ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

ຄວາມສັດຊື່ປອດໄພ ທີ່ຜູ້ໂດຍສານຢາກໄດ້

* ​ເມື່ອ​ເດືອນ​ເມສາຜ່ານ​ມາ, ຜູ້​ຂຽນ​ໄດ້​ລົງ​ເມືອ​ຢາມ​ບ້ານ​ຢູ່​ທາງ ພາກ​ໃຕ້​ແຂວງ​ຈຳປາ​ສັກໂດຍ​ໄດ້​ຂຶ້ນຖ້ຽວ 4 ໂມງ ​ແລງ ຢູ່​ ະຖາ​ນີລົດ​ໂດຍ ສານ​ສາຍ​ໃຕ້ (ບ້ານ​ຊ້າງ​ຄູ້) ຊຶ່ງ​ລົດ​ທີ່​ຂີ່​ນັ້ນ​ແມ່ນ​ລົດເມທຳ​ມະດາ​ໃນ​ລາ 100.000 ກີບ/ຄົນ. ຜູ້​ ຂຽນ​ ດີ​ໃຈ ຫຼາຍ ​ທີ່​ເຫັນ​ແອັດ​ລົດ​ທັງຫຼາຍ​ທັງ​ຮ້ອງ​ທັງ​ຖາມ, ທັງ​ຈັບ​ທັງຫອບ​ເຄື່ອງ​ສຳພາ ລະ​ຕ່າງໆ ​ຂອງ​ຜູ້​ໂດຍສານ​ ລວມທັງ​ ຂອງ​ ຜູ້​ຂຽນ​ ດ້ວຍ ຄວາມ​ສຸພາບ​ອ່ອນ​ຫວານ ​ເຫັນ​ແລ້ວ​ມັນ​ເປັນ​ພາ​ບພົດທີ່​ຈົບງາມ​ອັນ​ໝາຍ​ເຖິງ​ ການ​ບໍລິການ​ທີ່​ດີ​ເລີດ.
ຄິດ​ຢູ່​ໃນ​ໃຈ​ວ່າ: ຢູ່​ເທິງ​ລົດ​ກໍ​ໃຫ້​ເປັນ​ແນວ​ນີ້​ເດີ! ແຕ່​ແລ້ວ​ມັນ​ບໍ່​ເປັນ​ດັ່ງ​ທີ່​ຄິດ​ເລີຍ. ​ແມ່ນ​ຫຍັງ​ເກີດຂຶ້ນ​ໃນ​ຖ້ຽວ​ລົດ​ນີ້? ພ ໍ​ແຕ ່​ລົດ​ ແລ່ນ​ອອກ​ຈາກ​ຄີວ (ຕັ່ງ​ວ່າງ​ຫຼາຍ), ວ່າ​ແຕ່​ຮອດ​ບ້ານ​ຄົນ​ສຽງ​ແກ​ລົດ​ກໍດັງ​ຂຶ້ນຄື​ຫູ​ຊິ​ແຕກ, ວ່າ​ແຕ່​ເຫັນ​ຄົນ​ ນັ່ງ​ ຢູ່​ແຄມ​ທາງ​ ກໍ​ ຈອດ​ລົດ​ທັງ​ເອີ້ນຖາມ​ວ່າ ​ຊິ​ໄປ​ໃສ ສະຫວັນ, ປາກ​ເຊບໍ່? ຮ້ອນ​ກໍ​ພໍ​ຮ້ອນ (ລົດ​ຕິດ​ແອ​ຄັກ​ແນ່)​ ແຕ່​ບໍ່​ຍອມ ​ເປີດ, ຄົນ​ໂດຍສານ ​ເລີ່​ມຫຼາຍຂຶ້ນໆ​ ໃນ​ທີ່​ສຸດ​ກໍ​ບໍ່​ມີ​ຕັ່ງ​ໃຫ້ນັ່ງ, ​ເບິ່ງ​ຜູ້​ໃດ​ກໍ​ເຫື່ອ​ໄຫຼ​ໄຄ​ຍ້ອຍບາງ​ຄົນ ເອີ້ນ​ໃສ່​ໂຊ​ເຟີ​ລົດ ​ວ່າ ​ໃຫ້​ເປີດ​ແອ​ແດ່!​ ແຕ່​ແລ້ວ ໂຊ​ເຟີ​ລົດກໍ​ເຮັດ​ແບບ​ບໍ່​ໄດ້​ຍິນນັ້ນ​ເອງ, ທັງ​ບໍ່​ຟັງສຽງ​ທັງ​ບໍ່​ເຫຼືອກ
​ຕາ​ເບິ່ງ​ດ້ວຍ​ຊ້ຳ​ໄປ. ​ເອົາ​ສ່ຳ​ນີ້ ກ່ອນ​ນໍ! ຕອນ​ກັບ​ຄືນ​ ສູ່​ນະ ຄອນ ຫຼວງ​ວຽງ​ຈັນ, ຜູ້​ຂຽນລັດ​ຂຶ້ນລົດ​ຢູ່​ບ້າ​ນນາຫຼັກ ເມືອງ​ຊະນະສົມບູນ ໂອ​ໂຮ່ ຍິ່ງຮ້າຍ ​ແຮງໜັກ ໜ່ວງ​ກ່ວາ​ຂາ​ລົງ​ໃຕ້! ການ​ເກັບ​ຄ່າ​ໂດຍສານ​ກໍ​ເອົາ​ແຕ່ຢາກ​ຮ້ອງ​ ຢາກ​ເກັບ​ບໍ່​ຈັກ​ວ່າ​ຂຶ້ນ​ໄກຫຼືໃກ້ (ເກັບ​ ຕາມ ​ກາດ),​ ໃນ​ຂະນະ​ທີ່​ພວມ​ຊອກ​ຫາ ​ບ່ອນ​ນັ່ງ ​ຢູ່​ນັ້ນ, ນ້ອງ​ສາວ​ຄົນ​ໜຶ່ງ​ ລົ້ມທັງ​ຢືນກໍ​ຍ້ອນ​ວ່າ ການ​ອອກ​ລົດ​ແບບ ​ຟ້າວ​ຟັ່ງ ​ນີ້​ແມ່ນ​ກໍລະນີ​ໜຶ່ງ. ສ່ວນກໍລະນີ​ສອງ​ກໍ​ຄື​ການ ​ແລ່ນ​ລົດ​ໄວ ​ ແລະ ແລ່ນ​ແຊງ​ກັນ​ ເພື່ອ​ຍາດ​ເອົາ​ຄົນ​ໂດຍສານ,​ ໃນ​ຂະ ນະ ນັ້ນຝົນ​ກໍ​ກະ​ໜ່ຳລົງ​ມາ, ຟ້າ​ກໍ​ມືດ​ຄຶ້ມ, ຫົນ ທາງ​ກ ໍປຽກ ມື່ນ, ທາງ​ໂຄ້ງ​ກາຍ​ເປັນ​ທາງ​ຊື່ ເມື່ອ​ເພິ່ນ​ແຊງ​ ກັນ ​ບາດ ໃດ​ ກໍ​ຄື​ລົດ​ຊິ​ປີ້ນຊິ​ຂວ້າມ, ຄົນ​ໂດຍ ສານ​ທັງຫຼາຍ​ຕ່າງ​ ກໍ​ໜ້າ ລ່າ ຕາເຫລືອງ​​ໄປ​ຕາມໆ​ກັນ, ຊາວ​ຕ່າງປະ​ເທດ 4 ຄົນ​ທັງ​ຝຣັ່ງ​ ແດ່,​ຍີ່​ປຸ່ນນຳ​ກໍ​ ໄດ້​ແນມ​ໜ້າກັນ​ທັງ​ເຫຼືອດ ຊ້າຍແນມ​ຂວາ​ເບິ່ງ​ ໜ້າ​ ຄົນ​ລາວ. ສ່ວນ​ຜູ້​ຂຽນ​ເອງ​ກໍ​ ໄດ້​ແຕ່​ ພາວະນາຢ່າ​ ໃຫ້​ ເຫດ​ຮ້າຍ​ເກີດຂຶ້ນ, ຂໍ​ໃຫ້​ໄປ​ຮອດຈອດ​ຝັ່ງ​ກັນ​ໝົດທຸກ​ຄົນ​ດ້ວຍ​ເຖີ້ນ! ຖ້າ​ຈະ​ວ່າ ​ເປັນ​ການ​ເອົາ​ຕົວ​ ລອດ​ ເປັນ​ຍອດດີ​ ໃນ​ ເວລາ​ນັ້ນ ກໍ​ຄົງ​ບໍ່​ຜິດ,ຈຶ່ງ​ຍ່າງ​ໄປ​ບອກ​ໂຊ​ເຟີ​ໃຫ້​ຈອດ​ ລົດ​ເພື່ອ​ຈະ​ໄປ​ ຂີ່​ລົດ​ຄັນ​ ໃໝ່,​ ແຕ່​ໂຊ​ເຟ ີຄື​ຊິ​ເຂົ້າ ​ໃຈດີ,​ ແຕ່ພັດເວົ້າ ​ໂອ້​ ອວດວ່າ: ບໍ່​ຕ້ອງ​ຢ້ານ, ຂັບ​ ລົດ​ມາ​ຫຼາຍ​ປີ​ແລ້ວທັງ​ບອກ​ວ່ານີ້​ແມ່ນ​ລົດ​ຂອງຂ້ອຍ ​ຂ້ອຍ ກໍ​ແພງ​ຄື​ ກັນນັ້ນລະ ​ແລະ ສັນຍາ​ວ່າ: ຈະ​ແລ່ນ​ແຊງ​ຮອດ​ແຕ່​ເມືອງ​ຄົງ​ນີ້ກໍ​ເຊົາ​ດອກ! ຫຼັງຈາກ​ພັກຜ່ອນ​ເຊົາ​ແຮງຊື້ສິ່ງ​ ຂອງ​ ຕ່າງໆ ​ແລ້ວ, ລົດ​ກໍ​ແລ່ນ​ອອກ,​ ແຕ່​ບໍ່ພໍຄາວ​ພັດ​ເກີດ​ເລື່ອງ​ຂຶ້ນອີກ​ຈົນ​ໄດ້​ລະຫວ່າງ​ຄົນ​ໂດຍສານ ແລະ ທ້າວ​ແອັດ​ລົດ. ຕອນ ​ຢູ່​ຄີວລົດ​ຫຼັກ 7 ປາກ​ເຊ, ຜູ້​ໂດຍ ສານ​ຄົນ​ນີ້ຖາມ​ວ່າ: ລົດ​ນີ້​ເຂົ້າຮອດ ສະຫວັນ​ບໍ່? ແອັດ​ລົດ​ກໍ​ຕອບ​ວ່າ: ​ເຂົ້າຮອດ​ ສະ ຫວັນ ເອື້ອຍ ທັງ​ ເລັ່ງ ທັງ​ສັ່ງ​ໃຫ້ຂຶ້ນລົດ,​ ແຕ່​ຊິ​ ຮອດພັດ​ບ​ໍ່​ເຂົ້າ ສະຫວັນ ກໍ​ເລີຍ​ເກີດ​ການ​ຕໍ່​ວ່າ ຕໍ່​ຂານ ​ກັນກໍເລີຍເປັນ​ ເລື່ອງ​ ກັນ​ໜ້ອຍ​ໜຶ່ງ ຄົນ ໂດຍສານ​ທັງຫຼາຍ​ກໍ​ເລີຍ​ຈົ່ມ​ເລີຍ​ເວົ້າວ່າ: ​ເວົ້າບໍ່​ມີ​ສັດ​ຈະ! ແລະ ກໍ​ມີ​ຫຼາຍໆ ​ຄຳ​ສຳມະ​ປິ​ແຕ່​ຄົນ ໂດຍສານ​ ຊິ​ວ່າ​ ​ເຊິ່ງ ມັນ​ກໍ​ຈາກ​ຄວາມ​ຂີ້ຕົວະ​ຫຼອກ​ລວງ​ຂອງ​ໂຊ​ເຟີ ແລະ ​ແອັດ​ລົງ​ນັ້ນ​ເອງ.​
ເມື່ອ​ທົນ​ຕໍ່ສຽງ​ຈົ່ມ​ສຽງ​ວ່າ​ບໍ່​ໄຫວ​ກໍ​ເລີຍ​ເປີດ​ເພງ​ດັງ​ຖ້ວມ​ລົດ​ເລີຍ. ຄົນໂດຍ ສານຕ່າງປະ​ເທດ ບໍ່​ຮູ້​ອີ່​ໂໜອີ່ເໜ່ ຫຍັງກໍ​ໄດ້​ ແຕ່​ ແນມ ​ເບິ່ງ​ໜ້າ​ກັນ, ຖ້າ​ເຂົາຮູ້​ຄວາມ​ເຮົາ​ກໍ​ຖື​ວ່າ​ເປັນ​ເລື່ອງທີ່​ໜ້າ​ລະ ອາຍ​ທີ່​ສຸດແມ່ນ​ບໍ່?.
ເລົ່າ​ມາຍາ​ວສົມຄວນ,ຈຶ່ງ​ໄດ້​ແຕ່​ຫວັງ​ວ່າ ຫດການ​ນີ້ຄົງ​ຈະ​ບໍ່​ເກີດ​ຂຶ້ນກັບ​ລົດ​ ​ແລະ ຄົນໂດຍສານ ຄັນ​ອື່ນໆ​ເນາະ ​ເຊິ່ງຈຸດ​ ທີ່​ ຕ້ອງ​ ແກ້​ໄຂ​ໃນ​ເລື່ອງ​ນີ້ກໍ​ແມ່ນ​ເຈົ້າຂອງ​ລົດ​ເອງ​ທີ່​ກ່ວາ​ຈະ​ໄດ້​ຮັບ​ອະນຸຍາດ ​ ໃຫ້ດຳ​ເນີນ​ກິດຈະການ​ດ້ານ ​ນີ້ກໍ​ບ ໍ່​ແມ່ນ​ ຂອງ​ງ່າຍ, ຂະນະ​ດຽວ​ກັນ​ກໍ​ຂໍ​ໃຫ້​ມີ​ສາມັນ​ສຳນຶກ​ອີກ​ວ່າ: ຫຼາຍຕໍ່​ຫຼາຍ​ຊີວິດ​ແມ່ນ​ຂຶ້ນກັບ​ການ​ບັນຊາ​ພວງ​ມະ​ໄລ ​ຂອງ​ໂຊ​ ເຟີ​ລົດ. ນອກ​ນີ້, ກໍ​ໃຫ້​ມີ​ຄວາມ​ຈິງ​ໃຈ, ຄວາມຊື່ສັດ​ກັບຕົນ​ເອງ​ກໍ​ຄື​ຜູ້​ໂດຍສານເວົ້າລວມ​ແລ້ວ​ຢ່າ​ເຫັນ​ແກ່​ຕົວ​ເກີນ​ໄປ, ຢ່າ​ ຫວັງ​ ແຕ່​ພຽງ​ເງິນຂ ໍ​ໃຫ້​ ມີຈັນ​ຍາ​ບັນນຳ​ແດ່ ແລະປະຕິບັດ​ກົດ​ລະບຽບຂອງ​ບ້ານ​ເມືອງ​ຢ່າງ​ເຂັ້ມງວດ​ຕື່ມອ​ີກ, ຂະນະ​ ທີ່​ ເຈົ້າໜ້າ​ທີ່ໆ​ກ່ຽວຂ້ອງ​ເຊັ່ນ​: ໂຍທາທິການ-ຂົນ​ສົ່ງ, ສະມາຄົມ​ລົດໂດຍສານ​ຕ້ອງ​ໄດ້​ຊ່ວຍ​ແນະນຳ​ຕັກ​ເຕືອນ​ກັນ​ ເລື້ອຍໆ ​ເພື່ອ​ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ, ຄວາມ​ປອດ​ໄພ​ຂອງ​ຜູ້​ໂດຍສານ​ທັງຫຼາຍ./.

ຂົວ​ມິດຕະພາບ ​ແຫ່ງ​ທີ 2 ກັບ​ຜົນ​ປະ​ໂຫຍ​ດປະຊາຊົນ ທ້ອງຖິ່ງຈະ​ໄດ້​ຮັບ

*ມີ​ໂອ​ກາດ​ໄດ້​ລົງ​​ເກັບ​ກຳ​ຂ່າວ​ຢູ່​ແຂວງ​ສະ​ຫ​ວັນນະ​ເຂດ ກ່ຽວ​ກັບ​ການຫັນ​ວຽກ​ງານ ສ່ວຍ​ສາ​ອາ​ກອນ, ຄັງ​ເງິນ ແລະ ພາ​ ສີ 3 ແຂວງ​ພາກ​ກາງ ຂຶ້ນ​ກັບສາຍ​ຕັ້ງ. ເຖິງ​ວ່າ​ມີ​ເວ​ລາ​ບໍ່​ຫລາຍ, ແຕ່ພວກ​ເຮົາກໍ່​ໄດ້​ຍາດ ເວ​ລາ​ ທ່ຽວ​ຊົມ​ຄວາມ​ງົດ​ງາມ ແລະ ການ​ພ​ັດ​ທະ​ນາ ຂອງ ດິນ​ແດນ​ແຫ່ງ​ໄດ​ໂນ​ເສົາ​ເກົ່າ​ແກ່​ລື​ຊາແຫ່ງນີ້ ເຊິ່ງ ​ປະ​ຈຸ​ບັນ​ໄດ້ ​ມີ​ການ​ພັດ​ທະ​ຂຶ້ນ​ອີກ​ ບາດ​ກ້າວ​ໜຶ່ງ ​ຊຶ່ງໄດ້​ຢ່າງ​ປະ​ຈັກ​ຕາ ກໍ່​ຄື​ຖະ​ໜົນ​ຫົນ​ທາງ​ສາຍ​ຫລັກໆ ໄດ້​ຮັບ​ການ​ປັບ​ປຸງ​ກໍ່​ສ້າງ​ໃຫ້​ມີ​ຄວາມ ສະ​ອາດ ສວຍ​ງາມ ທັງ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ສັນ​ຈອນ​ໄປ​ມາ ໄປ​ພ້ອມ​ໆ ກັບເຮືອນ​ຊານ ບ້ານ​ຊ່ອງ ຂອງ​ປະ​ຊາ​ຊົນພວມ ໄດ້​ຮັບ​ ການ​ກໍ່​ສ້າງ​ຂຶ້ນ ມີ​ທັງແບບ​ບູ​ຮານແລະທັນ​ສະ​ໄໝ​ຕັ້ງ​ຢັງ​ຢາຍ​ໄປ​ຕາມ​ຄຸ້ມ​ບ້ານ ຕ່າງໆ ຢ່າງ​ສວຍ​ງາມ. ພ້ອ​ມ​ນີ້​ພື້ນ​ ຖານ​ ໂຄ່ງ​ລ່າງ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ອື່ນໆ ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໄດ້​ເປັນ​ຢ່າງ​ດີ ໜຶ່ງ​ໃນ​ນີ້ ກໍ​ຄື​ຂົວ​ມິດ​ຕ ະ​ພາບ ຕະ​ພາບ II ຊຶ່ງພາຍ​ຫລັງ ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ເປັນ​ທາງ​ການ ກໍ່​ໄດ້​ ກາຍ​ເປັນ​ອີກ​ໜຶ່ງທ່າ​ແຮງ​ສຳ​ຄັນ ປະ​ກອບ​ ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ຂອງ​ແຂວງສະ​ຫວັນ​ນະ​ເຂດ ໃຫ້​ມີ​ທ່າ​ດີ​ຂຶ້ນ​ຊັກ​ໄຊ້.
ໃນ​ຕອນ​ບ່າຍ ຂອງວັນ​ທີ 10 ເມ​ສາ 2008 ສັງ​ເກດ​ໄດ້​ພຽງປະ​ມານ​ 2 ຊົ່ວ​ໂມງ​ ຢູ່​ບໍ​ລິ​ເວນ​ຂົວ​ມິດ​ຕະ​ພາບ II ໄດ້​ມີ​ພາ​ຫະ​ ນະ​ຊະ​ນິດ​ຕ່າງໆ ແລະ ຄົນເຂົ້າໆ​ອອກໆ​ບໍ່​ຂາດ​ສາຍ ອັນ​ໄດ້​ເຮັດ​ບັນ​ຍາ​ກາດ​ຢູ່​ທີ່​ນັ້ນ​ບໍ່​ມີ​ຍາມ​ງຽບ​ເຫງົາ, ເບື້ອງ​ເຈົ້າ​ໜ້າ ​ທີ່​ໆ ກ່ຽວ​ຂ້ອງ​ກໍ່​ຫັນ​ຫ້າວ​ເຮັດ​ວຽກ​ບໍ​ລິ​ການ​ຢ່າງ​ບໍ່​ມີ​ຍາມ​ພັກ​ເຊົາ. ນອກ​ຈາກ​ເປັນ​ປະ​ຕູ​ເຂົ້າ​-ອອກ​ສຳ​ຄັນ​ແລ້ວ ດ່ານ​ແຫ່ງ ນີ້ ຍັງ ມີ​ ພຽບ ​ພ້ອມ​ຫລາຍ​ສິ່ງ​ເອື້ອ​ອຳ​ນວຍ​ໃຫ້​ແກ່​ຜູ້​ມາ​ຜ່ານ ເຊັ່ນ ມີ​ລະ​ບົບ​ທະ​ນາ​ຄານ, ຮ້ານ​ຊັບ​ພະ​ສິນ​ຄ້າ​ປອດ​ພາ​ສີ ແລະ ອື່ນໆ.
ທ່ານ ຄຳ​ຫລ້າ ໄຊ​ຍະ​ວົງ, ຫົວ​ໜ້າ​ດ່ານ​ຂົວ​ມິດ​ຕະ​ພາບ II ລາວ-​ໄທ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ວ່າ : ນັບ​ແຕ່​ ມື້​ ເປີດ​ດ່ານ ມາ​ເຖິງ​ປະ​ຈຸ​ບັນ ເຖິງວ່າ ​ໃນ​ເບື້ອງ​ຕົ້ນ​ສະ​ພາບ​ການ​ເຂົ້າ-​ອອກ​ ບໍ່​ທັນ​ມີ​ຫລາຍ​ປານ​ໃດ ໂດຍ​ສະ​ເລ່ຍ​ເຂົ້າ-​ ອອກ​ມີ​ປະ​ມານ 700 ຄົນຕໍ່​ວັນ, ແຕ່​ຕໍ່​ມາເຫັນວ່າ​ຕົວ​ເລກ​ມີ​ລັກ​ສະ​ນະ​ເພີ່ມ​ຂຶ້ນ, ໂດຍ​ສະ​ເພາະ​ມີ​ຄົນ​ເຂົ້າ-​ອອກປະ​ ມານ1800-​ 1900 ຄົນ​ຕໍ່​ວັນ, ສະ​ເພາະ​ໄລ​ຍະ​ທີ່​ມີ​ບຸນ​ສຳ​ຄັນ​ທາງ​ປະ​ເພ​ນີ ກໍ​ຈະ​ມີ​ຄົນ​ເຂົ້າ-​ອອກ​ຫລາຍກວ່າ​ມື້​ປົກ​ກະ​ຕິ. ສຳ​ລັບ​ພາ​ຫະ​ນະສະ​ເລ່ຍການ​ເຂົ້າ-​ ອອກ ​ລະ​ຫວ່າງ 150 -​ 160 ຄັນ​ຕໍ່​ວັນ ຊຶ່ງຖື​ວ່າ​ຍັງ​ເປັນ​ຕົວ​ເລກ​ທີ່​ຕ່ຳ​ຢູ່ ຖ້າ​ທຽບ​ໃສ່​ ຕົວ​ເລກ​ທີ່​ໄດ້ສຶກ​ສາໄວ້ ເບື້ອງ​ຕົ້ນ ຄື ຕົວ​ເລກຄາດຄະ​ເນ​ໃນ​ສົກ​ປີ 2006-​2007 ຈະ​ມີ​ປະ​ມານ 600 ກວ່າ​ຄັນ, ໃນ​ຕົວ​ ຈິງ​ໄດ້​ພຽງ 50%; ໃນ​ນີ້ ລົດ​ສ່ວນ​ຕົວ ກວມ​ເອົາ 50%, ລົດ​ໂດຍ​ສານປະ​ມານ 10-​20%, ສ່ວນ​ເຫລືອ​ ນັ້ນ​ແມ່ນ ​ລົດ​ຂົນ​ສົ່ງ.
ຫົວ​ໜ້າ​ດ່ານ​ຂົວ​ມິດ​ຕະ​ພາບ II ຍັງ​ໃຫ້​ຮູ້​ວ່າ ການ​ຂົນ​ສິນ​ຄ້າ​ຂາ​ອອກ​ ສ່ວນ​ຫລາຍ​ແມ່ນ​ຂົນ​ສົ່ງ​ແຜ່ນ​ທອງ ຈາກ​ໂຮງ​ງານ​ ບໍ່​ຄຳ​ເຊ​ໂປນ, ຮອງ ລົງມາແມ່ນ​ການ​ຂົນ​ສົ່ງ​ເຄື່ອງ​ປ່າ​ຂອງ​ ດົງ ແລະ ຜະ​ລິດ​ຕະ​ພັນ​ໄມ້​ຈ​ຳ​ນວນ​ໜຶ່ງ. ສ່ວນ​ເບື້ອງ​ຂາ​ເຂົ້າ ສ່ວນ​ຫລາຍ​ແມ່ນ​ສິນ​ຄ້າ​ໃຊ້​ສອຍ​ທົ່ວ​ໄປເຊັ່ນ: ວັດ​ສະ​ດຸ​ກໍ່​ສ້າງ​ ທີ່​ຍັງບໍ່​ມີ​ຄວາມ​ສາ​ມາດ​ຜະ​ລິດ​ໄດ້​ຢູ່ພາຍ​ໃນປະເທດ ເຊັ່ນ: ນ້ຳ​ມັນ​ເຊື້ອ​ໄຟ, ພາ​ຫະ​ນະ, ອຸ​ປະ ​ກອນ​ຮັບ​ໃຊ້​ໃຫ້​ແກ່​ໂຄງ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດຢູ່​ລາວ, ແຕ່​ໄດ້​ມີ​ການ​ຄຸ້ມ​ ຄອງ ແບບ​ຄົບ​ຖ້ວນ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ເປັນ​ປົກ​ກະ​ຕິ​ ພາຍ​ໃຕ້​ລະ​ບຽບ​ກົດ​ໝາຍ ຂອງ ສປ ​ປ ລາວ. ການ ​ໃຫ້​ການ​ບໍ​ລິ​ການແມ່ນ​ຄື​ກັນກັບ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຄື​ເລີ່ມ​ແຕ່ 6 ໂມງ​ເຊົ້າ ເຖິງ 10 ໂມງ​ກາງ​ຄືນ; ອັນ​ໄດ້​ເຮັດ​ ໃຫ້​ ໃນ​ສົກ​ປີ​ຜ່ານ​ມາ​ ຄ່າ​ທຳ​ນຽມ​ຄົນ​ເຂົ້າ​-​ອອກ ແລະ ລົດ​ມີຍອດ​ການ​ເກັບ​ຄ່າ​ການ​ບໍ​ລິ​ການ​ຕ່າງໆ ບັນ​ລຸ​ໄດ້​ຫລາຍກວ່າ 6 ຕື້​ກີບ; ໃນ​ນີ້ບໍ່​ນັບ​ລາຍ​ຮັບພາ​ສີ ຊຶ່ງ​ທັງ​ໝົດ​ໄດ້​ປະ​ຕິ​ບັດ​ຕາມ​ດຳ​ລັດ​ເລກ​ທີ 02 ເປັນ​ເອກະ​ພາບ​ກັນ​ໃນ​ທົ່ວ​ປະ​ເທດ. ຢ່າງ​ໃດ​ກໍ່​ດີ ໃນອະນາຄົດ​ໜ້າ, ທ່ານ ຫົວ​ໜ້າ​ດ່ານ ໄດ້​ໃຫ້​ຮູ້​ວ່າ ຈະ​ທຳ​ການກວດ​ການຢູ່​ຈຸດ​ດຽວ ເພື່ອ​ເອື້ອ​ອຳ​ນວຍ ​ໃຫ້​ ແກ່​ ການ​ໄປ​ມາ​ພົວ​ພັນ​ຊື້​ຂາຍ, ການ​ທ່ອງ​ທ່ຽວ​ທັງ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ຈັດ​ເກັບ​ລາຍ​ຮັບ​ບັນ​ລຸ​ຕາມ​ແຜນ​ການ​ທີ່​ວາງ​ໄວ້.
ພວກ​ເຮົາມີ​ເວ​ລາຢູ່​ດ່ານ​ຂົວ​ມິດ​ຕະ​ພາບ II ໃນໄລ​ຍະ​ສັ້ນ​ ແຕ່ເຫັນຜູ້​ຄົນ​ເຂົ້າ-ອອກບໍ່ຂາດ ທັງ​ແມ່​ຄ້າ​ຊາວ​ຂາຍ, ປະ​ຊາ ​ຊົນ, ນັກ​ທ່ອງ​ທ່ຽວ​ທັງ​ຊາວ​ອາ​ຊີ ແລະ ເອີ​ຣົບ..​.ດ້ວຍ​ການ​ບໍ​ລິ​ການ​ຖືກ​ກັບ​ມາດ​ຕະ​ຖານ​ເປັນ​ທີ່​ເພິ່ງ​ພໍ​ໃຈ ແກ່​ຜູ້​ມາ​ໃຊ້​ບໍ​ລິ​ ການ​ຢູ່ ດ່ານ​ກໍ​ຈະ​ເຮັດ​ໃຫ້​ມີ​ລູກ​ຄ້ານັບ​ມື້​ນັບ​ເພີ່ມ​ຂຶ້ນແນ່ນອນ.

ການເຄື່ອນຍ້າຍສິນຄ້າແລະຄົນຂ້າມແດນໃນອານຸພາກພື້ນ
ທີ່ຈຸດຜ່ານແດນລາວ-ຫວຽດ ສະດວກຂຶ້ນ

ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ນີ້ ຈະ​ເຮັດ​ໃຫ​້​ເສັ້​ນ​ທາງ​ຂົນ​ສົ່ງ​ເສັ້ນ​ນີ້​ປ່ຽນ​ໄປ​ສູ່​ແລວ​ທາງ​ເຊື່ອມ​ຕໍ່​ເສ​ດຖະກິດ​ ຢ່າງ​ເຕັມ ​ຮູບ​ ແບບ​ໄດ້​ໄວ​ຂຶ້ນ ເຊິ່ງ​ການ​ຄ້າ​ຂ້າມ​ແດນ,ການ​ລົງ​ທຶນ,ການ​ທ່ອງ​ທ່ຽວ ແລະ​ໂອ​ກາດ​ສຳ​ລັບ​ການ​ຜະ​ລິດ​ອື່ນໆ ກໍ​ຄາດ​ວ່າ ​ຈ​ະ​ເພີ່ມ​ຂຶ້ນ​ແລະ​ອຸ​ດົມ​ ໄປ​ດ້ວຍ​ສິນ​ຄ້າ, ລົດ​ລາ​ພາ​ຫະ​ນະ ແລະ​ຜູ້​ຄົນ​ເຄື່ອນ​ຍ້າຍ​ໄປ​ມາ​ງ່າຍ​ດາຍ​ກວ່າ​ເກົ່າ.
ການ​ທົດ​ລອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ ວ່າ​ດ້ວຍ​ການ​ຂົ​ນ​ສົ່ງ​ສິນ​ຄ້າ​ຂ້າ​ມ​ແດນ ທີ່​ຈຸ​ດ​ຜ່ານ​ແດນ ດ່າ​ນ​ສະ​ຫວັນ​-​ລາວ​ບາວ ໄດ​້​ເລີ່ມ​ຕົ້ນ​ໃນ​ວັນ​ທີ 30 ມິ​ຖຸ​ນາ 2005. ການ​ທົດ​ລອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ດັ່ງ​ກ່າວ​ລວມ​ມີ​ການ​ຢຸດ​ແລະ​ກວດ​ກາ​ບ່ອນ​ດຽວ
​ ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ເປັນ​ຂັ້ນໆ ເຊິ່ງ​ມີ​ເຈົ້າ​ຫນ້າ​ທີ່​ຊາຍ​ແດນ​ຂອງ ທັງ​ສອງ​ປະ​ເທດ, ເລີ່ມ​ຈາ​ກ​ພ​າ​ສີ, ຈາກ​ນັ້ນ ກໍ​ເຈົ້າ ​ຫນ້າ ​ທີ່​ກັກ​ກັນ​ສັດ​ແລະ​ພືດ ແລະ​ເຈົ້າ​ຫນ້າ​ທີ່​ກວດ​ຄົນ​ເຂົ້າ-​ ອອກ ເມືອງ​ຮ່ວມ​ກັນ​ປະ​ຕິ​ບັດ​ຫນ້າ​ທີ່​ພ້ອມ​ ເທົ່າ​ນັ້ນ ແລະ​ບໍ່​ ຕ້ອງ ກວດ​ຢູ່​ຈຸດ​ຊາຍ​ແດນ ຂາ​ອອກ ຕື່ມ​ອີກ, ທັງ​ສອງ​ປະ​ເທດ​ຍັງ​ໄດ້​ຕົກ​ລົງ​ກັນ​ ກ່ຽວ​ກັບ​ການ​ແລກ ປ່ຽນ​ສິດ​ທ​ິ​ໃນ ​ການ​ ສັນ ​ຈອນ​ເຊິ່ງ​ອະ​ນຸ​ຍາດ​ໃຫ້​ລົດ​ລາ​ພາ​ຫະ​ນະ​ເດີນ​ໄປ​ມາ​ລະ​ຫວ່າງ​ສອງ​ ປະ​ເທ​ດ​ຢ່າງ​ ສະ​ດວກ ​ສະ​ບາ​ຍ.
ບາ​ງ​ຜົນ​ປະ​ໂຫຍດ​ທີ່​ໄດ້​ຈາກ​ແຜນ​ການ​ທົດ​ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ ລະ​ຫວ່າງສຳ​ນັກ​ງານ​ອົງ​ການ​ຕ່າງໆ ໃນ​ແຕ່​ ລະ​ ປະເທດ​ລວມ​ທັງ​ມີ​ການ​ຕົກ​ລົງ​ກັນ​ແລກ​ປ່ຽນ​ຂໍ້​ມູນ​ລ່ວງ​ຫນ້າ​ທີ່​ຈະ​ເຮັດ​ໃຫ້​ການ​ແຈ້ງ​ກ່ຽວ​ກັບ​ສິນ​ຄ້າ​ທີ່​ ມີ​ຄວາມ ​ສ່ຽງ​ ຕ່ຳ ​ນັ້ນ​ ໄວ​ຂຶ້ນ.
ຕາມ​ການ​ສຳ​ຫລວດ​ກ່ຽວ​ກັບ​ການ​ປ່ອຍ​ລົດ​ໄດ້​ປະ​ເມີ​ນ​ວ່າ​ເວ​ລາ​ຜ່ານ​ດ່ານ​ຂອງ​ລົດ​ບັນ​ທຸກ​ສິນ​ຄ້າ​ນັ້ນ ໄດ້​ຫລຸດ​ລົງ​ໂດຍ​ ສະ​ເລ່ຍ 70% ຄື​ຈາກ 240 ນາ​ທີ ເຫລືອ​ພຽງ 80 ນາ​ທີ “. ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່​ງ​ຂ້າມ​ແດນ GMS ທີ່​ຈຸດ​ຜ່ານ​ ແດນ ດ່ານ​ສະ​ຫວັນ-​ລາວ​ບາວ ນັ້ນພວມ​ຄ່ອຍໆ ຫັນ​ປ່ຽນ​ແລວ​ທາງ​ເຊື່ອມ​ຕໍ່​ເສດ​ຖະ​ກິດ ຕາ​ເວ​ັນ ​ອອກ-​ຕາ​ເວັນ​ຕົກ​ມາ​ເປັນ​ຂົວ​ ດິນ​ຕໍ່​ແຜ​່ນ​ໄປ​ແລ້ວ”. ພະ​ນະ​ທ່ານ ສົມ​ມາດ ພົນ​ເສ​ນາ, ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ ຊວງໂຍ​ ທາ​ທິ​ການ​ແລະ​ຂົນ​ສົ່ງ ຂອງ ສ​ປ​ປ​ລາວ ໃຫ້​ຄຳ​ເຫັນຕື່ມ ວ່າ “ຂະ​ນະ​ນີ້ ສ​ປ​ປ​ລາວ ພວມ ​ຕັ້ງ​ໃຈ​ລໍ​ ຄອຍ ວັນ​ທີ່​ຄຳ​ວ່າ ປະ ​ເທດ​ ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ນັ້ນ​ຈະ​ກາຍ​ເປັນ​ຝັນ​ ຮ້າຍ​ໃນ​ອະ​ດີດ”. ການ​ກ້າວ​ໄປ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ສ​ຸ​ດ​ ທ້າຍ​ ກ່ຽວ​ກັບ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ຂ້າມ​ແດນ​ແລະ​ເອ​ ກະ​ສານ​ ຊ້ອນ​ທ້າຍ ແລ​ະ​ບົດ​ບັນ​ທຶກ ກໍ​ຄື​ການ​ທົດ ​ລອງ​ຈັດ ​ຕັ້ງ​ ປະ​ຕິ​ບັດ​ສັນ​ຍາ ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ການ​ສະ​ຫນ​ັບ​ສະ​ຫນູນ ​ ຈາກ​ໂຄງ​ການ​ຊ່ວຍ​ເຫລືອ​ດ້ານ​ວິ​ຊາ ​ການ​ຂອງ​ທະ ​ນາ ​ຄານ​ພັດ​ທະ​ນາ​ອາ​ຊີ ຕໍ່​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ.ຂໍ້​ລິ​ເລີ່ມ​ ນັ້ນ​ເປັນ​ ສ່ວນ​ຫນຶ່ງ​ຂອງ​ແຜນ​ງານ GMS ທີ່​ທະ​ນາ​ຄານ ​ພັດ​ທະ​ນາ​ອາ​ຊີ​ໃຫ້​ການ ສະ​ຫນັບ​ສະ​ຫນູນ./.

 

 

ກັບສາລະບານ