍໄປແລ້ວກໍ ຕາມ ແຕ່ກໍເຊື່ອວ່າ ຄວາມມ່ວນຊື່ນ, ຄວາມປະທັບໃຈກັບການຫລິ້ນບຸນ ຍັງຄົງຢູ່ກັບຫລາຍໆຄົນທີ່ໄດ້ມີ ໂອກາດດີໆ ກັບສະຖານທີ່ທ່ອງ ທ່ຽວດີ ທີ່ທ່ານໄດ້ສຳຜັດໃນຊ່ວງ ຂອງປີໃໝ່ຜ່ານມາ. ເຖິງຢ່າງໃດກໍດີ ບໍ່ວ່າທ່ານຈະໄປທ່ຽວຢູ່ໃສ ການ ທ່ອງທ່ຽວຂອງທ່ານ ຈະສົມບູນ ແບບຖ້າຫາກວ່າທ່ານເກີດຄວາມ ພໍໃຈກັບແຫລ່ງທ່ອງທ່ຽວ ທີ່ທ່ານ ໄດ້ໄປພົບເຫັນ ເຊິ່ງສະຖານທີ່ນັ້ນ ອາດຈະໃຫ້ບັນຍາກາດທີ່ແຕກ ຕ່າງ ຈາກບ່ອນອື່ນ ທ່ານເຄີຍທ່ອງທ່ຽວ ມາແລ້ວ. ສຳລັບນັກທ່ອງທ່ຽວຜູ້ທີ່ ມີຄວາມສະຫງວນມັກ ຄວາມເປັນ ທຳມະຊາດແທ້ໆ ແລະ ກຳລັງຊອກ ຫາແຫລ່ງທ່ອງທ່ຽວທີ່ເໝາະສົມ ເພື່ອການທ່ອງທ່ຽວ ໃນຄັ້ງຕໍ່ໄປຜູ້ ຂຽນຢາກຂໍແນະນຳແຫລ່ງທ່ອງ ທ່ຽວແຫ່ງໜຶ່ງ ເຊິ່ງຕັ້ງຢູ່ບໍ່ໃກ້ ແລະ ບໍ່ໄກເກີນໄປຈາກຕົວເມືອງ ສະຫວັນ ນະເຂດ, ມັນເປັນນ້ຳຕົກຕາດ ທີ່ມີ ຄວາມສູງປະມານ 50 ແມັດ ແບ່ງ ອອກເປັນ 5 ຂັ້ນ ເຊິ່ງຂັ້ນທີ 4 ແລະ ຂັ້ນທີ 5 ແມ່ນເປັນຈຸດຊົມວິວທີ່ງາມ ທີ່ສຸດ ແລະ ເປັນຕາດທີ່ມີນ້ຳຕົກ ຕາດຕະຫລອດປີເໝາະສົມກັບການ ທ່ອງທ່ຽວ ແບບອະນຸລັກ ເພາະຢູ່ທີ່ ນີ້ (ກວມເອົາບໍລິເວນ ປ່າຫລາຍເຮັກ ຕາ ໄດ້ຖືວ່າເປັນເຂດຫ້າມລ່າສັດປ່າ ແລະ ຫ້າມຕັດຕົ້ນໄມ້ທຸກປະເພດ ສະ ນັ້ນຈິ່ງເຫັນວ່າ ນ້ຳຕົກຕາດແຫ່ງນີ້ ແມ່ນແຫລ່ງທ່ອງທ່ຽວ ທີ່ມີອະນາ ຄົດກວ້າງໄກ ແລະຈະກາຍເປັນ ຄວາມຫວັງ ຂອງການທ່ອງທ່ຽວ ທຳມະຊາດແບບຢືນຢົງ ເຊິ່ງກຳ ລັງຈະກາຍເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວ ຈາກຕ່າງປະ ເທດ ຫລືຕ່າງທະວີບ ເພາະທຳມະ ຊາດແບບນີ້ ໄດ້ກາຍເປັນສິ່ງທີ່ຫາ ຍາກ ໃນບັນດາປະເທດທີ່ພັດທະນາ ແລ້ວ.
ນ້ຳຕົກຕາດທີ່ກ່າວເຖິງນີ້ ມີຊື່ ວ່າ: ນ້ຳຕົກຕາດໂງ່ ຕັ້ງຢູ່ໃນບໍລິ ເວນຜາຂະເຍາະ ເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງຫ່າງ ຈາກ ຕົວເມືອງວິລະບູລີ ມາທາງ ທິດໃຕ້ປະມານ 25 ກິໂລແມັດ. ນ້ຳ ຕົກຕາດ
ແຫ່ງນີ້ ຖືໄດ້ວ່າເປັນມໍລະ ດົກທາງທຳມະຊາດທີ່ມີຄຸນຄ່າ ຕໍ່ການທ່ອງທ່ຽວ ເພາະເປັນນ້ຳຕົກ ຕາດທີ່ງາມ ແລະ ຍັງມີຄວາມສົມ ບູນ ແບບຂອງລະບົບນິເວດວິທະຍາ ແລະ ຊີວະນາໆພັນ. ການເດີນທາງ ເຂົ້າໄປຫາຕາດ ເຊິ່ງເລີ່ມແຕ່ບ້ານ ຜາຂະເຍາະ ຫລື ເລີ່ມແຕ່ເສັ້ນທາງ 28 ອາ ແມ່ນສາມາດໃຊ້ລົດແລ່ນ ເຂົ້າຫານ້ຳຕົກຕາດໂງ່ ໄດ້ຢ່າງສະ ບາຍ ເພາະວ່າ ເສັ້ນທາງສາຍນີ້ ຫາ ກໍ່ໄດ້ຮັບການບຸກເບີກກ່ອນບຸນປີໃໝ່ ລາວ ທີ່ຜ່ານມາ ທັງນີ້ກໍ່
ໍເພື່ອສ້າງ ຄວາມສະດວກ ໃຫ້ແກ່ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດ ໄດ້ສຳຜັດຄວາມງາມ ຂອງ ນ້ຳຕົກຕາດ ແຫ່ງນີ້ຢ່າງໃກ້ຊິດ ພ້ອມດຽວກັນນັ້ນ ກໍເຮັດໃຫ້ປະຊາ ຊົນ ໃນບໍລິເວນອ້ອມແອ້ມຕາດ ໄດ້ ມີຄວາມສະດວກ ໃນການບໍລິ ການ ແຂກຄົນເຂົ້າມາທ່ຽວໃນຕາດ ແຫ່ງ ນີ້ອີກດ້ວຍ. ເມື່ອກ່າວເຖິງປະ ຫວັດ ຂອງຕາດນີ້ ກ່ອນຈະຖືກເອີ້ນ ວ່າ ນ້ຳຕົກຕາດໂງ່, ໄດ້ມີຊາວບ້ານ ກຸ່ມ ໜຶ່ງໄລ່ຈັບໂຈນ ເຊິ່ງໄດ້ປຸ້ນຈີ້ປະ ຊາ ຊົນ ໃນເຂດນີ້, ໂຈນຜູ້ນັ້ນໄດ້ ຫລົບ ໜີເຂົ້າປ່າແລ້ວມຸ່ງ ໜ້າໄປສູ່ພູລົມ ຫລື ຫ້ວຍຜາລອງ (ຫ້ວຍຜາລອງ ໄຫລຜ່ານຮ່ວມພູລົມ ຈິ່ງກາຍ ເປັນ ນ້ຳຕົກຕາດທີ່ໄຫລລິນຕະ ຫລອດປີ) ເຊິ່ງໃນຂະນະຖືກໄລ່ນັ້ນໂຈນໄດ້ ຫາ ກົນອຸບາຍ ເພື່ອເຮັດໃຫ້ ຊາວບ້ານ ຍຸດການໄລ່ຈັບຕົນ ເຊິ່ງ ລາວໄດ້ຕັດ ຕົ້ນກ້ວຍ ໃນແລວທາງ ທີ່ລາວແລ່ນ ຜ່ານ, ເມື່ອຊາວບ້ານ ແລ່ນເຖິງເປີ້ນ ພູລົມ ເຊິ່ງມີຕົ້ນກ້ວຍປ່າ ເກີດຂຶ້ນ ຢ່າງ ຫລາຍຫລາຍ ພວກ ເຂົາກໍເກີດ ຄວາມປະຫລາດໃຈ ເມື່ອເຫັນຕົ້ນ ກ້ວຍ ທີ່ຖືກຕັດນັ້ນ ໄດ້ປົ່ງ ຍອດທຸກ ຕົ້ນ, ສະນັ້ນຊາວບ້ານ ຈິ່ງຄິດວ່າ ໂຈນ ຜູ້ນັ້ນໄດ້ໄປໄກແລ້ວ (ທຳມະ ຊາດ ຂອງຕົ້ນກ້ວຍ ເມື່ອຖືກ ຕັດປະ ມານ 30 ນາທີ ກໍຈະມີຍອດ ໃໝ່ປົ່ງ ຂຶ້ນປະມານ 1-2 ຊັງຕີແມັດ) ຈິ່ງໄດ້ ຍຸດການໄລ່ຈັບໂຈນໃນຫ້ວຍຜາ ລອງ ຫລື ໃນບໍລິເວນນ້ຳຕົກຕາດ ແຫ່ງນີ້ ຈາກນັ້ນປະ ຊາຊົນໄດ້ ຕັ້ງຊື່ ນ້ຳຕົກຕາດ ໃນຫ້ວຍຜາລອງວ່າ: ນ້ຳຕົກຕາດໂງ່ (ໃຫ້ລອງຄິດເບິ່ງວ່າ ແມ່ນໃຜເປັນຜູ້ໂງ່ລະຫວ່າງໂຈນ ແລະ ຊາວບ້ານ).
ນອກຈາກປະຫວັດການຕັ້ງຊື່ ຕາດແລ້ວ, ນ້ຳຕົກຕາດໂງ່ ຍັງມີຈຸດ ພິເສດອີກຢ່າງໜຶ່ງ ເຊິ່ງໄດ້ຖືກກ່າວ ເຖິງວ່າ ເປັນນ້ຳຕົກທີ່ມີສຽງດັ່ງ ກຶກກ້ອງໄປໄກເຖິງດົງພະຍາໄພ- ພູ ພະຍາພໍ່ (ສຸດເຂດແດນອະນາຈັກ ລ້ານຊ້າງ ເບື້ອງຕາເວັນຕົກ) ໃນໄລ ນະນັ້ນ ສັກດີນາສະຫຍາມ ໄດ້ກວດ ຕ້ອນເອົາ ປະຊາຊົນໄປເປັນຂ້າທາດ ຂອງພວກເຂົາ, ແຕ່ຍ້ອນຄວາມຄິດ ຮອດບ້ານ ແຕ່ບໍ່ຮູ້ວິທີຈະກັບມາດັ່ງ ນັ້ນ ປະຊາຊົນທີ່ຖືກຕ້ອນໄປບາງ ສ່ວນໄດ້ອາໄສສຽງ ຂອງແກ້ງ ແຫ່ງນີ້ ກັບມາ ຈົນຮອດບ້ານເກົ່າ ເມືອງເດີມ ຂອງຕົນ, ຕໍ່ມາເມື່ອສັກ ດີນາສະຫຍາມ ຮູ້ຕົ້ນເຫດຂອງການ ກັບມາ ຂອງປະຊາຊົນພວກເຂົາ ຈິ່ງ ໄດ້ສົ່ງຄົນມາທຳລາຍລີ້ນ ຂອງ ຕາດ ເຮັດໃຫ້ນ້ຳຕົກຕາດໂງ່ ບໍ່ມີ ສຽງດັງໄກເທົ່າທີ່ເຄີຍເປັນ./.
ໄປຫົວໂຂງແຫລມ ຄືໄດ້ໄປອາບແດດທີ່ພູເກັດ

* ເມືອງໂຂງ ເປັນດິນແດນທີ່ມີແຫລ່ງທ່ອງທ່ຽວທຳມະຊາດທີ່ສວຍງາມ ແລະມີຊື່ສຽງໂດ່ງດັງໄປທົ່ວໂລກ ແລະທົ່ວອາ ຊີອາ ຄະ ເນ, ເປັນຕົ້ນກໍແມ່ນນ້ຳຕົກຕາດສົມພະມິດ (ຫລີ່ຜີ), ນ້ຳຕົກຕາດຄອນພະເພັງ ທີ່ແມ່ນໄຂ່ມຸກແມ່ນ້ຳຂອງ ຕອນໃຕ້. ນອກນັ້ນບັນ ດາໝູ່ເກາະດອນນ້ອຍໃຫຍ່ ທີ່ມີຈຳນວນສີ່ພັນດອນ,ເປັນດິນທາມທີ່ອຸດົມສົມບູນໄປດ້ວຍປູ, ປາ ແລະພືດພັນທັນຍາຫານອັນ ຫລາກຫລາຍ. ນອກຈາກນັ້ນເມືອງໂຂງ ຫລືດອນໂຂງຍັງມີຕຳນານ ແລະຊື່ສຽງ ດ້ານ ອະລິຍະທຳຮີດ ຄອງປະເພນີ ແລະວັດວາ ອາຮາມທີ່ສວຍງາມເປັນທີ່ກາບໄຫວ້ ແລະສັກ ກາລະບູຊາ.
ບໍ່ພຽງແຕ່ເທົ່ານັ້ນ ດອນໂຂງຍັງເປັນດອນທີ່ກວ້າງໃຫຍ່ທີ່ສຸດໃນ ສປປ ລາວ, ດອນໂຂງມີລວງຍາວແຕ່ຫົວ ດອນ ເຖິງ ຫາງດອນ 15 ກິໂລແມັດ, ບ່ອນກວ້າງສຸດແມ່ນ 8 ກິໂລແມັດ. ແຕ່ເມືອງໂຂງຝັ່ງຕາເວັນອອກຫາ ເມືອງແສນ ຝັ່ງ ຕາເວັນຕົກ, ຢູ່ຫົວ ດອນ ໂຂງ ເພິ່ນເອີ້ນວ່າຫົວໂຂງແຫລມ, ທີ່ແຫ່ງນີ້ເພິ່ນໄດ້ສ້າງໃຫ້ເປັນແຫລ່ງທ່ອງທ່ຽວແບບປະຊາ ຊົນ ມີສ່ວນຮ່ວມ. ຫົວໂຂງແຫລມ ມີຫາດຊາຍຂາວທີ່ກວ້າງໄກ, ຍາວສຸດສາຍຕາ ເຊິ່ງເຊື່ອມຕໍ່ອອກມາຈາກດອນສັນ ບ້ານໂບ ແລະຫາດຊາຍຕາຜາຍ, ໂດຍພາຍ ໃຕ້ ການຊີ້ນຳໆພາຂອງທ່ານ ປະທານ ຄຳໄຕ ສີພັນດອນ, ອະດີດ ປະ ທານພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ເຊິ່ງ ທ່ານເອງກໍເປັນຄົນທ້ອງຖິ່ນບ້ານຫົວໂຂງນີ້ເອງ. ຍ້ອນເຫັນໄດ ້ຄວາມໝາຍຄວາມສຳຄັນດັ່ງ ກ່າວນັ້ນ ໂດຍອີງໃສ່ບຸລິມະສິດຂອງ ລັດຖະບານແຫ່ງ ສປປ ລາວ ເພື່ອພັດທະ ນາການ ທ່ອງທ່ຽວໃຫ້ກ້າວສູ່ອຸດສາຫະກຳທ່ອງທ່ຽວໃນອະນາ ຄົດ, ຄະນະພັກ, ຄະນະປົກຄອງເມືອງ
ໂຂງ ດ້ວຍການເອົາໃຈ ໃສ່ຂອງຄະນະພັກ ຄະນະປົກຄອງແຂວງຈຳປາສັກ ແຫລ່ງທ່ອງທ່ຽວຫາດ ຊາຍ ແຫ່ງນີ້ ຈຶ່ງໄດ້ເກີດຂຶ້ນ ແລະໄດ້ເປີດ ຢ່າງເປັນທາງການ ເມື່ອວັນທີ 10/4/08 ທີ່ຜ່ານມານີ້ ເຊິ່ງເປັນກຽດເຂົ້າຮ່ວມພິທີໃນ
ມື້ນັ້ນມີ ທ່ານ ອະດີດປະທານພັກ ຄຳໄຕ ສີພັນດອນ, ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສີສະຫວາດ ແກ້ວບຸນພັນ, ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ.
ຜູ້ຂຽນໄດ້ເຂົ້າຮ່ວມງານນີ້ຢ່າງມີກຽດ ເພາະໄດ້ຮັບເຊີນຈາກທ່ານ ອຸດົມ ພະໄກສອນ, ຜູ້ອຳນວຍການບໍລິສັດ ຈຳປາ ສັກ ການ ທ່ອງທ່ຽວ. ຍ້ອນຄວາມເອົາໃຈໃສ່ຕໍ່ວຽກງານດັ່ງກ່າວນັ້ນ ພວກເຮົາທັງສອງຕັດ ສິນໃຈເດີນທາງຈາກ ເມືອ ງ ປາກເຊ ຕັ້ງແຕ່ແລງ ວັນທີ 9/4/08 ເພື່ອຈະໃຫ້ທັນເວລາເປີດພິທີໃນເວລາ 8 ໂມງ
ຂອງວັນທີ 10/4/08. ສຳລັບຜູ້ຂຽນ ແລ້ວ ເຖິງຢູ່ໃກ້ໆປາກເຊ-ເມືອງໂຂງ ພຽງແຕ່ 100 ປາຍກວ່າກິໂລ ແຕ່ກວ່າຈະໄດ້ມາຢາມບ້ານຄັ້ງໜຶ່ງ ກໍອາດຈະເປັນ ປີລະຄັ້ງ ຫລືສອງຄັ້ງ. ແລງວັນທີ 9/4/08 ພວກເຮົາທັງສອງຂັບລົດແວ່ເບິ່ງລີສອດຫົວໂຂງແຫລມຄາວໜຶ່ງ ແລ້ວຈຶ່ງເດີນ ທາງຕໍ່ເມືອບ້ານຫົວໂຂງພະໃຫຍ່ ແວ່ຢາມ ພີ່ນ້ອງຊື້ປາຫວາໂຕໃຫຍ່ເມືອກ້ອຍກິນ. ຄືນນັ້ນນອນພັກຢູ່ເຮືອນພີ່ນ້ອງ ແຄມ ວັດເກາະແກ້ວໂພໄຊ
ພະໃຫຍ່, ອາກາດເຢັນສະ ບາຍ ແລະຫລັບແບບບໍ່ຮູ້ເມື່ອເລີຍ.
ພໍຕາເວັນພົ້ນຂອບຟ້າເບື້ອງປາຍຫົວນາໜອງໂພ ຫລັງຈາກປັ້ນເຂົ້າແລ້ວ ພວກເຮົາກໍເດີນທາງໄປ ທີ່ຫົວໂຂງ ແຫລມ ເພື່ອຮ່ວມ ພິທີ. ຄະນະກຳມະການໃຊ້ເວລາເປີດພິທີບໍ່ດົນ ເພາະອາກາດຮ້ອນອົບເອົ້າ. ຫລັງຈາກເລີກພິທີແລ້ວ ຜູ້ ຂຽນ ເລາະແຄມຫາດ ຊາຍ ເຖິງແມ່ນອາກາດຮ້ອນແຕ່ທຸກຄົນຍັງສະໜຸກສະໜານ. ການແຂ່ງຂັນແຈັດສະກີເລີ່ມຂຶ້ນ, ການ ແຂ່ງ ຂັນເຕະບານຫາດ ຊາຍເພື່ອຄັດເຂົ້າຮອບ, ຟັງສຽງໂຮຮ້ອງເປັນຍົກໆ ຜູ້ຂຽນຈາກບ້ານຫລາຍປີໄດ້ມາພົບໝູ່, ພົບ ກອງທີ່ເປັນເຈົ້າເປັນນາຍ ຫລາຍໆ ຄົນ ຈຶ່ງຖືໂອກາດສະຫລອງປີໃໝ່ລາວກ່ອນໝູ່, ລີສອດຫົວໂຂງ
ແຫລມ ປະຈຸບັນ ສ້າງ ຍັງບໍ່ທັນສຳເລັດ 100% ແຕ່ກໍມີຫ້ອງອາ ຫານ, ເຮືອນພັກຕາກອາກາດ, ອາບນ້ຳຫາດຊາຍຍາມແລງ ຫລືຊັກ ຊວນກັນຫລິ້ນກິລາບານສົ່ງຫາດຊາຍ, ກະຕໍ້, ເຕະບານ ແລະ ຂີ່ແຈັດສະກີ. ນອກຈາກນັ້ນຖ້າແມ່ນຄົນເອີລົບ ເພິ່ນຈະ ມັກທີ່ສຸດຄືການນອນອາບແດດ ເພື່ອຂັດສີຜິວໃຫ້ກ່ຳໆ ແບບງາມ ບໍ່ເປີດ ເໝືອນກັບສາວດອນໃຕ້ນັ້ນລະ! ເພາະວ່າທົ່ວ ດອນໂຂງມີບ່ອນທ່ອງທ່ຽວຊົມວັດວາອາ ຮາມທີ່ເປັນສະຖານ ທີ່ສັກສິດ ຂອງ ຊາວເມືອງໃຕ້ຫລາຍ
ແຫ່ງທີ່ຂຶ້ນ
ຊື່ລືນາມ. ເປັນຕົ້ນວັດຫົວໂຂງພະໃຫຍ່ ໄປກາບໄຫວ້ພະອົງຫລວງທີ່ມີອາຍຸຫລາຍຮ້ອຍປີ, ວັດພູເຂົາ
ແກ້ວ (ບ້ານແສນຮາດ), ວັດ ກາງ ໂຂງ ແລະອີກຫລາຍໆແຫ່ງ. ໃນອະນາຄົດຄິດວ່າເຂດດັ່ງກ່າວຄົງຈະເປັນອີກແຫ່ງ ໜຶ່ງທີ່ຈະສ້າງລາຍຮັບເຮັດໃຫ້ ປະ ຊາຊົນມີລາຍໄດ້ເພີ່ມຂຶ້ນ ຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງ ປະເທດ./.
ລ່ອງນ້ຳຂອງທ່ຽວຊົມ ສີພັນດອນ
* ເມືອງໂຂງຫ່າງຈາກແຂວງຈຳ ປາສັກໄປຕາມເສັ້ນທາງເລກ 13 ໃຕ້ ປະມານ 161 ຫລັກ ເຊິ່ງໃນການເດີນ ທາງໄປ ເມືອງດັ່ງ ກ່າວນີ້ ທ່ານສາ ມາດໄປໄດ້ໂດຍທາງລົດ ແລະ ເຮືອເພື່ອສຳພັດກັບສາຍນ້ຳທຳມະຊາດ, ທັດສະນີຍະພາບ ທີ່ສວຍງາມໄດ້ອີກ ເຊິ່ງທັງສອນເສັ້ນທາງຄົມມະ ນາຄົມນີ້ ມີຄວາມສະດວກສະບາຍໃນທຸກລະ ດູການ.
ແມ່ນ້ຳຂອງ ມີຕົ້ນກຳເນີດມາຈາກເຂດຕີເບດ ສປ ຈີນ ໄຫລຜ່ານລາວ, ມຽນມາ, ໄທ ລົງສູ່ທະເລສາບປະເທດ ກຳ ປູເຈຍ ອັນໄດ້ ກໍ່ເກີດນ້ຳໄຫລແຕກແຍກເປັນຫລາຍສາຍ ເປັນຫ້ວຍຄອງຜ່ານໂຕນຕາດແກ້ງຕ່າງໆ ເຮັດໃຫ້ມີເກາະ ດອນຈຳນວນຫລວງ ຫລາຍ ຢູ່ໃນຂອບເຂດແຂວງ “ສີທັນດອນ” ໃນອະດີດຈົນມີຊື່ສຽງນັບດອນໄດ້ “ສີ່ພັນດອນ” ທີ່ຕັ້ງ ລຽບຢາຍທົ່ວລຳນ້ຳຂອງ ຍາວ ກວ່າສີ່ສິບກິໂລແມັດ ເຊິ່ງແຕ່ລະເກາະ ດອນ ຫລາຍກວ່າ 100 ບ້ານ ແລະໄດ້ດຳ ລົງ ຊີວິດ ດ້ວຍການປູກເຂົ້າ ແລະໝາກໄມ້ຊະ ນິດຕ່າງໆ ທ່ານຜູ້ອ່ານທີ່ຮັກແພງ, ໃນຂະນະທີ່ເຂົ້າເປັນອາ ຫານຫລັກ ຂອງ ປະຊາຊົນທຸກແຫ່ງໃນທົ່ວປະເທດລາວ, ປາກໍມີບົດ ບາດ ຕໍ່ການດຳລົງຊີວິດຂອງປະຊາຊົນລາວ ລວມທັງປະຊາຊົນ ແຂວງສີທັນດອນໃນອະດີດ ຫລືເມືອງໂຂງໃນປະຈຸບັນ ເຊິ່ງວິຖີ ຊີວິດ ນີ້ ເຫັນໄດ້ຈາກການຫາປາຕາມ ບໍລິເວນຄອງ ລວງ, ໂຊກ,ແກ້ງຂັນທີ່ມີນ້ຳໄຫລແຮງ ແລະ ເວີນວັງ. ທົ່ວທຸກແຫ່ງ ໃນໜ້າ ນ້ຳຂອງຈະເຕັມໄປດ້ວຍຝູງເຮືອຫາປາ ພ້ອມ ເຄື່ອງຈັບປາຫລາກຫລາຍຊະນິດ. ຕາມແບບພື້ນເມືອງ ແລະທັນສະໄໝ... ຫລືບາງຄັ້ງກໍຫາປາຕາມຮອບ ວຽນຂອງ ລະ ດູການຍາມປາຂຶ້ນ...ສະພາບພູຜາປ່າໄມ້, ໜ່ວຍພູທີ່ເກີດຂຶ້ນຢູ່ເກາະ ດອນມີເຖິງ 99 ໜ່ວຍ, ຫາດຊາຍແກ້ງຫີນ ກໍນັບເປັນສິ່ງໜຶ່ງເຮັດໃຫ້ເກີດທິວທັດທຳມະຊາດໂດດເດັ່ນເປັນເອກະ ລັກສວຍງາມຈະຫາ ອັນ ອື່ນເບິ່ງຊົມຄື ຢູ່ເມືອງ ໂຂງ ໄດ້ຍາກໃນນັ້ນດອນທີ່ ໃຫຍ່ກວ່າໝູ່ມີ: ດອນໂຂງ, ດອນໂສມ, ແລະລົບປາດີ. ຈາກເມືອງໂຂງ ຫ່າງ ອອກ ໄປທາງ ທິດໃຕ້ເຂດຂີ້ນາກ-ນາກະສັງ ນ້ຳຈະໄຫລແຮງໃນຮູບນ້ຳຕົກຂະໜາດນ້ອຍ-ໃຫຍ່ ແລະສົມບູນແບບທີ່ສຸດໃນ ເຂດ ທະວີບອາຊີ ເພາະສາຍນ້ຳຂອງໄຫລຜ່ານຕົວເມືອງນ້ອຍ-ໃຫຍ່...ມີຄວາມຍາວທັງໝົດ 4880 ກິໂລແມັດ ເປັນອັນ ດັບສາມ ຂອງ ອາຊີ ແລະເປັນອັນດັບທີ່ 12 ຂອງໂລກ ທັງມີປະລິມານນ້ຳໄຫລຫລາຍອັນດັບ10. ໜຶ່ງໃນນ້ຳຕົກຂະ ໜາດ ໃຫຍ່ກໍ ມີ ຄອນພະ ເພັງ ທີ່ມີຄວາມສູງ 15 ແມັດ ປະ ກອບມີຕົ້ນໄມ້ມະນີໂຄດ ຄຽງຄູ່ຢູ່ກາງນ້ຳເຊາະ ທັງແຮງ ໄຫລຜ່ານເຊິ່ງ ບໍ່ມີໃຜ ສາມາດເຂົ້າ ໄປຫາໄດ້ນີ້ຄືຈຸດສຳຄັນທີ່ຄົນທັງຫລາຍໃຜໆກໍຢາກເຫັນ ແລະມາທ່ຽວ. ຖັດດ້ານ ຕາ ເວັກຕົກສ່ຽງໃຕ້ ກໍມີຕາດສົມພະມິດ(ຫລີ່ຜີ) ຢູ່ບ້ານຄອນດອນເດດ...ສະພາບນ້ຳ ຂອງແຖວນີ້ກ່ອນຈະໄຫລໄປສູ່ກຳປູເຈຍຈະເປັນອ່າງເລິກໃນບໍລິເວນກວ້າງນິ້ງສະຫງົບ ເປັນ ບ່ອນໄຂ່ຂອງປາທຸກຊະນິດ ແລະຂອບເຂດບໍລິເວນດັ່ງ ກ່າວ ຈະ ເປັນບ່ອນອາໄສ ຂອງປາຂ່າຈຳນວນທີ່ຍັງຄົງເຫລືອຢ ູ່ໃຫ້ ແຂກໄດ້ທ່ຽວຊົມ./.
ສົດຊຶ່ນເຢັນສະບາຍ ກັບໃຂ່ມຸກແມ່ນ້ຳຂອງ

* ຫລັງຈາກໄດ້ພັກຜ່ອນຢ່ອນກາຍທີ່ ຄອນພະເພັງລີສອດ ຂອງຄ່ຳຄືນທີ 12 ເມສາ, ເພື່ອບໍ່ໃຫ້ພາດໂອກາດ ກໍໄດ້ ຕື່ນ ແຕ່ເຊົ້າ ເພື່ອຍ່າງ ຫັດກາຍໄປດົມເອົາອາກາດສົດໆ ແຄມນ້ຳທີ່ໄຫລຜ່ານໂງ່ນຫີນນ້ອຍໃຫຍ່ດັງສາດໆ ເຂົ້າໃສ່ປອດ ຢ່າງສົດຊື່ນແຈ່ມໃສ ໃນຕອນເຊົ້າມືດຂອງອາລຸນວັນໃໝ່ ວັນທີ 13 ເມສາ ແລະ ສຳພັດກັບຄວາມເຢັນສະບາຍ ຂອງ ນ້ຳຕົກຄອນພະເພັງ ໄຂ່ມຸກແຫ່ງ ແມ່ນ້ຳຂອງ ແລະ ຄວາມອຸດົມ ສົມບູນຂອງປ່າໄມ້ ທີ່ຂຽວຕະ ຫລອດທັງປີ ເຮັດໃຫ້ ປ່າ ອ້ອມຂ້າງນ້ຳຕົກຍັງໜາ ແໜ້ນໄປດ້ວຍ ພັນໄມ້ທຳມະຊາດ ແລະ ເທິງພື້ນຜິວຂອງສະໜາມກ້ອຟ ທີ່ລີສອດ ເບິ່ງ ແລ້ວ ປຽບເໝືອນຜ້າພົມກຳມະຍີ່ສີຂຽວສົດອ້ອມຮອບ ທີ່ພ້ອມແລ້ວຈະຕ້ອນຮັບທ່ານທີ່ໄປທ່ອງທ່ຽວ ດ້ວຍຄວາມອົບ ອຸ່ນແບບພື້ນເມືອງລາວ ທາງພາກໃຕ້ ຫ່າງຈາກ ເມືອງປາກເຊ ປະມານ 147 ກິໂລແມັດ.
ຫລັງຈາກເພີ່ມພະລັງກິນອາ ຫານເຊົ້າແບບງ່າຍໆແລ້ວ ກໍເລີ່ມເດີນທາງທ່ອງທ່ຽວໄປຊົມຄວາມ ມະຫັດສະຈັນ ທີ່ຕື່ນ ຕາຕື່ນໃຈ ກັບພະລັງນ້ຳໄຫລຮຸນແຮງ ນ້ຳຄື ນ້ຳ ຕົກຄອນພະເພັງລືຊ່າ ທີ່ເມືອງໂຂງ ຖິ່ນຕຳນານ, ສຽງນ້ຳຕົກສົ່ງສຽງ ດັງ ກະທົບໂສດ ປະສາດ ເໝືອນກັບເຊີນຊວນໃຫ້ນັກທ່ອງທ່ຽວທີ່ມາຢ້ຽມຢາມຢາກເຂົ້າໄປສຳພັດ,ເມື່ອ ກ້າວເຂົ້າໄປໃນ ບໍລິເວນນັ້ນ ກໍໄດ້ເຫັນ ຄວາມ ງົດງາມຂອງນ້ຳຕົກ ໄຂ່ມຸກແຫ່ງນ້ຳຂອງ ທີ່ອ້ອມຮອບໄປດ້ວຍທຳມະຊາດ, ສຽງນ້ຳຕົກ ທີ່ກະທົບກັບໂງ່ນ ຫີນເບື້ອງລຸ່ມ ດັງຊັດຊ່າຄ້າຍກັບຄື້ນຍັກແຄມທະເລ ພັດກະທົບຝັ່ງ ພຽງໜ້ອຍດຽວ ກໍໄດ້ເຫັນລະ ອອງ ນ້ຳ ທີ່ເປັນຝອຍນ້ອຍໆຫລວງຫລາຍ ຟຸ້ງກະຈາຍຂຶ້ນມາຮວມກັບໝອກຂາວທີ່ລອຍຕົວຢ່າງອ້ອຍອິ່ງ ໃນຊ່ວງສົງການ ປີໃໝ່ລາວ ເຮັດໃຫ້ຮູ້ສຶກວ່າ ມັນໄດ້ປັດເປົ່າ ຄວາມ ຮ້ອນເອົ້ານັ້ນອອກໄປ.
ເມື່ອກ້າວເຂົ້າໄປໃນເຮືອນຮັບ ຮອງ “ສະບາຍດີ” ຄືຄຳທີ່ພະນັກງານຕ້ອນຮັບໜຸ່ມ-ສາວ ສົ່ງມາທັກທາຍສຳນຽງ ທາງ ພາກໃຕ້ ຂອງລາວ ພ້ອມກັບຮອຍຍິ້ມທີ່ເຕັມໄປດ້ວຍມິດໄມຕີ, ຫລັງຈາກລົງທະ ບຽນເຂົ້າພັກ, ພະນັກງານ ກໍນຳພາໄປ ຍັງບ້ານພັກ ດ້ວຍ ລົດທີ່ໃຊ້ສຳລັບຢູ່ສະໜາມກັອຟ, ຊຶ່ງເປັນເຮືອນໄມ້ ຊັ້ນດຽວທີ່ສວຍງາມ 40 ຫລັງ ປຸກຢາຍຕາມ ແຄມນ້ຳ, ພາຍໃນຫ້ອງພັກ ຕົກ ແຕ່ງແບບພື້ນບ້ານ ປະສົມປະສານກັບສິ່ງອຳນວຍຄວາມສະ ດວກທີ່ທັນສະໄໝ, ຝາ ເຮືອນປະດັບປະດາໄວ້ດ້ວຍຮູບ ໄມ້ ຄວັດລວດ ລາຍ, ເຄື່ອງເຟີນີເຈີ ເຮັດດ້ວຍໄມ້ໄຜ່ລຳໃຫຍ່ທັງຊຸດແຕກຕ່າງກັນ. ຕຽງ ນອນສອງ ຕຽງທີ່ເປັນໄມ້ສີດຽວກັນປົກ ຄຸມ ດ້ວຍຜ້າຫົ່ມ ແລະ ຜ້າປົກຕຽງ ສີກົມກືນກັບຜ້າກັ້ງ ຖືກຈັດວາງໄວ້ ຢ່າງສະ ຫງ່າງາມ.
ທີ່ີ່ຮ້ານອາຫານ ມີອາຫາຮອງຮັບແຂກນັກທ່ອງທ່ຽວລາວ ແລະ ຕ່າງປະເທດ ທີ່ມີອາຫານເປັນເອກະ ລັກ ຂອງທ້ອງຖິ່ນ ໂດຍສະເພາະແມ່ນປານ້ຳຂອງ ແລະ ອາຫານຕ່າງປະເທດ ທີ່ແຊບຖືກປາກຈົນລືມບໍ່ໄດ້ອີກດ້ວຍ. ເຄີຍໄດ້ຍິນແຕ່ ເພີ່ນເວົ້າວ່າ “ຖ້າໄປແຂວງຈຳປາສັກ ແລ້ວ ບໍ່ໄດ້ດື່ມກາເຟລາວ ລົດເຂັ້ມ ຂຸ້ນ ແລະ ບໍ່ໄດ້ ກິນປານ້ຳຂອງ ສ່ຳກັບ ວ່າບໍ່ໄດ້ໄປ”, ແມ່ນແທ້ໆ, ປານ້ຳຂອງ ເປັນປາທີ່ແຂງແຮງທີ່ສຸດ ເພາະຕ້ອງໄດ້ລອຍທວນນ້ຳຢູ່ຕະ ຫລອດເວລາ ຈຶ່ງ ເຮັດ ໃຫ້ຊິ້ນປານັ້ນແໜ້ນ ນຳມາເຮັດ ອາຫານແຊບອີ່ ຫລີ ແລະ ກາເຟລາວ ມີກິ່ນຫອມຫວນຊວນດື່ມ ນັ້ນຄືການ ຄົ້ນ ຫາມາເຖິງຂະໜາດນີ້ແລ້ວ ຕ້ອງແມ່ນໄດ້ມາ ເຖິງພາກໃຕ້ຂອງລາວຢ່າງຄົບຖ້ວນສົມບູນແນ່ນອນ, ຂ້າພະເຈົ້າໄດ້ເພິ່ງ ບຸນບາລະມີ ຮ່ວມເດີນທາງໄປທ່ອງທ່ຽວບ າງແຂວງພາກ ໃຕ້ນຳເພີ່ນ ແລະ ໜີຈາກຄວາມອົບເອົ້າຂອງ ອາກາດໃນນະ ຄອນຫລວງວຽງຈັນ ໃນຊ່ວງປີໃໝ່ລາວ ໄດ້ໄປສຳພັດກັບທຳ ມະ ຊາດ ເຮັດໃຫ້ສະ ໝອງປອດໂປ່ງສົດໃສຂຶ້ນ ເໝືອນ ກັບ ວ່າ ທຳມະຊາດ ໄດ້ບຳບັດຈິດໃຈຂອງຕົນໂດຍບໍ່ຮູ້ຕົວ.
“ເມືອງໂຂງ ຖິ່ນຕຳນານ ສຽງລຳສີພັນດອນ ຄອນພະເພັງລືຊາ ຊົມປາຂ່າຫາງຄອນ ນ້ຳຕານກ້ອນ ຫອມຫວນ ບ້ານ ຫີນສິ່ວ ຊົມທິວທັດໝູ່ເກາະດອນ ກິນກ້ອຍປາພອນເມືອງໂຂງ” ໃນຄຳຂວັນນີ້ ບໍ່ຖ້າບັນລະຍາຍ ກໍຮູ້ໂລດເຖິງຄວາມ ອຸດົມ ສົມບູນທີ່ມີ ມົນ ສະ ເໜ່ ໃນຮູບແບບລຽບງ່າຍ ງຽບສະຫງົບ ແລະ ວິຖີຊີວິດຂອງຊາວເມືອງ ທີ່ມີເອກະລັກສະເ ພາະຂອງຊຸມຊົນ ໃນພູມີພາກ ນີ້, ຊຶ່ງອອກແບບໃນສະຖານທີ່ ອັນອຸ ດົມສົມບູນໄປດ້ວຍຫ້ວຍນ້ຳ ລຳທານທີ່ໄຫລ ບໍ່ ຂາດ ສາຍ ແລະ ລໍຄອຍ ດ້ວຍຄວາມ ຍິນດີຕ້ອນຮັບທ່ານທີ່ໄປຢ້ຽມຢາມ./.
ວັງວຽງ ເມືອງທ່ອງທ່ຽວແດນພູຜາແລະແມ່ນ້ຳ ຖ້ຳຫີນທີ່ສວຍງາມ

* ມັນບໍ່ແມ່ນສະເພາະແຕ່ຄົນລາວພາຍໃນແຂວງວຽງຈັນ ຫຼືບັນດາແຂວງໃກ້ຄຽງທີ່ລວມທັງນະຄອນຫລວງວຽງຈັນ ທີ່ນິຍົມຊົມຊອບການໄປທ່ຽວວັງວຽງ ໃນໂອກາດຕ່າງໆ ; ແມ່ນແຕ່ຄົນຕ່າງດ້າວ ແລະ ທ້າວ -ນາງດັງງວງ ຫລື ບັນດາຄົນເຜືອກ ທັງຫລາຍກໍ່ເຊັ່ນດຽວກັນ ຫລື ຈະເວົ້າໄດ້ວ່າ ມັກກວ່າຄົນລາວ ທີ່ເປັນເຈົ້າຂອງປະເທດອີກຊ້ຳ. ສິ່ງທີ່ເປັນອັນດຶງດູດໂນ້ມນ້າວຈິດໃຈໃຫ້ຄົນໄປທ່ຽວ ວັງວຽງ ຄົງບໍ່ມີຫຍັງອື່ນໄກ ນອກຈາກຄວາມສວຍງາມຕາມທຳມະຊາດ ທີ່ບໍ່ມີສະຖານທີ່ອື່ນໃດປຽບປານ ນັ້ນຄື ມີພູຜາ, ລຳນ້ຳ ແລະ ຖ້ຳຫີນທີ່ສວຍງາມ ລືຊາມາແຕ່ຄັ້ງອະດີດ ຈົນເກີດມີນິທານ ຕຳນານ ແລະ ພື້ນສືບເລົ່າປາກຕໍ່ປາກກັນມາຫລາຍຊົ່ວອາຍຸຄົນ ໃນເລື່ອງມົນຂັງຂອງທຳມະຊາດ.
ວັງວຽງ ເມືອງ ທ່ອງທ່ຽວໃນແດນພູຜາ-ແມ່ນ້ຳ ແລະ ຖ້ຳຫີນທີ່ສຸດແສນສວຍງາມ ບໍ່ແມ່ນສະໂລແກນ ຫລື ຄຳຂວັນ ເພື່ອໂຄສະນາດຶງດູດນັກທ່ອງທ່ຽວຂອງເມືອງວັງວຽງແຕ່ປະການໃດ, ມັນເປັນພຽງຜົນແຫ່ງຄວາມສຳນຶກຂອງຜູ້ຂຽນ ອັນເກີດມາຈາກການສະກົດຈິດຂອງທຳມະຊາດທີ່ໄດ້ໄປເຫັນມາ. 5-6 ປີມານີ້ ຜູ້ຂຽນ ທ່ຽວໄປ ວັງວຽງ ບໍ່ຂາດປີລະສອງເທື່ອ ເພື່ອພັກຜ່ອນ ຍ້ອນຄວາມຫລົງໄຫລໃນຄວາມງາມຂອງທຳມະຊາດແຫ່ງນັ້ນ ຊຶ່ງມັນກໍ່ບໍເປັນການສິ້ນເປືອງພໍທໍ່ໃດ ຫາກສົມທຽບໃສ່ສິ່ງທີ່ໄດ້ຮັບກັບຄືນມາ. ຫລາຍທ່ານອາດຄືກັນກັບຜູ້ຂຽນ ທີ່ເປັນແນວນັ້ນ. ຄົນຕ່າງດ້າວ ແລະ ທ້າວ-ນາງດັງງວງ-ດັງແຫມບ ກໍ່ຄົງຈະຄືກັນ. ຫລາຍປີມານີ້ ທຸລະກິດດ້ານຮ້ານອາຫານ, ເຮືອນພັກ, ສະຖານທີ່ພັກຜ່ອນຊົມທິວທັດ, ການນຳທ່ຽວ ແລະ ອື່ນໆທີ່ກ່ຽວຂ້ອງ ຢູ່ເທສະບານເມືອງວັງວຽງ ຈະເລີນຮຸ່ງເຮືອງໄວວາ ດ້ວຍທ່າແຮງຫລາຍດ້ານ ນັບຕັ້ງແຕ່ ດ້ານທີ່ຕັ້ງ (ທາງຜ່ານໄປແຂວງພາກເໜືອ), ການຄົມມະນາຄົມສະດວກ (ທາງດີ ແລະ ໃກ້ນະຄອນຫລວງກໍ່ຄື ປະເທດເພື່ອນບ້ານເບື້ອງຕາເວັນຕົກ ), ທຳມະຊາດ ອຳນວຍ ( ພູຜາ-ແມ່ນ້ຳ ແລະ ບັນດາຖ້ຳຫີນ), ມູນເຊື້ອຄວາມໂອບເອື້ອອາລີມີນ້ຳໃຈຂອງຄົນພື້ນຖານ ແລະ ອັນສຳຄັນແມ່ນລັດໃຫ້ການສະໜັບສະໜູນເສີມເສີມການລົງທຶນ. ຕາມທີ່ຮູ້; ຢູ່ວັງວຽງ ຍັງມີອີກຫລາຍບ່ອນທີ່ຈະກາຍເປັນແຫລ່ງທ່ອງທ່ຽວ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປ. ຖ້ຳ ກໍ່ຄື ຫ້ວຍນ້ຳໃສ ແລະ ຜາຫີນສວຍງາມຫລາຍແຫ່ງຍັງຄອງຖ້າຫາເງິນໃຫ້ເຈົ້າຂອງຂອງມັນດ້ວຍຄວາມງຽບສະຫງົບບົນລະບົບນິເວດ
ທີ່ເຫັນວ່າຍັງມີຄວາມສົມດູນ. ດ້ວຍທ່າແຮງ ແລະ ຈຸດພິເສດທາງທຳມະຊາດທີ່ມີ; ປະຊາຊົນຄົນພື້ນຖານ ກໍ່ຄື ບັນດານັກລົງທຶນຜູ້ທີ່ມີສາຍຕາກວ້າງໄກ ຈຶ່ງພໍໄດ້ຮັບປະໂຫຍດ ຮັ່ງມີດີດອມ. ນອກຈາກ ຖ້ຳຈັງ ທີ່ສວຍງາມຄ້ຳເສດຖະກິດຄອບຄົວປະຊາຊົນພື້ນຖານມາດົນນານກ່ອນໝູ່ກ່ອນຈະກາຍມາເປັນຂອງເອກະ
ຊົນສ່ວນຕົວແລ້ວ, ວັງວຽງ ຍັງມີສະຖານທີ່ທ່ອງທ່ຽວໃຫ້ໄປທ່ຽວຫລາຍໆບ່ອນ ຊຶ່ງເບິ່ງແລ້ວແຕ່ລະບ່ອນ ກໍ່ລ້ວນແຕ່ສວຍງາມ ບໍ່ຫນ້ອຍກວ່າກັນ ແລະ ກັນ ເຊັ່ນ: ຖ້ຳລົມ ບ່ອນຊຶ່ງນັກທ່ອງທ່ຽວດັງງວງລ່ອງເຮືອ-ກົງເບັງ ມາເຕົ້າໂຮມ ເພື່ອຫ້ອຍເຊືອກໂດດນ້ຳ, ຖ້ຳຊ້າງ ທີ່ ອ່າວຫ່າງຈາກໃຈກາງເທສະບານເມືອງ, ແຕ່ກໍ່ສວຍງາມ ແລະ ມີບ່ອນຫລິ້ນນ້ຳທີ່ປອດໄພ ( ນ້ຳຕື່ນ ), ຖ້ຳນອນ ບ່ອນຊຶ່ງໂດ່ງດັງມາແຕ່ຄັ້ງອະດີດ, ຖ້ຳ ປູຄຳ ບ່ອນຊຶ່ງມີສາຍນ້ຳໃສເຢັນຈາກຜາຫີນ ແລະ ມີໝູ່ປາຈາດ ຫລາຍໝື່ນໂຕ ອາໄສ ໃຫ້ຄົນໄປທ່ຽວໄດ້ຊົມ ແລະ ອີກຫລາຍໆບ່ອນ. ແນວໃດກໍ່ດີ ການໄປທ່ຽວ ວັງວຽງ ກໍ່ຄືກັນກັບການໄປທ່ຽວບ່ອນອື່ນໆ ເພື່ອໃຫ້ໄດ້ຄວາມມ່ວນຊື່ນສົມໃຈໃຫ້ຕົນເອງ ແລະ ຄອບຄົວຄົນຮັກ ນັ້ນ ຕ້ອງກຳນົດເປົ້າໝາຍວ່າ ຈະໄປໃນລັກສະນະໃດ ຄື ຖ້າໄປພັກຜ່ອນແບບງຽບໆ ຕ້ອງໄປໃນຍາມທີ່ບໍ່ມີບຸນທາງປະເພນີ ກໍ່ຄື ພື້ນຖານທ້ອງຖິ່ນນັ້ນ ເພາະຖ້າໄປໃນເວລາດັ່ງວ່າ ກໍ່ຄົງຈະໄດ້ພົບກັບຄວາມອຶກກະທຶກຄຶກໂຄມເນືອງນັນ ແລະ ຫຍຸ້ງຍາກໃນການຫາທີ່ພັກອາໄສ (ໃນກໍລະນີ ບໍ່ມີຍາດພີ່ນ້ອງຢູ່ທີ່ນັ້ນ). ຕໍ່ມາກໍ່ຄື ກຳນົດເປົ້າໝາຍບ່ອນທ່ຽວຊັດເຈນ ຄື ບໍ່ເຮັດແບບ ການຂີ່ມ້າຊົມສວນ ແບບລວບລັດຕັດຕອນ ເພາະຈະບໍ່ໄດ້ລົດຊາດທີ່ອີ່ມເຕັມ; ກ່າວຄື ການທ່ອງທ່ຽວ ຕ້ອງໃຫ້ພໍມີເວລາ, ພໍໄດ້ສັງເກດຊັດເຈນວ່າ ບ່ອນນີ້ມີຫຍັງງາມກວ່າໝູ່ ແລະ ເປັນຈຸດພິເສດ ຈຸດເດັ່ນເປັນທ່າແຮງ. ຜູ້ມັກເຮຮາ ທ່າທາຍກັບການຊອກບ່ອນພັກ ທີ່ຍັງມີບ່ອນຈຳກັດ ກໍ່ຕ້ອງໄປຍາມມີບຸນໃຫຍ່ ເຊັ່ນ: ບຸນປີໃໝ່ລາວ ດັ່ງນີ້ເປັນຕົ້ນ ເພາະໃນໄລຍະນັ້ນ ຄົນຈະຫລັ່ງໄຫລໄປຈາກບ່ອນຕ່າງໆ ແບບໝູ່ມົດຕໍ່ແຖວໄປຂົນຂອງກິນທີ່ແຊບຊ້ອຍ. ຢາກໄປວັງວຽງ ເພື່ອພັກຜ່ອນ , ແຕ່ຖົງເງິນບໍ່ຕື່ງ ກໍ່ຕ້ອງເຮັດແບບ ພວກດັງງວງເປ້ຖົງ ຄື ບໍ່ເອົາກິນ ແລະ ດື່ມເປັນໃຫຍ,່ ຫານອນບ່ອນລາຄາບໍ່ແພງ (ຄືກ່ອນໄປຕ້ອງຮູ້ຂໍ້ມູນຕ່າງໆ ພໍສົມຄວນ). ບ່ອນທ່ອງທ່ຽວສ່ວນຫລາຍລ້ວນແຕ່ຢູ່ໃກ້ໃຈກາງເທສະບານເມືອງ; ດັ່ງນັ້ນ ບາງເທື່ອກໍ່ບໍ່ຈຳເປັນຕ້ອງເອົາລົດໄປເອງ ເພາະມີລົດໂດຍສານປະເພດຕ່າງໆໃຫ້ໄດ້ໃຊ້ຢູ່ແລ້ວບໍ່ຂາດສາຍ. ການໄປທ່ຽວໃສກໍ່ແລ້ວແຕ່; ນອກຈາກໃຫ້ສາຍຕາໄດ້ເບິ່ງແນວງາມໆ, ຫູໄດ້ຍິນແຕ່ແນວດີໆ ແລ້ວ ກໍ່ບໍ່ຄວນລືມ ທົດລອງອາຫານພື້ນຖານ ອັນເປັນອາຫານທີ່ຄົນພື້ນຖານນັ້ນໆຖືກັນວ່າແຊບຊ້ອຍ ກິນໄດ້ທຸກຄາບເຂົ້າບໍ່ມີມື້ເປີດອີ່ມເປັນ ເຊັ່ນ: ໄປ ຫລຫວພະບາງ ກໍບໍ່ວຄວນລືມ ກິນແຈ່ວບອງ, ຫນັງເຄັມ, ເອາະຫລາມ, ຕຳຫມາກຫຸ່ງສູດເມືອງຫລວງ(ບໍ່ຝັກ ໝາກຫຸ່ງ) , ໄຄແຜ່ນ ແລະ ອື່ນໆ. ແລ້ວໄປວັງວຽງ ຄວນຈະລອງກິນຫຍັງ ? ຖ້າໄປໃນຍາມໜາວ ບໍ່ຄວນລືມກິນຫມົກປາຜັ້ນ ,ຫມົກໄຄຫີນ, ຊຸບຜັກ ດັ່ງນີ້ເປັນຕົ້ນ.
ໄປວັງວຽງ ໄປທ່ຽວຖ້ຳ, ອາບນ້ຳຊອງ ແລ້ວລອງກິນອາຫານພື້ນຖານ, ນອນພັກຈັກຄືນສອງຄືນ ແລ້ວຈະຮູ້ເຖິງຄວາມອີ່ມໜຳສຳລານໃນການທ່ອງທ່ຽວທີ່ບໍ່ມີບ່ອນໃດເໝືອນ ຄື ໄດ້ຊົມທັງພູຜາ, ແມ່ນ້ຳ ແລະ ຖ້ຳຫີນທີ່ສວຍງາມ ພ້ອມກັບຕຳນານເລົ່າລືເມື່ອຄັ້ງອະດີດ ທີ່ຄົນບູຮານໄດ້ຈິນຕະນາການຂຶ້ນມາເລົ່າຕາມເຄົ້າເກົ່າສືບມາເມື່ອເຫິງ./.
ທົ່ງກາຫລົງທີ່ຝັງໃຈ
ດັ່ງທີ່ຮູ້ນຳກັນແລ້ວວ່າ ເຂດຈຸດສຸມພັດທະນາທົ່ງກາຫລົງແມ່ນເຂດຫນຶ່ງທີ່ນອນໃນໂຄງການບູລິມະ ສິດຂອງລັດຖະ ບານແຫ່ງ ສປປ ລາວ ເພື່ອສ້າງໃຫ້ກາຍເປັນເຂດເສດຖະກິດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງຕັ້ງຢູ່ບ້ານທົ່ງ ກາຫລົງ ເມືອງປາກ ຊ່ອງ ແຂວງຈຳປາສັກ ແລະ ເປັນເຂດຈຸດສຸມພິເສດທີ່ເປັນການຮ່ວມມືກັນລົງທຶນກໍ່ສ້າງ ລະຫວ່າງ 2 ພັກ 2 ລັດຄື: ສປປ ລາວ ແລະ ສສ. ຫວຽດນາມ 60% ແລະ 40%.
ຜູ້ຂຽນໄດ້ມີໂອກາດໄປກຸ່ມບ້ານທົ່ງກາຫລົງຫລາຍຄັ້ງສົມຄວນ ແລະ ການໄປແຕ່ລະຄັ້ງກໍໍ່ສັງເກດເຫັນວ່າເຂດດັ່ງກ່າວ ໄດ້ຮັບ ການ ພັດທະນາທາງດ້ານພື້ນຖານໂຄງລ່າງຢ່າງໄວວາ ແລະ ມີທ່ວງທ່າກ້າວກະໂດດຂັ້ນ ເຊິ່ງເຮັດໃຫ້ທຸກ ຄົນ ເມື່ອໄປ ເຫັນແລ້ວ ຕ່າງກໍ່ຫລົງໄຫລມີມົນຂັງຈັບໃຈ ຈົນເຮັດໃຫ້ຄົນຫລົງແທນກາໄປແລ້ວ “ ຫລົງໃນສະເໜ່ ຂອງກຸ່ມ ບ້ານ ທົ່ງກາຫລົງ”. ຫວ່າງບໍ່ດົນ ຜ່ານມານີ້ກໍ່ໄດ້ມີໂອກາດອີກຄັ້ງຫນຶ່ງທີ່ໄດ້ໄປຢ້ຽມຢາມເຂດຖິ່ນດິນຫນາວແຫ່ງນັ້ນ ເຊິ່ງ ຕັ້ງຢູ່ຫ່າງຈາກເມືອງປາກເຊປະມານ 72 ກິໂລແມັດ ຫ່າງຈາກເມືອງປາກຊ່ອງປະມານ 22 ກິໂລແມັດ ເປັນເຂດແດນ ທີ່ມີຄວາມອຸດົມສົມບູນທາງດ້ານ ຊັບພະຍາກອນ ທຳມະຊາດ, ສັດປ່ານາໆຊະນິດ ມີຊາຍແດນຕິດຈອດກັບ ແຂວງ ເຊກອງ ແລະ ອັດຕະປື, ນອນໃນເຂດພູພຽງບໍລິເວນ ເຊິ່ງມີລະ ດັບຄວາມສູງຈາກນ້ຳທະເລ 900-1.200 ແມັດ, ມີອຸນ ຫະພູມຕ່ຳສຸດເຖິງ 8 ອົງສາ ແລະ ສູງສຸດຢູ່ທີ່ 31 ອົງສາ ປະກອບມີ 2 ລະ ດູຄື: ລະດູຝົນ ເຊິ່ງເລີ່ມແຕ່ເດືອນເມສາ ຫາ ເດືອນຕຸລາ ແລະ ລະດູແລ້ງແຕ່ເດືອນພະຈິກຫາເດືອນມີນາ, ສັງເກດເຫັນໄດ້ ວ່າ ມີຫລາຍສິ່ງຫລາຍຢ່າງທີ່ໄດ້ຮັບ ການ ພັດທະນາຢ່າງຕັ້ງຫນ້າ ເປັນຕົ້ນແມ່ນພື້ນຖານໂຄງລ່າງມີຫລາຍໆໂຄງການທີ່ສຳເລັດ 100% ແລະ ມີບາງໂຄງການ ກໍ່ພວມດຳເນີນການຈັດຕັ້ງປະຕິບັດຢ່າງຕັ້ງຫນ້າ.
ທ່ານດຣ. ສີພັນ, ຄະນະຮັບຜິດຊອບໂຄງການກຸ່ມບ້ານທົ່ງກາຫລົງລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້ແມ່ນໄດ ້ເລີ່ມຈັດຕັ້ງປະ ຕິບັດແຕ່ປີ 2007 ແລະ ຈະດຳເນີນໄປຮອດປີ 2009 ໂດຍກຳນົດມີ 29 ໂຄງການ, ໃນມູນຄ່າລວມ 38,948 ຕື້ກີບ, ໃນນັ້ນເປັນ ທຶນ ຂອງຝ່າຍລາວ 60% ເຊິ່ງເທົ່າກັບ 23,64 ຕື້ກີບ ແລະ ທຶນຂອງຫວຽດນາມ 40% ເທົ່າກັບ 15,456 ຕື້ກີບ ທັງນີ້ກໍ່ເພື່ອສ້າງ ໃຫ້ກຸ່ມດັ່ງກ່າວກາຍເປັນຕົວເມືອງນ້ອຍໃນອະນາຄົດໃກ້ໆນີ້ ເຊິ່ງໄດ້ກຳນົດ ເອົາ 4 ບ້ານເຂົ້າໃນໂຄງການພັດທະນາຄື: ບ້ານທົ່ງ ກາຫລົງ, ບ້ານຫ້ວຍຊອຍ, ບ້ານນ້ຳກົງ ແລະ ບ້ານຫນອງເຂືອງ ນ້ອຍ ເຊິ່ງມີພົນລະເມືອງ 1.886 ຄົນ, ຍິງ 971 ຄົນ ມີ 369 ຄອບຄົວ ມີ 366 ຫລັງຄາເຮືອນ, ປະກອບ ດ້ວຍເຜົ່າ ຍະ ເຫີນ 43,43%, ເຜົ່າລະເວນ 28,15% ລາວລຸ່ມ 25,15% ແລະ ເຜົ່າອື່ນໆ 3,25%, ເພື່ອເປັນການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 09/ກມສພ ໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ເຫັນວ່າການກຳນົດເອົາ 4 ບ້ານຍັງບໍ່ທັນຄົບ ເງື່ອນໄຂທີ່ຈະສ້າງເປັນບໍລິເວນສ້າງເສດຖະກິດ ປ້ອງກັນຊາດ-ປ້ອງກັນຄວາມ ສະ ຫງົບ ເພາະພູມີປະເທດຂອງພື້ນທີ່ດັ່ງ ກ່າວຍັງກວມເອົາບັນດາບ້ານອ້ອມຂ້າງຫລາຍບ້ານ ດັ່ງນັ້ນຄະນະຄຸ້ມຄອງໂຄງ ການຂັ້ນ ແຂວງຈິ່ງໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການສ້າງກຸ່ມບ້ານທົ່ງກາຫລົງໃຫ້ຕິດພັນກັບ 28 ບ້ານ ເຊິ່ງມີ 1.486 ຄອບຄົວ ມີພົນລະ ເມືອງທັງຫມົດ 9.687 ຄົນ ຍິງ 4.662 ຄົນ ມີເນື້ອທີ່ທັງຫມົດ 64.300 ເຮັກຕາ ໂດຍກຳນົດເອົາ 4 ບ້ານຂອງກຸ່ມທົ່ງກາຫລົງ ເປັນ ໃຈກາງ.
ທ່ານດຣ. ສີພັນ ຍັງລາຍງານໃຫ້ຮູ້ຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດມາໃນໄລຍະຫນຶ່ງປີກວ່ານີ້ ກໍ່ມີ 7 ໂຄງການທີ່ ຈັດຕັ້ງປະ ຕິບັດໄດ້ສຳເລັດ 100% ໃນນັ້ນມີເສັ້ນທາງຈັນສະຫວ່າງຫາທົ່ງກາຫລົງ, ກໍ່ສ້າງເຮືອນພັກ, ບ່ອນເຮັດວຽກ ຂອງ ພະນັກງານລາວ, ສຳເລັດການກໍ່ສ້າງສຸກສາລາ, ໂຮງຮຽນປະຖົມທົ່ງກາຫລົງ, ໂຮງຮຽນອະນຸບານ, ເສັ້ນທາງທົ່ງ ກາຫລົງເຊກະຕາມເທິງ 2 ກິໂລ ແມັດ ແລະ ຫໍວັດທະນະທຳ, ພ້ອມນີ້ກໍ່ໄດ້ຈັດຕັ້ງປະຕິບັດຫລາຍໆໂຄງການ ເປັນຕົ້ນ ແມ່ນເສັ້ນທາງທົ່ງກາຫລົງຫານ້ຳໂກງ ທີ່ມີ ຄວາມຍາວ 8.991 ແມັດ, ເສັ້ນທາງນ້ຳປິດຫານ້ຳໂກງຍາວ 9.282 ແມັດ, ກໍ່ ສ້າງເສັ້ນທາງຊອຍບ້ານທົ່ງກາຫລົງ, ໂຮງຮຽນມັດ ທະ ຍົມຕົ້ນ, ມັດທະຍົມປາຍໃຈກາງກຸ່ມບ້ານທົ່ງກາຫລົງ, ຕາຂ່າຍ ໄຟຟ້າຈັນສະຫວ່າງຫາທົ່ງກາຫລົງ, ບຸກເບີກເນື້ອທີ່ການ ຜະລິດ, ຈັດຫານ້ຳສະອາດ ແລະ ອື່ນໆ ຄາດວ່າໃນປີ 2009 ນີ້ບັນດາໂຄງການໃນຈຳນວນ 29 ໂຄງການກໍ່ຈະສຳ ເລັດ ຕາມ ແຜນທີ່ວາງໄວ້ ເຊິ່ງຈະເຮັດໃຫ້ກຸ່ມບ້ານ ດັ່ງກ່າວນີ້ກາຍ ເປັນຕົວເມືອງນ້ອຍຢ່າງແນ່ນອນ ພໍ່ແມ່ປະຊາຊົນບັນດາ ເຜົ່າກໍ່ຈະມີ ຊີວິດການເປັນຢູ່ທີ່ດີຂຶ້ນ ຫລຸດພົ້ນອອກຈາກ ຄວາມ ທຸກຍາກເທື່ອລະກ້າວ. ຜູ້ຄົນທີ່ໄປພົບເຫັນຕ່າງກໍ່ຈະຫລົງ ໄຫລຕໍ່ກັບມົນ ສະເໜ່ ແລະ ມົນຂັງຂອງຈຸດດັ່ງກ່າວ ໃນອະນາຄົດຢ່າງແນ່ນອນ./.
ໄປທ່ຽວພູອາສາ ຟັງຕຳນານປະຫວັດສາດ
* ນັກທ່ອງທ່ຽວທັງໃນ ແລະ ຕ່າງ ປະເທດຫລາຍໆຄົນທີ່ເຄີຍມາທ່ຽວມາສຳພັດກັບດິນແດນອະລິຍະທຳ ແຫ່ງອານາ ຈັກຕອນ ໃຕ້ນັ້ນກໍຄືນະ ຄອນຈຳປາສັກ ແລະກໍແມ່ນແຂວງຈຳປາສັກໃນປະຈຸບັນນີ້ເອງ. ມີຫລາຍໆທ່ານອາດ ບໍ່ຫລົງ ລືມເມື່ອໄດ້ມາສຳ ພັດດິນແດນແຫ່ງນີ້, ແຕ່ບາງຄົນອາດໄດ້ຮູ້ແຕ່ຊື່ສຽງອັນໂດ່ງດັງຂອງວັດພູຈຳປາສັກ ຈຸດສູນກາງ ແຫ່ງ ອານາຈັກຂອມທີ່ຮຸ່ງເຮືອງ ທີ່ສຸດເມື່ອ 7-8 ສະຕະວັດກ່ອນໜ້ານີ້, ແຕ່ຍັງບໍ່ທັນໄດ້ຮັບຮູ້, ບໍ່ໄດ້ສຶກສາປະຫວັດ ແລະຄວາມເປັນມາຂອງວັດພູອາສາ ບ້ານ ກຽດໂງ້ງເມືອງປະທຸມພອນ ແຂວງຈຳປາສັກ. ໃນປະຈຸບັນ, ບ້ານກຽດໂງ້ງ ໄດ້ເ ປັນບ້ານວັດທະ ນະທຳແລ້ວ, ສະເພາະວຽກ ງານ ດ້ານການທ່ອງທ່ຽວແມ່ນຈະມີຊື່ສຽງທີ່ສຸດໃນການຂີ່ຊ້າງຊົມບຶງ, ຂີ່ຊ້າງຂຶ້ນຊົມທັດສະ ນີຍະພາບເທິງພູອາສາ, ຊົມຜືນປ່າທີ່ ກວ້າງ ໃຫຍ່ຂອງເຂດປ່າສະ ຫງວນດົງຫົວສາວ, ເຂດອະນຸ ລັກ ເຊປຽນ, ແຕ່ສ່ວນໃຫຍ່ຈະແມ່ນແຂກຕ່າງປະເທດເຊັ່ນ: ເອີຣົບ, ອາເມລິກາ, ຍີ່ປຸ່ນ ແມ່ນຈະມັກມາທ່ຽວທີ່ສຸດ.
ຜູ້ຂຽນທຽວໄປມາລະຫວ່າງເມືອງປາກເຊ ແລະເຂດບຶງພະໂພມາຫລາຍປີ ເພື່ອເກັບກຳຂໍ້ມູນ ແລະສຶກສາເລື່ອງ ລາວ ດັ່ງກ່າວ ຈາກຜູ້ເຖົ້າ ແລະປຶ້ມປະຫວັດສາດ ເພື່ອເຮັດໃຫ້ເລື່ອງລາວ ແລະຕຳນານພະສາ ແລະບ້ານກຽດໂງ້ງ ເຊິ່ງມີບູ ຮານສະຖານທີ່ເປັນ ປູຍະນິສະຖານທີ່ຄວນແກ່ການອະນຸລັກ, ຮັກສາແລະສືບສານປະເພນີຮີດຄອງ ແລະວັດທະ ນະ ທຳເຮັດໃຫ້ດິນແດນ ແຫ່ງນີ້ເ ປັນ ແຫລ່ງທ່ອງທ່ຽວທີ່ຕິດພັນກັບທຳມະຊາດ, ປະຫວັດສາດເຊິ່ງເປັນ ເລື່ອງລາວຜ່ານມາ ຫລາຍຮ້ອຍປີຈົນສາມາດເຮັດ ໃຫ້ບ້ານ ແຫ່ງນີ້ ມີຊື່ສຽງໂດ່ງດັງເລື່ອງການທ່ອງທ່ຽວທີ່ມີສະຖານທີ່ສວຍງາມຈັບອົກຈັບໃຈ ແຂກຜູ້ມາທ່ອງທ່ຽວມາແລ້ວກໍຢາກມາອີກ./.
ມະຫັດສະຈັນຫນອງທາດາ ນ້ຳປ່ຽນສີພາຍໃນ7 ວັນ
* ເຖິງວ່າການເດີນທາງທ່ອງທ່ຽວໃນເທື່ອນີ້ ແມ່ນການພະຈົນໄພທີ່ໃຊ້ເວລາຍາວນານກໍຕາມ ແຕ່ທຸກຄົນທີ່ຮ່ວມເດີນ ທາງນຳກັນກໍໃຫ້ຄຳເຫັນວ່າ ມັນແມ່ນສິ່ງທ້າທາຍໃໝ່ ເປັນໄລຍະເວລາທີ່ກຸ້ມຄ່າທີ່ສຸດ ຄວາມອິດ ເມື່ອຍຈາກ ການຂຶ້ນ ພູ ຍ່າງເລາະປ່າ ບໍ່ແມ່ນບັນຫາສຳລັບການເດີນທາງຂອງພວກເຮົາ ເພາະທຸກສິ່ງທີ່ທຸກຄົນ ໄດ້ພົບເຫັນໃນການເຄື່ອນ ໄຫວສຳຫລວດແຫລ່ງທ່ອງທ່ຽວປະຫວັດສາດທຳມະຊາດ ຢູ່ເຂດເມືອງວິລະບູລີໃນເທື່ອນີ້. ມັນແມ່ນການສຳຜັດ ກັບ ຄວາມງາມຂອງແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ ແລະທຳມະຊາດທີ່ມະຫັດສະຈັນ ເຊິ່ງໄດ້ຊ້ອນແຝງໄວ້ໃນດິນ ແດນເຂດນີ້ ຄວາມງາມທີ່ທຳມະຊາດຕົບແຕ່ງຂຶ້ນມາກຳລັງຈະກາຍເປັນສິ່ງທີ່ມີຄຸນຄ່າຕໍ່ການດຳ ລົງຊີວິດ ຂອງປະຊາ ຊົນ ໃນເຂດເມືອງວິລະບູລີ. ໂດຍສະເພາະແມ່ນຄວາມອາດສາມາດດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະຕ່າງປະ ເທດ ແມ່ນມີຄວາມເປັນໄປໄດ້ສູງ; ທັງນີ້ກໍຍ້ອນທ່າແຮງທີ່ໄດ້ຈາກແຫລ່ງທ່ອງທ່ຽວຕ່າງໆ ເຊິ່ງຈະກາຍເປັນການກະ ຈາຍ ລາຍໄດ້ ເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ບ້ານນາເຕີ້ ແມ່ນໜຶ່ງໃນບັນດາບ້ານດັ້ງເດີມ ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ, ແຕ່ກ່ອນປະຊາຊົນ ໃນບ້ານ ແຫ່ງນີ້ ມີຊີວິດຕິດພັນກັບການປະຕິວັດ ແລະເຄີຍເປັນທີ່ຢູ່ອາໄສ ຂອງຜູ້ນຳການປະຕິວັດທີ່ມີຊື່ສຽງຫລາຍໆທ່ານ. ຖ້າ ເວົ້າເຖິງແຫລ່ງທ່ອງທ່ຽວທີ່ມີຢູ່ໃນເຂດບ້ານດັ່ງກ່າວເຫັນໄດ້ວ່າບ້ານນາເຕີ້ ເປັນບ້ານໜຶ່ງທີ່ມີຫລາຍສະຖານທີ່ ທີ່ໜ້າສົນ ໃຈເປັນຕົ້ນແມ່ນບັນດາຖ້ຳ ຕ່າງໆ; ໃນນັ້ນແມ່ນຖ້ຳ ກອງບັນຊາການທະຫານລາວພາກໃຕ້ ຫລືເອີ້ນຢ່າງໜຶ່ງວ່າ ຖ້ຳ ຜາບຸນ ທີ່ຕັ້ງຢູ່ທາງທິດເໜືອຂອງບ້ານປະມານ 500 ແມັດ. ນອກຈາກຖ້ຳເຊິ່ງ ກາຍເປັນສັນຍະລັກໜຶ່ງ ຂອງບ້ານນາ ເຕີ້ແລ້ວ ບ້ານນີ້ຍັງມີສິ່ງລີ້ລັບທີ່ມະຫັດສະຈັນອີກຢ່າງໜຶ່ງ ນັ້ນກໍແມ່ນໜອງທາດາ ເຊິ່ງປະຊາຊົນໃນເຂດ ນີ້ຖືວ່າໜອງ ດັ່ງກ່າວເປັນໜອງສັກສິດ ແລະມີມົນຂັງຢູ່ຕະຫລອດເວລາ. ເມື່ອຄະນະພວກເຮົາມາຮອດບ້ານນາເຕີ້ ທຸກຄົນໄດ້ມຸ່ງ ໜ້າໄປເບິ່ງຖ້ຳຜາບຸນ ເຊິ່ງຖ້ຳແຫ່ງນີ້ແມ່ນຖ້ຳທີ່ຖືກໂຈມຕີຈາກຝ່າຍກົງກັນຂ້າມຫລາຍທີ່ໃນສະໄໝສົງຄາມ, ແຕ່ວ່າໃນ ໂອກາດນີ້ຫລາຍຄົນຊ້ຳພັດມຸ່ງຄວາມສົນໃຈໄປທີ່ໜອງທາດາ ຫລາຍກວ່າ. ແຕ່ວ່າລາຍການນຳທ່ຽງໃນ ເບື້ອງຕົ້ນ ແມ່ນຕ້ອງໄດ້ໄປເບິ່ງຖ້ຳຜາບຸນກ່ອນ. ຈາກນັ້ນຈຶ່ງຫັນກັບມາເບິ່ງໜອງທາດາ ເຊິ່ງຕັ້ງຢູ່ຄົນລະທິດກັບຖ້ຳຜາບຸນ. ຄະ ນະນັກທ່ອງທ່ຽວໄດ້ຍ່າງເຂົ້າປ່າເຊິ່ງ ຕັ້ງຢູ່ທາງທິດໃຕ້ຂອງບ້ານ ເພື່ອໄປເບິ່ງການປ່ຽນສີຂອງນ້ຳໃນໜອງທາດາ. ເມື່ອ ໄປ ຮອດທີ່ນັ້ນໄດ້ພົບກັບປະຊາຊົນຫລາຍຄົນລໍຖ້າຢູ່ແຄມໜອງທາດາແລ້ວ ແລະມີເຖົ້າແກ່ຂອງບ້ານນາເຕີ້ທ່ານ ໜຶ່ງ ເປັນຜູ້ເລົ່າປະຫວັດຄວາມເປັນມາ ຂອງໜອງດັ່ງກ່າວໃຫ້ນັກທ່ອງທ່ຽວຟັງ. ໜອງທາດາເປັນໜອງທຳມະຊາດ ມີເນື້ອ ທີ່ປະມານ 2 ເຮັກຕາ, ຕາມຕຳນານກ່າວໄວ້ວ່າເຈົ້າຂອງໜອງຊື່ວ່າ: ເຈົ້າທາດາຜູ້ທີ່ມີອາຄົມແກ່ກ້າ (ແຕ່ປີໃດຍັງບໍ່ມີ ຫລັກຖານຢັ້ງຢືນເທື່ອ), ຫລັງຈາກເຈົ້າທາດາໄດ້ຕາຍໄປໜອງດັ່ງກ່າວກໍມີປະກົດການໃໝ່ເກີດຂຶ້ນຄືໃນມື້ອອກໃໝ່ 3 ຄ່ຳເດືອນ 3 ຂອງທຸກໆປີ ນ້ຳໃນໜອງທີ່ເຄີຍໃສມາຕະຫລອດປີກໍຈະມີສີຂຸ່ນ (ຄ້າຍຄືໜອງຂີ້ຕົມ) ແລະຈະຂຸ້ນໄປ ຈົນ ຮອດມື້ 10 ຄ່ຳ ເດືອນ 3 ເຊິ່ງຖືໄດ້ວ່ານ້ຳໃນໜອງທາດາ ມີປະກົດການນ້ຳ ຂຸ້ນພາຍໃນ 7 ວັນ, ຫລັງຈາກນັ້ນ ນ້ຳໃນ ໜອງກໍຈະຄ່ອຍໆໃສຂຶ້ນ. ໃນຂະນະທີ່ນັກທ່ອງທ່ຽວໄດ້ເຂົ້າໄປເບິ່ງໜອງທາດາ ແມ່ນຖືກກັບມື້ຂຶ້ນ 4 ຄ່ຳເດືອນ 3 ສະນັ້ນຈຶ່ງເຫັນພຽງແຕ່ສະພາບນ້ຳຂຸ້ນເທົ່ານັ້ນ. ໃນໂອ ກາດນີ້ນັກທ່ອງທ່ຽວໄດ້ຖາມເຖິງສາເຫດ ທີ່ເຮັດໃຫ້ເກີດ ປະກົດ ການດັ່ງກ່າວວ່າ ເກີດຂຶ້ນຍ້ອນຫຍັງ. ຈາກນັ້ນກໍໄດ້ຄຳຕອບມາວ່າ: ຢູ່ໃນໜອງແຫ່ງນີ້ມີປຶນໜຶ່ງຄູ່ ເຊິ່ງເຊື່ອວ່າ ແມ່ນ ໂຕ ຜູ້ ແລະໂຕແມ່ (ສັດນ້ຳຊະ ນິດໜຶ່ງ) ແລະຊ້າງນ້ຳໜຶ່ງຄູ່ (ຜົວແລະເມຍ) ຈະຂຶ້ນມາສະຫລອງໃນມື້ອອກໃໝ່ 3 ຄ່ຳ ເດືອນ 3 ເຮັດໃຫ້ນ້ຳໃນໜອງດັ່ງກ່າວຂຸ່ນເປັນເວລາ 7 ວັນ. ນອກຈາກປະກົດການນ້ຳ ປ່ຽນສີແລ້ວ ຢູ່ໃນຂອບເຂດ ໜອງ ທາດາຍັງມີສິ່ງປະຫລາດອີກຢ່າງໜຶ່ງນັ້ນກໍແມ່ນໜ້ານ້ຳຢູ່ໃນໜອງບໍ່ເຄີຍມີໃບໄມ້ຕົກໃສ່ຈັກເທື່ອ ທັງທີ່ຢູ່ແຄມ ໜອງ ແຕ່ລະເບື້ອງມີຕົ້ນໄມ້ໃຫຍ່ນ້ອຍອ້ອມຮອບ ແລະມີບາງຕົ້ນຍັງແຜ່ກິ່ງງ່າມາເທິງໜ້ານ້ຳ ຂອງໜອງ (ຕາມສັງ ເກດກໍບໍ່ເຫັນໃບໄມ້ລອຍເທິງໜ້ານ້ຳແທ້). ຈົນເທົ່າທຸກມື້ນີ້ໜອງທາດາ ກໍຍັງຄົງເປັນທີ່ຢຳເກງຂອງ ປະຊາຊົນພາຍໃນ ບ້ານນາເຕີ້ ນັບແຕ່ການຕັດໄມ້ທຳລາຍປ່າ ໃນບໍລິເວນໜອງ ຫລືການຫາກຸ້ງ- ປາໃນໜອງກໍມີຄວາມລະມັດລະ ວັງ./.
ປະທັບໃຈບຸນຊ້າງ ເມືອງປາກລາຍ

* ກ່ອນອື່ນຜູ້ຂຽນຕ້ອງຂໍກ່າວຄຳວ່າ ”ຂອບໃຈ” ທີ່ທ່ານຮອງເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍທ່ານ ເຈົ້າເມືອງໆ ປາກ ລາຍ, ຮອງເຈົ້າເມືອງ ແລະ ເຈົ້າຂອງເຮືອນພັກທີ່ໄດ້ໃຫ້ຮັບການຕ້ອນຮັບທີມງານນັກຂ່າວພວກເຮົາເປັນຢ່າງດີ ໃນ ໂອ າດທີ່ໄປເກັບກຳຂ່າວງານມະຫະກຳບຸນຊ້າງ ທີ່ເມືອງປາກລາຍ ແຂວງໄຊຍະບູລີ ໃນລະຫວ່າງວັນທີ 15-17 ກຸມພານີ້.
ເອົາລະເຮົາມາເຂົ້າເລື່ອງກັນເລີຍດີກ່ວາເຊິ່ງ ໃນຄໍລຳທ່ອງທ່ຽວເທິງຫນ້າຫນັງສືພິມປະເທດລາວມື້ນີ້ ຜູ້ຂຽນເປັນ
ອີກຜູ້ ຫນຶ່ງທີ່ໄດ້ເດີນທາງເຂົ້າຮ່ວມງານດັ່ງກ່າວ ຈຶ່ງຢາກຈະຂໍຢິບຍົກເອົາຄວາມປະທັບ ໃຈບາງຢ່າງຂອງງານ ນີ້ ມານຳສະ ເຫນີໃຫ້ທ່ານຜູ້ອ່ານໄດ້ຮັບຊາບ ເຖິງວ່າໄດ້ມີຫຼາຍໆທ່ານອາດຈະໄດ້ເດີນທາງໄປຮ່ວມງານນີ້ກໍຕາມ,
ແຕ່ ຜູ້ຂຽນເຊື່ອ ແນ່ວ່າຄົງບໍ່ມີໃຜດອກຈະປະຕິເສດຕໍ່ກັບຄຳເວົ້າທີ່ວ່າ ”ມ່ວນຫລາຍບຸນຊ້າງປີນີ້”
ເນື່ອງຈາກເຈົ້າພາບເພິ່ນໄດ້ມີການ ກະກຽມວຽກບ້ານເປັນຢ່າງດີຄື: ໄດ້ມີການຝຶກຊ້ອມບັນດາຂະບວນແຫ່ ຊ້າງ,
ກ້ອນກຳລັງຊາວຫນຸ່ມ, ເຍົາວະຊົນ, ກ້ອນກຳລັງການສະແດງສິລະປະວັນນະຄະດີພື້ນເມືອງລວມເຖິງການ ຮັກສາຄວາມເປັນລະບຽບຮຽບຮ