ປີນີ້ເຫດໃດສາລີ ຈິ່ງຕົກລາຄາ
ໂດຍ:ຄຳພັນ ວໍລະສິງ
ການຜະລິດສາລີເປັນສິນຄ້າ ຂອງ ແຂວງຊຽງຂວາງປີນີ້ຄາດວ່າຈະໄດ້ຜົນຜະລິດປະມານ 70.000 ໂຕນ ຫາ 90.000 ໂຕນ.
ໃນປີ 2008 ນີ້ ເນື້ອທີ່ປຸກສາລີ ແມ່ນເພີ່ມຂຶ້ນຫລາຍ ແຕ່ ວ່າ ຜົນຜະ ລິດບໍ່ໄດ້ດີປານໃດ ຍ້ອນວ່າ ຝົນຕົກ ຫລາຍ ຕະຫລອດປີ ອັນເຮັດໃຫ້ສາລີບ່ອນ ຮາບພຽງບໍ່ໄດ້ຮັບ ຜົນດີ, ຄຸນນະພາບກໍ່ບໍ່ຄ່ອຍດີປານ ໃດມາ ຮອດວັນທີ 31 ຕຸລາ 2008 ທາງແຂວງໄດ້ ສົ່ງ ສາລີ ອອກຂາຍແລ້ວ 2.729,9 ໂຕນ, ສ່ວນຕະຫລາດ ແມ່ນ ສົ່ງອອກ ສສ ຫວຽດນາມ. ລາຄາສາລີປີນີ້ຢູ່ໃນລະຫວ່າງ 1.000 ກີບ ຫາ 1.200 ກີບຕໍ່ກິໂລກະລາມ. ກ່ຽວກັບລາ ຄາສາລີຕົກ ຕ່ຳກ່ອນປີກາຍນັ້ນ ທ່ານ ດຣ ຄຳປາວ, ຫົວໜ້າພະແນກ ອຸດສາຫະ ກຳ ການຄ້າແຂວງຊຽງຂວາງ ໃຫ້ຮູ້ວ່າ : ລາຄາ ສາລີບໍ່ສູງຍ້ອນ 3 ສາຍເຫດຄື: ໜຶ່ງແມ່ນຍ້ອນ ຜົນກະ ທົບທາງດ້ານວິກິດການ ການເງິນ ຂອງ ໂລກ. ສອງ ຍ້ອນຄ່າເງິນກີບ ແຂງຕົວຂຶ້ນ ແລະ ສາມແມ່ນຄຸນນະພາຍຂອງເມັດສາລີ ບໍ່ດີປານໃດ. ພ້ອມດຽວກັນນີ້ຕະຫລາດ ຈ່ຳໜ່າຍຢູ່ນອກປະເທດກໍ່ຍັງມີແຕ່ແຫ່ງດຽວຄື ສສຫວຽດນາມ. ດັ່ງນັ້ນບໍ່ໝາຍ ຄວາມ ວ່າສາລີ ຕົກລາຄາ ມັນ ຍັງເປັນສິນຄ້າທີ່ ມີລາຄາດີໃນປະຈຸບັນ, ມັນເປັນເລື່ອງກົດເກນຂອງການຄ້າຢູ່ແລ້ວ ເມື່ອສະກຸນເງິນ ຂອງເຮົາ ແຂງຕົວຂຶ້ນ ເຮົາ ກໍ່ຕ້ອງເສຍປຽບດ້ານສິນຄ້າສົ່ງອອກ ແຕ່ກັບມາໄດ້ປຽບປະ ເພດສິນຄ້ານຳເຂົ້າເວົ້າສະ ເພາະ ເງິນ
ກີບລາວເຮົາແລກປ່ຽນກັບເງິນດົ່ງຫວຽດນາມ ເກືອບເຖິງ 1 ຕໍ່ 2 ສະນັ້ນປີກາຍນີ້ອັດຕາແລກປ່ຽນ1.000 ກີບຕໍ່ 1.400 ດົ່ງ, ລາ ຄາສາລີສະເລັ່ຍ 1.500 ກີບກໍ່ເທົ່າກັບ 2.100 ດົ່ງຕໍ່ກິໂລກລາມ, ແຕ່ປີນີ້ລາຄາສາລີ 1.200 ກີບ ກໍ່ ເທົ່າກັບ 2.400 ດົ່ງ ຕໍ່ກິໂລກະລາມ.
ເວົ້າເຖິງການຂາຍສາລີ ອອກແມ່ນເຮົາຂາຍຜົນຜະລິດດິບ ( ບໍ່ )ໄດ້ແປຮູບເວົ້າສະເພາະຢູ່ມືອງຄຳ ແຂວງ ຊຽງ ຂວາງ ແມ່ນມີພຽງ ໂຮງອົບແຫ້ງຂອງພາກເອກະຊົນສອງແຫ່ງ ພຽງແຕ່ ເປັນການອົບແຫ້ງສາມາດຂາຍສົ່ງເຂົ້າ ໂຮງງານໄດ້ເລີຍເທົ່ານັ້ນ. ສ່ວນວ່າ ການ ແກ້ໄຂຂໍ້ຂ້ອງໃຈດ້ານລາຄາໃຫ້ປະຊາຊົນນັ້ນ. ທ່ານ ຄຳປາວເວົ້າ ວ່າ:ທຸກ ພາກ ສ່ວນຕ້ອງສຸມໃສ່ສຶກສາປະຊາຊົນ ໃຫ້ເຂົ້າ ໃຈບັນຫາເສດຖະກິດການຕະຫລາດ, ຕ້ອງກະຕຸກຊຸກຍູ້ການຜະ ລິດໃຫ້ ມີ ຄຸນນະພາບທີ່ດີຂຶ້ນ ແລະຊຸກຍູ້ໃຫ້ພາກ ເອກະຊົນ ຊອກຕະຫລາດ ທີ່ໝັ້ນຄົງ ໃຫ້ເຂົາເຈົ້າ. ທັງນີ້ກໍ່ເພື່ອ ເຮັດໃຫ້ ການຜລິດນັບມື້ຫລາຍຂື້ນ,ມີຄຸນນະພາບດີ, ມີລາຍໄດ້ດີ ເລັ່ງໃສ່ແກ້ ໄຂ ຄວາມທຸກຍາກຂອງປະຊາ ຊົນ ໃຫ້ໄດ້ໃນບໍ່ດົນນີ້./.
ກາເຟດາວຫອມກຸ່ນໃນບຸນນະມັດສະການພະທາດຫລວງ
ໂດຍ ສ ອາພີສັກ
ຍອມຮັບວ່າ ບັນຍາກາດ ບຸນນະມັດສະການພະທາດຫລວງເກືອບ 1 ອາທິດ ສຳລັບປີນີ້ແມ່ນ
ເຕັມໄປດ້ວຍຄວາມ ຄຶກ ຄື້ນ ມ່ວນ ຊື່ນ ແລະ ມີຄວາມໝາຍດ້ານຮີດຄອງປະເພນີດີງາມ ທີ່ເປັນເອກະລັກຂອງຊາດລາວຢ່າງແທ້ຈິງຊຶ່ງນອກ ຈາກ ການຄົບງັນ, ຟັງ ທຳ ມະເທສະໜາ,ກາບໄຫວ້ພະທາດຫຼວງມິ່ງຂວັນຂອງປວງຊົນລາວທັງຊາດ,ຂະບວນການແຫ່ຜາສາດ ເຜິ້ງ, ວຽນທຽນ,ຕັກບາດ ແລະ ປິດທ້າຍ ດ້ວຍການການແຂ່ງຂັນກິລາຕີຄີແລ້ວ,ທີ່ຂາດບໍ່ໄດ້ໃນແຕ່ລະປີນັ້ນກໍຄືມີການ ຈັດງານ
ຕະຫຼາດນັດສາ
ກົນໂດຍ ໄດ້ສັງ ລວມເອົາຜະລິດຕະພັນສິນຄ້າອັນດີເດັ່ນທັງ ພາຍ ໃນ ແລະ ສາກົນມານຳ ມາວາງສະແດງ ແລະ ຂາຍ ເພື່ອ ໃຫ້ປວງຊົນໄດ້ຊອກ ຊື້ໄດ້ຕາມໃຈມັກ .
ຜູ້ຂຽນໄດ້ຍ່າງເລາະລຽບໃນບຸນ ຈະມີເວທີສະ ແດງສິ ລະ ປະວັນນະຄະດີ,ມີ ຮ້ານວາງສະແດງສິນຄ້າ ນ້ອຍ -ໃຫ່ຍ ຖືກຈັດສັນ ຢ່າງເປັນລະບຽບຮຽບຮ້ອຍ ແລະ ມັນກໍເປັນ ການບົ່ງບອກເຖິງການຜະລິດເປັນສິນຄ້ານັບມື້ມີບາດ ກ້າວຂະຫຍາຍຕົວ, ໃນນີ້ຜະລິດຕະພັນ ພັນກະສິກຳ ເປັນສິນຄ້າຂອງກຸ່ມບໍລິສັດດາວເຮືອງ ທີ່ມີຫຼາກຫຼາຍ ຊະ ນິດ ໄດ້ນຳມາວາງສະແດງ ແລະ ຈຳໜ່າຍ.ສິ່ງທີ່ຈູງໃຈໃຫ້ ປວງ ຊົນເຂົົ້າໄປໃນຮ້ານດັ່ງກ່າວ, ກໍຄືການເຂົ້າໄປເພື່ອ ຊີມກາເຟ ທີ່ມີກິ່ນຫອມຫວນຈາກ ໝາກ ກາເຟສົດ.
ຈາກການເຂົ້າໄປດື່ມກາເຟເປັນຈຳນວນຫຼາຍຫຼາຍນັ້ນ,ເປັນການຢືນຢັນເຖິງຄຸນນະພາບຂອງກາເຟລາວ ໄດ້ມີການພັດ ທະ ນາ ນັບມື້ດີຂຶ້ນ ຊຶ່ງຄວາມຫອມ,ຄວາມແຊບຂອງກາເຟເມັດ ຂົ້ວ,ກາເຟຝຸ່ນ, ກາເຟປະສົມສຳເລັດຮູບ,ກາເຟປະສົມໝາກໄມ້ ແລະ ເຄື່ອງດື່ມກາວຊ໊ອກກາແລດ ຊຶ່ງກໍບໍ່ນ້ອຍໜ້າ
ຈາກສິນຄ້າທີ່ນຳເຂົ້າຈາກຕ່າງປະເທດເລີຍ. ໄດ້ມີໂອກາດເຂົ້າໄປທົດ ລອງ ດື່ມກາເຟກໍເລີຍພົບທ່ານ ສີສຸພົນ ສີຫາລາດ ຜູ້ຈັດການທົ່ວໄປກຸ່ມບໍລິສັດດາວເຮືອງ ແລະ ກໍໄດ້ເວົ້າຈາພາທີກັບທ່ານ ຊຶ່ງ ເພິ່ນ ໄດ້ ເວົ້າສູ່ຟັງວ່າ:ຈຸດພິເສດຂອງຜະລິດຕະພັນ ກາເຟດາວເຮືອງພວກເຮົາແມ່ນ ເລື່ອງຄຸນນະ ພາບ ແລະ ການບໍ ລິ ການ ຊຶ່ງກໍໄດ້ເປັນ ປັດໄຈສຳຄັນຕົ້ນຕໍ.ກາເຟດາວພວກເຮົາຜະລິດຈາກສອງສາຍພັນຄື ອາລາບີກາ(Arabica) ແລະ ໂລບັສຕາ (Robusta) ຊຶ່ງທັງ ສອງ ສາຍພັນນີ້ລ້ວນເປັນກາເຟ ທີ່ໄດ້ຮັບຄວາມນິຍົມຢູ່ໃນຕະຫຼາດໂລກ ແລະ ມີຄວາມເໝາະ ສົມໃນການເພາະປູກ ຢູ່ທີ່ເຂດ ພູພຽງບໍລະເວນ ຊຶ່ງເປັນຊາກຂອງພູໄຟເກົ່າຜ່ານມາໄດ້ຫລາຍພັນປີແລ້ວ, ເປັນເຂດທີ່ອາ ກາດ ເຢັນຕະ ຫຼອດປີ ໂດຍ ອຸນຫະພູມ ສະເລ່ຍຈະຢູ່ໃນລະຫວ່າງ 20-25 ອົງສາ ແລະ ມີຄວາມສູງຈາກລະດັບໜ້າ ນ້ຳ ທະເລ 1.200 ແມັດ. ດ້ວຍຈຸດພິເສດດັ່ງກ່າວ ,ຈຶ່ງໃຫ້ກາເຟມີຄຸນນະພາບແລະ ເມື່ອບວກກັບຂະ ບວນ ການຜະລິດທີ່ ນຳ ໃຊ້ເຕັກໂນໂລຊີທີ່ທັນສະໄໝໄດ້ມາດຕະ ຖານສາ ກົນຕື່ມອີກ ແລ້ວ,ທີ່ສຳຄັນພວກ
ເຮົາໄດ້ຮັກສາຂອງຄວາມ ເປັນກາເຟ ດັ່ງເດີມຈາກທຳມະຊາດ,ປອດສານພິດທີ່ເປັນຜົນດີຕໍ່ສຸ ຂະພາບຂອງຜູ້ບໍລິໂພກ.
ຜູ້ຈັດການກຸ່ມບໍລິສັດດາວເຮືອງກ່າວວ່າ: ເປົ້າໝາຍຫລັກໃນການນຳຜະລິດຕະພັນກາເຟດາວເຮືອງ ມາວາງສະແດງ ໃນ ບຸນນະ ມັດສະການພະທາດຫລວງປະຈຳປີ 2008 ນີ້,ກໍເພື່ອເປັນການແນະ
ນຳໃຫ້ແກ່ມວນຊົນລາວ ແລະ ຕ່າງປະເທດ ທີ່ເຂົ້າມາ ທ່ຽວ ໃນບຸນໄດ້ຮັບຮູ້ຜະລິດຕະພັນກາເຟຂອງ
ລາວເຮົານັບມື້ເພີ່ມຂຶ້ນ ທັງເປັນການກະຕຸກໃຫ້ຫັນມາຊົມໃຊ້ຜະ ລິດຕ ະ ພັນ ພາຍໃນທີ່ ແມ່ນຄົນລາວ ເຮົາເປັນຜູ້ຜະລິດຂະຫຍາຍອອກສູ່ວົງກວ້າງຍິ່ງຂຶ້ນ. ຄວາມຈິງແລ່ວ,ກາເຟ ຂອງລາວ ເຮົາໄດ້ເປັນທີ່
ເພິ່ງພໍໃຈ ໂດຍ ໄດ້ຮັບການຕອບຮັບ ຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດ ຊຶ່ງລູກຄ້າທີ່ ຢູ່ພາຍ ໃນ ກໍໄດ້ມີການສັ່ງ ແລະ ຊື້ຫຼ່ຍຂຶ້ນ, ສ່ວນ ລູກຄ້າຕ່າງປະເທດເອງ ກໍນິຍົມບໍລິໂພກ ແລະ ໄດ້ສັ່ງຊື້ ເປັນຈຳນວນຫຼາຍ ຊຶ່ງພວກ ເຮົາໄດ້ສົ່ງໄປປະເທດ ແບນ ຊິກ, ແອດສະ ປາຍ, ຝຣັ່ງ, ອີຕາລີ, ເຢຍລະມັນ,
ຍີ່ປຸ່ນ, ສ.ເກົາຫລີ, ໄຕ້ຫວັນ, ໄທ,ຫວຽດນາມ ແລະ ກຳປູເຈຍ ໂດຍສະ ເພາະໃນມໍ່ໆນີ້ ກໍຈະສົ່ງ ໄປ ປະ ເທດ ຍີ່ປຸ່ນຫຼາຍກວ່າ 1 ພັນໂຕນ.
ນັກດື່ມກາເຟຫຼາຍຄົນທີ່ເຂົ້າດື່ມກາເຟດາວເຮືອງໃນບຸນຕ່າງກໍບອກວ່າ:ມີລົດຊາດແຊບເຂັ້ມຂຸ້ນຢ່າງມີເອກະລັກ,ມີກິ່ນຫອມຊວນ
ໃຫ້ຕ້ອງໄດ້ດື່ມ,ການຫຸ້ມຫໍ່ກໍຫຼາຍສີສັນ...ດັ່ງນັ້ນ,ກໍຂໍເຊີນຊວນມາ ຊ່ວຍກັນສະໜັບສະໜູນ ນຳໃຊ້ຜະລິດຕະພັນລາວໃນມື້ນີ້, ດັ່ງ ຄຳເວົ້າທີ່ວ່າ “ ລາວເຮັດ ລາວໃຊ້ ລາວ
ໄດ້ລາວຈະເລີນ “ .
ໄມ້ເກດສະຫນາຫລັງສີດຫົວເຊື້ອ

*ຫວ່າງອາທິດກ່ອນ ນສພ ປະເທດລາວໄດ້ລົງພິມບົດກ່ຽວກັບ ຄວາມຫວັງຈາກການສີດ ເຊື້ອໃສ່ໄມ້ເກດສະໜາຈະປະສົບ ຜົນ ພຽງໃດແລະ ເພື່ອເຮັດໃຫ້ທ່ານຜູ້ອ່ານ ກໍ່ຄືກະສິກອນທັງ ຫລາຍ ຮັບຮູ້ ຂໍ້ມູນ ຢ່າງຕໍ່ເນື່ອງນັ້ນ, ມື້ນີ້ ທ່ານ ຄຳໄພ ສົມຊະນະອຳ ນວຍການບໍລິສັດ ຄຳໄພຊະນະພັດທະນາກະສິກຳລ້ຽງສັດ-ປູກ ໄມ້ ອຸດ ສາຫະກຳມີລາຍລະອຽດ ກ່ຽວກັບຜົນຂອງການຕັດ ໄມ້ ທີ່ຕົນປູກເພື່ອຂູດເອົາແກນດຳຊຶ່ງກ່ອນອື່ນທ່ານໄດ້ເວົ້າວ່າ:ກ່ອນ ຈະຄິດມາປູກໄມ້ເກດສະໜານັ້ນ,ໃນເບື້ອງຕົ້ນເຫັນວ່າເຂົາເຈົ້າມີການຊື້ຂາຍໄມ້ທຳມະຊາດ ໄມ້ເກດສະໜາເກີດຢູ່ຕາມພູຜາປ່າດົງພົງໄພ ກັນມາເປັນເວລາ 10-20 ປີມາແລ້ວ ສ່ວນການສ້າງສານ, ສ້າງເກດແມ່ນໂດຍທຳມະຊາດເພິ່ນ ຊື້ຂາຍ ກັນແມ່ນມີລາຄາແພງຂາຍທີ່ສຸດໂດຍສະເພາະຊື້ໄປເຮັດຫົວເຊື້ອນ້ຳຫອມ ແລະ ອື່ນໆເພາະສະນັ້ນເຫັນໄມ້ທີ່ຢູ່ປ່າເປັນໄມ້ທີ່ຮັກສາ ແລະ ຫວງແຫນ ຂອງວົງສາຄະນະຍາດແຫ່ງຊາດພວກເຮົາ ຈຶ່ງໄດ້ຫັນມາທົດລອງປູກໄມ້ເກດສະໜາ ຢູ່ສວນບ້ານນາຊອນ ເມືອງນາຊາຍທອງໃນປີ 2000 ຈຳນວນ 20 ພັນຕົ້ນ ມາເຖິງປະຈຸບັນໄດ້ປູກຕົ້ນໄມ້ເກດສະໜາຈຳນວນ 1 ລ້ານຕົ້ນ.
ທ່ານ ຄຳໄພ ກ່າວວ່າ: ພາຍຫລັງປູກມາໄດ້ 6 ປີ, ກໍໄດ້ມີບໍລິສັດແຮມປີປາກມາ ໄດ້ມາທົດລອງ ໃສ່ເຊື້ອກະຕຸ້ນ ໃຫ້ພວກເຮົາ ໃນລາຄາ 30 ໂດລາຕໍ່ຕົ້ນ ດ້ວຍການເຈາະເປັນຮູໄລຍະຫ່າງກັນປະມານ 20 ຊັງຕີແມັດ. ຈາກນັ້ນກໍເອົາທໍ່ຢາງມາປັກໃສ່ຕາມຮູອ້ອມຕາມຕົ້ນ, ຫລັງຈາກນັ້ນກໍ່ໄດ້ສີດຫົວເຊື້ອໃສ່ ໂດຍແບ່ງອອກເປັນສອງໄລຍະ ຄື 6 ເດືອນສີດເຊື້ອເທື່ອໜຶ່ງ ແລ້ວປະໄວ້ປະມານອີກ 6 ເດືອນກໍ່ສີດເຊື້ອໃສ່ອີກເທື່ອໜຶ່ງລວມເປັນໄລຍະ 12 ເດືອນຕ້ອງໄດ້ຕັດ ແລະ ຕ້ອງຕັດລະດູແລ້ງ ຍ້ອນບໍລິສັດບໍ່ມີເວລາ ຈຶ່ງໄດ້ແກ່ຍາວມາເປັນເວລາເຖິງ 18 ເດືອນຈຶ່ງໄດ້ຕັດຖືວ່າເກີນເວລາໄປ 6 ເດືອນ ຫລັງຈາກນັ້ນກໍ່ມາເສາະເບິ່ງ ເຫັນວ່າໄມ້ແມ່ນເຂົ້າແກນດີ ຈຶ່ງເກີດມີຄວາມຮູ້ສຶກຕື່ນເຕັ້ນ ແລະ ກໍເຊື່ອວ່າມັນຕ້ອງມີລາຄາ ຄືເພິ່ນຊື້ຂາຍກັນ ຕາມທຳ ມະດາເວລາ ບໍ່ໄດ້ໃສ່ເຊື້ອນີ້,ຂະນະດຽວກັນ ຢູ່ລາວເຮົາກໍມີໂຮງງານຕົ້ມກັ່ນແລ້ວເຊິ່ງເພິ່ນຈະເກັບຊື້ໃນລາຄາກິໂລລະ 2.000 ກີບ ຖ້າໄມ້ມີເຊື້ອ ດຳໆກໍມີລາ ຄາແຕ່ 130.000-250.000 ກີບຕໍ່ກິໂລ ເມື່ອເຮົາເຫັນເປັນເກດ ແລະ ຫອມແບບນີ້ຕ້ອງມີລາຄາຢ່າງແນ່ນອນ.ດັ່ງນັ້ນ, ເມື່ອເວລາພວກ ເຮົາສີດສານກະຕຸ້ນແລ້ວ ຢ່າງໜ້ອຍຕົ້ນໜຶ່ງກໍຈະມີລາຄາ 500-600 ໂດລາ ແຕ່ໃສ່ໄປແລ້ວ,ບໍລິສັດແຮມປີປາກມາ ກໍຂໍຊື້ ຕົ້ນລະ 200 ໂດລາ ຊຶ່ງເຮົາກໍ່ຕັດສິນໃຈຂາຍໃຫ້ເພິ່ນ ຕົ້ນລະ 200 ໂດລາ ເພື່ອໃຫ້ເພິ່ນໄປທົດສອບຊອກຕະຫລາດຊ່ວຍກັນ ເພື່ອໃຫ້ຕະຫລາດຮອງຮັບ ແລະ ມີຕະຫລາດ ທີ່ແນ່ນອນ ຮັບປະກັນຄຸນນະພາບທີ່ໃສ່ເຊື້ອນີ້ ເພື່ອໃຫ້ຜູ້ປູກໄມ້ເກດສະໜາທັງຫລາຍບໍ່ຕົກຢູ່ໃນທ່າຮັບ ຖືວ່າຮອດຂັ້ນນີ້ໃນນາມສວ່ນຕົວແມ່ນໄດ້ບັນລຸ ຢ່າງໜ້ອຍ 80% ກວ່າໃນທາງບວກ.
ອຳນວຍການ ບໍລິສັດຄຳໄພຊະນະພັດທະນາກະສິກຳປູກຝັງ ແລະ ລ້ຽງສັດ ກ່າວວ່າ : ຕໍ່ກັບໝາກຜົນທີ່ຍາດມາໄດ້ນັ້ນ, ກໍ່ຫວັງຢາກໃຫ້ພາກ ສ່ວນ ກ່ຽວຂ້ອງໃຫ້ເຫັນວ່າ: ມີມຸມ ມອງໃດ, ຄວາມເປັນໄປໄດ້ຄືແນວໃດ ທີ່ຈະຊອກຕະຫລາດຊ່ວຍກັນເພື່ອຊ່ວຍກະສິກອນ ກໍ່ຍິ່ງເປັນການດີ, ສ່ວນ ຂ້າພະ ເຈົ້າເອງມີ ຕົ້ນໄມ້ເກດສະໜາແລ້ວປະມານ 1 ລ້ານຕົ້ນຊຶ່ງນອກຈາກປູກເປັນສິນຄ້າແລ້ວ, ຍັງ ເປັນຮົ່ມ ແລະ ສາມາດ ຮັກສາສະພາບແວດລ້ອມໄດ້ອີກ, ຂະນະດຽວກັນກໍເປັນການສ້າງ ວຽກເຮັດງານທຳໃຫ້ປະຊາຊົນໄດ້ຈຳນວນໜຶ່ງ.ທີ່ສຳຄັນ ມາເຖິງປະຈຸບັນ,ກໍມີຄວາມອາດສາມາດໃນການສະໜອງແກ່ນ ແລະ ເບ້ຍໄມ້ເກດ ສະໜາໃຫ້ແກ່ຜູ້ທີ່ມີຕ້ອງການໄປ ປູກ ໃນດິນສວນໃນລາຄາຕົກລົງ ກັນໄດ້.
ທາງດ້ານ ທ່ານ ພວງສຸວັນ ສີຍາວົງ ອຳນວຍການ ບໍລິສັດແຮບ ປີ ຟາມເມີ ການຄ້າຂາອອກ - ຂາເຂົ້າ ຈຳກັດ ໄດ້ກ່າວວ່າ: ກິດຈະກຳຂອງພວກ ເຮົາ ແມ່ນຂາຍຊຸດນ້ຳຢາປູກເຊື້ອໄມ້ເກດສະໜາ ທີ່ຄິດຄົ້ນຈາກສາສະດາຈານຢູ່ມະຫາວິທະຍາໄລເມນິໂຊຕາ ຊຶ່ງຈົດສິດທິບັດຢູ່ ອາເມລິກາເປັນທີ່ຮຽບ ຮ້ອຍແລ້ວໂດຍມີໂຮງງານຜະລິດຊຸດນ້ຳຢາ ຢູ່ ສສ. ຫວຽດນາມ ແລະ ມີຊື່ວ່າ ຊີເອຄິດ (CA KISS ) ດ້ວຍການທົດລອງປູກເຊື້ອຢູ່ຫລາຍໆ ປະເທດ ໄດ້ຮັບຜົນ ຈຶ່ງໄດ້ມີການມາພົວພັນກັບ ທ່ານ ຄຳໄພ ຢູ່ ສ ປປ ລາວເປັນຄັ້ງທຳອິດ ວ່າເຮົາຈະປູກເຊື້ອໃສ່ໄມ້ເກດສະໜາ ໃຫ້ເພາະຮູ້ວ່າເພິ່ນມີໄມ້ ປະເພດ ນີ້ນັບ ແສນຕົ້ນ ຈຶ່ງມາສະເໜີ, ແຕ່ຜ່ານມາກໍມີຫລາຍຄົນເວົ້າວ່າ:ເຮົາຂີ້ຕົວະ, ຂະນະດຽວກັນກໍ ເຄີຍມີີຕ່າງປະເທດເຂົ້າມາຂາຍ ຊຸດນ້ຳຢາໃຫ ້ແລ້ວໜີ ໄປເລີຍໂດຍບໍ່ຮູ້ ເຫດຜົນ... ດັ່ງນັ້ນກໍເລີຍຕັດສິນໃຈມາ ທົດລອງປູກເຊື້ອໃສ່ ຈຳນວນ 10 ກວ່າຕົ້ນ ໃນທ້າຍປີ 2006 ຊຶ່ງ ຕາມເຕັກນິກແລ້ວ ຕ້ອງຕັດ ພາຍໃນ 1 ປີ ຍ້ອນບໍ່ທ່ວງທັນຈຶ່ງຊັກຊ້າອອກໄປ, ແຕ່ກໍ່ຍັງຖືວ່າ ມີຄຸນນະພາບດີ ຄືຕັດຈຳນວນ 9 ຕົ້ນ ໄດ້ແກນດຳປະມານ 4,5 ກິໂລ ເມື່ອ ທຽບກັບ ແບບ ຢ່າງແກນດຳ ໄມ້ ເກດສະໜາທີ່ນຳມາແຕ່ຕ່າງປະເທດແລ້ວ ຖືວ່າລື່ນເຂົາເຈົ້າ, ຖ້າຂາຍອອກກໍຈະໄດ້ ລາຄາ ປະມານ 1 ພັນໂດລາ ສະຫະ ລັດ/ກິໂລ ແລະ ທັງໝົດນັ້ນຖືວ່າແມ່ນໝາກຜົນທີ່ເພິ່ງພໍໃຈ. ທ່ານ ຍັງເວົ້າ ອີກວ່າ: ຕາມທຳມະດາແລ້ວ, ຕົ້ນໄມ້ເກດສະໜາຈະເກີດ ຢູ່ນຳປ່າແລະຕົ້ນ ທີ່ເຂົ້າເກດນີ້ສ່ວນໃຫຍ່ຈະມີອາຍຸແຕ່ 30-50 ປີຂຶ້ນໄປ ຂະນະດຽວກັນກໍມີປະຊາຊົນຈຳນວນໜຶ່ງທີ່ລັກລອບເຂົ້າໄປຕັດໄມ້້ເກດສະໜາຢູ່ໃນປ່ານັ້ນ ເຂົາ ເຈົ້າ ກໍໄດ້ກົ່ນເອົາຮາກໄປນຳ ແລະ ເມື່ອເປັນ ແນວ ນີ້, ກໍໝັ້ນໃຈໄດ້ເລີຍວ່າໄມ້ເກດສະໜານັບມື້ຈະສູນພັນ. ດັ່ງນັ້ນ,ຈຶ່ງເປັນສິ່ງທີ່ ຈຳເປັນຕ້ອງໄດ້ ປູກ ເພື່ອເຮັດແນວໃດໃຫ້ໄມ້ເກດສະໜາ ເປັນແຫຼ່ງລາຍຮັບໃຫ້ຄົນ ເຮົາ ໄດ້ ແລະ ໃນການປູກເອົາເອງນີ້,ກໍ ຕ້ອງມີວິທີການ ເພື່ອສ້າງມູນຄ່າເພີ່ມ ໂດຍໃຊ້ວິທີ ການສີດຫົວເຊື້ອໃສ່ ຄື ໃນ 1 ເຮັກຕາ ຖ້າປູກ 3X3 ຈະມີຢູ່ 1.100 ຕົ້ນ./.
ປະເທດລາວ ແຫ່ງຊີວະນາໆ ພັນ ອັນສົມບູນ
*ປະເທດລາວ ນັບວ່າເປັນປະເທດທີ່ມີຄວາມຫລາກຫລາຍທາງດ້ານຊີ ວະນາໆພັນ; ສະເພາະຊີວະນາໆພັນກະສິກຳ ນັ້ນຍິ່ງ ສົມບູນ, ທັງມີຄວາມຜູກພັນກັບວິຖີຊີວິດຂອງຄົນລາວບັນ ດາເຜົ່າມາເທົ້າເຖິງທຸກວັນນີ້.
ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ຈຳກັດຄວາມໝາຍຂອງຄຳ: “ຊີວະນາໆພັນກະສິກຳ” ແມ່ນແນວພັນ ແລະ ຄວາມແຕກຕ່າງ ຂອງຊີວະນາໆພັນຢູ່ໃນປ່າ, ປູກໃນພື້ນທີ່ກະສິກຳ ທີ່ໃຊ້ເປັນອາຫານແລະ ໃນວຽກກະສິກຳ, ໃນລະ ດັບ ເຊືອພັນ, ຊະນິດ ແລະ ລະບົບນິເວດ ຊຶ່ງລວມ ມີ: 1. ຊັບພະຍາກອນພັນທຸກຳ, ສັດ, ຈຸລິນຊີ ແລະ ເຊື້ອເຫັດ.2. ສີ່ງທີ່ມີຊີ ວິດທີ່ຈຳເປັນຂາດບໍ່ໄດ້ເພື່ອການຮັກສາການເຮັດໜ້າທີ່ຂໍກຸນແຈຂອງລະບົບນິເວດ, ໂຄງປະກອບແລະການເຄື່ອນໄຫວ ຂອງ ມັນເຊັ່ນ: ການຄຸ້ມຄອງພະຍາດ ແລະ ແມງໄມ້, ການໝູນວຽນທາດອາຫານແບບວົງຈອນ ແລະ ການເຄື່ອນໄຫວ ຮ່ວມກັນ ຂອງພວກມັນ.3. ເງື່ອນໄຂຕ່າງໆ ນອກ ຈາກ ສິ່ງທີ່ມີຊີວິດ ເຊັ່ນ: ພູມສັນຖານ ໜ້າດິນບ່ອນທີ່ດຳເນີນວຽກງານກະສິກຳ.4. ບັນດາຂົງເຂດວັດ ທະ ນະ ທຳ, ເສດຖະກິດ - ສັງຄົມ ເຊັ່: ພູມປັນຍາທ້ອງຖິ່ນ ແລະ ປະເພນີ ຊຶ່ງໄດ້ສ້າງຮູບຮ່າງ ຂອງຊີວະ ນາໆພັນກະ ສິກຳ.
ຢ່າງໃດກໍ່ດີ ສຳລັບປະເທດລາວ ບັນຫາຊີວະນາໆພັນ ຖືກຖືວ່າເປັນຊັບພະຍາກອນສຳຄັນທີ່ສຸດສຳລັບການ ຄ້ຳປະກັນ ສະບຽງອາຫານ, ການດຳລົງຊີວິດທີ່ໝັ້ນຄົງ ແລະ ການໂພຊະນາການທີ່ພຽງພໍ; ທັງນີ້ ກໍຍ້ອນວ່າ ຊັບພະຍາກອນດັ່ງກ່າວ ໄດ້ໃຫ້ປະໂຫຍດແກ່ປະເທດພວດເຮົາມາໄດ້ຫລາຍເສັ່ນຄົນ. ການນຳໃຊ້ທີ່ດີ, ການພັດທະນາທີ່ດີຂຶ້ນ ແລະ ການອະນຸລັກ ຮັກສາທີ່ກ້າວໜ້າ, ຊີວະນາໆ ພັນກະສິກຳ ແມ່ນຄວາມຮຽກ ຮ້ອງຕ້ອງການໃນການຕອບສະ ໜອງ ດ້ານສະບຽງ ອາຫານໃຫ ້ໄດ້ຕາມຄວາມຕ້ອງການທັງໃນປະຈຸ ບັນ ແລະອະນາຄົດ; ທັງນີ້ກໍ່ເພື່ອຫຼຸດ ຜ່ອນການຂາດທາດອາຫານແບບຊຳເຮື້ອ ແລະ ຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ. ຄຳຂວັນສຳລັບວັນສິ່ງແວດລ້ອມໂລກໃນປີນີ້ແມ່ນ ຊີວະນາໆພັນກະສິກຳ
( Agriculture bio diversity ) ຊຶ່ງນັບວ່າເປັນຄຳຂວັນປຸກລະດົມທີ່ມີຄວາມສຳຄັນສຳລັບ ຫລາຍໆປະເທດທີ່ຍັງມີ ຄວາມອຸ ດົມ ສົມບູນດ້ເນຊີວະນາໆພັນ ກໍ່ຄື ບັນດາປະເທດທີ່ພວມປະ ສົບ ບັນຫາຂາດເຂີນ ອັນພາໃຫ້ເກີດສະພາບຫຍຸ້ງຍາກອື່ນໆ ຕາມມານຳ. ສະເພາະ ປະເທດລາວຂອງພວກເຮົາ ຊຶ່ງເປັນປະເທດທີ່ ຍັງມີຄວາມສົມ ບູນ ທາງດ້ານລະບົບນິເວດກະສິ ກຳ ອັນເປັນຜົນມາຈາກຄວາມເອົາໃຈໃສ່ຂອງພັກ - ລັດຖະບານ ໃນການປົກປັກຮັກສາຄຸ້ມຄອງແຕ່ຫົວທີ ນັ້ນ ມາຮອດປັດຈຸບັນ; ປະຊາຊົນບັນດາເຜົ່າ ຍັງໄດ້ເພິ່ງພາອາໄສ ຄວາມຫຼາກຫລາຍດ້ານສິ່ງມີຊີວິດ ກະສິກຳ ຄ້ຳ ປະກັນໃຫ້ແກ່ການດຳລົງຊີວິດ. ໃນຂະນະທີ່ຝົນຫ່າໃຫຍ່ຫລາຍຫ່າໄດ້ທອກເທລົງມາ ໃນຕົ້ນລະດູຝົນໄລຍະນີ້, ເຄື່ອງປ່າຂອງນາ ອັນເປັນອາ ຫານພື້ນເມືອງ ທີ່ຄົນລາວຈຳນວນຫລາຍໃຫ້ຄວາມນິຍົມ ກໍ່ໄດ້ຫລັ່ງໄຫລສູ່ທ້ອງຕະຫລາດ ທັງໃນຕົວເມືອງ ແລະ ຊົນນະບົດ ຊຶ່ງເປັນການ ສະແດງໃຫ້ເຫັນເຖິງຄວາມສົມ ບູນດ້ານຊີວະນາໆພັນທີ່ພວກເຮົາຍັງພໍມີ. ຂະນະດຽວກັນມັນກໍເປັນການເຕືອນ ສະຕິໃຫ້ພວກ ເຮົາ ຕ້ອງໄດ້ພ້ອມກັນປົກປັກຮັກສາ ໃຫ້ສາມາດນຳໃຊ້ໄດ້ຍາວນານຢ່າງບໍ່ມີມື້ບົກແຫ້ງ ເພື່ອອະ ນາຄົດຂອງລູກຫລານ ໃນ ພາຍໜ້າ.
ເພື່ອເຮັດໃຫ້ ຊີວະນາໆພັນກະສິ ກຳ ໄດ້ຮັບການປົກປັກຮັກສາ ແລະ ຄຸ້ມຄອງສາມາດສະໜອງຕອບຄວາມຮຽກຮ້ອງຕ້ອງ ທັງໃນໄລຍະປັດຈຸບັນ ແລະ ອະນາຄົດນັ້ນ ສຳຄັນແມ່ນໝົດທຸກຄົນຄວນມີພັນທະຮ່ວມກັນ ບໍ່ວ່າຈະເປັນກະສິກອນ ຜູ້ປູກ ແລະ ຜູ້ລ້ຽງ, ຊາວປະມົງ...ໂດຍຜ່ານການເຮັດກະສິກຳແບບຕຶກຕອງຮອບຄອບ. ໃນຂະນະທີ່ບັນດານັກຄົ້ນຄວ້າ ຄວນຈະ ເພີ່ມ ຄວາມຮູ້ດ້ານລະ ບົບນິເວດແບບກ້າວໜ້າ ແລະ ການພັດທະ ນາເຕັກໂນໂລຊີ. ນັກວາງແຜນ ມີສ່ວນໃນການ ວາງບັນ ດານະໂຍ ບາຍດ້ານສິ່ງແວດລ້ອມກະສິກຳ ທີ່ເໝາະສົມໃນລະດັບທ້ອງຖິ່ນ, ຂົງເຂດ. ບັນດາຜູ້ຊົມໃຊ້ ມີສ່ວນຮ່ວມໂດຍຜ່ານ ທາງເລືອກຂອງການຊົມໃຊ້ ຊຶ່ງມີອິດທິພົນນຕໍຄວາມຕ້ອງ ການຂອງຜົນຜະລິດກະ ສິກຳທີ່ໃຊ້ການໄດ້ ແລະ ເໝາະສົມກັບ ນິເວດ ແວດລ້ອມ ຂອງ ຕະຫລາດ ພ້ອມທັງຊຸກຍູ້ສົ່ງເສີມການເຮັດກະ ສິກຳແບບຍືນຍົງ./.
4 ເປົ້າຫມາຍສຳຄັນໃນການພັດທະນາຂະແຫນງກະສິກຳປ່າໄມ້
*ປະຈຸບັນ, ສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍຄືການປະຕິບັດໜ້າທີການເມືອງຂອງຕົນ ເພື່ອປະກອບ ສ່ວນ ຕາມທິດທາງຂອງພັກ-ລັດ ຮອດປີ 2020 ໃຫ້ປະເທດຊາດຂອງພວກເຮົາຫລຸດພົ້ນອອກຈາກ ສະພາວະດ້ອຍ ພັດທະ ນາ... ເສດຖະກິດແຫ່ງຊາດມີພື້ນຖານອັນໜັ້ນຄົງດ້ວຍໂຄງປະກອບກະສິກຳ - ປ່າໄມ້ ຕິດແໜ້ນກັບອຸດສະຫະກຳແລະ ບໍລິ ການ ທີ່ມີຄວາມສົມສ່ວນແລະ ຕັ້ງໜ້າ, ມີຄວາມເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.
ດັ່ງນັ້ນ, ເພື່ອຜັນຂະຫຍາຍແນວ ທາງໃຫ້ບັນລຸໝາກຜົນ, ລັດຖະບານກໍໄດ້ກຳນົດ 11 ແຜນງານ ແລະ 111 ໂຄງການອອກ, ສຳລັບ ກະຊວງກະ ສິກຳ ແລະ ປ່າໄມ້ ກໍ່ໄດ້ສືບຕໍ່ສູ້ຊົນຫັນເປັນຍຸດທະສາດ ແລະ ແຜນງານເຄື່ອນໄຫວສະເພາະຂອງຕົນ ກໍໄດ້ຫັນເປັນມາດຕະການປະຕິບັດລະ ອຽດ ແນໃສ່ເພື່ອໃຫ້ບັນລຸ 4 ເປົ້າໝາຍໃຫຍ່, ໃນໂອກາດສະຫລຸບຜົນງານ 30 ປີ ຂອງ ຂະແໜງການກະສິກຳ-ປ່າໄມ້ ຊຶ່ງ ທ່ານ ສີຕາເຮັ່ງ ຣາຊະພົນ, ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ໄດ້ຊີ້ໃຫ ້ເຫັນວ່າ: ເປົ້າໝາຍທີ 1 ແມ່ນຍົກສູງການຜະລິດສະບຽງອາຫານໃຫ້ຮັບປະກັນຢ່າງໜັກແໜ້ນປະກອບສ່ວນ ໂດຍກົງເຮັດ ໃຫ້ ຕົວເລກ GDP ກະສິກຳ-ປ່າໄມ້ຂະ ຫຍາຍ ຕົວໃນອັດຕາສ່ວນ 3 - 3,4% ຕໍ່ປີ, ຮັກ ສາລະດັບປະລິມານ ສະບຽງ ອາ ຫານ ເຂົ້າກິນໃຫ້ໄດ້ 500 ກິໂລ ຕໍ່ຫົວຄົນ ຕໍ່ປີ ຫລື ເທົ່າກັບ 3,3 ລ້ານໂຕນເຂົ້າເປືອກໃນທ້າຍປີ 2010, ຮັບປະກັນ ສະ ບຽງ ອາຫານຢູ່ເມືອງທຸກຍາກໃຫ້ໄດ້ຢ່າງໜັກແໜ້ນ, ການຜະລິດຊີ້ນ - ປາ ໃຫ້ຂະຫຍາຍຕົວ 5% ຕໍ່ປີ ຫລື ຄິດໄລ່ເປັນຊີ້ນ 145 ພັນໂຕນ . ປາ 1 ແສນໂຕນ , ຮັກສາການຊົມໃຊ້ຊີ້ນ - ປາສະເລ່ຍ 40 -45 ກິໂລຕໍ່ຫົວຄົນຕໍ່ປີ, ຈັດຕັ້ງ ຄັງແຮເຂົ້າແຫ່ງ ຊາດ ໃຫ້ໄດ້ປະມານ 60 ພັນໂຕນ, ໃນນັ້ນຄັງແຮເຂົ້າຂອງທົ່ວປວງຊົນບໍ່ຫລຸດເຄິ່ງໜຶ່ງ ຂອງຈຳນວນເຂົ້າໃນຄັງແຮ ຊາດທັງ ໝົດ.
ສ່ວນເປົ້າໝາຍທີ 2 ແມ່ນຈະ ສູ້ຊົນຜະລິດສີນຄ້າເພື່ອສະໜອງວັດຖຸດິບໃຫ້ຂະແໜງອຸດສາຫະກຳ ແລະ ບໍລິການ, ປຸງ ແຕ່ງ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ເພື່ອສົ່ງອອກໃຫ້ໄດ້ 1 ຕື້ໂດລາສະຫະລັດ ຫລື ເທົ່າກັບໜຶ່ງສ່ວນສາມ ຂອງມູນ ຄ່າ ສົ່ງອອກທັງໝົດໃນທ້າຍປີ 2010. ໃນນີ້ການຜະລິດສີນຄ້າກະສິກຳ ແລະ ປ່າໄມ້ ທີ່ເລັ່ງໃສ່ລວມມີ ເຂົ້າ, ສາລີ, ກາເຟ, ປະ ເພດຖົ່ວ, ໜາກເດືອຍ, ໝາກງາ, ອ້ອຍ, ປໍສາ, ມັນຕົ້ນ, ມັນຝຣັ່ງ, ຝ້າຍ, ຊາ, ພືດຜັກ, ໝາກໄມ້, ໄມ້ສັກ, ໄມ້ເກດສະ ໜາ, ເຄື່ອງປ່າຂອງດົງ ແລະອື່ນໆ ໂດຍຂະ ແໜງການກະສິກຳ ແລະ ປ່າໄມ້ ຈະໄດ້ສູ້ຊົນ ເພີ່ມບໍລິມາດຜະ ລິດຕະພັນສີນ ຄ້າກະ ສິກຳສຳລັບເປັນວັດຖຸດິບປ້ອນອຸດສາຫະກຳປຸງແຕ່ງພາຍໃນແລະເປັນຂາອອກໃຫ້ຫລາຍຂຶ້ນທັງມີຄຸນນະພາບສູງແລະຕອບ ສະໜອງຄວາມຕ້ອງການຂອງຕະຫລາດ. ຫັນການຜະລິດກະສິກຳໃຫ້ເປັນທັນສະໄໝເທື່ອລະກ້າວເພື່ອຍົກສູງຜະ ລິດຕະ ພາບ ການຜະລິດ, ນຳໃຊ້ເຕັກນິກແລະ ເຕັກໂນໂລຢີທີ່ທັນສະໄໝ, ຊຸກຍູ້ສົ່ງເສີມການຜະລິດກະສິກຳສະອາດ (ປອດສານ ພິດ) ນຳໃຊ້ກົນຈັກເພື່ອຫລຸດຜ່ອນແຮງງານ, ຫລຸດຜ່ອນຕົ້ນ ທຶນການຜະລິດ, ຄຸ້ມຄອງນຳໃຊ້ລະ ບົບຊົນລະປະທານ ຢ່າງ ມີປະສິດທິຜົນໂດຍການມີສ່ວນຮ່ວມຂອງກະ ສິກອນ, ຮັບປະກັນສະໜອງນ້ຳໃຫ້ກວມອັດຕາສ່ວນ ປະມານ 60-70% ຂອງ ເນື້ອ ທີ່ປູກຝັງໃນເຂດທົ່ງພຽງ ຫລື 50% ຂອງເນື້ອທີ່ນາປີທັງໝົດແລະ ຮັກສາແຫລ່ງນ້ຳເຂດພູດອຍ .
ໃນເປົ້າໝາຍທີ 3 ແມ່ນຈະສູ້ຊົນຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍທີ່ຍັງມີເນື້ອທີ່ເຫລືອປະ ມານ 8.000 ເຮັກຕ າໃນ ປັດ ຈຸບັນໃຫ້ໄດ້ຢ່າງສິ້ນເຊິງດ້ວຍການເອົາໃຈໃສ່ວຽກງານມອບດີນ-ມອບປ່າ, ຈັດສັນອາຊີບຄົງທີ່ທົດແທນການ ຖາງປ່າເຮັດ ໄຮ່ປູກ ເຂົ້າ ພ້ອມກັບການສືບຕໍ່ຈັດສັນອາຊີບຄົງທີ່ໃຫ້ໝັ້ນຄົງໃນເນື້ອທີ່ໄຮ່ຄົງທີ່ ແລະໝູນ ວຽນ, ເປັນຕົ້ນແມ່ນການ ປູກໄມ້ ອຸດ ສາຫະ ກຳ, ການ ລ້ຽງ ສັດໃຫຍ, ການປູກພືດອຸດສະຫະກຳເຊັ່ນ: ປູກສາລີ, ຢາງພາລາ, ໝາກເດືອຍ, ໝາກງາ, ຊາ, ອ້ອຍ, ພືດ ຜັກຕ່າງໆ ພ້ອມນີ້ກໍ່ ຕ້ອງຈັດສັນຄຸ້ມຄອງ ແລະ ນຳໃຊ້ເຄື່ອງປ່າຂອງດົງແບບຢືນຍົງຕິດພັນ ກັບການພັດ ທະນາຊົນ ນະບົດ ຮອບ ດ້ານເພື່ອແນໃສ່ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແລະ ປົກປັກຮັກ ສາສິ່ງແວດລ້ອມ, ໃນນີ້ ແມ່ນເລັ່ງໃສ່ 47 ເມືອງຈຸດສຸມບຸລິມາສິດຂອງລັດ ຖະບານ ເປັນຈຸດສຸມຂອງຂະແໜງການ ເພື່ອເຮັດໃຫ້ການພັດທະນາວຽກ ງານກະສິກຳ ແລະປ່າໄມ້ໃຫ້ຂະຫຍາຍຕົວໄວ ຂະແໜງການກະສິກຳ ແລະ ປ່າໄມ້ໄດ້ນຳໃຊ້ມາດຕະການເຂົ້າຊ່ວຍ ຢ່າງ ເຂັ້ມແຂງກວ່າເກົ່າ ດ້ວຍການຫັນພະນັກງານລົງຊ່ວຍທ້ອງ ຖິ່ນຈຸດສຸມການຜະ ລິດດ້ວຍການສ້າງສູນບໍລິການເຕັກ ນິກປະ ຈຳຢູ່ກຸ່ມບ້ານໃຫ້ໄດ້ຫລາຍກວ່າ 330 ສູນໃນທົ່ວປະເທດ; ໃນນີ້ໄດ້ເນັ້ນໜັກໃຫ້ຫັນເປັນ ເຂດ ການຜະລິດສະເພາະ, ມີຈຸດ ສຸມໃນແຕ່ລະເຂດແຕ່ລະພາກ ຕາມທ່າແຮງ ເງື່ອນ ໄຂທຳມະຊາດ, ມູນເຊື້ອຂອງປະຊາຊົນ ແລະ ຕາມຄວາມຕ້ອງ ການ ຂອງ ຕະຫຼາດ.
ສະເພາະເປົ້າໝາຍທີ 4 ແມ່ນ ຟື້ນຟູບູລະນະ ແລະ ຄຸ້ມຄອງປົກປັກຮັກສາປ່າໄມ້ໃຫ້ມີຄວາມຍືນຍົງຕາມລະບົບຄຸ້ມຄອງ ແບບ ຍືນຍົງ 3 ປະເພດປ່າ: ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ດ້ວຍການໃຊ້ມາດຕະການທີ່ເໜາະສົມ ໃນການພັດ ທະນາວຽກງານປ່າໄມ້. ໃນນີ້ ຈະສູ້ຊົນເພີ່ມອັດຕາສ່ວນຄວາມປົກຫຸ້ມຂອງປ່າໄມ້ຈາກ 41,5% ໃນປະ ຈຸບັນ (ຫລື 9 ລ້ານ ເຮັກ ຕາ) ຂຶ້ນເປັນ 53% ຫລື12ລ້ານເຮັກຕາໃນປີ 2010 ໂດຍການຟື້ນຟູປ່າທີ່ເຊື່ອມໂຊມໃຫ້ໄດ້ 2,5 ລ້ານເຮັກຕາ ແລະ ປູກໄມ້ໃຫ້ໄດ້ 150 ພັນເຮັກຕາ, ການຫັນໄປສູ່ການຄຸ້ມຄອງຊັບພະຍາກອນປ່າໄມ້ແບບຍືນຍົງໂດຍມີການນຳໃຊ້ , ອະນຸ ລັກແລະ ປົກປັກຮັກສາຢ່າງສົມເຫດສົມຜົນ, ອຳນວຍຄວາມສະ ດວກ, ຄຸ້ມຄອງແລະ ສົ່ງເສີມການລົງທຶນໃສ່ວຽກງານ ປູກປ່າທຳມະຊາດທີ່ບໍ່ມີການຈັດສັນຢ່າງສີ້ນເຊີງ ປູກຈິດສຳນຶກ ໃຫ້ ທົ່ວສັງຄົມເຫັນໄດ້ຄວາມສຳຄັນຂອງການປົກປັກຮັກ ສາ ປ່າໄມ້, ສິ່ງແວດລ້ອມ, ອະ ນຸລັກຊະນິດພັນພືດ, ຊີວະນາໆພັນ, ສັດ ປ່າ ແລະ ຖິ່ນທີ່ຢູ່ອາໃສຂອງສັດປ່ານາໆພັນ ເຊິ່ງເຫັນ ວ່າກຳລັງຖືກໄພຂົ່ມຂູ່ໃນຫລາຍຮູບແບບ. ດຳເນີນການຈັດສັນປ່າໄມ້ຕາມ ລະ ບົບອ່າງໂຕ່ງເພື່ອການພັດທະ ນາປົກປັກຮັກ ສາແຫລ່ງນ້ຳ ແລະ ສິ່ງແວດລ້ອມ, ຮັບປະກັນຄວາມສົມດຸນລະ ຫວ່າງການປົກປັກຮັກ ສາແລະ ການຂຸດຄົ້ນນຳໃຊ້ ຊັບພະ ຍາກອນທຳມະຊາດ ແລະປ່າໄມ້ໃຫ້ມີຄວາມຍືນຍົງ. ຍົກລະດັບຄວາມອຸ ດົມສົມ ບູນຂອງປ່າ ໄມ້ ດ້ວຍການຟື້ນ ຟູປ່າເສື່ອມ ໂຊມ ແລະ ການປູກໄມ້, ສົ່ງເສີມການປູກໄມ້ ແລະ ເຄື່ອງປ່າຂອງ ດົງເພື່ອເປັນວັດຖຸດິບສຳລັບການປຸງແຕ່ງ ແລະ ສົ່ງອອກ, ປັບ ປຸງບັນດານິຕິກຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາ ກອນປ່າໄມ້ໃຫ້ເປັນລະບົບຄົບຊຸດແລະ ນຳພາ ການ ຈັດຕັ້ງປະຕິບັດໃຫ້ເຂົ້າສູ່ລະບຽບກົດໝາຍ .