ຂ່າວພາຍໃນປະເທດ

​ອາຫານ​ຫມູ​ລາຄາ​ແພງ ຜູ້​ລ້ຽງ​ຫມູ​ທໍ້ຖ​ອຍ​ໃຈ

“ຍອມຮັບ​ວ່າ​ທຸລະ​ກິດ​ການ​ລ້ຽງ​ຫມູ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ພົບ​ພໍ້​ກັບ​ບັນຫາ​ຫນັກ ຍ້ອນ​ວ່າ​ຕົ້ນ​ທຶນ​ຂອງ​ການ​ລ້ຽງ​ແມ່ນ​ເພີ່ມ​ຂຶ້ນ​ເລື້ອຍໆ ນັ້ນ​ກໍ່​ຍ້ອນ​ວ່າ​ລາຄາ​ອາຫານ​ສັດ, ​ໂດຍ​ສະ​ເພາະ​ແມ່ນ​ຫົວອາຫານ​ຫມູ​ທີ່​ນຳ​ເຂົ້າ​ຕ່າງປະ​ເທດ ​ແມ່ນ​ມີ​ລາຄາ ແພງ​ຂຶ້ນ​ເກືອບ​ເວົ້າ​ ໄດ້​ ວ່າ ການ​ລ້ຽງ​ຫມູ​ໃນ​ໄລຍະ​ປະຈຸ​ບັນ​ແມ່ນ​ຢູ່​ທຶນ“. ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ ສິງຄົມ​ລັດ ສະ​ຫມີ ຊຶ່ງ​ທ່ານ​ແມ່ນ​ຫນຶ່ງ ​ໃນ​ບັນ ດາ​ຜູ້​ປະ ກອບ​ ກິດຈະການ​ລ້ຽງ​ຫມູ​ພັນ​ຂອງ​ເມືອງ​ຈຳ​ພອນ ແຂວງ ສະ ຫວັນ​ນະ​ເຂດ.
ຟາ​ມລ້ຽງ​ຫມູ​ຂອງ​ທ່ານ ສິງ ຕັ້ງ​ຢູ່​ບ້ານ​ດົງ​ຕະຫຼຽງຫ່າງ​ຈາກເທ ສະ​ບານເມືອງຈຳ​ພອນ ມາ​ທາງ​ທິດຕາ​ເວັນ​ຕົກ ປະມານ 5 ກິ​ໂລ​ແມັດ ຟາ​ມລ້ຽງ​ຫມູ​ແຫ່ງ​ນີ້ ຖື​ວ່າ​ເປັນ​ຟາ​ມ ຂະຫນາດ​ໃຫຍ່​ສົມຄວນ ແລະລະບົບ​ການ​ລ້ຽງ​ໝູ ຢູ່​ໃນຟາ​ມ ກໍ່​ຖືກ​ຈັດ​ໃຫ້​ມີ​ຄວາມ​ເປັນ​ລະ ບຽບ​ຖືກຕ້ອງ​ຕາມ​ຫຼັກວິຊາ​ການ​ຄັກ​ແນ່ ໂດຍ​ສະ​ເພາະ​ແມ່ນ​ບັນຫາດ້ານ​ສິ່ງ​ແວດ​ລ້ອມ​ເຫັນ​ໄດ້​ວ່າ​ເຮັດ​ໄດ້​ດີ. ເຖິງຢ່າງ​ໃດ​ກໍ​ຕາມ​ກຳ ລັງ​ການ​ລ້ຽງ​ຫມູ ຫຼືຜະລິດ​ລູກ​ຫມູ​ຂາຍຂອງ​ຟາ​ມ​ແຫ່ງ​ນີ້​ແມ່ນ​ມີ​ຈຳນວນ​ຫລຸດ​ລົງ ທັງ​ນີ້​ຍ້ອນວ່າ​ຕົ້ນ​ທຶນ​ໃນ​ການ​ລ້ຽງແມ່ນ​ສູງ​ຂຶ້ນ ຍ້ອນ​ລາຄາ​ຫົວ ອາຫານ​ສັດ​ທີ່​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​ມີ​ລາຄາ​ແພງ ​ແລະ ຮຳ​ທີ່​ໃຊ​້​ເກືອ​ຫມູ​ກໍ່​ມີ​ລາຄາ​ແພງ​ຂຶ້ນ ເຊັ່ນ​ດຽວ​ກັນ ໃນ​ຂະ ນະ​ທີ່​ລາຄາ​ຂາຍ​ຫມູ​ອອກ​ສູ່​ຕະຫລາດ​ຊ້ຳພັດ​ຍັງ​ຄື​ເກົ່າ. ທ່ານ ສິງ ​ໄດ້​ເລີ່​ມບຸກ​ເບີກ​ເນື້ອ ທີ່​ປະມານ 1 ເຮັກຕາ ​ເພື່ອ​ປຸກ​ເຮືອນ​ລ້ຽງ​ຫມູ ແລະ ຂຸດຫນອງ​ສະ ສຳ ລັບ​ລະບາຍ​ນ້ຳ​ເປື້ອນຈາກ​ຄອກ​ຫມູ ແລະ ​ໄດ້ທຳ​ການລ້ຽງ​ຫມູ ໃນ​ປີ 2002 ດ້ວຍ​ການ​ລົງທຶນ​ໃນ​ເບື້ອງ ຕົ້ນ 200 ກວ່າ​ລ້ານ​ກີບ ​ໃນ​ເບື້ອງຕົ້ນ​ແມ່ນ​ຊື້ພໍ່​ພັນ​ຫມູ 1 ໂຕ ແລະ ​ແມ່​ພັນ​ຫມູ 10 ໂຕຈາກ​ປະ​ເທດ​ໄທ, ​ເມື່ອ​ໄດ້​ທຳ​ ການ​ລ້ຽງ​ຫມູ ໃນ​ ໄລຍະ 2​-3 ປີ​ທຳ​ອິດ ​ເຫັນ​ໄດ້​ວ່າ​ທຸລະ​ກິດ​ໄປ​ໄດ້​ດີ ແລະ ມີ​ກຳ​ໄລ​ສົມຄວນ ສ່ວນ​ໃຫຍ່​ແມ່ນ​ຜະລິດ​ລູກ​ຫມູ​ຂາຍ​ປີ​ ຫນຶ່ງ​ປະມານ 1.000 ໂຕ, ​ໂຕ​ລະ 250.000 -300.000 ກີບ. ແຕ່​ວ່າ​ຕົກ​ມາປີ​ກາຍ​ມາ​ຮອດ​ປະຈຸ​ບັນ​ລາຄາ​ຫົວອາຫານ​ສັດ​ທີ່​ນຳ​ເຂົ້າ​ຈາກ​ ຕ່າງ ປະ​ເທດ​ໄດ້​ເພີ່ມ​ຂຶ້ນ ຊຶ່ງ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ການ​ລ້ຽງ​ຫມູ ແລະ ສັດລ້ຽງ​ປະ​ເພດ​ຕ່າງໆ. ປະຈຸ​ບັນ​ພາຍ​ໃນ​ຟາມ ລ້ຽງ​ຫມູ​ຂອງ​ ທ່ານ ສິງ ມີ​ຫມູ​ທັງ​ຫມົດປະມານ 153 ໂຕ, ໃນ​ນັ້ນ ຫມູ​ແມ່ນ​ພັນ 50ໂຕ, ຫມູ​ພໍ່​ພັນ 5 ໂຕ ແລະ​ ຫມູ​ຂຸນ 100 ກວ່າ​ໂຕ ຖ້າ​ຄິດ ​ເປ​ັນ ມູນ​ຄ່າ​ຂອງ​ໝູ​ທັງ​ໝົດ ທີ່​ມີ​ຢູ່​ໃນ​ຟາ​ມ ​ໃນ​ປະຈຸ​ບັນຈະ​ຕົກ​ຢູ່​ປະມານ 400 ລ້ານກີບ. ທ່ານ ສິງ ຄົມ​ລັດສະ ຫມີ​ ໄດ້​ກ່າວ​ຕື່ມ​ອີກ​ວ່າ: ປະຈຸ​ບັນ​ຕະ ຫລາດ​ແມ່ນ​ຍັງ​ມີ​ຄວາມ​ຕ້ອງ ການ​ຊີ້ນຫມູ​ຫລາຍ, ​ແຕ່​ກຳລັງ​ການ​ຜະ ລິດ​ຊ້ຳພັດ​ຍັງ​ຕອບ​ສະຫນອງ ໃຫ້​ບໍ່​ໄດ້, ມີ​ຟາ​ມລ້ຽງ​ຫມູ​ຫລາຍ​ບ່ອນກໍ່​ໄດ້​ປິດ​ກິດຈະການ​ລົງ​ຍ້ອນ​ເຫດຜົນ​ດຽວ​ກັນ​ຄື​ຕົ້ນ​ທຶນ​ການ​ລ້ຽງ​ສູງ​ເກີນ​ໄປ, ສ່ວ​ນຟາ​ມລ້ຽງ​ຫມູ​ ຂອງ ​ທ່ານ ​ສິງ​ເອງ ກໍ່​ບໍ່​ສາມາດ​ຂະຫຍາຍ​ການ ລ້ຽງ​ໃຫ້​ເພີ່ມ​ຂຶ້ນ​ໄດ້ ສະ​ນັ້ນ​ຈຶ່ງ​ໄດ້​ລໍຖ້າ​ແຕ່​ຈັງຫວະ​ລາຄາ​ອາຫານ​ຫມູ ມີ​ລາຄາ​ຫລຸດລົງ ຫຼືບໍ່​ດັ່ງ​ນັ້ນ​ກໍ່​ແມ່ນ​ລາຄາ​ຊີ້ນຫມູ​ຖືກ​ປັບ​ຂຶ້ນສ່ວນ​ໃດ​ສ່ວນ​ຫນຶ່ງ ຈຶ່ງ​ຈະ​ເຮັດ​ໃຫ້​ທຸລະ​ກິດ​ການ​ລ້ຽງ​ຫມູ​ພັນ​ຂອງ​ທ່ານ​ສິງ ​ແລະ ຟາ​ມ ອື່ນໆ​ ດຳ​ເນີນ​ໄປ​ຢ່າງ​ຄ່ອງ​ແຄ້ວ ​ແລະ ສະດວກ​ສະບາຍ​ກວ່າ​ທີ່​ເປັນ​ຢູ່​ໃນ​ປະຈຸ​ບັນ.
ສະ​ນັ້ນ​ຕໍ່​ກັບ​ບັນຫາ​ນີ້ ທ່ານ ສິງ ຈຶ່ງ​ຢາກ​ສະ​ເໜີ​ໃຫ້​ພາກສ່ວນ​ທີ່​ກ່ຽວ ຂ້ອງ​ຊ່ວຍ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໃຫ້​ຊາວ ​ກະສິກອນ​ຜູ້ທີ່​ປະ ກອບ​ການ​ລ້ຽງ​ສັດ​ປະ​ເພດ​ຕ່າງໆ​ເປັນ​ສິນຄ້າ, ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ບັນຫາ​ອາ ຫານ​ສັດ. ຖ້າວ່າ​ປະ​ເທດ​ເຮົາ​ມີ​ຄວາມ​ອາດ​ສາມາດ ​ໃນ​ການ​ຜະລິດ​ຫົວອາຫານ​ສັດ​ທີ່​ມີ​ຄຸນ​ນະພາ​ບດີ ເທົ່າທຽມ​ກັບ​ຜະລິດ​ຕະພັນ​ອາຫານ​ສັດ​ທີ່​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ອາດ​ຈະ​ເປັນ ​ສິ່ງ​ທີ່​ດີກ​ວ່າ ​ເພາະ ​ເຊື່ອ​ວ່າ​ຕົ້ນ​ທຶນ​ຂອງ​ການ​ຜະລິດ​ພາຍ​ໃນ​ຈະ​ຕ້ອງ​ມີ​ລາຄາ​ຖືກ​ກວ່າ​ການ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດແລະ ຜົນ​ດີ​ອີກ ​ດ້ານ​ຫນຶ່ງ​ກໍ່​ຈະ​ສາມາດ​ເຮັດ​ໃຫ້​ປະຊາຊົນ​ລາວ​ໄດ້​ມີໂອກາດ​ຂາຍ​ຜົນ​ຜະລິດ​ຂອງຕົນ, ​ເປັນ​ຕົ້ນ​ແມ່ນ​ສາລີ​ອາຫານ​ສັດ ຊຶ່ງ​ເປັນ​ພືດ​ ລະ​ດູ​ ແລ້ງ​ທີ່​ສາມາດ​ສ້າ​ງລາຍ​ໄດ້​ໃຫ້​ປະຊາຊົນ​ລາວ ​ໃນ​ຫຼາຍໆ ທ້ອງ​ຖິ່ນ​ອີກ​ດ້ວຍ./.

ປູ໋ຍເຄມີລາຄາແພງສົ່ງຜົນກະທົບຕໍ່ຊາວນາໂດຍກົງ

* ປັດ​ຈຸ​ບັນ​ນີ້​ຊາວ​ນາ​ຊາວ​ສວນ ຈຳປາ​ສັກ ​ຕ່າງ​ກໍ່​ຕ່ຳຄ້ອຍ​ນ້ອຍ​ໃຈ​ ກັບ​ລາ​ຄາ​ປຸ໋ຍ​ເຄ​ມີ​ທີ່​ປັບ​ລາ​ຄາ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ບໍ່​ມີທ່າ​ ວ່າ​ຈະ​ ຄົງ​ທີ່ ກໍ່​ຄືປັບ​ລາ​ຄາ​ລົງ ເຊິ່ງ​​ໄດ້ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ໃຫ້​ແກ່​ຜູ້​ທຳ​ການ​ຜະ​ລິດ​ຢ່າງ​ຊາວ​ນາ​ຊາວ​ສວນ​ໃນ​ລະ​ດູ​ຝົນ​ປີ​ນີ້.
ດັ່ງ​ທີ່​ຮັບ​ຮູ້​ນຳ​ກັນ​ແລ້ວ​ວ່າ ສະ​ພາບ​ເສດ​ຖະ​ກິດ​ໃນ​ໂລກ​ພວມ​ປະ​ເຊີນ​ຫນ້າ​ກັບຄວາມ​ຫຍຸ້ງຍາກ ​ເປັນຕົ້ນ​ລາຄາ​ສິນ​ຄ້າ​ສຳຄັນໆ ​ແພງ​ຂຶ້ນ, ​ສົ່ງ​ຜົນ​ກະ​ທົບ​ຫລາຍ​ດ້ານ​ໃຫ້​ແກ່​ສັງ​ຄົມ​ເມືອງ​ໃຫຍ່ ທີ່​ບໍ່​ໄດ້​ເພິ່ງ​ພາ​ອາ​ໄສ​ທຳ​ມະ​ຊາດ ພໍ​ຍາດ​ເວລາ​ຈາກ​ລ້າ​ການ​ໄປ​ ຫວ່ານ​ແຫແຖມ​ອງ ​ໃສ່​ເບັດ​ໃສ່ໄຊ ; ໃນ​ນັ້ນ​ກໍ່​ຄົງ​ຈະ​ຫນີ​ບໍ່​ພົ້ນ​ບັນ​ຫາ​ຂອງ​ຊາວ​ນາ ​ແຂວງ​ຈຳປາ​ສັກ ເພາະ​ວ່າ​ປັດ​ຈຸ​ບັນ​ນີ້​ແມ່ນ ໄລ​ຍະ ​ທີ່​ຊາວ​ນາ​ໃນ​ ຂອບ​ເຂດ​ ທົ່ວ​ປະ​ເທດ​ພວມ​ຂຸ້ນ​ຂ້ຽວ​ໃສ່​ການ​ຜະ​ລິດ​ລະ​ດູ​ຝົນ ແຕ່​ສິ່ງ​ທີ່​ຊາວ​ນາ​ຊາວ​ສວນ​ພວມ​ປະ​ ເຊີນ​ບັນ​ຫາ​ນັ້ນ​ ກໍ່​ຄື​ ລາ ​ຄາ​ຂອງ​ປຸ໋ຍ​ເຄ​ມີ​ ທີ່​ປັບ​ ລາ​ຄາ ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ສ​າ​ເຫດ​ນີ້​ເຮັດ​ໃຫ້​ຊາວ​ນາ​ບາງ​ແຫ່ງ​ຕ້ອງ​ຕີ​ຖອຍ​ເລື່ອງ​ປຸ໋ຍ​ເຄ​ມີ​ ຫັນ​ໄປ​ໃຊ້​ປຸ໋ຍ ​ຊີ​ ວະ​ພາບ ແລະ ຝຸ່ນ​ບົ່ມ​ຕາມ ​ຄວາມ ​ສາ​ມາດ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ ເພື່ອ​ຫລຸດ​ຕົ້ນ​ທຶນ​ໃນ​ການ​ຜະ​ລິດ.
ມີ​ຊາວ​ນາ​ທ່ານ​ຫນຶ່ງ​ເລົ່າ​ໃຫ້​ຟັງ​ວ່າ: ການ​ເຮັດ​ນາ​ປີ ປີ​ນີ້​ແມ່ນ​ພົບ​ກັບ​ບັນຫາ​ຫລາຍ​ດ້ານ​ເປັນ​ຕົ້ນ​ແມ່ນ: ບັນ​ຫາ​ລາ​ຄາ​ນ້ຳ​ມັນ​ແພງ ເພາະ​ວ່າ​ ປັດ​ຈຸ​ບັນ​ນີ້​ຊາວ​ນາ​ສ່ວນ​ໃຫຍ່​ແມ່ນ​ໄດ້​ຫັນ​ມາ​ໃຊ້​ລົດ​ໄຖ​ນາ​ເພື່ອ​ຄວາມ​ສະ​ດວກ​ສະ​ບາຍ, ໃຫ້​ວ່ອງ​ໄວແລະ ທັນ​ກັບ​ສະ​ ພາບ​ ການ, ແຕ່​ຄຽງ ​ຄູ່​ ກັນ​ນີ້​ພັດ​ເປັນ​ການ​ເພີ່ມ​ຕົ້ນ​ທຶນ​ຂອງ​ການ​ຜະ​ລິດ​ຂຶ້ນ. ນອກ​ນີ້​ລາ​ຄາ​ປຸ໋ຍ​ເຄ​ມີ​ໃນ​ປັດ​ຈຸ​ບັນ​ນີ້​ກໍ່​ແພງ ມີ​ລາ​ຄາ​ ບໍ່​ຕ່ຳ​ກວ່າ 320.000 ກີບ​ຕໍ່​ ຖົງ 50 ກິ​ໂລ​ຂຶ້ນ​ໄປ ເຊິ່ງ​ຂຶ້ນ​ກັບ​ຊະ​ນິດ​ປະ​ເພດ​ຂອງ​ປຸ໋ຍ ເຫັນ​ວ່າ​ລາ​ຄາ​ປຸ໋ຍ​ປີ​ນີ້​ແມ່ນ​ແພງກວ່າ​ປີ​ ຜ່ານ​ ມາ​ຫລາຍ​ສົມ​ຄວນ. ດັ່ງ​ນັ້ນ​ຈິ່ງ​ເຮັດ​ ໃຫ້​ຕົ້ນ​ທຶນ​ໃນ​ການ​ຜະ​ລິດ​ນາ​ປີ​ເພີ່ມ​ຂຶ້ນ​ສູງ​ສົມ​ຄວນ ຖ້າ​ບໍ່​ໃສ່​ປຸ໋ຍ​ຜົນ​ຜະ​ລິດ​ກໍ່​ຕ່ຳ​ດັ່ງ​ນັ້ນ​ ມັນ​ຈິ່ງ ​ເປັນ​ ສິ່ງ​ທີ່​ຈຳ​ເປັນ​ຂອງ​ຊາວ​ນາ ພ້ອມ​ກັນ ​ນີ້​ການ​ເຮັດ​ນາ​ປີ​ກໍ່​ສ່ຽງ​ຕໍ່​ຄວາມ​ເສຍ​ຫາຍ​ບໍ່​ຫນ້ອຍ​ຈາກ​ໄພ​ທຳ​ມະ​ຊາດ​ເຊັ່ນ: ນ້ຳ​ຖ້ວມ, ໄພ ​ແລ້ງ, ແມງ​ໄມ້​ທຳ​ລາຍ ແລະ ອື່ນໆ ທີ່​ຈະ​ເຮັດ​ ໃຫ້​ ສະ ​ມັດ​ຖະ​ພາບ​ຂອງ​ຜົນ​ຜະ​ລິດ​ຫລຸດ​ລົງ.
ແຫລ່ງ​ຂ່າວ​ຈາກ​ຂະ​ແຫນງ​ປູກ​ຝັງ ພະ​ແນກ​ ກະ​ສິ​ກຳ-​ປ່າ​ໄມ້​ແຂວງ​ຈຳ​ປາ​ສັກ ​ແຈ້ງ​ໃຫ້​ຮູ້​ວ່າ: ສຳ​ລັບ​ປີ​ນີ້​ແຂວງ​ຈຳ​ປາ​ສັກ​ ແມ່ນ ​ໄດ້​ສຸມ​ໃສ່ ແລະ ເພີ່ມ​ທະ​ວີ​ການ​ຜະ​ລິດ​ລະ​ດູ​ຝົນ ເພື່ອ​ຮັບ​ປະ​ກັນ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ ເພື່ອ​ສະ​ຫນອງ​ໃຫ້​ແກ່​ສັງ​ຄົມ ໂດຍ​ໄດ້​ ມີ​ການ​ກຳ​ ນົດ​ ໂຄງ​ການ​ບຸລິ​ມະ​ສິດ​ຕ່າງໆ ເຊິ່ງ​ປີ​ນີ້​ເນື້ອ​ທີ່​ທຳ​ການ​ຜະ​ລິດ​ນາ​ປີ​ແມ່ນ​ເພີ່ມ​ຂຶ້ນ 1.400 ເຮັກ​ຕາ,ຈາກ​ແຜນ​ການທີ່​ມີ 94.200 ເຮັກ​ຕາ, ຄາດ​ ຄະ​ເນ​ສະ​ມັດ​ຖະ​ພາບ​ໄດ້ 3,5 ໂຕນ​ຕໍ່​ເຮັກ​ຕາ, ຜົນ​ຜະ​ລິດ​ໃຫ້​ໄດ້ 329.700 ໂຕນ. ພ້ອມ​ນີ້​ທາງ​ແຂວງ ​ກໍ່​ຍັງ​ໄດ້​ປຸກ​ລະ​ດົມ​ໃຫ້​ ພໍ່​ແມ່​ ປະ​ຊາ​ຊົນ​ໄດ້​ຫັນ​ມາ​ນຳ​ໃຊ້​ເຕັກ​ນິກ​ແບບ​ໃຫມ່​ເຂົ້າ​ໃນ​ການ​ຜະ​ລິດ ເພື່​ອ​ປະ​ຢັດ​ແຮງ​ງານ​ແຕ່​ ໄດ້​ຮັບ​ຜົນ ​ຜະ​ລິດ​ສູງ, ພ້ອມ​ແນວ​ພັນ​ປັບ​ປຸງ ​ໃຫມ່​ເຊິ່ງ​ຈະ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ປູກ​ໄດ້ 500-​600 ເຮັກ​ຕາ ໃນ​ແຕ່​ລະ​ເມືອງ. ແຕ່​ຄຽງ​ຄູ່​ກັນ​ນີ້​ພວກ​ ເຮົາ​ມາ​ສັງ​ເກດ​ເບິ່ງ​ລາ​ຄາ​ປຸ໋ຍ​ເຄ​ມີ​ ທີ່​ທາງ​ພະ​ແນກ​ອຸດ​ສາ​ຫະ​ກຳ-ການ​ຄ້າ​ແຂວງ​ຈຳ​ປາ​ສັກ​ ລາຍ​ງານ​ຜ່ານ​ຫນັງ​ສື​ພິມ ​ຈຳ​ປາ​ໃຫມ່​ໃນ​ ແຕ່​ລະອາ​ທິດ ຈະ​ສັງ​ເກດ​ເຫັນ​ວ່າ​ເພີ່ມ​ ຂຶ້ນ​ທຸກໆ ​ອາ​ທິດເຊິ່ງ​ເລີ່ມ​ມາ​ແຕ່​ເດືອນ​ເມ​ສາ 2008 ນີ້ລາ​ຄາ​ປຸ໋ຍ​ສູດ 16.​20.​00 (50ກິ​ໂລ/ຖົງ) ມີ​ລາ​ຄາ 270.000ກີບ, ລາ​ຄາ​ປຸ໋ຍ​ສູດ 46.00. 00 (50 ກິ​ໂລ/ຖົງ) ມີ​ລາ​ຄາ 245.000 ກີບ ແລະ ປຸ໋ຍ​ສູດ 15.15.15 (50 ກິ​ໂລ/ຖົງ) ມີ​ລາ​ຄາ 300.000 ກີບ ແລ້ວ​ມາ​ທຽບ​ ໃສ່​ທ້າຍ​ເດືອນ​ພຶດ​ສະ​ພາ 2008 ນີ້ ເຊິ່ງ​ມີ​ໄລ​ຍະ​ ເວ​ລາ​ພຽງ​ ຫນຶ່ງ​ເດືອນ​ເທົ່າ​ນັ້ນ ປຸ໋ຍ​ສູດ 16.20.00 ເພີ່ມ​ລາ​ຄາ​ຈາກ​ເດືອນ​ເມ​ສາ​ມາ​ເປັນ 320.000 ກີບ, ປຸ໋ຍ​ສູດ 46.00.00 ມາ​ເປັນ 350.000 ກີບ ແລະ ປຸ໋ຍ​ສູດ 15.15.15 ມາ​ເປັນ 350.000 ເຊິ່ງ​ລາ​ຄາ​ດັ່ງ​ກ່າວ​ນີ້​ຖ້າ​ ທຽບ​ໃສ່​ໃນ​ ລະ​ຫວ່າງ​ທ້າຍ​ເດືອນ​ພຶດ​ສະ ​ພາ​ຫາ​ຕົ້ນ​ເດືອນ​ມິ​ຖຸ​ນາ​ຂອງ​ປີ​ຜ່ານ​ມາ​ແມ່ນ​ເພີ່ມ​ຂຶ້ນ​ທົບ​ເຄິ່ງ.
ຈາກ​ບັນ​ຫາ​ນີ້ ຊາວ​ນາ​ສ່ວນ​ຫຼາຍ​ຈິ່ງ​ຕັ້ງ​ຂໍ້​ສົງ​ໄສວ່າເປັນ​ຫຍັງ ລາຄາ​ປຸ໋ຍ​ຈຶ່ງ​ຂຶ້ນ​ລາ​ຄາ​ຢ່າງ​ຕໍ່​ເນື່ອງ ຫລື ຈະ​ເວົ້າ​ໄດ້​ວ່າ​ຂຶ້ນ​ລາ​ຄາ​ລາຍ ​ວັນ​ກໍ່​ ວ່າ​ໄດ້ ແລະ ທາງ​ພາກ​ສ່ວນ​ກ່ຽວ​ຂ້ອງ​ບໍ່​ໄດ້​ມີ​ມາດ​ຕາ​ການ​ຄຸ້ມ​ຄອງ​ແຕ່​ຢ່າງ​ໃດ​ບໍ? ເພາະ​ວ່າ​ລາ​ຄາ​ເຂົ້າ​ຍັງ​ຄຸມ​ໄດ້ ແຕ່​ລາ​ຄາ ​ປຸ໋ຍ​ ເປັນ ​ຫຍັງ​ ຈິ່ງ​ ຄຸມ​ບໍ່​ໄດ້ ນີ້​ຄື​ຄຳ​ຖາມ​ຈາກ​ຊາວ​ນາ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໂດຍ​ກົງ​ຈາກ​ລາ​ຄາ​ປຸ໋ຍ​ໃນ​ປັດ​ຈຸ​ບັນ​ນີ້./.

ເຊີນທ່ຽວ​ງານ​ວາງສະ​ແດງ​ສິນ​ຄ້າ ທີ່​ສະຫວັນ​ນະ​ເຂດ

* ການຈັດ​ງ​ານສະ​ແດງ​ສິນຄ້າ​ຫລື​ຕະຫລາດນັດ​ທີ່​ກຳລັງເປັນ​ທີ່​ນິ ຍົມ​ກັນ​ເຮັດ​ຢູ່​ໃນ​ປະຈຸ​ບັນນີ້ຕາມບຸນ​ຕ່າງໆ, ຕາມ​ບັນດາບ້ານ,
ເມືອງ ແລະແຂວງ​ແລ້ວ​ແຕ່​ເງື່ອນ​ໄຂ​ສະ ຖານ​ທີ່ເໝາະ​ສົມ. ​ອັນ​ນີ້ມັນສະ​ແດງ​ເຖິງ​ຄວາມ​ຫລາກ​ຫລາຍ​ຂອງ​ຜະ ລິດ​ຕະພັນ​ທີ່​ ອອກ​ ຈາກ ​ຫົວຄິດ​ປະ ດິດ​ສ້າງ​ຂອງ​ປະຊາຊົນ​ບັນດາ​ເຜົ່າ. ເມື່ອ​ຜະລິດ​ຂຶ້ນມາ​ຕະຫລາດ​ບໍ່​ທັນ​ຮັບ​ຮູ້, ຈຶ່ງ​ຈັດ​ຕະຫລາດນັດ​ຂຶ້ນ​ເພື່ອ ໃຫ້ຄົນ ​ໄປ​ ທ່ຽວ​ຊົມ ​ແລະ​ສົນ​ໃຈ​ສິນຄ້າ​ທີ່​ເປັນ​ເອກະ​ລັກສະ​ເພາະ ເຂດ​ນັ້ນ​ແລະ​ອັນ​ສຳຄັນ​ເພື່ອ​ດຶງ ດູດແຂກ​ຄົນ​ໄປ​ທ່ຽວ ແລ້ວ​ຊື້​ເຄື່ອງ​ ຕິດ ​ໄມ້​ ຕິດ​ມືກັບ​ບ້ານ ຫລື​ເປັນ​ຂອງ ຕ້ອນ​ຂອງຝາກ​. ສຳລັບ​ການວາງ​ສະ​ແດງສິນ​ຄ້າການຜະລິດ ​ແລະ​ປຸງ​ແຕ່ງ​ຜະລິດ​ຕະ ພັນ​ກະ ສິກຳ ຂອງ​ປະ ຊາຊົນ​ບັນດາ ​ເຜົ່າ​ຂອງ​ຊາວ​ແຂວງ​ ສະຫວັນ​ນະ​ເຂດ ​ເລີ່​ມປີ 2008 ນີ້​ຈະ​ຈັດຂຶ້ນ​ໃນ​ວັນ​ທີ 27 ກຸມ ພາ​ ຫາວັນທີ 2 ມີນາ 2008 ນີ້, ທີ່ເດີນ​ສະໜາມກິລາ ​ຫລັກ 4 ແຂວງ​ສະ ຫວັນ​ນະ​ເຂດ ​ເຊິ່ງ​ເປັນ​ການຮ່ວມ​ກັນ​ລະຫວ່າງ​ແຂວງ​ສະຫວັນນະ​ເຂດ ສປປ ລາວ ​ແລະ ​ແຂວງ​ມຸກດາ​ຫານ​ຂອງ​ ປະ​ເທດ​ໄທ.
ຕາມ​ການ​ລາຍ​ງານ​ຂອງ​ພາກ ສ່ວນ​ກ່ຽວຂ້ອງ​ໃຫ້​ຮູ້​ວ່າ: ການວາງ ສະ​ແດງ​ສິນຄ້າ​ຄັ້ງ​ເປັນ​ທີ II ຊຶ່ງ​ຈະ​ມີ​ສິນຄ້າ​ກະສິກຳ​ແລະ​ ຜະລິດ​ ຕະພັນ ​ປຸງ ​ແຕ່ງ​ກະສິກຳ​ຂອງ​ລາວ​ລວມມີ​ຜະລິດ​ຕະພັນ​ກະສິກຳ, ກະສິກຳ​ປຸງ​ແຕ່ງ ​,​ເຄື່ອງມື​ຮັບ​ການຜະລິດກະສິ ກຳ​ຂອງ​ບັນ ດາ ​ບັນ​ທ້ອງ​ຖິ່ນ, ອຸດສາຫະກຳ​ປຸງ​ແຕ່ງ, ຫັດຖະກຳ​ແລະ​ອາຫານ​ສຳ​ເລັດ​ຮູບທີ່​ຜ່ານ​ການ​ປຸງ​ແຕ່ງ​ຈາກ​ສີມື​ຄົນ​ລາວ​ແລະ​ບໍ ລິສັດ​ຫ້າງ​ ຮ້ານ​ ຕ່າງໆ​ ປະມານ 60 ຮ້ານ.
ນອກຈາກ​ສິນຄ້າ​ທີ່​ຜະລິດ​ຈາກ​ສີມື​ຄົນ​ລາວ​ແລ້ວ​ມາ​ຮ່ວມ​ວາງສະ​ແດງ​ຍັງ​ມີ​ເຄື່ອງມື​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ​ຈາກ​ປະ​ເທດ​ ໄທ​ເຊັ່ນ: ​ເຄື່ອງ ກົນ​ຈັກ​ຮັບ​ໃຊ້​ແກ່ກະສິກຳ, ປຸ໋ຍ​ເຄມີ ທີີ່ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ ​ການ​ປູກຝັງ​ລ້ຽງສັດ​ຢ່າງ​ຫລາກ​ຫລາຍ​ປະ ມານ 80 ຮ້ານ. ການຈັດ​ງານ​ ເທື່ອ​ນີ້​ເພື່ອ​ເປັນ​ການ​ສົ່ງ​ເສີມການ​ຜະລິດ​ກະສິກຳ​ຜະລິດ​ຕະພັນ​ປຸງ​ແຕ່ງ​ກະສິກຳ, ການ​ຜະລິດ ຂອງ​ຄອບຄົວ​ ຕົວ​ ແບບ, ການ​ນຳ​ໃຊ້​ແນວ​ ພັນ​ ໃໝ່, ​ເຕັກ​ໂນ​ໂລ​ຢີ, ການ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ, ປຸງ​ແຕ່ງ​ແລະ​ຈຳໜ່າຍ​ ຜະລິດ​ຕະພັນ​ກະສິກຳ./.

ລາຄາ​ສິນ​ຄ້າ​ເຫນ​ງຕີງ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກຫນັກ​ໃຈ

* ປັດ​ຈຸ​ບັນ​ລາ​ຄາ​ສິນ​ຄ້າ​ຫລາຍ​ປະ​ເພດ​ໃນ​ຕະ​ຫລາດ​ມີ​ການ​ເຫນັງ​ຕີງ ແພງ​ຂຶ້ນ​ຈາກ​ແຕ່​ກ່ອນ​ຫລາຍ​ສົມ​ຄວນ​ໄດ້​ສົ່ງ​ຜົນ​ກະ​ທົບ​ ເຮັດ​ ໃຫ້​ ຜູ້​ບໍ​ລິ​ໂພກ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ ເນື່ອງ​ມາ​ຈາກ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ຕະ​ຫລາດ​ໂລກ ແລະ ການ​ຄຸ້ມ​ຄອງ​ພາຍ​ໃນ ​ບໍ່​ຮັດ​ກຸມ ເທົ່າ​ທີ່​ຄວ​ນ.
ດັ່ງ​ທີ່​ຮັບ​ຮູ້​ນຳ​ກັນ​ແລ້ວ​ວ່າ ສະ​ພາບ​ຕະ​ຫລາດ​ໂລກ​ມີ​ການ​ປ່ຽນ​ແປງ​ໃນ​ປັດ​ຈຸ​ບັນ​ນີ້ ເປັນ​ຕົ້ນ​ກໍ່​ແມ່ນ​ລາ​ຄາ​ນ້ຳ​ມັນ​ໃນ​ຕະ​ຫລາດ​ ໂລກ ​ແພງ, ເງິນ​ໂດ​ລາ​ອ່ອນ​ຄ່າ..​.ເຊິ່ງ​ບັນ ​ຫາ​ເຫລົ່າ​ນີ້​ມັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້ຫ​ລາຍປະ​ເທດ​ໄດ້​ຮັບ​ຜົນ​ກະ​ທົບ, ໂດຍ​ສະ​ເພາະ​ແມ່ນ​ ບັນ​ດາ​ປະ​ ເທດ​ທີ່​ດ້ອຍ​ພັດ​ທະ​ນາ ຫລື ກຳ​ລັງ​ພັດ​ທະ​ນາ; ໃນ​ນັ້ນ​ປະ​ເທດ​ລາວ​ເຮົາ​ກໍ່​ແມ່ນ​ປະ​ເທດ​ຫນຶ່ງ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ບໍ່​ຫນ້ອຍ ເວົ້າ​ລວມ,ເວົ້າ​ສະ​ ເພາະ​ ກໍ່​ແມ່ນ​ແຂວງ​ຈຳ​ປາ​ສັກ​ໃນ​ປັດ​ຈຸ​ບັນ​ນີ້​ລາ​ຄາ​ສິນ​ຄ້າ​ຫລາຍໆ​ຢ່າງ​ໃນ​ທ້ອງ​ຕະ​ຫລາດ​ ໄດ້​ຂຶ້ນ​ລາ​ຄາສູງ ກວ່າ​ແຕ່​ ກ່ອນ ອັນໄດ້​ສົ່ງ​ຜົນ ​ກະ​ທົບ​ໂດຍ​ກົງ​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ ກໍ່​ຄື​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ແຂວງ​ຈຳ​ປາ​ສັກ ເປັນ​ຕົ້ນ​ກໍ່​ແມ່ນ​ ສິນ​ ຄ້າ​ປະ​ເພດ​ໂລ​ຫະ, ເຄື່ອງ​ ຢູ່​ຂອງ​ກິນ ແລະ ເຄື່ອງ​ໃຊ້​ສອຍ​ປະ​ເພດ​ຕ່າງໆ ທີ່​ມີ​ການ​ຂຶ້ນລາ​ຄາ​ໃນ​ແຕ່​ລະ​ວັນ ຈາກ​ການ​ສອບ​ ຖາມ ​ຫລາຍໆ​ແຫລ່​ງ​ຂໍ້​ມູນ​ໃຫ້​ຮູ້​ວ່າ: ສິນ​ຄ້າ​ທີ່​ໄດ້​ມີ​ລາ ​ຄາ​ແພງຂຶ້ນ​ກວ່າແຕ່​ກ່ອນ​ກໍ່​ເນື່ອງ​ມາ​ຈາກ​ລາ​ຄາ​ນ້ຳ​ມັນ​ຂຶ້ນ​ສູງ ເຊິ່ງ​ໃນ​ປັດ​ຈຸ​ບັນ​ນີ້​ ລາ​ຄາ​ນ້ຳ​ມັນ​ໃນ​ແຂວງ​ຈຳ​ປາ​ສັກ ແມ່ນ 10.040 ກີບ ຕໍ່​ ລິດ ສຳ​ລັບ​ແອັດ​ຊັງ​ທຳ​ມະ​ດາ, ການ​ເກັບ​ພາ​ສີ, ອາ​ກອນ​ຂອງ​ພາກ ​ລັດ​ ກໍ່​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ, ຕົ້ນ​ທຶນ​ຂອງ​ສິນ​ຄ້າ​ ກໍ່​ສູງ​ເພາະ​ວ່າ​ສິນ ​ຄ້າ​ໃນ​ຕະ​ຫລາດ​ສ່ວນ​ໃຫຍ່​ແມ່ນ​ເປັນ​ການ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ຕໍ່​ກັບ​ບັນ​ຫາ​ນີ້​ຫລາຍໆ​ທ່ານ​ ກໍ່​ຄິດ​ຫມັກ​ໃຈ ແລະ ເປັນ​ຫ່ວງ​ຕໍ່​ກັບ​ສະ ​ພາບ​ການ​ປ່ຽນ​ແປງ​ໃນ​ຕະ​ຫລາດ ເພາະ​ມັນສົ່ງ​ຜົນ​ ກະ​ທົບ ​ເຖິງ​ການ​ດຳ​ລົງ​ຊີ​ວິດ ແລະ ການ​ຄອງ​ຊີບ​ໂດຍ​ກົງ​ໃຫ້​ແກ່​ຜູ້​ທີ່​ມີ​ລາຍ​ຮັບ​ຕ່ຳ ແລະ ມີ​ລາຍ​ຮັບ​ຄົງ​ທີ່ ແລະ ກໍ່​ອາດ​ຈະ​ສົ່ງ​ຜົນ ​ເຮັດ​ໃຫ້​ ເກີດ​ມີ​ຊ່ອງ​ຫວ່າງ ແລະການ​ສວຍ​ໃຊ້​ໂອ​ ກາດ​ຕ່າງໆ​ຕາມ​ມາເປັນ​ຕົ້ນ​ແມ່ນ ​ບັນ​ຫາ ​ການ​ ສໍ້​ໂກງ, ສວຍ​ໃຊ້​ຫນ້າ​ທີ່​ຕຳ​ແຫນ່ງ, ການ​ ກັກ​ຕຸນ​ສິນ​ຄ້າ ແລະ ອື່ນໆ.
ທ່ານ​ຫຸນ​ລາ ມະ​ນີ​ຈັນ, ປະ​ທານ​ສະ​ພາ​ອຸດ​ສາ​ຫະ​ກຳ-​ການ​ຄ້າ​ແຂວງ​ຈຳ​ປາ​ສັກ ໃຫ້​ທັດ​ສະ​ນະ​ວ່າ: ການ​ປ່ຽນ​ແປງ​ຂອງ​ລາ​ຄາ ​ສິນ​ຄ້າ​ ໃນ​ປັດ​ຈຸ​ບັນ​ນີ້​ກໍ່​ເນ​ື່ອງ​ມາ​ຈາກ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ຕະ​ຫລາດ​ໂລກ, ການ​ເກັບ​ພາ​ສີ​ອາ​ກອນ​ແພງ, ຂອດ​ບໍ​ລິ​ການ​ຂອງ​ ເຈົ້າ​ ຫນ້າ​ ທີ່​ ມີ​ຫລາຍ​ຂັ້ນ​ຕອນ, ການ​ຄຸ້ມ​ຄອງ​ຄວບ​ຄຸມ​ຂອງ​ມະ​ຫາ​ພາກ​ບໍ່ ຮັດ​ກຸມ ເຮັດ​ໃຫ້​ມີ​ຜູ້​ສວຍ​ໃຊ້​ໂອ​ກາດ ແລະ ອື່ນໆ.
ສະ​ພາບ​ເສດ​ຖະ​ກິດ​ໃນ​ປັດ​ຈຸ​ບັນ​ນີ້ສະ​ເພາະ​ແຂວງ​ຈຳ​ປາ​ສັກ​ ສັງ​ຄົມ​ກໍ່​ຍັງ​ໃຫ້​ທັດ​ສະ​ນະ​ວ່າ: ຫນ້າ​ເປັນ​ຫ່ວງ ແລະ ອາດ​ຈະ​ແກ່​ ຍາວ ​ເວ​ລາ​ໄປ​ດົນຖ້າ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ແລະ ກໍ່​ອາດ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຕາມ​ມາ​ຫລາຍໆ​ດ້ານຖ້າ​ຫາກ​ບໍ່​ມີ​ການ​ຄຸ້ມ​ຄອງ,ປັບ ​ປຸງ​ຂອດ​ ບໍ​ລິ​ການ​ ຕ່າງໆ​ໃຫ້​ຮັດ​ກຸມ, ຈຳ​ກັດ​ການ​ສວຍ​ໃຊ້​ຊ່ອງ​ຫວ່າງ ແລະໂອ​ກາດ​ຕ່າງ​ໆ​ຂອງ​ແຕ່​ລະ​ພາກ​ສ່ວນ​ທັງ​ພາກ​ລັດ ແລະ ຫົວ​ຫນ່ວຍ ​ທຸ​ລະ​ກິດ, ແຕ່​ເຖິງ​ຢ່າ​ງ​ໃດ​ກໍ່​ດີ​ພວກ​ເຮົາ​ທຸກ​ຄົນ​ກໍ່​ຄວນ​ໄດ້​ມີ​ການບວກ​ລົບ, ຄູນ, ຫານ ເອົາ​ເອງ​ຕໍ່​ກັບ​ສະ​ພາບ ​ເສດ​ຖະ​ ກິດ ​ແບບ​ນີ້ີ ພວກ​ເຮົາ​ຈະ ​ເຮັດ​ວິ​ ທີ​ໃດ ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຊີ​ວິດ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແຕ່​ສິ່ງ​ທີ່​ຢາກ​ຝາກ​ໄວ້​ກ່ອນ ​ອື່ນ​ຫມົດ​ກໍ່​ຄວນ​ປະ​ ຢັດ​ໃຊ້​ ໃນ​ສິ່ງ​ທີ່​ເຮົາ​ມີ ແລະ ຈຳເປັນ​ ຄວນ​ຕັດ​ລາຍ​ຈ່າຍ​ທີ່​ຈຳ​ເປັນ​ຫນ້ອຍ ອອກ​ກ່ອນ ສ່ວນ​ທິດ​ທາງ ແລະ ວິ​ທີ​ການ​ແກ້​ໄຂສະ​ພາບ ທີ່​ປະ​ສົບ ​ຢູ່​ປັດ​ຈຸ​ບັນ ແນວ​ໃດ​ນັ້ນ​ໃນ​ໂອ​ ກາດ​ຫນ້າ​ພວກ​ເຮົາ​ຈະ​ໄປ​ພົວ​ພັນ​ນຳ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ແລ້ວ​ນຳ ​ສະ​ເໜີ​ໃຫ້​ຮູ້​ຕາມ​ ທີ່​ ຫລັງ./.

ເອົາໃຈໃສ່​ຄຸ້ມ​ຄອງ, ສົ່ງເສີມ​ ແລະເປີດ​ກວ້າງ​ການ​ຈໍລະ​ຈອນ​ສິນຄ້າ

*(ຂປລ): ເພື່ອ​ປະຕິບັດ​ຕາມ​ທິດ​ທາງ​ແຜນການ​ພັດທະນາ ​ແລະ ຄຸ້ມ​ຄອງ​ວຽກ​ງານ​ອຸດສາ ຫະກຳ- ການ​ຄ້າ ​ໃນ​ໄລຍະ 5 ປີ (2006-2010) ແລະ ​ແຜນ​ວຽກ​ຈຸດ​ສຸມ​ສົກ​ປີ 2006-2007 ​ໃຫ້​ຂະຫຍາຍຕົວ, ຂະ​ແໜງ​ການ​ຄ້າ​ໄດ້​ເອົາ​ໃຈ​ໃສ່​ການ​ຄຸ້ມ​ຄອງ​ ສິນ ຄ້າ ​ແລະ ລາຄາ​ ໂດຍ​ສະ​ເພາະ​ແມ່ນ​ສິນຄ້າ​ຍຸດ​ທະ​ສາດ​ທີ່​ກະຊວງ​ຄຸ້ມ​ຄອງ ​ແລະ​ດັດສົມ, ສົ່ງ​ເສີມ ​ແລະ ເປີດ​ກວ້າງ​ການ​ຈໍລະ ​ຈອນ ​ສິນຄ້າ​ລະ​ຫວ່າງ ຕົວ ​ເມືອງ ​ແລະ ຊົນນະບົດໃຫ້​ຕິດ​ຈອດ​ກັນ, ​​ສະໜອງ​ຄວາມ​ຕ້ອງການ​​ດ້ານ​ອຸປະກອນ​ ການຜະລິດ; ສິນຄ້າ​ໃຊ້​ ສອຍ​ຈຳ​ເປັນ, ​ເອົາ​ໃຈ​ໃສ່​ ຊຸກ ຍູ້​ ການ ​ຜະລິດ​ເປັນ​ສິນຄ້າ ​ແລະ ພັດທະນາ​ການ​ສົ່ງ​ອອກ, ​​​ຫັນ​ເອົາ​ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ ​ແລະ ການ​ຊ່ວຍ​ເຫລືອ​ຈາກ​ຕ່າງ ປະ​ເ ທດລົງ​ໄປ​ຈັດຕັ້ງປະຕິບັດ​ຢູ່​ທ້ອງ​ຖິ່ນ​ເປັນຕົ້ນ​ເຊັ່ນ: ​ໂຄງການ​ຕິດຕັ້ງ​ໂຮງ​ອົບ, ​ໂຮງສີ​ເຂົ້າ ​ແລະ ​ໂຄງການ​ກໍ່ສ້າງ​ຕະຫລາດ​ຊົນນະບົດ ຊຶ່ງ
ປະຈຸ​ບັນ​ມີຢູ່ທົ່ວ​ປະ​ເທດ​ມີ​ທັງ​ໝົດ 628 ແຫ່ງ, ການ​ຄຸ້ມ​ຄອງ​ການ​ຄ້າ​ຊາຍ​ແດນ ​ແລະ ຂະ​ບວນການ​ຜະລິດ​ເປັນ​ ສິນຄ້າ​ເພື່ອ​ ຊົມ​ໃຊ ້​ພາຍ ​ໃນ ​ແລະ ສົ່ງ​ອອກ​​ສືບຕໍ່​ຂະຫຍາຍ ຕົວ​ສູງ​ຂຶ້ນ.
ສຳລັບ​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ​ສິນຄ້າ ​ໃນ​ສົກ​ປີ 2006-2007 ເຫັນ​ວ່າ:ມູນ​ຄ່າ​ການ​ສົ່ງ​ອອກ​​ບັນລຸ​ 977 ລ້ານ​ໂດ​ລາ​ ສະຫະລັດ ລື່ນ​ແຜນການ​ປີ​ປະມານ 50% ທຽບ​ໃສ່​ປີຜ່ານມາ​ເພີ່ມ​ຂຶ້ນ 57% ​ສາ​ເຫດ​ທີ່ພາ​ໃຫ້ການ​ສົ່ງ​ອອກ​ເພີ່ມ​ຂຶ້ນຍ້ອນ​ວ່າ ສິນຄ້າ​ທີ່​ມີ​ທ່າ ​ແຮງ​ ຈຳນວນ ​ໜຶ່ງ​ໄດ້​ ຂະຫຍາຍຕົວສູງ​ຂຶ້ນ​ເປັນຕົ້ນ​ແຮ່​ທາດ​ ຕ່າ​ງໆຄາດ​ວ່າ​ຈະ​ປະຕິບັດ​ໄດ້ 589 ລ້ານ​ໂດ​ລາ, ໃນ​ນັ້ນມ ີທອງ​ ປະມານ 477 ລ້ານ​ໂດ​ລາ, ຄຳ​ 106 ລ້ານ​ໂດ​ລາ, ສິນຄ້າ​ອຸດສາຫະກຳ-ຫັດຖະກຳ 143 ລ້ານ​​ໂດ​ລາ, ສິນຄ້າ​ກະສິກຳ ​ແລະ ສັດ​ລ້ຽງ 70 ລ້ານ​​ໂດ​ລາ, ການ​ສົ່ງ​ ອອກ ​ໄມ້ ແລະ ຜະລິດ​ຕະພັນ​ໄມ້ 72 ລ້ານ​ໂດ​ລາ​. ສ່ວນ​ການ​ນຳ​ເຂົ້າ​ປະຕິບັດ​ໄດ້ 916 ລ້ານ​ໂດ​ລາ, ສິນຄ້າ​​ນຳ​ເຂົ້າ​ຕົ້ນຕໍ​ ແມ່ນສິນຄ້າ​ຮັບ​ ໃຊ້​ໂຄງການ​ລົງທຶນປະມານ 278 ລ້ານ​ໂດ​ລາ, ວັດຖຸ​ດິບ​ສຳລັບ​ຕັດຫຍິບ​ 88 ລ້ານ​ໂດ​ລາ, ສິນຄ້າ​​ຮັບ​ໃຊ້​ການ​ຜະລິດ​ອຸດສາຫະກຳ​ 49 ລ້ານ​ໂດ​ລາ, ນ້ຳມັນ​ເຊື້ອ​ໄຟ ​ແລະ ອາຍ​ແກັດ 235 ລ້ານ​ໂດ​ລາ, ສິນຄ້າ​ທົ່ວ​ໄປ​ເຊັ່ນ: ສະບຽງ​ອາຫານ,ອຸປະກອນ​ໄຟຟ້າ,ອຸປະກອນ​ ກໍ່ສ້າງ ​ແລະ ອື່ນໆ 151 ລ້ານ​ໂດ​ລາ.
ຄຽງ​ຄູ່​ກັບ​ດ້ານ​ດີ ວຽກ​ງານການ​ຄ້າ​ຍັງ​ມີ​ຂໍ້ຄົງຄ້າງ​ບາງ​ອັນເຊັ່ນ:ການ​ຊຸກຍູ້ສົ່ງ​ເສີມ ​ການ​ຜະລິດ​ເປັນ​ສິນຄ້າ​ເພື່ອ​ຊົມ​ໃຊ້​ພາຍ​ໃນ ​ ແລະ ສົ່ງ​ ອອກ​ຍັງ​ບໍ່​ທັນ​​ແຂງ​ແຮງ, ການ​ສະໜອງ​ຂໍ້​ມູນ​ດ້ານ​ສິນຄ້າລາຄາ ​ແລະ ຕະຫລາດ​ໃຫ້​​ຜູ້​ຜະລິດ, ນັກທຸລະກິດ ຍັງ​ບໍ່​ຊັດ​ເຈນ, ການ​ນຳ​ເຂົ້າ​ ສິນ ຄ້າ​ປະ​ເພດ​ຟຸມ​ເຟືອຍ​ຍັງ​ກວມ​ອັດຕາ​ສູງ, ການ​ນຳ​ເຂົ້າ​ສິນຄ້າ​ຂອງ​ຮ້ານ​ຄ້າ​ປອດ​ພາສີຂອງ ໂຄງການ ຍັງຮົ່ວ​ໄຫລ ອອກ​ຈຳ​ໜ່າຍຢູ່​ທ້ອງ​ ຕະຫລາດ,ການ​ປະສານ​ງານ​ຂອງ​ຂະ​ແຫນງ​ການ​ແລະທ້ອງ​ຖິ່ນ​ເພື່ອ​ເອື້ອ ​ອຳນວຍການ​ດຳ​ເນີນ​ທຸລະ​ກິດ​ຍັ ງ​ບໍ່​ ຄອງ​ ຕົວ, ການ​ລົງທຶນ​ ໃສ່​ ວຽກ​ງານ​ສະຖິຕິຂໍ້​ມູນ​ຂ່າວສານ​ຍັງ​ບໍ່​ພຽງພໍ​./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446