ພະຍາດຄໍ​ໜຽງ

* ດັ່ງ​ພວກ​ເຮົາ​ຮູ້​ນຳ​ກັນ​ດີ​ແລ້ວ​ວ່າ: ຢູ່​ປະ​ເທດ​ລາວ​ເຮົາເຄີຍ​ມີ​ຜູ້​ ເປັນ​ຄໍ​ເອີມ ຫຼື ເອີ້ນອີກ​ແນວ​ໜຶ່ງ​ກໍ​ແມ່ນ​ພະ ຍາດ ”ຄໍ​ຫນຽງ” ຫລາຍ​ ສົມ​ຄວນ,​ ບໍ່​ວ່າຈະ​ຢູ່​ເຂດ​ພູ​ດອຍ​ ຫລື ເຂດ​ທົ່ງ​ພຽງ ​ໂດຍ​ສະ​ເພາະກໍ​ແມ່ນ​ປະ​ຊາ​ຊົນ ທີ່​ອາໄສ​ຢູ່​ທາງເຂດ​ພູ​ດອຍ ຊຶ່ງ​ທັງ​ນີ້ທັງ​ນັ້ນ, ສາ ​ເຫດ​ ທີ່​ພາ​ໃຫ້​ເປັນ​ຄໍ​ເອີມ​ນັ້ນກໍ​ເນື່ອງ​ຈາກ​ວ່າ: ​ຄົນ​ຜູ້​ນັ້ນ​ຂາດ​ທາດອີ​ອົດ​ໃນ​ຮ່າງ​ກາຍ.
ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ແຕ່​ລະ​ຄົນ​ໃຫ້​ດີ ທຸກ​ຄົນ​ຕ້ອງ​ຮູ້​ວິ​ທີ​ປ້ອງ​ກັນ ເພື່ອບໍ່ໃຫ້​ເປັນ​ຄໍ​ເອີມ ໂດຍສະ​ເພາະ​ແລ້ວ​ກໍ​ແມ່ນ​ປະຊາ ຊົນ​ທີ່​ອາໄສ​ຢ​ູ່​ໃນ​ເຂດ​ທີ່​ເປັນ​ຄໍ​ເອີມ​ຫລາຍ​ຍິ່ງ​ຕ້ອງໄດ້ເອົາ​ໃຈ ໃສ່​ເປັນ​ພິ​ເສດ ​ເພື່ອ​ບໍ່​ໃຫ້​ຄົນ​ ແລະ​ ສະ​ມາ​ຊິກ​ໃນ​ ຄອບ​ຄົວ​ຂອງ​ຕົນ​ ເປັນ ​ຄໍ​ ເອີມ ​ຫລື​ ມີ​ອາ​ການ​ຂາດ​ທາດ​ອີ​ອົດພິ​ເສດ ​ແລະ ​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ​ນັ້ນກໍ​ຄື​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕໍ່ແມ່​ຍິງ​ຖື​ພາ. ຄວາມ​ ຈິງ​ແລ້ວ, ແມ່​ຍິງ​ທີ່ເປັນ​ຄໍ​ເອີມ ​ໃນ​ເວ​ລາ​ຖື​ພານັ້ນ​ແມ່ນ​ມີ​ຜົນ​ສະ​ທ້ອນ​ອັນ​ບໍ່​ດີ​ຕໍ່​ລູກ​ໃນ​ທ້ອງ ເພາະ​ມັນ​ຈະພາ ​ໃຫ້​ເດັກ​ນ້ອຍ​ບໍ່​ແຂງ​ ແຮງ, ຂະ ນະ​ດຽວ​ກັນສະ​ຫມອງ​ກໍ​ຈະຂະ​ຫຍາຍຕົວ​ຊ້າ ແລະ ​ທີ່​ໜ້າ​ເປັນ​ຫ່ວງ​ກວ່າ​ນັ້ນກໍອາດ​ຈະເສຍ​ຊີວິດ ໃນ​ເວ​ລາ​ເກີດ ​ຫລື ເກີດ​ມາ​ມີ​ຊິ​ວີດ​ຢູ່​ກໍ​ອາດ ​ຈະກາຍເປັນ​ຄົນ​ບໍ່​ສະ​ຫລາດ,​ເປັນ​ຄົນໂງ່​ຈ​້າ, ປັນ​ຍາ​ອ່ອນ ຫລື ຫູ​ຫນວກ,​ ປາກ​ກືກ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ຄໍ​ເອີມ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຫລີກ​ເວັ້ນ​ໄດ້,ແຕ່​ເຮົາ​ກໍ​ສາມາດ​ປ້ອງ​ກັນເພື່ອບໍ່​ໃຫ້​ເກີດ​ພະ​ຍາດ​ນີ້​ໂດຍ​ຕ້ອງ​ກິນ​ເກືອ​ທີ່​ປະ​ສົມ​ທາດ​ອີ​ອົດ​ເປັນ​ ປະ​ຈຳ​ແທນ​ເກືອ​ທຳ​ມະ​ດາ. ຖ້າ​ຜູ້​ໃດ​ເປັນຄໍ​ເອີມແລ້ວ​ກໍ​ສາ​ມາດ​ປິ່ນ​ປົວ​ໄດ້ ແຕ່​ດີ​ທີ່​ສຸດ​ຕ້ອງ​ປ້ອງ​ກັນ​ໄວ້​ກ່ອນ ເພື່ອບໍ່​ໃຫ້​ເປັນ ຫລື​ ຖ້າ​ເປັນ​ແລ້ວ​ກໍ​ຕ້ອງ​ເລີ່ມ​ປິ່ນ​ປົວ​ແຕ່​ຫ​ົວ​ທີ​ຄື​ຕອນເວ​ລາທີ່​ກ້ອນ​ຫນຽງມັນ​ຍັງ​ ນ້ອຍ. ຖ​້າຢາກ​ໃຫ້​ລູກ​ເກີດ​ມາເປັນ​ຄົນ​ສະ​ຫລາດຮ່າງ​ກາຍ​ແຂງ​ແຮງແມ່​ຍິງ​ຖື​ພາ​ຄວນ​ກິນ​ເກືອ​ທີ່​ປະ​ສົມ​ທາດ​ອີ​ອົດ​ເປັນ​ປະ​ຈຳສຸ​ຂະ​ພາບ​ຂອງ​ ທຸກ​ຄົນ​ໃນ​ຄອບ​ຄົວ​ຈະ​ແຂງ​ແຮງ​ ແລະ ​ສົມ​ບູນ​ດີ​ ຖ້າ​ໃຊ້​ເກືອ​ປະ​ສົມ​ທາດ​ອີ​ອົດ​ປຸງ​ແຕ່ງ​ອາ​ຫານ​ກິນ​ປະ​ຈຳ​ໃນ​ແຕ່​ລະມື້./.

ກິນ​ແນວ​ໃດ ​ເພື່ອ​ເຜົາ​ຜານ​ພະລັງງານ​ໄດ້​ດ

* ສິ່ງ​ທີ່​ບົ່ງ​ບອກ​ວ່າ​ອັດຕາ​ການ​ເຜົາ​ຜານ​ພະລັງງານ​ໃນ​ຮ່າງກາຍ​ເລີ່​ມຈະ​ຫຼຸດ​ລົງ​ໄປ​ຕາມ​ໄວສັງ ຂານ ນັ້ນ​ກໍ​ຄືນ້ຳຫນັກ​ຕົວ​ທີ່​ເພີ່ມ ​ຫລາຍ​ຂຶ້ນ “ເລີ່​ມມີພຸງ​ຍືດອອກ​ມາ” ຊຶ່ງ​ການ​ອອກກຳລັງ​ກາຍຄື: ວິທີທີ່​ດີ​ທີ່​ສຸດ​ໃນ​ການ​ເຜົາ​ຜານ​ພະລັງງານ​ສ່ວນ​ເກີນ​ເຫລົ່ານີ້ ແຕ່ ຂະນະ​ດຽວ​ກັນກໍ​ມີ​ວິທີ​ຫນຶ່ງທີ່​ສາ ມາດ​ຊ່ວຍ​ທ່ານ​ໄດ້​ນັ້ນກໍ​ຄື: ການ​ກິນ​ອາຫານ​ຢ່າງ​ຖືກ​ວິທີຄື: ​ໃຫ້ຫລຸດ​ອາ ຫານ​ຈຳພວກແປ້ງ, ນ້ຳຕານ, ໄຂ ມັນ. ການ​ກິນ​ອາຫານ​ທີ່​ມີ​ຄາ​ໂບ​ໄຮ​ເລດ​ສູງ​ຈະ​ເຮັດ​ໃຫ້​ປະລິມານ​ອິນ​ຊູ​ລິນ​ໃນ​ເລືອດ​ເພີ່ມ​ຂຶ້ນສົ່ງ​ຜົນເຮັດໃຫ້ ການ​ ເຜົາ​ຜານ​ໄຂມັນ​ໃນ​ຮ່າງກາຍ​ຫລຸດ​ລົງ, ນອກ ນີ້ ການ​ກິນ​ອາຫານ​ທີ່​ມີ​ໄຂມັນ​ຫລາຍ​ ຍັງ​ຈະ​ເຮັດ​ໃຫ້​ລະບົບ​ການ​ ເຜົາ​ຜານ ​ພະລັງ ງານ ຊ້າ​ລົງ​ອີກ​ດ້ວຍ.ກາ​ນຍ່ອຍ​ອາຫານ​ປະ​ເພດ​ໂປຣ​ຕີນ​ຈາກ​ຊີ້ນ​ສັດ​ເປັນ​ກິດ ຈະກຳ​ທີ່ຮ່າງກາຍ​ຕ້ອງ​ໃຊ້​ພະລັງ ງານ ຫລາຍ​ສົມ ຄວນ ດັ່ງນັ້ນການ​ກິນ​ຊີ້ນ, ປາ, ຊີ້ນຫມູບໍ່​ຕິດ​ໄຂມັນ,ໄກ່​ບໍ່​ຕິດ​ໜັງ... ຈະຊ່ວຍ​ເລັ່ງອັດຕາ​ການ​ເຜົາ​ຜານ ​ພະລັງງານ​ໄດ້​ຫລາຍ​ຂຶ້ນ,​ ແຕ່​ຢ່າ​ລືມວ່າ​ໂປ​ຣຕີນ​ທີ່​ເຫລືອ​ຈາກ​ການ​ໃຊ້​ງານ​ນັ້ນຈະ​ກາຍ​ເປັນ​ໄຂມັນ ດັ່ງນັ້ນບໍ່​ຄວນ​ກິນ​ຫລາຍ​ຈົນ​ເກີນ​ໄປ ທີ່​ສຳຄັນ​ຜັກ ​ແລະ​ຫມາກ​ໄມ້​ທີ່​ມີ​ວິຕາມິນເຊ ສູງ​ກໍ​ຂາດ​ບໍ່​ໄດ້​ເຊັ່ນ​ດຽວ​ກັນ​ເພາະ​ວິຕາມິນເຊມີ​ສ່ວນ ຊ່ວຍ​ໃນ​ການ ເລັ່ງ​ການ​ເຜົາ​ຜານ​ ພະລັງງານ ​ເຊັ່ນ​ກັນ. ”ກິນ​ຫນ້ອຍ​ແຕ່​ກິນ​ຫລາຍເທື່ອ“ ກໍ​ຄືການ​ກິນ​ອາ ຫານ​ແຕ່​ລະມື້​ໃຫ້ຫນ້ອຍໆ,​ແຕ່​ໃຫ້ແບ່ງ​ອອກ​ເປັນຄາບ​ຍ່ອຍຫຼາຍໆ ​ຄາບ​ເຊັ່ນ: ​ເຊົ້າ, ສວາຍ, ແລງ...ຈະ​ເປັນ​ການ​ຊ່ວຍ​ກະ​ຕຸ້ນ​ໃຫ້​ຮ່າງກາຍ​ມີກິດຈະກຳ​ຍ່ອຍ​ອາຫານ ແລ​ະ​ເຜົາ​ຜານ​ພະລັງງານ​ ຕະຫລອດ​ມື້​ຢ່າງ​ຕໍ່​ເນື່ອງ​ໄດ້, ຂະນະ​ດຽວ​ກັນ​ກໍ​ຕ້ອງດື່ມນ້ຳ​ໃຫ້​ຫລາຍ​ເພາະຮ່າງ ກາຍ​ຕ້ອງ​ໃຊ້​ນ້ຳ​ໃນ​ກິດຈະກຳ​ຍ່ອຍ​ອາ ຫານ, ການ​ດື່ມນ້ຳ​ຫນ້ອຍ​ອາດ​ເຮັດ​ໃຫ້​ລະບົບ​ການ​ເຮັດ​ວຽກ​ຕ່າງໆ ​ໃນ​ຮ່າງກາຍລວ​ມ​ເຖິງ​ລະ ບົບ​ເຜົາ​ຜານ​ພະລັງງານ ເກີດ​ການ ​ຕິດ​ຄັດ​ໄດ້.​ ຢ່າງ​ໃດ​ກໍ​ດີ, ເມື່ອ​ຮູ້​ແລ້ວ​ວ່າ​ກິນ​ແນວ​ໃດ​ຈຶ່ງ​ຈະ​ມີ​ສຸຂະ ພາບ​ດີ​ນັ້ນ ກໍ​ລອງໆ​ເອົາ​ວິທີ​ເຫລົ່າ​ນີ້​ໄປ​ໃຊ້​ເບິ່ງ ​ໄດ້ຜົນ​ແນວ​ ໃດ​ກໍ​ຊ່ວຍ​ບອກ​ຕໍ່ໆ​ກັນ​ໄປກະ​ແລ້ວກັນ ໂອກາດ​ຫນ້າ​ຜູ້​ຂຽນ​ຈະ​ພະຍາ ຍາມ​ຊອກ​ຫາ​ຂໍ້​ມູນ​ດີໆ ​ຄື​ແນວ​ນີ້ມາ​ ນຳ​ສະ​ເຫ​ນີ​ ໃຫ້​ບັນດາ​ທ່ານ​ໄດ້​ຮັບ​ຊາບ​ກັນ​ຕໍ່ໆ​ໄປ./.

ແມ່ຍິງ​ຖືພາ ດື່ມ​ກາ​​ເຟ ຫລາຍມີ​ຄວາມ​ສ່ຽງ​ລຸ​ລູກ

*ຜົນ​ການ​ສຶກາ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວາລະສານ ນິ​ເວດ​ວິທະຍາ ອາ​ເມ​ລິ​ກາ ພົບ​ວ່າ ​ແມ່ຍິງ​ຖືພາ​ທີ່​ດື່ມ​ກາ​ເຟວັນ​ລະ 2 ຈອກ​ຂຶ້ນ​ໄປ ມີ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ 2 ເທົ່າ​ທີ່​ຈະ​ລຸ​ລູກ ​ເມື່ອ​ປຽບທຽບ​ກັບ​ແມ່ຍິງ​ຖືພາ ທີ່​ຫລີກ​ລ່ຽງ​ເຄື່ອງ​ດື່ມ​ມີ​ກາ​ເຟອິນ.
ຜົນ​ການ​ສຶກສາ​ຂອງ ດຣ.​ເດຄຸນ ລີ ນັກວິ​ໄຈ​ຈາກ​ສະ​ຖາ​ບັນ​ໄກ​ເຊີ ເພີ​ມາ​ເນັນ ດີ​ວິ​ຊັນ ອອຟ ຣີ​ເຊ​ສ ​ໃນ​ອາ​ເມ​ລິ​ກາ ສະ​ເຫ​ນີຫລັກ​ຖານ​ທີ່​ຫນັກ​ແຫນ້ນ​ຂຶ້ນວ່າ ການ​ໄດ້​ຮັບ​ກາ​ເຟອິນ​ໃນ​ປະລິມານ​ສູງ ລະຫວ່າງ​ການ​ຖືພາ ຕັ້ງ​ແຕ່​ລະດັບ 200 ມິນລີ ກຣາມຕໍ່​ວັນ ຊຶ່ງ​ທຽບ​ເທົ່າ​ກັບ​ດື່ມ​ກາ​ເຟວັນ​ລະ 2 ຈອກ ມີ​ຄວາມ​ສ່ຽງ​ຕໍ່​ການ​ລຸ​ລູກ​ເພີ່ມ​ຂຶ້ນຫລາຍ. ຄະນະ​ວິ​ໄຈ​ແນະນຳ​ໃຫ້​ແມ່ຍິງ​ທີ່​ຖືພາ ຫລື​ກຽມ​ຖືພາ ບໍ່​ຄວນ​ດື່ມ​ກາ​ເຟປະມານ 3 ເດືອນ ຫລື​ຕະຫລອດໄລຍະ​ເວລາ​ຂອງ​ການ​ຖືພາ.
ການ​ສຶກສາ​ຂອງ ​ດຣ. ລີ ແລະ ຄະນະໄດ້​ທົດ​ລອງນຳ​ເອົາ​ແມ່ຍິງ​ຖືພາ 1.063 ຄົນ ​ໃນ​ລະຫວ່າງ​ເດືອນຕຸລາ ປີ 1996 ​ເຖິງ​ເດືອນ​ຕຸ ລາປີ 1998 ໂດຍ​ທີ່​ແມ່ຍິງ​ແຕ່ລະຄົນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ພຶດຕິ​ກຳ​ການ​ບໍລິ​ໂພ​ກກາ​ເຟອິນ ​ໃນ​ຂະນະ​ທີ່​ຖືພາ ສິ່ງ​ທີ່​ພົບຕະຫລອດ​ການ​ວິ​ໄຈ​ເປັນ​ເວລາ 2 ປີ ຄື​ແມ່ຍິງທີ່​ດື່ມ​ກາ​ເຟວັນ​ລະ 2 ຈອກ ຫລື​ ຫລາຍ​ກວ່າ 2 ຈອກ ​ເປັນ​ປະຈຳ ຫລື​ ດື່ມນ້ຳ​ໂຊດາ ທີ່​ມີ​ສ່ວນ​ປະສົມຂອງ​ກາ​ເຟອິນ​ຂະ ຫນາດ​ປ໋ອງລະ 12 ອອນ ວັນ​ລະ 5 ປ໋ອງ ຈະ​ມີ​ຄວາມ​ສຽງ​ລຸ​ລູກ​ຫລາຍ​ກວ່າ​ແມ່ຍິງ​ທີ່​ຫລີກ​ລ່ຽງ​ເຄື່ອງ​ດື່ມ​ປະສົມ​ກາ​ເຟອິນ​ເຖິງ 2 ເທົ່າ.
ນັກວິ​ໄຈ​ເຊື່ອ​ວ່າ ຄວາມ​ສ່ຽງີ່​ເພີ່ມ​ຂຶ້ນ ກ່ຽວຂ້ອງ​ກັບກາ​ເຟອິນ​ຫລາຍ​ກວ່າ​ສານ​ເຄມີ​ອື່ນໆ ໃນ​ກາ​ເຟ ​ເພາະ​ເຄອງ​ດື່ມ​ຊະນິດ​ອື່ນ ​ເຊັ່ນ ນ້ຳ​ໂຊດາ, ຊາ ​ແລະໂຊ​ໂກ​ເລັດ​ຮ້ອນ ທີ່​ມີ​ກາ​ເຟອິນ ກໍ​ມີ​ຄວາມ​ສ່ຽງ​ລຸ​ລູກ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ. ດຣ.ລີ ກ່າວ​ວ່າ ກາ​ເຟອິນ ​ເປັນ​ອັນຕະລາຍ​ຕໍ່​ເດັກ​ໃນ​ທ້ອງ ​ເພາະ​ຂັດຂວາງ​ຂະ​ບວນການ​ເຜົາ​ຜານ​ອາຫານ​ຂອງ​ຕົວ​ອ່ອນ ​ແລະ ອາດ​ຫລຸດ​ການ​ໄຫລ​ວຽນ​ຂອງ​ເລືອດຂອງ​ເດັກ​ໃນ​ທ້ອງ.
ນັກວິ​ໄຈ​ແນະນຳ​ວ່າ ຫາກ​ຈະ​ໃຫ້​ປອດ​ໄພ​ທີ່​ສຸດ ຈະ​ຕ້ອງເຊົາ​ດື່ມ​ກາ​ເຟ ​ໃນ​ໄລຍະ​ຖືພາ ​ແຕ່​ຖ້າ​ຫລີກ​ລ່ຽງບໍ່​ໄດ້ ພະຍາຍາມ​ບໍ່​ໃຫ້​ເກີນ​ມື້ລະ​ຈອກ ຫລືປ່ຽນ​ໄປ​ດື່ມ​ເຄື່ອງ​ດື່ມ​ອື່ນ​ທີ່​ບໍ່​ມີ​ກາ​ເຟອິນ./.

ນັກວິທະຍາສດພົບ​ພໍ້​ຫລັກ​ຖານ​ໃຫມ່ ໃນອຸກາ​ບາດ

*ນັກ​ດາລາສາດໂລກ​ທັງຫລາຍ​ຕ່າງ​ກໍ່​ພິສະ​ຫວົງ ​ເມື່ອ​ພິ​ສູດ​ສິ້ນ ສ່ວນ​ອຸ​ກກາ​ບາດ​ທີ່​ຕົກ​ໃນ​ປະ​ເທດ​ອົດ​ສະຕຣາລີ​ເມື່ອ 40 ປີ​ກ່ອນ​ນີ້ ທີ່​ພົບ​ວ່າ​ມີ​ສານ​ຕັ້ງຕົ້ນ​ຂອງ​ດີ​ເອັນ​ເອ ແລະ ອາ​ເອັນ​ເອ (Rna) ລວມຢູ່​ນຳ. ຊີ້​ໄດ້​ຊັດ​ເຈນ​ວ່າ​ເປັນ​ທາດ​ກາກ​ບອນ ທີ່​ພົບ​ຢູ່​ໃນ​ຮູບ​ແບບ​ທີ່​ບໍ່​ເຄີບ​ພົບ​ໃນ​ໂລກ. ນັກວິ​ໄຈ​ເຊື່ອ​ວ່າ ອຸກກາບາດ​ນຳພາ​ສານ​ອົງ​ປະກອບ​ຂອງ​ພັນທຸ​ກຳມາ​ຈາກ​ນອກ
ໂລກ ​ແລ້ວ​ເຮັດ​ໃຫ້​ລະດັບ​ວິວັດທະນາ​ການ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ ເທິງ​ໜ້າ​ໂລກໜ່ວຍ​ນີ້.
ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ຄະນະນນັກ​ດາລາສາດ​ເອີ ຣົບຮ່ວມ​ກັບ​ສະຫະລັດ​ອາ​ເມ​ລິ​ກາ ກວດພົບສານ​ຊີວະ ​ໂມ​ເລ​ກຸນ​ແຝຢູ່​ໃນ​ອຸ​ກ​ກາ​ບາດ​ທີ່​ຕົກລົງ​ມາ​ສູ່​ໂລກ​ບໍລິ​ເວນ​ປະ​ເທດ​ອົດ​ສະຕຣາລີ​ເມື່ອ 40 ປີ​ກ່ອນ​ນີ້ ຊ່ອງ​ເປັນ​ອົງ​ປະກອບ ​ສຳຄັນ​ໃນ​ສານ​ພັນທຸ​ກຳ​ຂອງ​ສິ່ງ​ມີ​ຊີວິດ. ຜົນ​ພິສູດ​ຊີ້​ຊັດ​ເຈນ​ວ່າ ທາດ​ກາກ​ບອນ​ຊຶ່ງ​ເປັນ​ອົງ​ປະກອບ​ສຳ ຄັນ​ຕົ້ນ ຕໍ​ບໍ່​ແມ່ນ​ຮູບ​ແບບ​ທີ່​ພົບໄດ້​ທົ່ວ​ໄປ​ເທິງ​ໜ້າ​ໂລກ ​ໂດຍ​ມີ​ການ​ລາຍ​ງານ​ຜົນ​ການ​ຄົ້ນຄວ້າ​ລົງ​ໃນ​ວາລະສານ Earth and planetary science letters. ຄະນະ​ນັກວິ​ທະ ຍາ​ສາດ​ກວດ​ວິ​ເຄາະ​ເສດ​ຫີນ​ອຸກ​ກາບາດ ​ເມີ​ຈິ​ຊັນ(Murchison) ທີ່​ຕົກ​ໃນ​ປະ​ເທດ ອົດ​ສະຕຣາລີ​ເມື່ອ​ປີ 1970 ແລະ ພົບ​ເຫັນ​ວ່າ​ມີ​ໂມລະ​ກຸນ​ຂອງ​ອູຣາຊີ​ນ (Uracil ) ແລະ ຊານ​ທີ​ນ ​(xanthine) ປົນ​ເປ​ຢູ່ນຳ ​ເຊິ່ງສານ​ທັງ​ສອງ​ຊະ ນິດ​ນີ້ຈັດ​ເປັນນິວ​ຄລີ​ໂອ​ເບ​ດ (nucleobase) ແລະ​ເປັນ​ໂມລະ​ກຸນ​ຕັ້ງຕົ້ນ​ໃນ​ການ​ສັງ​ເຄາະ​ສານ​ພັນທຸ​ກຳ​ໃນ​ສິ່ງ​ທີ່​ມີ​ຊີວິດຄືເດ​ແອນ​ອາ (DNA) ແລະ ແອຣ​ແອນ​ອາ RNA). ດຣ. ຊີ​ຕາ ມາກ​ຕິນ (Dr Zita Martins) ຫົວໜ້າ​ຄະນະ​ນັກວິ​ໄຈ​ຈາກ​ພາກ​ວິຊາ​ວິທະຍາສາດ​ໂລກ ​ແລະ ວິສະວະກຳ​ສາດ(Department of Earth Science and Engineering) ອິມພີຣຽນ ຄໍລິ​ຈ (Imperial College) ນະຄອນ​ລອນ​ດອນ ປະ​ເທດ​ອັງກິດ ​ເປີດ​ເຜີຍ​ວ່າ ການ​ຄົ້ນຄວ້າ​ເລື່ອງ​ດັ່ງກ່າວ​ຈະ​ຊ່ວຍ ​ເພີ່ມ​ຂໍ້​ມູນ ​ແລະ ຫລັກ​ຖານ​ສຳຄັນ​ກ່ຽວ​ກັບ​ວິວັດທະນາ​ການ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ແຮກ​ໃນ​ໂລກ​ຂອງ​ພວກ​ເຮົາ.” ພວກ​ເຮົາ​ເຊື່ອ​ໝັ້ນວ່າ ສິ່ງ​ທີ່​ມີ​ຊີວິດ​ແຮກ ທີ່​ເກີດ​ຂຶ້ນ​ໃນ​ໂລກ​ຈະ​ຕ້ອງ​ໄດ້​ຮັບ ນິວຄລີ​ໂອ​ເບ​ດມາ​ຈາກ​ເສດສິ້ນ ສ່ວນ​ຂອງ​ອຸກ ກາ​ບາດ​ທີ່​ມາ​ຈາກ​ນອກ​ໂລກ ​ເພື່ອ​ທຳ​ການ​ຖອດ​ລະຫັດ​ພັນທຸ​ກຳ, ເປັນ​ຜົນ​ໃຫ້​ພວກ​ມັນ​ສາ ມາດ​ຖ່າຍ​ທອດ​ລັກສະນະ​ຕ່າງໆ​ສູ່​ລຸ້ນຫລານ ​ເກີດ​ການ​ວິວັດ ​ແລະ ດຳລົງ​ຊີວິດ​ສືບ​ເຊ​ອສາຍ​ເຜົ່າ​ພັນ​ກັນ​ຕໍ່ໆ​ມາ​ໄດ້”; ດຣ. ມາກ​ຕິນ ກ່າວ.
ນັກວິທະຍາສາດ​ເຄີຍ​ສັນນິຖານ​ກັນ​ວ່າ​ເມື່ອ​ປະມານ 3,8​4,5ພັນ​ລ້ານ ​ປີ​ກ່ອນ​ນີ້, ​ໂລກ​ຂອງພວກ​ເຮົາ ມີ​ຫີນ​ອຸກກາບາດ​ທີ່​ຄ້າຍຄື​ກັນ​ກັບ​ອຸກກາ ບາດ​ເມີ​ຊິນຕົກລົງ​ມາ​ຈຳນວນ​ຫຼວງ ຫລາຍ ຊຶ່ງ​ເປັນ​ໄລຍະ​ເວລາ​ດຽວ​ກັນ​ກັບ​ສິ່ງ​ທີ່​ມີ​ຊີວິດ​ແຮກ​ອຸບັດ​ຂຶ້ນ​ເທິງ​ໜ້າ​ໂລກ​ຂອງ​ພວກ​ເຮົາ ​ແລະ ສານ​ອິນ​ຊີ​ທີ່​ມາ​ພ​້ອມກັບ​ອຸ​ກກາ​ບາດ​ນອກ​ໂລກ​ເຫລົ່ານັ້ນກໍ່​ກາຍ​ມາ​ເປັນ​ກຸນ​ແຈ​ສຳຄັນ​ທີ່​ເຮັດ​ໃຫ້​ວິວັດທະນາ​ການ​ຂອງ
​ ສິ່ງ​ທີ່​ມີ​ຊີວິດ​ແຮກ​ກ້າວ​ມາ​ເຖິງ​ປັດຈຸບັນ.
ຢ່າງ​ໃດ​ກໍ່ຕາມ, ​ເບ​ອງສາ​ສະ​ດາ​ຈານ ມາກ ​ເຊບຕັນ ນັກວິ​ໄຈ​ແຫ່ງ​ສະ​ຖາ​ບັນ​ດຽວ​ກັນ​ກັບ ດຣ. ມາກ​ຕິນ ກໍ່​ກ່າວ​ວ່າ ​ເພິ່ນ​ເຊື່ອ​ຄື​ກັນ​ກັບ ດຣ. ມາກ​ຕິນ ​ແລະ ຄວາມ​ຮູ້ສຶກ​ສານີ້ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ຕໍ່ ການ​ຄົ້ນຄວ້າ​ເຖິງ​ວິວັດທະນາ​ການ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ແຮກ​ໃນ​ໂລກ ​ເນື່ອງຈາກ​ຫີນ​ອຸກກາ ບາດ​ໄດ້​ນຳ​ອົງ​ປະກອບ​ສຳຄັນ​ຂອງ​ສິ່ງທີ່​ມີ​ຊີວິດ​ເທິງ​ໂລກມາ​ຈາກ​ລະ ບົບ​ສຸລິ​ຍະ ຊຶ່ງ​ກໍ່​ອາດ​ຈະ​ຟົ້ງ​ກະຈາຍ​ຢູ່​ທົ່ວ​ໄປ​ໃນ​ຈັກກະວານ​ເຊັ່ນ​ດຽວ​ກັນ, ປະກອບ​ກັບ​ຫລັກ​ຖານ​ພົບ​ພໍ້​ສານ​ອິນ​ຊີ​ຈາກ​ວັດຖຸ​ນອກ​ໂລກທີ່​ເພີ່ມ​ຫລາຍ​ຂຶ້ນກໍ່​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ອາດ​ຈະ​ມີ​ສິ່ງ​ທີ່​ມີຊີ ວິດ​ເກີດ​ຂຶ້ນ​ໄດ້​ອີກ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃນ​ນອກ​ໂລກ​ຂອງ​ ພວກ​ເຮົາ./.

ຊ່ວຍ​ກັນ​ແກ້​ໄຂ​ບັນຫາຢາ​ເສບ​ຕິດ ຕໍ່​ຢ່າງ​ມີ​ປະສິດທິ​ຜົນ

*ການນຳໃຊ້ຢາເສບຕິດ ເປັນບັນ ຫາທີ່ສາມາດປ້ອງກັນ, ປິ່ນປົວ ແລະ ຄວບຄຸມໄດ້;ໃນຂະນະດຽວກັນກໍຈະ ຕ້ອງໄດ້ເພີ່ມທະວີຄວາມພະຍາຍາມ ຫລຸດຜ່ອນການສະຫນອງຢາເສບຕິດ ດ້ວຍການຊ່ວຍເຫລືອຜູ້ປູກພືດທີ່ມີສານ ເສບຕິດທີ່ຜິດກົດຫມາຍໃຫ້ຫັນປ່ຽນ ໄປເຮັດອາຊີບອື່ນທີ່ຫມັ້ນຄົງກວ່າທັງ ຮັບປະກັນໃຫ້ອົງການປະຕິບັດມາດ ຕະການທາງດ້ານກົດຫມາຍໄດ້ສືບ ຕໍ່ປະຕິບັດຫນ້າທີ່ແກ້ໄຂ ແລະ ປາບ ປາມຢາເສບຕິດຢ່າງມີປະສິດທິຜົນ. ການຫລຸດຜ່ອນຄວາມຕ້ອງການເປັນ ສິ່ງທ້າທາຍອັນໃຫຍ່ຫລວງຂອງການ ຄວບຄຸມຢາເສບຕິດທົ່ວໂລກ.ໃນເມື່ອ ຄວາມຕ້ອງການຫາກຫລຸດຫນ້ອຍລົງ, ການສະໜອງກໍຈະຫນ້ອຍລົງ, ການ ສົ່ງເສີມ ແລະ ກະຕຸກຊຸກຍູ້ພວກລັກ ລອບຄ້າຂາຍຢາເສບຕິດກໍຈະບໍ່ມີ ຫລາຍເຊັ່ນດຽວ ກັນ.
ວັນທີ 26 ມິຖຸນາ ​ແມ່ນ​ວັນ​ຕ້ານ​ຢາ​ເສບ​ຕິດ​ສາກົນ ຊຶ່ງ​ໄດ້​ຖືກ​ກຳນົດ​ຂຶ້ນ​ເມື່ອປີ 1987. ປີ2007 ຜ່ານ ເລຂາ ທິການໃຫຍ່ອົງການສະຫະປະຊາ ຊາດ ກໍໄດ້ສົ່ງສານສະບັບຫນຶ່ງເຖິງ ບັນດາປະເທດສະມາຊິທົ່ວໂລກ ຊຶ່ງ ລະບຸ​ໃຫ້​ເຫັນວ່າ: ການຕໍ່ສູ້ກັບຢາ ເສບຕິດເປັນຄວາມພະຍາຍາມຮ່ວມ ກັນ, ມັນຮຽກຮ້ອງໃຫ້ມີການນຳພາ ຂອງລັດ ແລະ ມີທຶນຮອນພຽງພໍ, ມີສະຖານທີ່ບຳບັດປິ່ນປົວຜູ້ຕິດຢາ ເສບຕິດທີ່ດີ ແລະ ເຫມາະສົມ. ມັນ ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ ແລະ ຄູ ອາຈານ ພ້ອມທັງແພດຫມໍ ແລະ ຜູ້ ເຮັດວຽກງານທາງສັງຄົມໄດ້ມີສ່ວນ ຮ່ວມນຳ.ນອກຈາກນັ້ນ ຍັງຮຽກ ຮ້ອງ ໃຫ້ສື່ມວນຊົນ ແລະ ເຈົ້າຫນ້າທີ່ ຈັດຕັ້ງປະຕິບັດມາດຕະການທາງດ້ານ ກົດຫມາຍເຂົ້າມາມີບົດບາດຮ່ວມກັນ.
ຢ່າງ​ໃດ​ກໍ່ຕາມ ມາ​ເຖິງ​ປັດຈຸບັນ; ບັນຫາ​ຢາ​ເສບ​ຕິດ ​ໄດ້​ກາຍ​ເປັນບັນ ຫາ​ລວມທີ່​ທຸກຄົນຢູ່ໃນທຸກສາຂາອາ ຊີບຕ້ອງຮ່ວມແຮງຮ່ວມໃຈກັນ ແລະ ພ້ອມກັນເບິ່ງແຍງເປັນກໍລະນີພິເສດ ຕໍ່ພວກທີ່ມີຄວາມສ່ຽງຕິດຢາເສບຕິດ. ການ​ເສບ​ຢາອາດ​ຈະ​ເກີດ​ຂຶ້ນ​ໄປ​ໃນ​ຫລາຍ​ກໍລະນີ ແລະ ​ເງື່ອນ​ໄຂ​ເປັນຕົ້ນ ຍ້ອນເຂົ້າເຈົ້າມີບັນຫາສ່ວນຕົວ ຫລື ສະພາບແວດລ້ອມຂອງສືບຕໍ່ແກ້ໄຂ ບັນຫາຢາເສບຕິດຢ່າງມີປະສິດທິ ຜົນຄອບຄົວບໍ່​ເອື້ອອຳນວຍ ແລະ ຍ້ອນເຂົາເຈົ້າມີຄວາມອ່ອນແອ. ພາ ລະກິດຂອງພວກເຮົາແມ່ນຊ່ວຍ ເຫລືອແກ່ເຂົາເຈົ້າ​ເຫລົ່າ​ນັ້ນໄດ້ດຳ ເນີນຊີວິດທີ່ຖືກຕ້ອງແທນທີ່ຈະປ່ອຍ ໃຫ້ຢາເສບຕິດຄວບຄຸມ ແລະ ບັນຊາ ຊີວິດ. ນັ້ນໝາຍເຖິງການໃຫ້ຄຳ ແນະ ນຳທີ່ຖືກຕ້ອງແກ່ຊາວໜຸ່ມ- ເຍົາວະ ຊົນ, ໃຫ້ເຂົາເຈົ້າມີວຽກເຮັດງານທຳ ແລະ ໃຫ້ມີໂອກາດໄດ້ປະກອບສ່ວນ ໃນກິດຈະກຳຕ່າງໆ ທີ່ຈະຊ່ວຍເຮັດ ໃຫ້ຊີວິດຂອງເຂົາເຈົ້າມີຄວາມໝາຍ ແລະຄຸນຄ່າ. ພ້ອມດຽວກັນນັ້ນ ພວກ ເຮົາກໍຕ້ອງ ໃຫ້ການສະໜັບສະໜູນ ຄວາມພະຍາຍາມ ຂອງພໍ່ແມ່ຜູ້ປົກ ຄອງເພື່ອເປັນຜູ້ນຳພາ ແລະ ເປັນ ແບບຢ່າງທີ່ດີແກ່ລູກ. ການບຳບັດ ປິ່ນປົວຢ່າງມີປະສິດທິ ຜົນແມ່ນມີ ຄວາມຈຳເປັນສຳລັບ ຜູ້ທີ່ ກຳລັງ ຕໍ່ສູ້ ກັບການຕິດຢາເສບຕິດ. ການນຳໃຊ້ ຢາເສບຕິດ ແມ່ນຄວາມ ເຈັບອັນ ໜຶ່ງ ທີ່ຈະຕ້ອງໄດ້ມີການບຳບັດປິ່ນປົວ ບົນພື້ນຖານຂອງຄວາ ເປັນຈິງ.
ຢູ່ ສປປ ລາວ ຂອງ​ພວກ​ເຮົາ; ພັກ​ແລະ ລັດຖະບານ​ໄດ້ເອົາໃຈ ໃສ່ແຕ່ຫົວທີເພື່ອປ້ອງກັນບໍ່ໃຫ້ ບັນຫາການນຳໃຊ້ຢາເສບຕິດ ເກີດ ຂຶ້ນ ຊຶ່ງແມ່ນການສະກັດກັ້ນບໍ່ໃຫ້ ມີ ການ ແຜ່ລະ ບາດກວ້າງຂວາງ ໂດຍໄດ້​ມີ​ບັນດາ​ນິຕິ​ກຳທີ່​ເປັນ​ເຄື່ອງມື​ຮັບປະກັນ​ໃຫ້​ແກ່​ການ​ປະ ຕິບັດ​ວຽກ​ງານ​ຄວບ​ຄຸມ​ບັນຫາ​ຢາ​ເສບ​ຕິດກ້າວ​ໄປ ເຖິງ​ການ​ກຳ ຈັດ​ເປັນ​ແຕ່​ລະບາດ​ກ້າວຢ່າງ​ມີ​ປະສິດທິ​ຜົນ​ສູງ./.

ການບໍລິຈາກເລືອດມີຄວາມສຳຄັນຢ່າງຍິ່ງ

*ເລືອດ​ ມີ​ຄຸ​ນຄ່າ​ທີ່​ສຸດ ​ແລະ ​ຂາດ​ບໍ່​ໄດ້ສຳລັບຮ່າງກາຍຂອງ​ຄົນ​ເຮົາ​. ຖ້າຮ່າງ​ກາຍ​ຂາດ​ເລືອດ​ກໍ​ຖື​ວ່າ​ຢຸດ​ການ​ເຄື່ອນ​ໄຫວ​ໃນ​ທັນທີ​ທັນ​ໃດ. ການ​ຈໍລະ​ຈອນ​ຂອງ​ເລືອດ​ໝູນວຽນ​ໄປມາ​ຢ່າງ​ບໍ່​ຂາດ​ສາຍ​ເອີ້ນວ່າ​ສາຍ​ເລືອດ. ເມື່ອເວລາ​ເສັ້ນ​ເລືອດຖືກ​ຕັດ ຂາດ ​ເລືອດ​ກໍ​ຈະ​ໄຫລ​ບໍ່​ຢຸດ​ເຊົາ​ໃນ​ທີ່​ສຸດ​ຮ່າງກາຍ​ກໍ​ຈະ​ໝົດ​ເລືອດ​ເພາະ​ຮ່າງກາຍ​ສ້າງ​ເລືອດ​ໃໝ່​ບໍ່​ໄດ້​ໄວ​ພໍ​ປານ​ໃດ ບໍ່​ຕ່າງ​ຫຍັງກັບ​ຄົນ​ເຈັບ​ທີ່​ເກີດ​ຈາກ​ອຸບັດ​ເຫດ​ ຫລື​ ພະຍາດ​ ຕ່າງໆ ​ນອນ​ລໍຖ້າ​ເລືອດ​ຢູ່​ໂຮງໝໍ. ໂຮງໝໍ​ຈະ​ເອົາ​ເລືອດ​ມາ​ຈາກ​ໃສ​ຖ້າ​ບໍ່​ແມ່ນ​ເອົາ​ມາ​ຈາກ​ການ​ບໍລິຈາກ​ເລືອດ​ຂອງ​ຜູ້​ໃຈ​ບຸນ​ ​ແລະ​ ອີກຢ່າງ​ໜຶ່ງ​ໂຮງໝໍ​ກໍ​ບໍ່​ມີ​ໂຮງງານ​ຜະລິດ​ເລືອດ​ເອງ​ໄດ້. ສະນັ້ນຈຶ່ງ​ມີ​ຄວາມ​ຈຳ​ເປັນ​ໃນ​ການ​ບໍລິຈາກ​ເລືອດ​ເພື່ອ​ມາກ​ອບກູ້​ຊີວິດ​ຂອງ​ຄົນ​ເຈັບ​ທີ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ນັບ​ມື້ນັບ​ເພີ່ມ
​ ຂຶ້ນ​ເລື້ອຍໆ.
ທ່ານ ດຣ ດວງ​ຈັນ​ ບຸນ​ມະນີ ຮອງ​ອຳນວຍ​ການ​ສູນ​ບໍລິຈາກ​ເລືອດ​ສະ ພາກາ​ແດງ​ລາວໄດ້​ໃຫ້​ຮູ້​ວ່​າ: ຄວາມ​ຕ້ອງການ​ເລືອດເຂົ້າ​ໃນການ​ປິ່ນປົວ​ແຕ່ລະ​ປີແມ່ນເພີ່ມ​ຂຶ້ນຢູ່​ໃນ​ທົ່ວໂລກ ນອກຈາກ​ຄວາມ​ຈຳ​ເປັນ​ໃນ​ການ​ໃຫ້​ເລືອດ​ແບບ​ປົກກະຕິ​ທົ່ວ​ໄປ​ແລ້ວ​ກໍ​ແມ່ນ​ເພື່ອ​ສະໜັບສະໜູນ​ຄວາມ​ກ້າວ ໜ້າ​ ທາງ​ດ້ານ​ວິທີ​ການການ​ແພດ​ກໍ​ຄື​ການຜ່າຕັດ​ຕ່າງໆ. ຫລາຍ​ລ້ານ​ຄົນ​ມີ​ຊິວິດ​ຢູ່​ໄດ້​ຍ້ອນ​ຄົນ​ອື່ນ​ຊຶ່ງ​ເຂົາ​ເຈົ້າ​ບໍ່​ເຄີຍ​ພົບ​ເຫັນ​ມາ​ກ່ອນ. ເຂົາ​ເຈົ້າ​ໄດ້​ຊ່ວຍ​ຊີວິດ​ແກ່​ຜູ້​ທີ່​ຈະ​ໝົດ​ຫວັງ​ໂດຍ​ເສຍສະລະ​ເລືອດ​ຂອງ​ຕົນ​ເອງ​ແບບ​ຕື່ນ​ຕົວ​ສະໝັກ​ໃຈ​ບໍ່​ຮຽກ​ຄຸນຄ່າ​ໃດໆ​ໝົດ; ພຽງ​ແຕ່​ພູມ​ໃຈ​ໃນ​ສິ່ງ​ທີ່​ຕົນ​ທຳ​ເພື່ອ​ຄົນ​ອື່ນ​ກໍ​ພໍ. ວັນ​ທີ 14 ມິຖຸນາ ກໍເປັນ​ວັນ​ບໍລິຈາກ​ເລືອດ​ໂລກ. ຄຳ​ຂວັນວັນ​ບໍລິຈາກ​ເລືອດ​ໂລກ​ໃນ​ແຕ່ ລະ​ປີ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ ຊຶ່ງ​ໃນ​ປີ 2008 ນີ້​ແມ່ນ : “ ຊ່ວຍ​ກັນ​ບໍ ລິຈາກ​ເລືອດ​ຢ່າງ​ເປັນ​ປົກກະ​ຕິ ! ພຽງ​ຄັ້ງດຽວ​ແມ່ນ​ບໍ່​ພຽງພໍ”. ວັນ​ບໍລິ ຈາກ​ເລືອດໂລກ​ໄດ້​ຖືກຕັ້ງ​ຂຶ້ນ​ໂດຍ​ການ​ປະສານ​ງານ ​ແລະ ​ການ​ອູ້ມຊູ​ສະໜັບສະໜູນ​ຂອງ​ບັນດາ​ອົງການ​ຈັດຕັ້ງທີ່​ກ່ຽວຂ້ອງ​ກັບ​ການ​ແພດ​ສົ່ງ​ເລືອດ​ແລະ​ການ​ໃຫ້​ບໍລິການ​ເລືອດ​ນັ້ນຄື ອົງການ​ອະນາ​ໄມ​ໂລກ, ສະຫະ ພັນ​ກາ​ແດງ​ ແລະ ​ຊິກ​ວົງ​ເດືອນແດງ​ສາກົນ, ສະຫະພັນ​ການຈັດຕັ້ງຜູ້​ບໍລິ ຈາກ​ເລືອດ​ສາກົນ ​ແລະ ​ສາ​ມາ​ຄົມ​ສາກົນ​ດ້ານ​ການ​ສົ່ງ​ເລືອດ. ການຈັດ ຕັ້ງທີ່​ກ່າວ​ມານັ້ນ​ແມ່ນ​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ຈາກ 192 ລັດ, ກາ​ແດງ​ແລະ​ຊິກ​ວົງ​ເດືອນ​ແດງ ​ແຫ່ງ​ຊາດ 185 ແຫ່ງການຈັດຕັ້ງການ​ບໍລິ ຈາກ​ເລືອດ 50 ອົງການ ​ແລະ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ການ​ແຟດປິ່​ນປົວ​ດ້ວຍ​ເລືອດ​ທົ່ວ​ທຸກ​ມູມ​ໂລກ. ເພິ່ນ​ຖື​ເອົາ​ວັນ​ທີ 14 ມິຖຸນາ​ເປັນ​ວັນ​ບໍລິ ຈາກ​ເລືອດ​ໂລກ​ເພາະວ່າ​ວັນ​ດັ່ງ ກ່າວ​ແມ່ນ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ KarlLandsteiner, ນັກວິທະຍາ ສາດ​ຊາວ ​ໂອ​ຕຣີຊຽງ ( Autrichien) ທີ່​ໄດ້​ຫລຽນ​ໂນ​ແບນ​ຊະນະ​ເລີດ​ຍ້ອນ​ວ່າ​ທ່ານ​ເປັນ​ຜູ້​ຄົ້ນ​ພົບ​ລະບົບ​ໝວດ​ເລືອດ ABO; ​ແລ້ວ​ເຮັດ​ໃຫ້​ເກີດມີ​ການ​ສົ່ງເລືອດ ລະຫວ່າງ​ຄົນ​ກັບ​ຄົນ​ດ້ວຍ​ກັນ​ໄດ້.
​ ຢູ່​ ສປປລາວ​ເຮົາ, ວຽກ​ງານ​ບໍລິ ຈາກ​ເລືອດ​ໄດ້​ຖືກ​ຈັດຕັ້ງປະຕິບັດ​ມາ ຕັ້ງ​ແຕ່​ປີ 1975. ໂດຍ​ການ​ອູ້ມຊູ​ສະ ໜັບສະໜູນຂອງ​ລັດຖະບານ, ກາ​ແດງ​ເພື່ອນ​ມິດ​ແລະ​ການຈັດຕັ້ງສາ ກົນ​ຕ່າງໆ, ວຽກ​ງານ​ດັ່ງກ່າວ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ. ມາ​ຮອດ​ປະຈຸ​ບັນ​ການ​ເຄື່ອນ​ໄຫວ​ຮັບ​ບໍລິຈາກ​ເລືອດ​ໄດ້​ກວມ​ເອົາ 15 ແຂວງ​ໃນ​ທົ່ວ​ປະ​ເທດ. ລັດຖະບານ ສປປລາວ ​ໄດ້​ມີ​ນະ​ໂຍບາຍ​ສົ່ງ​ເສີມ ການ​ບໍລິຈາກ​ເລືອດ​ແບບ​ສະໝັກ​ໃຈ​ບໍ່​ຮຽກ​ສິ່ງ​ຕອບ​ແທນ​ເປັນ​ຫລັກ​ຕາມ​ດຳລັດ​ນະ​ໂຍບາຍ​ເລກທີ 84/ນຍ. ເພື່ອ​ຮັບປະກັນ​ການຈັດຕັ້ງຜັນ​ຂະ ຫຍາຍນະ​ໂຍບາຍ​ດັ່ງກ່າວ, ລັດຖະ ບານ​ໄດ້​ມອບ​ໃຫ້​ອົງ​ການ​ກາ​ແດງ ລາວ​ພ້ອມ​ດ້ວຍ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ທັງ​ໃນ​ລະດັບ​ສູນ​ກາງ​ແລະ​ທ້ອງ​ຖິ່ນນຳ​ໄປ​ຈັດຕັ້ງປະຕິບັດ. ປັດ ຈຸບັນວຽກ​ງານ​ດັ່ງກ່າວ​ພວມໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຫລາຍໆ​ພາກສ່ວນນັບ​ທັງ​ພາກ​ລັດ​ ແລະ​ເອ ກະ​ຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ສະ​ແດງ​ອອກ​ຢູ່​ບ່ອນ​ວ່າ: ​ໃນ​ປີ 2007 ມີ​ຜູ້​ບໍລິຈາກ​ເລືອ​ດທັງ​ໝົດ 18​.333 ຖົງ; ​ໃນ​ນີ້ມີ​ຜູ້​ບໍລິຈາກ​ເລືອດ​ແບບ​ສະໝັກ​ໃຈ​ບໍ່​ຮຽກ​ຮ້ອງ​ຄຸນຄ່າ 15.499 ເທື່ອ​ຄົນ​ເທົ່າ​ກັບ 85% ​ແລະ 2.834 ເທື່ອ​ຄົນ​ແມ່ນ​ຜູ້​ບໍລິຈາກ​ເລືອດ​ແບບ​ພີ່ ນ້ອງ​ປ່ຽນ​ແທນ​ເທົ່າ​ກັບ 15%.
​ ທ່ານ ນາງ​ດຣ ດວງ​ຈັນ​ບຸນ​ມະນີ ຍັງ​ກ່າວ​ຢ້ຳວ່າ: ການ​ບໍລິຈາກ​ເລືອດ​ບໍ່​ແມ່ນ​ແຕ່​ບໍລິຈາກ​ໃນ​ບໍລິຈາກ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງ ການ ຢາກ​ໃຫ້​ບັນດາ​ທ່ານ ທະຫານ​ຕຳຫລວດ​ພະນັກງານ ນັກຮຽນ​ຮູ້​ບັນ ຍາ​ຊົນ, ກຳມະກອນ​ຕາມ​ໂຮງ​ຈັກ​ໂຮງງານຕ່າງໆ​ຕະຫລອດ​ຮອດ​ປະ ຊາຊົນ ແລະ ​ຄ້າຂາຍ​ໃຫ້​ເຫັນ​ຄຸນຄ່າ​ຂອງ​ການ​ບໍລິຈາກ​ເລືອດ. ເພາະ​ໃນ​ແຕ່​ລະມື້ຄວາມ​ຕ້ອງ​ການ​ເລືອດ 30 - 40 ຖົງ/ມື້ ຖ້າ​ຈະ​ລວມ​ແລ້ວ​ກໍ​ແມ່ນ​ໜ້ອຍ​ພໍ​ປານ​ໃດ. ການ​ບໍລິຈາກ​ເລືອດ​ໃຫ້​ຄິດ​ເຖິງ​ວ່າ​ເປັນ​ການ​ສ້າງບຸນ​ກຸ ສົນ​ຊ່ວຍ​ຄົນ​ເຈັບ​ທີ່​ນອນ​ຢູ່​ຕາມ​ໂຮງ ໝໍ​ຕ່າງໆ​ໃນ​ນະຄອນຫລວງ​ກໍ​ຄື​ທົ່ວ​ປະ​ເທດ. ເລືອດ​ທີ່​ທາງ​ສູນ​ໄດ້​ຮັບ​ການ​ບໍລິຈາກ​ໄດ້​ພຽງ​ແຕ່ 4-5 ຖົງ​ຕໍ່​ວັນ, ມາ​ສົມ​ທຽບ​ຄວາມ​ຕ້ອງການ​ເລືອດ​ແລະ​ເລືອດ​ທີ່​ໄດ້​ຮັບ​ບໍລິຈາກ​ແມ່ນ​ຍັງ​ຂາດ​ໂຕນ​ກັນ​ຫລາຍ. ຖ້າ​ພວກ​ເຮົາ​ບໍ່​ພ້ອມ​ພຽງ​ກັນບໍລິຈາກ​ແລ້ວ​ຈະ​ເອົາ​ເລືອດ​ມາ​ແຕ່​ໃສ​ເພື່ອ​ກອບ​ກູ້​ຊີວິດ​ຄົນ​ເຫລົ່ານັ້ນ ແລະ ເລືອດທີ່​ໄດ້​ການ​ເກັບ​ຮັກສາ​ໄດ້​ດົນ​ສຸດ 35 ວັນ​ເທົ່າ​ນັ້ນ. ການ​ບໍລິຈາກ​ແມ່ນ​ການ​ສ້າງບຸນ​ກຸສົນ​ເພື່ອ​ຊ່ວຍ​ຄົນທີ່​ກຳລັງ​ຈະ​ສິ້ນ ລົມ​ຫາຍ​ໃຈ​ໃນ​ສ້ຽວ​ວິນາທີກໍ​ແມ່ນ​ເລືອດ​ຈຳນວນ​ທີ່​ບໍລິຈາກ​ມາ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ຄືນ​ຊີບ ມືນ​ຕາ​ໂລກ​ໃໝ່​ອີກຄັ້ງ​ໃໝ່./.

ຄຸນປະໂຫຍດຂອງຜັກ

* ທ່ານ​ຮູ້​ບໍ່​ວ່າພືດ​ຜັກ​ຕ່າງໆ ​ທີ່​ເຮົາເຫັນ​ເປັນ​ປະ​ຈຳ​ທີ່​ນຳ​ມາ​ປຸງ​ແຕ່ງເປັນ​ອາ​ຫານ​ປະ​ຈຳ​ວັນນັ້ນ​ນອກ​ຈາກ​ຈະ​ເຮັດ​ໃຫ້ມີ​ລົດ​ຊາດ​ແຊບ​ ແລະ ມີ​ກິ່ນ​ຫອມ​ແລ້ວ​ຍັງ​ມີ​ຄຸນ​ປະ​ໂຫຍດ​ຫລາຍ​ຢ່າງ​ ແລະ ສາ ມາດ​ເປັນ​ຢາແກ້​ອາ​ການ​ຕ່າງໆ​ໄດ້​ອີກ.
1. ຜັກ​ບົວ​ລະ​ພາ ມີ​ກິ່ນ​ຫອມ​ສາ​ມາດ​ກິນ​ໄດ້​ທັງ​ສົດໆ ແລະ ເປັນ​ສ່ວນ​ປະ​ກອບ​ອາ​ຫານ​ປະ​ເພດ​ຂົ້ວ, ແກງ, ມີ​ຄຸນ​ປະ​ໂຫຍດ​ຊ່ວຍ​ແກ້​ອາ​ການ​ຈຸກ​ສຽບ ແລະ ແໜ້ນ​ທ້ອງ​ໄດ້.
2. ຜັກ​ຫອມ​ປ້ອມ ​ສ່ວນຫລາຍ​ມັກ​ຈະ​ນຳ​ມາເປັນ​ສ່ວນ​ປະ​ສົມ​ໃນ​ອາ​ຫານ​ໄດ້​ຫລາຍໆ​ຊະ​ນິດ​ບໍ່​ວ່າ​ຈະ​ແມ່ນ​ລາບ ຫລື ແກງ ກໍ່​ເຮັດ​ໃຫ້ມີ​ກິ່ນ​ຫອມ ແລະ ​ເປັນ​ຕາ​ແຊບ ແລະ ຍັງ​ມີ​ຄຸນ​ປະ​ໂຫຍດ​ສາ​ມາດ​ປ້ອງ​ກັນ​ພະ​ຍາດ​ມະ​ເຮັງ, ພະ​ຍາດ​ຫົວ​ໃຈ​ຂາດ​ເລືອດ ແລະ ເພີ່ມ​ພູມ​ຕ້ານ​ທານ​ໃຫ້​ແກ່​ຮ່າງ​ກາຍ.
3. ດອກ​ແຄ ນອກ​ຈາກ​ຈະ​ນຳ​ມາ​ປຸງ​ແຕ່ງ​ເປັນ​ອາ​ຫານ​ ຫລື ກິນ​ກັບ​ກໍ່​ໄດ້​ຈະ​ຊ່ວຍ​ແກ້ອາ​ການ​ໄຂ້​ຫວັດ, ຮ້ອນ​ໃນ, ເຈັບ​ຫົວ ແລະ ອາ​ການ​ຫົວ​ໃຈ​ສັ່ນ​ໄດ້​ອີກ.
4. ຫົວ​ສີ​ໄຄ ມີ​ຄຸນ​ປະ​ໂຫຍດ​ຫລາຍ​ຢ່າງ​ເປັນ​ຕົ້ນ​ແມ່ນ​ຊ່ວຍ​ບັນ​ເທົາ​ອາ​ການ​ຍື່ງ​ທ້ອງ, ແໜ້ນ​ທ້ອງ ແລະ ອື່ນໆ​ ອີກ.
5. ໃບ​ເຕີຍ ນອກ​ຈາກ​ຈະ​ເຮັດ​ໃຫ້​ອາ​ຫານ​ຫອມ​ແຊບ​ແລ້ວ​ຍັງ​ຊ່ວຍ​ບຳ​ລຸງ​ຫົວ​ໃຈ.
6.ໝາກ​ເຜັດ ຊ່ວຍ​ເຮັດ​ໃຫ້​ເລືອດ​ລົມ​ໃນ​ຮ່າງ​ກາຍ​ໄລ​ວຽນ​ສະ​ດວກ.
ສຳ​ລັບ​ຂໍ້​ມູນຂ້າງ​ເທິ່ງ​ນີ້​ກໍ່​ແມ່ນ​ຂໍ້​ມູນພຽງ​ເລັກໆ​ ນ້ອຍໆ ກ່ຽວ​ກັບ​ຜັກ​ບາງ​ຊະ​ນິດ​ທີ່​ມີ​ປະ​ໂຫຍດຕໍ່​ຮ່າງ​ກາຍ ແລະ ​ບໍ່ເປັນພຽງ​ແຕ່​ສ່ວນ​ປະ​ສົມ​ທີ່ເຮັດ​ໃຫ້​ອາ​ຫາ​ນ​ແຊບ, ຫອມ​ເທົ່າ​ນັ້ນ​ຍັງ​ຊ່ວຍ​ໃຫ້​ຜູ້​ກິນ​ຜັກ​ດັ່ງ​ກ່າວ​ປົວ​ພະ​ຍາດ​ໃນ​ໂຕ ເອງ​ໄດ້ອີກ ດ້ວຍ​./.

​ໄຂ່​ຊ່ວຍ​ຫລຸດຜ່​ອນ​ໂອກ​າດ​ເປັນ​ມະ​ເຮັງ​​ເຕົ້ານົມ

* ແພດ​ມະ​ຫາ​ວິ​ທະ​ຍາ​ໄລ ​ນອດ​ແຄ​ໂຣ​ໄລ​ນາ​ ຂອງ​ສະ​ຫະ​ລັດ​ໄດ້​ແນະ​ນຳ​ໃຫ້​ຜູ້​ຍິງ​ກິນ​ໄຂ່​ໃຫ້​ຫລາຍ​ຂຶ້ນ ເພາະ​ວ່າ​ນອກ​ຈາກ​ຈະ​ມີ​ຄຸນ​ປະ​ໂຫຍດ ແລະ ສານ​ອາ​ຫານ​ທີ່​ຈຳ​ເປັນ​ຕໍ່​ຮ່າງ​ກາຍ​ແລ້ວ​ຍັງ​ຊ່ວຍ​ຫລຸດ​ຜ່ອນ​ໂອ​ກາດ​ທີ່​ຈະ​ເປັນພະ​ຍາດ​ມະ​ເຮັງເຕົ້ານົມໄດ້​ເຖິງ 1/4 .
ດ​ຣ. ສະ​ຕີ​ເວັນ ເອັ​ສ. ໄຊ​ເຊ​ວ ຫົວ​ໜ້າ​ຄະ​ນະ​ວິ​ໄຈ​ໃນ​ການ​ວິ​ເຄາະ​ຫາ​ສາ​ເຫດ​ກັບ​ຜູ້​ຍິງ​ທີ່​ຢູ່​ໃນ​ໄວ​ອາ​ຍຸ​ຜູ້​ໃຫຍ່​ຈຳນວນ 3.000 ຄົນ​ໄດ້​ເວົ້າ​ວ່າ: ຜົນ​ການ​ຄົ້ນຄວ້າ ​ຖື​ໄດ້​ວ່າ​ເປັນ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ໄຂ່​ຊ່ວຍ​ຫລຸດ​ຜ່ອນ​ອັນ​ຕະ​ລາຍ​ຂອງ​ການ​ເປັນ​ມະ​ເຮັງເຕົ້ານົມໄດ້. ຈາກ​ຜົນ​ວິ​ໄຈ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ທີ່​ກິນ​ໄຂ່​ຫລາຍ​ທີ່​ສຸດ​ໃນ​ກຸ່ມ​ສາ​ມາດ​ຫລຸດ​ຜ່ອນ​ໂອ​ກາດ​ທີ່​ຈະ​ເປັນ​ມະ​ເຮັງເຕົ້າ ນົມໄດ້​ຫລາຍ​ກວ່າ​ຜູ້​ທີ່​ກິນ​ໜ້ອຍ​ເຖິງ 24%.
ດ​ຣ. ສະ​ຕີ​ເວັນ ໄດ້​ເວົ້າ​ອີກວ່າ: ຜູ້​ຍິງ​ທີ່​ກິນ​ໄຂ່​ຫລາຍ​ທີ່​ສຸດ​ສະ​ເລ່ຍ​ແລ້ວ​ຈະ​ໄດ້​ສານ​ໂຊ​ລິນ​ມື້​ໜຶ່ງ​ບໍ່​ຕ່ຳ​ກວ່າ 455 ມິ​ລິ​ກຣາມ, ໃນ​ຂະ​ນະ​ທີ່​ຜູ້​ກິນ​ໜ້ອຍ​ໄດ້​ພຽງ​ມື້​ໜຶ່ງ 196 ມິ​ລິ​ກຣາມ. ສານ​ໂຊ​ລິນ​ເປັນ​ສານ​ທີ່​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ປົກ​ກະ​ຕິ​ຂອງ​ພວກ​ແຊ​ນ ໂດຍ​ສະ​ເພາະ​ຜູ້​ຍິງ​ທີ່​ຢູ່​ໃນ​ໄວ​ຈະ​ເລີນ​ເຕີບ​ໂຕ. ສານ​ດັ່ງ​ກ່າວນອກ​ຈາກ​ຈະ​ມີ​ຢູ່​ໃນ ​ມອນໄຂ່​ແລ້ວ​ຍັງ​ມີ​ຢູ່​ໃນ​ກາ​ເຟ, ນົມ, ຕັບ ແລະ ກະ​ລ່ຳປີ.
ນອກ​ຈາກ​ຈະ​ສາ​ມາດ​ຊ່ວຍ​ປ້ອງ​ກັນ​ການ​ເປັນ​ພະ​ຍາດ​ມະ​ເຮັງ​ແລ້ວ​ຍັງ​ສາ​ມາດ​ຊ່ວຍ​ປ້ອງ​ກັນ​ລູກ​ນ້ອຍ​ບໍ່​ໃຫ້​ເກີດ​ມາ​ພິ​ການ, ຊ່ວຍ​ບຳ​ລຸງສະ​ໝອງ ແລະ ຫລຸດ​ຜ່ອນ​ອັນ​ຕະ​ລາຍ​ຂອງ​ພະ​ຍາດ​ຫົວ​ໃຈ​ໄດ້​ອີກ​ດ້ວຍ./.
* ແຂວງ​ຫລວງ​ພະ​ບາງ​ ເປັນ​ແຂວງ​ທີ່​ມີ​ທາງ​ຜ່ານຂອງ​ບັນດາ​ແຂວງ​ພາກ​ເໜືອ, ​ເປັນ​ຈຸດ​ສຸມຂອງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ​ເປັນ​ແຂວງ​ທີ່​ມີ​ປູ​ສະ​ນິຍະສະ​ຖານ, ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ຊາມ​ ຊຶ່ງ​ເໝາະ​ສົມ​ແກ່​ການທ່ອງທ່ຽວ​ຂອງ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຈົນ​ໄດ້​ຮັບ​ສົມ​ຍາ​ນາມ​ວ່າ​ເປັນມໍລະດົກ​ໂລກ, ເມືອງຫລວງ​ພະ​ບາງ ​ເປັນ​ເມືອງ​ຍອດ​ນິຍົມ​ແຫ່ງ​ການທ່ອງທ່ຽວ​ຂອງ​ໂລກ​ , ໄດ້​ຮັບ​ລາງວັນ​ຄຳ​ຂອງ​ການທ່ອງທ່ຽວ​ເຖິງ 3 ປີ​ຊ້ອນ.
ຢ່າງ​ໃດ​ກໍ່​ດີ ຖ້າມາ​ເບິ່ງດ້ານ ການ​ສັນຈອນ​ຕາມ​ທ້ອງ​ຖະໜົນ ຫລວງ​ພາຍ​ໃນ​ເທສະບານ​ເມືອງ​ຫລວງ​ພະ​ບາງ​ຍັງ​ມີ​ຄວາມ​ຫຍຸ້ງ ຍາກ​ສັບສົນ​ພໍ​ສົມຄວນ. ຜູ້​ຄົນ​ຫລັ່ງ​ໄຫລ​ກັນ​ເຂົ້າ​ມາ​ຮ່ຳຮຽນ, ມາ​ທ່ອງ​ທ່ຽວ, ພາຫະນະ​ທຸກ​ຊະ​ນິດ​ນັບ​ມື້ນັບ​ເພີ່ມຂຶ້ນ, ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ບໍ່​ໄດ້​ຮັບ​ການ​ສື​ກສາ​ອົບຮົມ​ກົດ​ລະບຽບ​ຂອງ​ຈະລາຈອນ​ເທົ່າ​ທີ່​ຄວນ. ພໍ​ມີ​ເງິນກຸ້ມຄ່າ​ລາຄາ​ລົດ​ກໍ່​ຊື້​ມາ​ຂີ່ໂລດ​ໃນ​ເມື່ອຂັບ​ຂີ່​ແລ້ວ​ບໍ່​ປະຕິບັດ​ຕາມ​ລະ ບຽບ​ການ​ສັນຈອນ, ລົດ​ບໍ່​ໄດ້​ຮັບ​ການ​ກວດກາ​ເຕັກ​ຕິກ ​ແລະ ຍັງ​ມີ​ບາງ​ກຸ່ມ-ບາງ​ບຸກຄົນ​ແລ່ນ​ລົດ​ໄວ​ເກີນ​ຄວນ, ​ເມົາ​ແລ້ວ​ຂັບ ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ໄວ​ໜຸ່ມ​ໄວ​ຂະ​ນອງ​ ທີ່ມັກ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມຕາມ​ຖະ ໜົນ​ເສັ້ນຕ່າງໆ​ຂັບ​ຂີ່​ລົດ​ໄວ​ ຊ່ວງ​ເສັງ​ກັນ​ຊິ່ງ​ເປັນສາ​ເຫດ​ຂອງ​ການ​ເກີດ​ອຸບັດເຫດ​ແຕ່ລະ​ປີ​ໄດ້​ມີ​ຕົວ​ເລກ​ຂອງ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​ພາ ຫະນະ​ເປ່​ເພນັບ​ມື້ນັບ​ສູງ​ຂຶ້ນ. ພ້ອມ​ກັນນີ້ຍັງ​ມີ​ບຸກຄົນ​ຈຳນວນ​ບໍ່​ໜ້ອຍ​ຂັບ​ຂີ່​ລົດ​ພັດ​ບໍ່​ໃສ່​ໜວກ​ກັນ​ກະທົບ, ​ໃສ່​ໃນ​ບາງ​ຄັ້ງຄາວ​ບາງ​ຄົນ​ກໍ່​ເອົາ​ໃສ່​ກະ​ຕາ​ລົດ​ໃກ້​ຈະ​ຮອດ​ຈຸດ​ກວດ​ແລ້ວ​ຈຶ່ງ​ຄ່ອຍ​ເອົາ​ໜວກ​ກັນ​ກະທົບ​ມາ​ໃສ່, ​ພໍ​ເມື່ອ​ກາຍ​ຈຸດ​ເຈົ້າ​ໜ້າ​ທີ່​ຊ້ຳພັດ​ປົດ​ອອກ, ​ໂດຍ​ອ້າງ​ວ່າ​ໃສ່​ໜວກ​ແລ້ວ​ພາ​ໃຫ້​ມືດ​ຫູລາ​ຍຕາ (ຫລື​ວ່າ​ບໍ່​ເຄີຍ​ໃສ່​ມາ​ກ່ອນ) ນັ້ນກໍ່​ປຽບ​ເໝືອນ​ວ່າ “ຢ້ານຕຳ​ຫລວດ​ແຕ່​ບໍ່​ຢ້ານ​ເສຍ​ຊີວິດ”. ຕໍ່​ບັນຫາ​ດັ່ງກ່າວ ກອງ​ຕຳ​ຫລວດ​ຈະລາຈອນ​ແຂວງ​ຫລວງ​ພະ​ບາງ​ ໄດ້​ຊີ້ແຈ້ງວ່າ​ ອຸບັດ​ເຫດ​ທີ່​ເກີດ​ຂື້ນສ່ວນ​ໃຫຍ່ ​ເສຍ​ຊີວິດ​ຍ້ອນ​ການ​ກະທົບ​ຫົວ​ມີ​ເຖິງ 80%. ໃນ​ຊຸມປີຜ່ານມາ​ຢູ່ແຂວງ​ຫລວງ​ພະ​ບາງ​ມີ​ອຸ​ບັດ​ເຫດ​ເກີດ​ຂຶ້ນທັງ​ໝົດ 263 ລາຍ; ໃນ​ນັ້ນມີ​ຜູ້​ເສຍ​ຊີວິດ 40 ຄົນ, ຖ້າສົມ​ທຽບ​ໃສ່​ອຸບັດ​ເຫດ​ທີ່​ເກີດຂຶ້ນ​ໃນ​ປີ 2006 ​ເພີ່ມຂຶ້ນ 17 ລາຍ, ແຕ່​ຈຳນວນຄົນ​ເສຍ​ຊີວິດ ຫລຸດລົງ 14 ຄົນ. ສະ​ເພາະໃນ 6 ເດືອນຕົ້ນ​ປີ 2008 ນີ້; ກອງ​ຕຳ​ຫລວດ​ຈະລາຈອນ​ ແຂວງ​ຫລວງ​ພະ​ບາງ​ ​ໃຫ້​ຮູ້​ວ່າ ມີ​ອຸບັດເຫດ​ເກີດ​ຂຶ້ນ​ເກືອບ 200 ລາຍ, ເຮັດ​ໃຫ້​ລົດ​ເປ່​ເພ​, ຄົນ​ໄດ້​ຮັບ​ບາດ​ເຈັບ​ເປັນ​ຈຳ ນວນ​ຫລວງ ຫລາຍ​; ໃນ​ນີ້ມີ​ຜູ້​ເສຍ​ຊີ​ວິດ 30 ຄົນ. ເຫດການ​ດັ່ງກ່າວ​ນີ້ກອງ​ຕຳ​ຫລວດ​ຈະລາຈອນ ແຂວງ​ຫລວງ​ພະ​ບາງ​ ກໍ່​ໄດ້​ຮຽກ ຮ້ອງໃຫ້​ທຸກຄົນ​ໃນ​ເວລາ​ຂັບ​ຂີ່​ລົດ ຈັກຕ້ອງ​ໃສ່​ໝວກ​ກັນ​ກະທົບ​ທຸກ​ເທື່ອ​ເພື່ອ​ຮັກສາ​ຊີວິດ​ຕົນ​ເອງ./.

ສານ​ຜິດ​ທີ່​ຕົກ​ຄ້າງ ​ກາຍ​ເປັນ​ທາດ​ກົດ​ຫລື​ຝົນ​ກົດ

* ຜົນກະທົບຕໍ່ດິນ ແລະ ການຈະ ເລີນເຕີບໂຕຂອງພຶດ: ເມື່ອນ້ຳຝົນຕົກ ລົງມາສູ່ຫນ້າດິນ ກໍ່ຈະເຮັດໃຫ້ດິນ ປົນເປື້ອນດ້ວຍສານກົດສົ່ງຜົນກະ ທົບຕໍ່ຈຸລະຊີບຢູ່ໃນດິນທີ່ມີບົດບາດ ຕໍ່ ການຈະເລີນເຕີບໂຕຂອງ ພືດ ແລະ ເຮັດໃຫ້ພືດສູນເສຍທາດອາຫານ ທີ່ ສຳຄັນພ້ອມດຽວກັນກໍ່ ເຮັດໃຫ້ເກີດ ທາດໂລຫະໜັກ ຊຶ່ງເປັນອັນຕະລາຍ ຕໍ່ຮາກຝອຍ ຂອງ ພືດຈະເຮັດໃຫ້ ຂາດທາດອາຫານແລ້ວ ກໍ່ ຕາຍໄປ ໃນທີ່ສຸດ. ພືດບາງຊະນິດ ອາດທົນ ທານຕໍ່ສະພາບຄວາມເປັນກົດ, ແຕ່ ບາງຊະນິດກໍບໍ່ທົນທານໄດ້ ເມື່ອໃບ ຂອງພືດຖືກຝົນກົດກໍ່ຈະໄຫມ້ ເປັນ ຈຸດໆ, ເປັນລາຍກາຍເປັນສີເຫລືອງ ແລ້ວກໍ່ຈະແຫ້ງຫ່ຽວຕາຍໄປ.
*ຜົນກະທົບຕໍ່ອາຄານບ້ານເຮືອນ ແລະ ວັດຖຸຕ່າງໆ ຂອງອາຄານບ້ານ ເຮືອນ, ຮູບບັ້ນ,ຮູບຫລໍ່ຫລື ວັດຖຸບູ ຮານຕ່າງໆ ທີ່ຜະລິດດ້ວຍເຫລັກ, ທອງ, ຫີນປູນ ແລະ ຫີນອ່ອນຈະຖືກ ທຳລາຍດ້ວຍການ ເກີດຂີ້ຫມ້ຽງ ຫລື ຖືກກັດຫ້ຽນ ເມື່ອຖືກຝົນກົດບໍ່ວ່າຈະ ແບບປຽກ ຫລື ແບບແຫ້ງກໍ່ຕາມ. ຖ້າ ຢູ່ໃນເຂດທີ່ມີມົນລະພິດ ຍິ່ງຈະມີ ການເຊື່ອມໂຊມໄວຂຶ້ນ.
* ຜົນກະທົບຕໍ່ສຸຂະພາບການຕົກ ຕະກອນຂອງກົດຈະບໍ່ສົ່ງຜົນກະທົບ ຕໍ່ສຸຂະພາບຂອງຄົນໂດຍກົງ, ແຕ່ອະ ນຸພາກນ້ອຍໆ ທີ່ລວມຕົວກັບສານທີ່ ເປັນກົດຈະເຂົ້າສູ່ລະບົບຫາຍໃຈ ເຮັດໃຫ້ ເກີດອາການຜິດປົກກະຕິຕໍ່ ລະບົບທາງເດີນຫາຍໃຈ ແລະ ປອດ, ນອກຈາກນັ້ນ, ສານອາຊິດທີ່ເປັນ ບາ ຕົກຄ້າງຢູ່ໃນສາຍນ້ຳຕ່າງໆ ເມື່ອຄົນ ເຮົາດື່ມນ້ຳທີ່ມີການ ປົນເປື້ອນດ້ວຍ ສານພິດດັ່ງກ່າວນັ້ນກໍ່ຈະມີ ຜົນກະ ທົບຕໍ່ສຸຂະພາບເຊັ່ນດຽວກັນ.
*ວິທີການໃນການແກ້ໄຂແລະ ຫລຸດຜ່ອນບັນຫາການກາຍເປັນ ທາດກົດ ຫຼື ຝົນກົດ.
1.ປະຢັດການໃຊ້ພະລັງງານແລະ ໃຊ້ພະລັງງານຢ່າງມີປະສິດທິພາບ ເພື່ອຫລຸດຜ່ອນປະລິມານຄວາມ ຕ້ອງການພະລັງງານ.
2.ຄວນປິດເຄື່ອງໃຊ້ໄຟຟ້າຕ່າງໆ ກ່ອນຈະອອກຈາກເຮືອນແລະສຳນັກງານ
3. ຕິດຕັ້ງເຄື່ອງປັບອາກາດໃຫ້ ເຫມາະສົມ, ປັບອຸນຫະພູມໃຫ້ຢູ່ລະ ຫວ່າງ 25 ອົງສາເຊ.
4.ສົ່ງເສີມການນຳໃຊ້ພະລັງງານ ທົດແທນເຊັ່ນ:ພະລັງງານລົມ,ພະລັງ ງານແສງຕາເວັນແລະພະລັງງານນ້ຳ.
5. ຈຳກັດການຈູດຂີ້ເຫຍື້ອແບບ ຊະຊາຍ.
6. ຫລຸດຜ່ອນປະລິມານຂີ້ເຫຍື້ອ ເພື່ອເຮັດໃຫ້ການນຳໃຊ້ພະລັງງານໃນ ການກຳຈັດຂີ້ເຫຍື້ອຫລຸດລົງ, ໃຫ້ມີ ວິທີການຈຳກັດຂີ້ເຫຍື້ອຢ່າງຖືກຕ້ອງ ແລະ ມີປະສິດທິຜົນ.
7. ນຳໃຊ້ເຊື້ອເພີງຈາກຝຸ່ນຊີວະ ພາບ ແລະ ພະລັງງານທົດແທນ ເພື່ອ ປ່ຽນແທນການນຳໃຊ້ນ້ຳມັນ.
8. ບຳລຸງຮັກສາເຄື່ອງຈັກຕ່າງໆ ໃຫ້ມີການເຜົາໄຫມ້ເຊື້ອເພີງທີ່ສົມບູນ ຢູ່ຕະຫລອດເວລາ.
9. ຕິດຕັ້ງລະບົບກຳຈັດ ກ໋າດດິ ອົກຊິດມາດ ຫຼື ອາຍຊຸນຟົວຣິກ ແລະ ທີ່ເກີດຂຶ້ນຈາກການຈູດເຊື້ອເພີງ ເພື່ອໃຊ້ເປັນພະລັງງານກ່ອນທີ່ຈະ ປ່ອຍອອກສູ່ບັນຍາກາດ.
10. ປູກ​ຕົ້ນ​ໄມ້​ໃຫ້​ຫລາຍ​ຂຶ້ນ.
11. ສ້າງຈິດສຳນຶກໃຫ້ແກ່ມວນ ຊົນໃນການປົກປັກຮັກສາສິ່ງແວດ ລ້ອມຢ່າງຕໍ່ເນື່ອງ./.

ພະຍາດ​ ລະດູຝົນທີ່​ຄົນ​ຢ້ານ​ຫລາຍ

* ຄວາມ​ຈິງຫົວ​ຂໍ້​ນີ້ບໍ່​ແມ່ນ​ຊື່​ຂອງ​ພະຍາດ​ຍຸກ​ໃໝ່​ແຕ່ປະການ​ໃດ; ກໍ່​ບໍ່​ຮູ້​ວ່າ​ທີ່​ພາກັນເວົ້າ​ແນວ​ນີ້ ຈະ​ຖືກ​ກັບ​ຫລັກ​ຂອງ​ພາສາ​ຫລື ບໍ່ ຊຶ່ງ​ຕາມ​ທີ່​ສຶກສາຄວາມ​ໝາຍຄົງແມ່ນ ພະຍາດ​ທີ່​ເກີດ​ໃນ​ລະດູຝົນ, ອາດ​ຈະ​ເປັນ​ຄື​ກັນກັບປາ​ກະຊັງ, ແຕ່​ແນວ​ໃດ​ກໍ່​ດີ ຄິດ​ວ່າ ພວກ​ເຮົາ​ເຂົ້າ​ໃຈດີ .
ຈ້ອນ​ເຂົ້າ​ບັນຫາ​ທີ່​ປະສົງ​ຂຽນ​ໃນ​ບົດ​ນີ້ຄື ລະດູ​ນີ້ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ພະຍາດ​ຕ່າງໆ​ ທີ່​ມັກ​ເກີດ​ໄດ້ ຊຶ່ງ​ມັນ​ກໍ່​ອາດ​ບໍ່​ເປັນ​ການ​ເໜືອ​ບ່າ​ກວ່າ​ແຮງ ​ໂດຍ​ສະ​ເພາະ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ໃຫຍ່ທີ່​ມີ​ຄວາມ​ສະດວກ​ດ້ານ​ຕ່າງໆ. ພະຍາດທີ່​ມັກ​ເກີດ​ຂຶ້ນ​ໃນ​ລະດູ​ນີ້ ແລະ ​ເປັນ​ຕະລາຍ​ຮ້າຍ​ແຮງ​ນັ້ນກໍ່​ຄື ພະຍາດໄຂ້​ເລືອດ​ອອກທີ່​ມີ​ຍຸງ​ລາຍ​ເປັນ​ພາຫະ​ນຳ​ເຊື້ອ.
ອີງ​ຕາມ​ຂໍ້​ມູນ​ຂ່າວສານ​ການ ແພດ​ຂອງກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ ລັກສະນະ ​ແລະ ອາການ​ຂອງ​ໄຂ້​ຊະນິດ​ນີ້ ສັງ​ເກດ​ຮູ້​ໄດ້ຄື:
1.ໄຂ້​ເລືອດ​ອອກ​ບໍ່​ຮ້າຍ​ແຮງ ຫລື DF ສະ​ແດງ​ອາການ​ໄຂ້ 3-5 ມື້ (ໂດຍ​ ປົກກະຕິ​ບໍ່​ກາຍ 7 ມື້), ມີ​ອາການ​ເຈັບ ຫົວ​ແຮງ, ປວດ​ກ້າມຊີ້ ແລະ ຂໍ່ກະດູກ, ປວດເບົ້າຕາ, ບໍ່​ຢາກກິນອາຫານ, ເຈັບກະ​ເພາະ, ອອກ​ຕຸ່ມ,ມີ​ອາການ​ຈີກ​ຂາດ​ຂອງ​ເສັ້ນ​ເລືອດ ​ແລະ ມີ​ຈຸດ​ປ່າມ​ຊ້ຳ ຕາມ​ຮ່າງກາຍ​ພາຍຫລັງ​ໄຂ້​ເຊົາ. ໂດຍ​ທົ່ວ​ໄປ​ແລ້ວຈະ​ມີ​ການ​ຕິດ​ເຊື້ອໄດ້​ງ່າຍ. ເດັກນ້ອຍ​ມີ​ອາການ​ເລີ່ມຕົ້ນ​ແບບ​ເບົາບາງ​ກວ່າ​ຜູ້​ໃຫຍ່. ເມື່ອ​ປິ່ນປົວການ​ຕິດ​ເຊື້ອຊະນິດ​ດີ​ແລ້ວກໍ່​ບໍ່​ສາມາດ​ປ້ອງ​ກັນ​ການ​ຕິດ​ເຊື້ອຊະນິດ​ອື່ນ​ໄດ້ ແລະຮ່ອງຮອຍ ຂອງ​ການ​ຕິດ​ເຊື້ອຜ່ານ​ມາ​ອາດປະ ສົມກັບ​ເຊື້ອຊະນິດ​ອື່ນ ​ເຮັດ​ໃຫ້​ມີ​ອາ ການ​ຮ້າຍ​ແຮງ​ຂຶ້ນຕື່ມ ຊຶ່ງ​ເອີ້ນວ່າ ອາການ​ແຊກ​ຊ້ອນ.
2.ໄຂ້​ເລືອດ​ອອກທີ່​ມີ​ເລືອດ​ອອກ ຫລື DHF; ມີ​ອາການ​ເຈັບ​ກ້າມຊີ້ນ ​ແລະ ປວດ​ກະດູກ. ລັກສະນະ​ຂອງ​ໄຂ້​ແມ່ນ​ເກີດ​ກະທັນຫັນ,​ ເວລາ​ລູບ ຄຳ ຈະ​ພົບ​ຕ່ອມ​ນ້ຳ​ເຫລືອງ ​ແລະ ພົບ​ຕັບ, ມີ​ຈຸດ​ເລືອດ​ແຕກ​ແບບ​ກະ​ແຈກ​ກະຈາຍ ​ໂດຍ​ສະ​ເພາະ​ພາຍຫລັງ​ເຮັດ​ການ​ທົດ​ສອບ​ດ້ວຍ​ການ​ເອົາ​ສາຍ​ຢາງ​ຮັດ​ແຂນປະມານ 5 ນາທີ ແລະ ພາຍຫລັງ​ການ​ສັກ​ຢາ.ພົບ​ເມັດ​ເລືອດ ​ນ້ອຍ​ຫຼຸດ​ລົງ, ຄວາມ​ເຂັ້ມຂອງ​ເລືອດ​ເພີ່ມ​ຂຶ້ນ​ແລະ ມີ​ການ​ຮົ່ວ​ໄຫຼ​ເພີ່ມ​ຂຶ້ນ.
3.ໄຂ້​ເລືອດ​ອອກທີ່​ມີ​ໝວດ​ອາ ການຊັອກຫຼືDSS; ອາການ​ສະແດງ ​ຄື​ກັນ​ກັບ​ໄຂ້​ເລືອດ​ອອກທີ່​ມີ​ເລືອດ​ອອກ (DHF) ສົມທົບ​ກັບ​ມີ​ການ​ຫລົ້ມ​ເຫ​ລວຂອງ​ລະບົບ​ໄຫລ​ວຽນ​ຂອງ​ເສັ້ນ​ເລືອດ, ກຳມະຈອນ​ຄ່ອຍ ​ແລະ ຄວາມດັນ​ເລືອດ​ຕ່ຳ ຫລື ຄວາມດັນ​ຕ່ຳ​ມັກ​ເສຍ​ຊີວິດ​ໃນ​ມື້ທີ4-5. ອັດຕາ​ຄວາມ​ຮ້າຍ​ແຮງ​ສູງ​ເຖິງ 50 ສ່ວນ​ຮ້ອຍ. ການ​ປິ່ນປົວ​ດ້ວຍ​ການ​ທົດ​ແທນນ້ຳ​ທາງ​ເລືອດ​ທີ່​ຖືກຕ້ອງ ສາ ມາດ​ຊ່ວຍ​ໃຫ້​ຊີວິດ​ລອດ​ໄດ້.
ການ​ປິ່ນປົວ​ພະຍາດ​ໄຂ້​ເລືອດ​ອອກ ​ແມ່ນ​ປິ່ນປົວ​ຕາມ​ອາການ​ເທົ່າ​ນັ້ນ ​ແລະ ກໍ່​ບໍ່​ມີ​ການ​ສັກ​ຢາ​ປ້ອງ​ກັນ. ຄວາມ​ຈິງ​ແລ້ວ; ພະຍາດ​ໄຂ້​ເລືອດ ອອກສາມາດ​ເກີດ​ໄດ້​ທຸກ​ຍາມ, ​ແຕ່​ລະດູ​ນີ້ ມີ​ອັດຕາ​ຄວາມ​ສ່ຽງ​ສູງ​ກວ່າ​ລະດູ​ແລ້ງ ຍ້ອນ​ວ່າ​ສະພາບ​ອາກາດ ແລະ ​ເປັນ​ລະດູ​ການ​ຂອງ​ມັນ. ມາ​ຮອດ​ປັດຈຸບັນ ຢູ່​ບາງ​ເຂດ ກໍ່​ມີ​ກໍລະນີ​ຄົນ​ເຈັບ​ໄຂ້​ເລືອດ​ອອກ​ແລ້ວ ​ເຊັ່ນ​ບາງ​ແຂວງ​ພາກ​ໃຕ້ ຊຶ່ງຂະ​ແໜງ​ການ​ກ່ຽວຂ້ອງ​ພວມ​ເຝົ້າ​ລະວັງ​ຢ່າງ​ໃກ້ຊິດ ​ເພື່ອສະກັດ​ກັ້ນ​ໃຫ້​ທັນ​ການ​.
ຕາມ​ການ​ເຝົ້າ​ລະວັງ​ຂອງ​ຂະ​ແໜງ​ການ​ກ່ຽວຂ້ອງ​ໄດ້​ໃຫ້​ຮູ້​ວ່າ ສະ​ເພາະ​ປີ​ນີ້​ຄາດ​ວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ເລືອດ​ອອກ​ນີ້​ຈະ​ສູງ​ເພາະ​ແມ່ນ​ປີ​ຄົບ​ຮອບ​ວຽນ ໂດຍ​ອີງ​ຕາມ​ຫລັກ​ການ​ຫລື​ຫລັກ​ວິ​ທະ​ຍາ​ສາດ​ແລ້ວ​ໃນ​ຮອບ​ວຽນ 3 ປີ​ໃດ ພ​ະ​ຍາດ​ນີ້​ຈະ​ແຜ່​ລະ​ບາດ​ສູງ, ສະ​ນັ້ນ​ປີ 2008 ນີ້ ແມ່ນ​ພໍ​ດີ​ຄົບ​ຮອບ​ວຽນ3ປີ. ສະ​ນັ້ນ​ຄາດ​ວ່າ​ການ​ລະ​ບາດ​ຂອງ​ພະ​ຍາດ​ນີ້​ຈະ​ສູງກວ່າ​ປີ​ຜ່ານ​ມາ​ກໍ​ເປັນ​ໄດ້.
ສະ​ເພາະ​ຢູ່​ໃນ​ນະຄອນຫລວງ​ວຽງ​ຈັນ; ທ່ານ ນາງດ​ຣ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ຫົວ​ຫນ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ນະ​ຄອນ​ຫລວງວຽງ​ຈັນ ກ່າວ​ເມື່ອ​ບໍ່​ດົນ​ມານີ້​ວ່າ​: ປັດຈຸບັນ ເພື່ອ​ເປັນ​ການ​ສະ​ກັດ​ກັ້ນ​ແຕ່​ຫົວ​ທີ​, ພະ​ແນກ​ສາ​ທະ​ລະ​ນະ​ສຸກ​ພວກ​ເຮົາ​ກໍ​ໄດ້​ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ​ປະ​ຊາ​ຊົນ​ໃນ​ທົ່ວ​ນະ​ຄອນ​ຫຼວງເຫັນ​ໄດ້​ຄວາມ​ ສຳ​ຄັນ, ຈຳ​ເປັນ​ໃນ​ການ​ສະ​ກັດ​ກັ້ນ​ພະ​ຍາດ​ນີ້​ຄືໃຫ້​ອະນາ​ໄມເຮືອນ​ຊານ​ບ້ານ​ຊ່ອງເປັນ​ປະ​ຈຳ, ບັນ​ດາ​ຮ້ານ​ສ້ອມ​ແປງ​ລົດ​ຈັກ, ລົດ​ໃຫຍ່​ ​ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​ເຈົ້າ​ຂອງ​ກິດ​ຈະ​ການ​ເກັບ​ຮັກ​ສາ​ຢາງ​ຕີນ​ລົດ​ເກົ່າ​ໄວ້​ໃນ​ຮົ່ມ ເພື່ອ​ບໍ່​ໃຫ້​ມີ​ນ້ຳ​ຝົນ​ຕົກ​ຄ້າງ​ທີ່​ເປັນ​ບໍ່​ເກີດ​ຂອງ​ຍຸງ​ລາຍ. ສ່ວນ​ຕະ​ຄອງ​ຮ່ອງ​ນ້ຳ​ກໍ​ຄວນ​ໄດ້​ລວງ​ອະ​ນາ​ໄມ​ເປັນ​ປະ​ຈຳ. ການນອນ​ບໍ່​ວ່າ​ຈະ ເປັນ​ກາງ​ເວັນ​ຫລື​ກາງ​ຄືນ​ດີ​ແທ້​ແມ່ນ​ໃຫ້​ນອນ​ໃນ​ມຸ້ງ​ຍ້ອມ​ຢາ​, ສ່ວນ​ໄຫ ແລະ​ຟຸຍ​ນ້ຳ​ກໍ​ຄວນ​ໄດ້​ລ້າງ​ແລະ​ມີ​ຝາ​ ອັດ​ຕະຫລອດ. ກໍ​ລະ​ນີ​ຫາກ​ຄິດ​ວ່າ​ຕົນ​ເອງ​ເກີດ​ພະ​ຍາດ​ແລ້ວ​ໃຫ້​ຮີບ​ຟ້າວ​ໄປ​ພົບ​ແພດ​, ​ຫ້າມ​ເດັດ​ຂາດ​ບໍ່​ໃຫ້​ຊື້​ຢາ​ກິນ​ຊະ​ຊາຍ ໂດຍ​ທີ່​ບໍ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ແພ​ດ.
ໃນ​ປີ 2007 ຜ່ານ​ມາ ຢູ່​ນະຄອນ ຫລວງ​ວຽງ​ຈັນ ເກີດ​ມີ​ການ​ແພ່​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ເລືອດ​ອອກ ເຖິງ 1.670 ກໍ​ລະ​ນີ; ໃນ​ນັ້ນ​ເກີດ​ຫລາຍກວ່າ​ຫມູ່​ແມ່ນ 4 ເມືອງ​ໃນ​ຄື: ເມືອງ​ຈັນ​ທະ​ບູ​ລີ, ສີ​ສັດ​ຕະ​ນາກ,ໄຊ​ເສດ​ຖາ​ ແລະ ເມືອງ​ສີ​ໂຄດ​ຕະ​ບອງ, ​ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ./.

5 ​ອາການ​ສ່ຽງຕໍ່​ການ​ເປັນ​ຫລອດ​ເລືອດ​ໃນ​ສະຫ​ມອງ

* ພະ​ຍາດ​ຫລອດ​ເລືອດໃນສະ​ໝອງ ​ເປັນ​ພະ​ຍາດ​ທີ່​ເກີດ​ຈາກ​ການ​ສູນ​ເສຍ​ໜ້າ​ທີ່​ການ​ເຮັດ​ວຽກ​ຂອງ​ສະ​ໝອງ​ຢ່າງ​ກະ​ທັນ​ຫັນ. ພະ​ຍາດ​ຫລອດ​ເລືອດໃນສະ​ໝອງ​ໄດ້​ແບ່ງ​ອອກ​ເປັນ​ສອງ​ຊະ​ນິດ​ຄື: ພະ​ຍາດ​ຫລອດ​ເລືອດ​ສະ​ໝອງ​ແຕກ 80% ຈະ​ເປັນ​ຊະ​ນິດ​ຫລອດ​ເລືອດ​ໃນ​ສະ​ໝອງ​ຕີບ ​ຊຶ່ງ​ເກີດ​ຈາກ​ເມັດ​ເລືອດ​ອັດ​ຕັນ​ຫລອດ​ເລືອດ​ໃນ​ສະ​ໝອງ (Ischemic Stroke). 20% ະ​ເປັນ​ຊະ​ນິດ​ຫລອດ​ເລືອດ​ສະ​ໝອງ​ແຕກ​ເກີດ​ຈາກ​ການ​ແຕກ​ຂອງ​ຫລອດ​ເລືອດ​ເຮັດ​ໃຫ້​ເກີດ​ເລືອດ​ຄ້າງ​ໃນ​ເນື້ອ​ສະ​ໝອງ (Hemorrhagic stroke).
ອາ​ການ​ສ່ຽງ​ຕໍ່​ການ​ເປັນ​ພະ​ຍາດ​ຫລອດ​ເລືອດ​ໃນ​ສະ​ໝອງທີ່​ສະ​ແດງ​ອອກ​ເປັນ​ແບບ​ທັນ​ທີ​ມີ​ຄື:
1.ມ​ີ​ອາ​ການ​ແຂນ​ຂາ​ລ່ອຍ​ເບື້ອງ ໜຶ່ງ, ປາກ​ບ້ຽວ ຫລື ລ່ອຍ​ໄປ​ເບື້ອງ ໜຶ່ງ​ທັນ​ທີ.
2.ເວົ້າ​ບໍ່​ອອກ,ຟັງ​ບໍ່​ເຂົ້າ​ໃຈ​ພາ​ສາເວົ້າ ແລະ ອື່ນໆ .
3.ຕາ​ຂ້າງ​ໃດ​ຂ້າງ​ໜຶ່ງ​ເບິ່ງ​ບໍ່​ເຫັນ ຫລື ເບິ່ງ​ບໍ່​ເຫັນ​ເຄິ່ງຂອງ​ລານ​ສາຍ​ຕາ ແລະ ເຫັນ​ພາບ​ຊ້ອນ.
4.ຮູ້​ສຶກວິນ​ຫົວ​ຢ່າງ​ເຊ​ຊ້າຍ​ເຊ​ ຂວາ ​ຄ້າຍ​ຄື​ຄົນ​ເມົາ​ເຫລົ້າ.
5. ເຈັບ​ຫົວ​ຢ່າງ​ຮຸນ​ແຮງແບບ ​ບໍ່​ເຄີຍ​ເປັນ​ມາ​ກ່ອນ ແລະ ປວດ ຮາກ ຫລື ໝົດ​ສະ​ຕິ.
ເມື່ອເຮົາ​ຮູ້​ສຶກວ່າໂຕ​ເອງ​ມີ ຄວາມ​ຜິດ​ປົກ​ກະ​ຕິກໍ່​ຢ່າ​ປ່ອຍປະລະ​ເລີຍ ຫລື ເມີນ​ເສີຍ​ຕໍ່​ອາ​ການ​ດັ່ງ​ກ່າວ ບໍ່​ວ່າ​ຈະ​ໜ້ອຍ ຫລື ຫລາຍ ເຮົາ​ກໍ່​ຄວນ​ຟ້າວ​ໄປ​ພົບ​ແພດ​ໝໍ​ເພື່ອ​ຮັບ​ການກວດ ແລະ ປິ່ນ​ປົວ​ໃຫ້​ຖືກ​ກັບ​ພະ​ຍາດ ເພື່ອ​ສຸ​ຂະ​ພາບ​ທີ່​ດີ ແລະ ​ປ້​ອງ​ກັນ​ໄວ້​ກ່ອນ​ດີກວ່າ​ມາ​ແກ້​ຕາມ​ຫລັງ​ເພາະ​ຈະ​ເຮັດ​ໃຫ້​ກິນ​ແໜງ​ໃຈ​ພາຍ​ຫລັງ​ໄດ້./.

ສົດຊຶ່ນເບີກບານຍາມເຊົ້າດ້ວຍວິທີງ່າຍໆ

* ແສງ​ແດດ​ສ່ອງ..​. ສຽງ​ໄກ​່​ຂັນ​ເປັນ​ສິ່ງ​ຫນຶ່ງ​ທີ່​ບົ່ງ​ບອກວ່າ ຮຸ່ງ​ອະ​ລຸນ​​ໄດ້​ວຽນມາອີກ​ຄັ້ງ​ໃໝ່ ເຊິ່ງ​ໃນ​ຂະ​ນະ​ທີ່​ບາງ​ຄົນ​ພວມສູດ​ດົມ​ບັນ​ຍາ​ກາດ​ຍາມ​ເຊົ້າ​ອັນ​ສົດ​ຊື່ນ, ແຕ່​ພັດມີ​ຄົນ​ອີກ​ຈຳ​ນວນ​ຫລາຍ​ທີ່​ບໍ່​ເຄີຍ​ຮູ້​ສຶກ​ຊື່ນ​ຊົມ​ກັບ​ການ​ຕື່ນ​ໃນ​ຕອນ​ເຊົ້າ​ພໍເທົ່າໃດ .
ດ້ວຍ​ເຫດ​ຜົນ​ທາງວິ​ທະ​ຍາ​ສາດ​ ຫລັງ​ຈາກ​ທີ່​ເຮົາ​ນອນ​ຫລັບ​ມາ​ຕະ​ຫລອດ​ຄືນ; ເລືອດ ແລະ ອົກ​ຊີ​ແຊນ​ໃນ​ຮ່າງ​ກາຍ​ຂອງ​ເຮົາ​ກໍ່​ຈະ​ໄຫລ​ວຽນ​ບໍ່​ສະ​ດວກ, ດັ່ງ​ນັ້ນ​ເມື່ອ​ຕື່ນ ນອນ​ຈິ່ງ​ຄວນ​ຈະ​ຢືດ​ຕົວ ແລະ ຫັດ ກາຍ​ ໂດຍ​ເລີ່ມ​ຕົ້ນ​ທີ່​ຢືນ​ແລ້ວ​ກົ້ມ​ລົງ​ໄປ​ຈັບ​ນິ້ວ​ຕີນ​ຢູ່​ໃນ​ທ່າ​ນັ້ນ​ຈັກ 10 ວິ​ນາ​ທີ ​ຢຽດ​ຮ່າງ​ກາຍ​ທຸກ​ສ່ວນ​ໃຫ້ ເຄັ່ງ ຫລື ຖ້າ​ບໍ່​ຢາກ​ລຸກ​ຈາກ​ຕຽງ​ກໍ່​ນັ່ງ​ເຮັດ​ທ່າ​ນີ້​ກໍ່​ໄດ້ ຫລື ຈະ​​ແກວ່ງ​ແຂນ​ ໝູນ​ເປົນ​ວົງ​ໄປ - ກັບ ຫລື ທ່າ​ອື່ນໆ, ​ເຮັດ​ບໍ່​ຫລາຍ​ກໍ່​ໄດ້​ເພື່ອ​ໃຫ້​ເລືອດ​ໄຫລ​ວຽນ​ດີ​ຂຶ້ນ. ທ່າ​ຕໍ່​ມາ​ກໍ່ຢືນ​ຍົກ​ຂາ​ຂຶ້ນ​ໄປ​ທາງ​ຫນ້າ​ເພື່ອ​ຢືດ​ກ້າມ​, ຈາກ​ນັ້ນ​ກໍ່​ຢືນ​ອີງ​ຝາ​ແລ້ວ​ພະ​ຍາ​ຍາມ​ຢືນ​ດ້ວຍ​ນິ້ວ​ຕີນ ຈະ​ເຮັດ​ໃຫ້​ຮູ້​ສຶກ​​ເຄັ່ງ​ ​ເບື້ອງ​ຫລັງ​ຂອງ​ຂາ​ ​ແລະ ບີ​ແຄ່ງ.
ຫລັງ​ຈາກ​ເລືອດ​​ແລ່ນ​ດີ ຮ່າງ​ກາຍ​ຈະ​ຫິວ ນັ້ນ​ຖື​ເປັນ​ເລື່ອງ​ດີ; ທ່ານ​ຄວນ​ຮັບ​ປະ​ທານ​ອາ​ຫານ​ທີ່​ບໍ່​ຫນັກ​ຫລາຍ, ອາດ​ເປັນ​ຫມາກ​ໄມ້ ຫລື ອາຫານ​ທີ່​ສະໜອງໂປ​ຣ​ຕີນ​ ດີ​ມີ​ປະ​ໂຫຍດ ແລະ ຄວນ​ຈື່​ໄວ້​ວ່າ​ຮ່າງ​ກາຍ​ຂອງ​ເຮົາ​ຕ້ອງ​ການ​ນ້ຳ​ວັນ​ລະ 8 ຈອກ ແລະ ຄວນ​ເລີ່ມ​ຕົ້ນ​ຈອກ​ທຳ​ອິດ​ຫລັງ​ຈາກ​ຕື່ນນອນ.
ຢາກ​ເປັນ​ຄົນ​ທີ່​ຕື່ນ​ເຊົ້າ​ຕ້ອງ : ຕັ້ງ​ເວ​ລາ​ປຸກ​ໄວ້​ທີ່​ເວ​ລາ 5.50 ນາ​ທີ ເພາະ​ເປັນ​ເວ​ລາ​ທີ່​ດີ​ທີ່​ສຸດ​ຕາມ​ຫລັກ​ອາ​ຍຸ​ວິທະຍາ. ສ່ວນ​ການ​ເຂົ້າ​ນອນ​ຄວນນອນ​ກ່ອນ​ເວ​ລາ​ທ່ຽງ​ຄືນ ແລະ ເວ​ລາ​ທີ່​ດີ​ທີ່​ສຸດ​ຕາມ​ຫລັກ​ການ​ແພດ​ ​ຄື 21.50 ນາ​ທີ ປົງ​ໂມງ​ປຸກ​ໄວ້​ໄກໆ​ບ່ອນນອນ​ຈະ​ໄດ້​ລຸກ​ໄປ​ກົດ​ໃຫ້​ຢຸດ​ສົ່ງ​ສຽງ ເປີດ​ໄຟ​ໃຫ້​ຮຸ່ງ​ເພື່ອ​ເຕືອນ​ຮ່າງ​ກາຍ​ເຮົາ, ບັງ​ຄັບ​ຕົວ​ເອງ​ໃຫ້​ຕື່ນ​ນອນ​ເວ​ລາ​ດຽວ​ກັນ​ທຸກວັນ, ມີ​ເວ​ລາ​ພິ​ເສດ​ສຳ​ລັບ​ຕົນ​ເອງ​ຈັກ 10 ນາ​ທີ​ໃນ​ແຕ່​ລະ​ເຊົ້າ ເພື່ອ​ເຮັດ​ໃຫ້​ສຸ​ຂະ​ພາບ​ຈິດ​ດີ ແລະ ມີ​ຄວາມ​ສຸກ​ເຊັ່ນ : ອ່ານ​ຫນັງ​ສື , ເບິ່ງ​ໂທ​ລະ​ພາບ ຫລື ເຮັດ​ກິດຈະ​ກຳ​ອື່ນໆ​ທີ່​ເຫັນ​ວ່າ​ດີ ຕາມ​ຄວາມ​ທີ່​ຊິນ​ເຄີຍ. ອາ​ຫານ​ເຊົ້າ​ເປັນ​ສິ່ງ​ສຳ​ຄັນ ເພາະ​ຈະ​ໃຫ້​ກຳ​ລັງ​ງານ​ທີ່​ເຮົາ​ຕ້ອງ​ການ ຮັບ​ປະ​ທານ​ອາ​ຫານ​ເຊົ້າ​ທີ່​ໃຫ້​ກຳ​ລັງ​ເຊັ່ນ : ຫມາກ​ໄມ້ ແລະ ໂປ​ຣ​ຕີນ ໄຂ​ມັນ​ຕ່ຳ ດື່ມ​ນ້ຳ​ສົ້ມ​ເພື່ອ​ວິ​ຕາ​ມິນ​ເຊ, ກາ​ເຟ ຫລືຊາ​ຈັກ 1 ຈອກ ຖ້າ​ຫາກ​ ຕ້ອງ​ການ ກາ​ເຟ​ອີນ .
ລອງປະ​ຕິ​ບັດ​ຕາມ​ວິ​ທີ​ງ່າຍໆ ທັງ​ຫມົດ​ທີ່​ກ່າວ​ມາ​ນີ້ ອາດ​ຈະ​ຊ່ວຍ​ໃຫ້​ທຸກໆ​ເຊົ້າ​ຂອງ​ທ່ານ​ເປັນ​ເວ​ລາ​ທີ່​ສົດຊື່ນ​ເບີກບານ./.

ຈຳປາສັກເອົາໃຈໃສ່ຄວາມຄວມຢາສູບ ເພື່ອສຸຂະພາບ

*ແຂວງ​ຈຳ​ປາ​ສັກ​​ໄດ້ໃຫ້​ຄວາມ​ສຳ​ຄັນ ແລະ ເອົາ​ໃຈ​ໃສ່​ ​ຄວບ​ຄຸມ​ການ​ສູບ​ຢາ​ຂອງ​ປະ​ຊາ​ຊົນ​ໃຫ້​ຫລຸດ​ຫນ້ອຍ​ຖອຍ​ລົງ ເພື່ອ​ເປັນ​ການ​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ມີ​ສຸ​ຂະ​ພາບ​ ​ແລະ ພະນາ​ນາ​ໄມ​ທີ່ສົມ​ບູນ.
ທ່ານ ດ​ຣ. ປະ​ດິດ ສຸ​ວັນ​ລາ​ສີ ຮອງ​ຫົວ​ຫນ້າ​ອຳ​ນວຍ​ການ​ໂຮງ​ຫມໍຈຳ​ປາ​ສັກ, ​ປະ​ທານ​ໂຄງ​ການ​ຄວບ​ຄຸມ​ຢາ​ສູບ​ຂັ້ນ​ແຂວງ ໃຫ້​ສຳ​ພາດ​ຕໍ່​ຜູ້​ສື່​ຂ່າວ​ວ່າ: ສຳ​ລັບ​ແຂວງ​ຈຳ​ປາ​ສັກ​ ກໍ່​ແມ່ນ​ແຂວງ​ຫນຶ່ງ​ທີ່​ຖື​ເອົາ​ບັນ​ຫາ​ການ​ຄວບ​ຄຸມ​ການ​ສູບ​ຢາ​ເປັນ​ບັນ​ຫາ​ສຳ​ຄັນ ໂດຍ​ໄດ້​ສ້າງ​ຕັ້ງ​ໂຄງ​ການ​ຄວບ​ຄຸມ​ຢາ​ສູບ​ຂຶ້ນ​ໃນ​ວັນ​ທີ 23 ກໍ​ລະ​ກົດ 2007 ທີ່​ຜ່ານ​ມາ ເຊິ່ງ​ໂຄງ​ການນີ້​ໄດ້​ເລີ່ມ​ຈາກ​ການ​ຄວບ​ຄຸມ​ຢາ​ສູບໃນ​ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ​ສາ​ກ່ອນ; ໃນ​ນັ້ນ​ແມ່ນ​ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ​ຢາ​ສູບ ແລະ ກຳ​ນົດ​ຫນ້າ​ທີ່​ພາ​ລະ​ບົດ​ບາດ ພ້ອມ​ທັງ​ເຜີຍ​ແຜ່​ຜົນ​ຮ້າຍ​ຂອງ​ຢາ​ສູບ​ໃຫ້​ແກ່​ພະ​ນັກ​ງານ​ພາຍ​ໃນ​ໂຮງ​ຫມໍຈຳ​ປາ​ສັກ ເຊິ່ງ ​ຖື​ເອົາ​ໂຮງ​ຫມໍ​ດັ່ງ​ກ່າວ​ເປັນ​ຈຸດ​ເລີ່ມ​ຕົ້ນນອກ​ນັ້ນ​ຍັງ​ມີ​ການ​ໂຄສະ​ນາ​ທາງ​ໂທ​ລະ​ພາບ,ວິ​ທະ​ຍຸກະ​ຈາຍສຽງແລະສ້າງ​ປ້າຍ​ຂະ​ຫນາດ ​ໃຫຍ່​ທີ່​ມີ​ຫົວ​ຂໍ້​ວ່າ: ໂຮງ​ຫມໍ​ຈຳ​ປາ​ສັກ​ປອດ​ຄວັນ​ຢາ​ສູບ ທີ່​ເປີດ​ຂຶ້ນ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້. ທັງ​ນີ້​ກໍ່​ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ຮູ້​ເຖິງ​ຜົນ​ຮ້າຍ​ຂອງ​ການ​ສູບ​ຢາ​ ຊຶ່ງມີ​ອັດຕາ​ສ່ວນ​ສູງ​ໃນ​ການ​ເປັນພະຍາດມະ​ເຮັງ​ມ້າມ, ພົກ​ຍ່ຽວ ແລະ ລະ​ບົບ​ໄຂ່​ຫລັງ​ .
ສຳລັບ​ແຜນ​ການ​ຕໍ່​ຫນ້າ; ​ ທ່ານດ​ຣ. ປະ​ດິດ ​ໃຫ້​ຮູ້​ວ່າ:ໂດຍ​ຜ່ານ ໂຄງ​ການນີ້ ພວກ​ເຮົາຈະ​ສ້າງ​ໃຫ້​ໂຮງ​ຫມໍຈຳ​ປາ​ສັກກາຍ​ເປັນ​ໂຮງ​ຫມໍ​ຕົວ​ແບບ​ປອດ​ຄວັນ​ຢາ​ສູບ, ຫລຸດ​ຜ່ອນ​ການ​ສູບ​ຢາ​ຂອງ​ພະ​ນັກ​ງານ, ພ້ອມ​ທັງ​ຈະ​ໄດ້​ໃຫ້ການ​ສຶກ​ສາ​ອົບ​ຮົມ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຄືອ​ຂ່າຍ​ວຽກ​ງານ​ຄວບ​ຄຸມ​ຢາ​ສູບໂດຍ​ສະ​ເພາະໃນຂະ​ ແຫນງ​ການ​ສາ​ທາ​ລະ​ນະ​ສຸກ, ຊອກ​ແຫລ່ງ​ທຶນ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ. ໂດຍ​ອີງ​ໃສ່​ແຜນ​ການ​ດັ່ງ​ກ່າວ ໃນ​ອະ​ນາ​ຄົດ​ ​ແຂວງຈຳປາ​ສັກ ຈະ​ຂະ​ຫຍາຍ​ເຂດ​ປອດ​ຄວັນ​ຢາ​ສູບ​ຈາກ​ໂຮງ​ຫມໍ​ແຂວງ​ໄປ​ເຖິງ​ເມືອງ​ຕາມ​ສາຍ​ຕັ້ງ. ຫຼັງ​ຈາກ​ນັ້ນ​ຈຶ່ງ​ຂະ​ຫຍາຍໄປ​ບ່ອນ​ຊຸມ​ນຸມ​ຊົນ, ປະ​ຊາ ຊົນ, ຫ້າງ​ຮ້ານ​ຕ່າງໆ ແລະ ພະ​ແນກ​ການ​ອ້ອມ​ຂ້າງ​ແຂວງ​ຕໍ່ໆ​ໄປ./.

ດື່ມນ້ຳ ເພື່ອສຸຂະພາບ

* ປະ​ລິ​ມານ​ນ້ຳ​ທີ່​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ທີ່​ຕ້ອງ​ການ​ໃນ​ແຕ່​ລະ​ມື້​ແມ່ນ​ບໍ່​ຕ່ຳ​ກວ່າ 2 ລິດ ຊື່ງ​ນ້ຳ​ດັ່ງ​ກ່າວ​ອາດ​ຈະ​ບໍ່​ແມ່ນ​ການ ​ດື່ມ​ນ້ຳ​ຢ່າງ​ ດຽວ​ອາດ​ຈະ​ແມ່ນ​ໄດ້​ມາ​ຈາກ​ນ້ຳ​ໃນ​ສ່ວນ​ປະ​ກອບ​ຂອງ​ອາ​ຫານ​ຊະ​ນິດ​ອື່ນໆ​ຂຶ້ນ ​ ກັບ​ການ​ບໍ່​ລິ​ໂພກ​ຂອງ​ເຮົາ.
ນ້ຳ ໂດຍ​ທົ່ວ​ໄປ​ແລ້ວ​ຫລາຍໆ​ຄົນ​ຄົງ​ຈະ​ຮູ້ວ່າການ​ດື່ນ​ນ້ຳ​ມີ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ ແລະ ຜິວ​ພັນ​ຂອງ​ເຮົາ, ແຕ່​ຫລາຍ​ຄົນ​ຄົງ​ຈະ​ ມີ​ບັນ​ຫາໃນ​ການ​ຈະ​ບັງ​ຄັບ​ຕົນ​ເອງ​ໃຫ້​ດື່ມ​ນ້ຳ​ໄດ້​ຫລາຍໆ​ແນວ​ໃດ. ສະ​ນັ້ນ​ມື້​ນີ້ເຮົາ​ມີ​ວິ​ທີ​ໃນ​ການ​ດື່ມ​ນ້ຳ​ມາ​ຝາກທ່ານ​ຜູ້​ອ່ານ​ລອງມາປະ​ຕິ​ບັດນຳ​ກັນ​ເບິ່ງ.
1.ເລີ່ມ​ຕົ້ນ​ຕອນ​ເຊົ້າ​ທຸກໆ​ມື້​ດ້ວຍ​ການ​ດື່ມ​ນ້ຳ​ໃຫ້​ໄດ້​ໜຶ່ງ​ຈອກ ໂດຍ​ວາງ​ນ້ຳ​ໄວ້​ຂ້າງ​ບ່ອນນອນ​ກ່ອນ​ເຂົ້າ​ນອນ​ທຸກ​ມື້ ເພາະ​ເວ​ລາ​ຕື່ນ​ຕອນ​ເຊົ້າ​ເຮົາ​ຈະ​ສາ​ມາດ​ດື່ມ​ນ້ຳ​ໄດ້​ທັນ​ທີ່​ເພື່ອ​ເພີ່ມ​ຄວາມ​ສົດ​ຊື່ນ​ໃຫ້​ແກ່​ຮ່າງ​ກາຍ.
2.ເອົາ​ນ້ຳ​ໄປ​ນຳ​ທຸກ​ບ່ອນ​ບໍ່​ວ່າ​ເວ​ລາ​ເດີນ​ທາງ ຫລື ນັ່ງ​ເຮັດ​ວຽກໂດຍ​ການ​ວາງ​ໄວ້​ຂ້າງໆຈະ​ສາ​ມາດ​ດື່ມ​ໄດ້​ຕະ​ຫລອດ​ເວ​ລາ. ເພາະຈາກ​ການ​ສຳ​ຫລວດ​ພົບວ່າ​ສ່ວນ​ຫລາຍ​ຈະ​ບໍ່​ມັກ​ດື່ມ​ນ້ຳ​ໃນ​ເວ​ລາ​ເຮັດ​ວຽກ .
3.ດື່ມ​ນ້ຳ 1 ຈອກ​ກ່ອນ​ກິນ​ອາ​ຫານ​ຕອນ​ທ່ຽງ ຊຶ່ງ​ມັນ​ສາ​ມາດ​ຫລຸດ​ຜ່ອນ​ອາ​ການ​ຫິວໄດ້ ແລະ ຍັງ​ສາ​ມາດ​ຄວບ​ຄຸມ​ປະ​ລິ​ມານ ​ການ​ບໍ​ລິ​ໂພກ​ອາ​ຫານ​ໄດ້​ດີ​ອີກ​ດ້ວຍ.
4.ໃນ​ຂະ​ນະ​ທີ່​ຫລິ້ນ​ກິ​ລາ​ຕ່າງໆ​ຄວນ​ເພີ່ມ​ປະ​ລິ​ມານ​ນ້ຳ​ໃຫ້​ແກ່​ຮ່າງ​ກາຍ​ຢ່າງ​ສະ​ໝ່ຳ​ສະ​ເໝີໂດຍ​ການ​ດື່ມ​ນ້ຳ​ກ່ອນຫລິ້ນ ແລະ ຫລັງ​ເລີກ​ຫລິ້ນເພື່ອ​ທົດ​ແທນ​ເຫື່ອ​ທີ່​ອອກ​ໄປ​ໃນ​ລະ​ຫວ່າງ​ການ​ຫລິ້ນ​ກິ​ລາ.
ຖ້າ​ຕ້ອງ​ການ​ຢາກ​ມີ​ສຸ​ຂະ​ພາບ​ທີ່​ດີ​ກໍ່​ຄວນ​ດື່ມ​ນ້ຳໃນ​ປະ​ລິ​ມານ​ທີ່​ຮ່າງ​ກາຍ​ຕ້ອງ​ການ​ໃຫ້​ພຽງ​ພໍ​ທຸກໆ​ມື້​ເປັນ​ປົກ​ກະ​ຕິ​ດີກວ່າ​ທີ່​ຈະ​ລໍ​ຖ້າ​ ໃຫ້​ຫິວ​ກ່ອນ​ຈຶ່ງ​ຄ່ອຍ​ກິນ ./.

ຢາກມີຄວາມສຸກໃຫ້ເຮັດຕົວຄືນ້ຳ

* ການ​ດຳລົງ​ຊີ​ວິດ​ໃຫ້​ມີ​ຄວາມ​ສຸກ ບາງ​ເທື່ອຕ້ອງ​ຮູ້​ຈັກ​ປັບ​ຕົວ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ແວ​ດ​ລ້ອມ​ ທັງສະ​ພາບ​ແວດ​ລ້ອມ​ພາຍນອກ​ເຊັ່ນ: ສະ​ພາບ​ເສດ​ຖະ​ກິດ- ສັງ​ຄົມ, ວັດ​ທະ​ນະ​ທຳ, ຄ່າ​ນິ​ຍົມ ແລະ ອື່ນໆ ຫລື ສະ​ພາບ​ແວດ​ລ້ອມ​ພາຍ​ໃນ ໄດ້​ແກ່: ຖາ​ນະທາງ​ສ​ັງ​ຄົມ​ຂອງ​ຕົວ​ເອງ ແລະ ຄອບ​ຄົວ​ ຄວາມ​ຮູ້ ຄວາມ​ຮອບ​ຄອບ ແລະອື່ນໆ. ຫລາຍ​ຄົນ​ຫາ​ຄວາມ​ສຸກບໍ່​ໄດ້ ເພາະ​ບໍ່​ສາ​ມາດ ປັບ​ຕົວ ໃຫ້​ເຂົ້າ​ກັບ​ປັດ​ໄຈ​ທັງ 2 ຢ່າງ. ນ້ຳເປັນ​ຕົວ​ຢ່າງ​ທີ່​ດີ​ຂອງ​ການ​ປັບ​ຕົວ​ເຫລົ່າ​ນີ້.
ຮູ້​ຈັກ​ປະ​ເມີນຄ່າ​ຕົນ: ນ້ຳບໍ່​ວ່າ​ຈະ​ ຢູ່​ໃນ​ພາ​ຊະ​ນະ​ຮູບ​ແບບ​ໃດ ຫລື ແຫລ່ງ​ນ້ຳ​ທຳ​ມະ​ຊາດ​ລັກ​ສະ​ນະ​ໃດໆ ກໍ​ສາ​ມາດແຊກ​ຊ້ອນ​ເຂົ້າໄປ​ຕາມ​ນັ້ນໄດ້ເຊັ່ນ: ຢູ່​ໃນ​ອ່າງ​ນ້ອຍໆ, ​ບຶງກວ້າງ, ​ທະ​ເລ​ສາບ​, ​ມະ​ຫາ​ສະ​ຫມຸດ. ຄົນ​ເຮົາ ກໍ​ຕ້ອງ​ຮູ້​ຈັກ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ທີ່​ຢູ່​ອາໄສ ຫລື ສິ່ງ​ແວດ​ລ້ອມ​ອ້ອມ​ຕົວເຊັ່ນ: ​ຢູ່​ເຮືອນ​ຫລັງ​ໃຫຍ່​ກໍ​ຢູ່​ໄດ້, ​ຫລັງ​ນ້ອຍ​ກໍ​ປັບ​ຕົວ​ໃຫ້​ເຫມາະ​ສົມ. ເສດ​ຖະ​ກິດ​ດີ​ກໍ​ໃຊ້​ຫລາຍເສດ​ຖະ​ກິດ​ບໍ່​ເອື້ອ​ອຳ​ນວຍ ກໍຫລຸດ​ຜ່ອນ​ລາຍ​ຈ່າຍ, ບໍ່​ທຸກ​ໃຈ ຕາມ ​ຄຳ​ເວົ້າ​ທີ່​ວ່າ: “ນົກ​ນ້ອຍ​ເຮັດ​ຮັງ​ແຕ່​ພໍ​ໂຕ”.
ເບື້ອງ​ຕົ້ນ ຄົນ​ຕ້ອງ​ຮູ້​ຕົວ​ເອງ​ສາ​ກ່ອນ​ວ່າ ເປັນ​ນ້ຳ​ຢູ່​ໃສ, ບາງ​ຄົນ​ເປັນ​ພຽງ​ນ້ຳໃນ​ກະ​ໂປະ, ແຕ່​ມັກ​ໃຊ້​ຊີ​ວິດ ຄື​ກັບ​ນ້ຳ​ໃນ​ທະ​ເລ​ສາບ; ແນ່ ນອນ ສຸດ​ທ້າຍ​ກໍ​ຕ້ອງ​ພົບ​ກັບ​ຄວາມ​ຂັດ​ສົນຈົນ​ໃຈ, ຫາ​ມາ​ໄດ້​ກໍ​ໃຊ້​ໜີ້ ຫມູນ​ວຽນ​ຢູ່​ແບບ​ນັ້ນ ເພາະ​ດຳ​ເນີນ​ຊີ​ວິດ​ແບບ “ເກີນ​ກຳ​ລັງ ຄວາມ​ສາ ມາດ”ຂອງ​ຕົວ​ເອງ. ເມື່ອ​ຮູ້​ຕົວ​ແລ້ວ ກໍ​ຕ້ອງ​ຮູ້​ສະ​ຖາ​ນະ​ການ, ມີ​ແລ້ວຈຶ່ງ​ຄ່ອຍ​ໃຊ້,ຖ້າບໍ່​ມີ​ກໍ​ໃຫ້​ທ້ອນ. ຄົນ​ສະ​ໄຫມ​ນີ້ ມີ​ຈຳນວນ​ບໍ່​ໜ້ອຍ ມັກ​ເອົາ “ເງິນ​ອະ​ນາ​ຄົດ” ມາ​ໃຊ້. ເງິນ​ອະ​ນາ​ຄົດ​ຫມາຍ​ເຖິງເງິນ ຫລື ລາຍ​ໄດ້​ທີ່​ຄາດ​ວ່າ ຈະໄດ້​ໃນ​ວັນ​ຂ້າງ​ໜ້າ, ແຕ່​ກໍ​ເລືອກ​ເອົາ​ມາໃຊ້​ໃນ​ມື້​ນີ້​ເຊັ່ນ: ຊື້​ເຄື່ອງ​ຕິດ​ໜີ້ , ກູ້​ຢືມ​ກ່ອນ ແລ້ວ​ຄ່ອຍ​ຈ່າຍ​ຕາມ​ຫລັງ, ມີ​ໃຊ້​ໜີ້​ກໍ​ດີ​ໄປ ແຕ່​ຖ້າ​ລາຍ​ໄດ້​ບໍ່​ມາ​ດັ່ງ​ຄິດ​ຫວັງ​ເອົາ​ໄວ້ ກໍ​ລຳ​ບາກ .
ຮູ້​ຈັກ​ຖະໜອມຖ່ອມ​ຕົວ ແລະ ເຄົາ​ລົບ​ຜູ້​ອື່ນ: ນ້ຳໄຫລ​ຈາກ​ບ່ອນ​ສູງ​ລົງ​ສູ່​ບ່ອນ​ຕ່ຳ​ສະ​ເຫມີບໍ່​ວ່າ​ຢູ່​ເທິງ​ພື້ນ​ດິນ ຫລືໃຕ້​ດິນ ເຖິງ​ຢ່າງ​ໃດ ​ນ້ຳກໍ​ຕ້ອງ​ໄຫລ​ລົງ​ສູ່​ບ່ອນທີ່​ຕ່ຳ​ກວ່າ. ປຽບ​ດັ່ງ​ຄົນ​ທີ່​ຮູ້​ຈັກ​ຖະໜອມ​ຖ່ອມ​ຕົນ, ບໍ່​ຍຶດ​ຕິດ​ກັບ​ບົດ​ບາດ​ທີ່​ໄດ້​ຮັບ​ວ່າ: ຂ້ອຍ​ເປັນ​ຄົນ​ຮັ່ງ​ມີ, ເປັນຜູ້​ມີຖານະ​ຕຳ​ແໜ່​ງ ແລະອື່ນໆ, ແຕ່​ສາ​ມາດ​ປັບ​ຕົວ​ໄດ້​ຕາມ​ກາ​ລະ​ເທ​ສະ, ພົບ​ຜູ້​ອາ​ວຸ​ໂສ​ກໍ​ຮູ້​ຈັກ​ນອບ​ນ້ອມ​ຖ່ອມຕົນ, ພົບ​ຜູ້​ອ່ອນ​ອາ​ວຸ​ໂສ ຫລື ດ້ອຍ​ຖາ​ນະ​ກວ່າ ກໍ​ເຄົາ​ລົບໃຫ້​ກຽດ ແລະ ມີ​ເມດ​ຕາບໍ່​ດູຖູກ​ດູ​ຫມິ່ນ, ບໍ່​ລັງ​ກຽດ.
ຮູ້​ຈັກ​ຜ່ອນ​ສັ້ນ​ຜ່ອນ​ຍາວ: ນ້ຳ​ນັ້ນ​ອ່ອນ​ນຸ້ມ , ແຕ່​ມີ​ແຮງ​ປະ​ທະ​ມະ​ຫາ​ສານ ຍາມ​ທີ່​ຢູ່​ນິ້ງ ນ້ຳ​ບໍ່​ທຳ​ຮ້າຍ​ຜູ້​ໃດ, ແຕ່​ຍາມ​ທີ່​ນ້ຳ​ໄຫລ​ແຮງ ກໍ​ສາ​ມາດ​ທຳ​ລາຍພູໜ່ວຍ​ໃຫຍ່​ໄດ້. ຄົນ​ຈຶ່ງ​ຕ້ອງ​ຮູ້​ຈັກ​ອົດ​ທົນອົດ​ກັ້ນ ແລະ ຂ້າມ​ຜ່ານ​ໄລ​ຍະ​ເວ​ລາ​ທີ່​ບໍ່​ໜ້າ​ເພິ່ງ​ພໍ​ໃຈ​ໄປ​ໃຫ້​ໄດ້ ດ້ວຍ​ການ​ຮູ້​ຈັກ​ຜ່ອນ​ສັ້ນ ຜ່ອນ​ຍາວ ຮູ້​ເຂົາ​ຮູ້​ເຮົາ ຮູ້​ຈັກ​ຖອຍ​ເພື່ອ​ກ້າວ ເມື່ອ​ໄດ້​ໄຊ​ຊະ​ນະ ໃຫ້​ກຽດ​ຄູ່​ຕໍ່​ສູ້ ແຂງ​ມາ​ອ່ອນ​ກັບ ຊະ​ນະ​ຈາກ​ພາຍ​ໃນ​ສູ່​ພາຍນອກ.
ຈະ​ຊະ​ນະ​ຜູ້​ອື່ນ​ໄດ້ ຈຶ່ງ​ຕ້ອງ​ທຳ​ຕົວ​ເຫມືອນ​ນ້ຳ​ທັງ​ກາຍ​ະ​ພາບ ແລະ ຈິດ​ໃຈ ໃຊ້​ຄວາມອ່ອນ ເອົາ​ຊະ​ນະຄວາມ​ແຂງ​. ຕົວ​ຢ່າງ​ງ່າຍໆ ເວ​ລາ​ທີ່​ເຮົາພວມ​ໃຈ​ຮ້າຍ ຖ້າ​ມີ​ຄົນ​ມາ​ເວົ້າ​ດີໆ ​ອອຍ​ເອົາເຮົາ​ກໍ​ຍັງ​ໃຈ​ອ່ອນ, ຄົນ​ອື່ນ​ກໍ​ບໍ່​ຕ່າງ​ຫຍັງ​ກັບ​ເຮົາ​ດອກ./.

ຄວັນຢາສູບ ກີດຂວາງການມີລູກ

* ວັນປອດ​ຄວັນ​ຢາສູບ​ໂລກ 31 ພຶດສະພາ ຫາກໍ່​ຜ່ານ​ພົ້ນ​ໄປ; ​ແຕ່ ບັນຫາ​ຢາສູບຍັງ​ຄົງ​ເປັນ​ເລື່ອງ​ທີ່ຈະ​ໄດ້​ປຸກລະດົມ​ຫລຸດຜ່ອນ​ຕໍ່​ໄປ​ໃຫ້​ກ້າວ​ໄປ​ເຖິງ​ບ່ອນ​ຈຳກັດ.
​ ຜູ້​ອ່ານ​ຫລາຍ​ທ່ານ​ອາດ​ຄິດ​ວ່າ ຄວັນ​ຢາ​ສູບ​ຈະ​ບໍ່​ສາ​ມາດ​ທຳ​ຮ້າຍ​ຮ່າງ​ກາຍ​ຂອງເຮົາ​ໄດ້​ຖ້າ​ວ່າ​ເຮົາ​ບໍ່​ສູບ​ຢາ, ຄວາມ​ຈິງ​ບໍເປັນ​ແນວ​ນັ້ນ​; ສຳ​ລັບ​ບັນ​ດາ​ທ່ານ​ທີ່​ບໍ່​ສູບ​ຢາ​ ຄວນ​ລະ​ວັງ​ໂຕ​ເອງ ເພາະ​ກາ​ນ​ທີ່​ທ່ານ​ຢູ່​ໃກ້​ຄວັນ​ທີ່​ພົ່ນ​ອອກ​ມາ​ຈາກ​ຜູ້​ທີ່​ສູບ​ຢາ​ນັ້ນ ອັນ​ຕະ​ລາຍກວ່າ​ທີ່​ຜູ້​ສູບ​ເອງ​ເຖິງ 3 ເທົ່າ​ ເພາະວ່າທ່ານ​ຈະ​ໄດ້​ຮັບ​ສານ​ເບນ​ໂຊ​ໄພ​ຣີນ ທີ່ກໍ່ໃຫ້​ເກີດ​ພະ​ຍາດ​ມະ​ເຮັງ​ຢ່າງ​ເຕັມໆ; ດັ່ງ​ນັ້ນ​ທ່ານ​ຄວນ​ຫລີກ​ລ່ຽງ​ຈາກ​ສະ​ຖານ​ທີ່ໆ​ເຕັມ​ໄປ​ດ້ວຍ​ຄວັນ​ຢາ​ສູບ ຢ່າ​ເອົາ​ຊີ​ວິດ​ຂອງ​ທ່ານ​ໄປ​ສ່ຽງ​ກັບ​ຄວັນ​ຢາ​ສູບ, ສ່ວນ​ຜູ້​ທີ່​ສູບ​ຢາ​ກໍ​ຄວ​ນ​ຈະ​ສູບ​ໃນ​ສະ​ຖານ​ທີ່​ທີ່​ອະ​ນຸ​ຍາດ​ໃຫ້​ສູບ​ ແລະ ຄວນ​ຄຳ​ນຶງ​ເຖິງ​ສຸ​ຂະ​ພາບ​ຂອງ​ຜູ້​ອື່ນ​ນຳ ເພາະ​ພວກ​ເຂົາ​ເຫລົ່າ​ນັ້ນ​ບໍ່​ໄດ້​ເປັນ​ຜູ້​ເຮັດ​ແຕ່​ຕ້ອງ​ມາ​ຮັບ​ກຳ​ໄປ​ກັບ​ຜູ້ສູບ. ຄວັນ​ຢາ​ສູບນອກ​ຈາກ​ຈະ​ເປັນ​ຕົ້ນ​ເຫດ​ແຫ່ງ​ການ​ກໍ່​ໃຫ້​ເກີດ​ພະ​ຍາດ​ມະ​ເຮັງ​ແລ້ວ, ຢາ​ສູບຍັງ​ເປັນ​ອຸ​ປະ​ສັກ​ສຳ​ຄັນກີດ​ຂວາງ​ການ​ມີ​ລູກໂດຍ​ສ​ະ​ເພາະ​ຜູ້​ທີ່​ມີ​ລູກ​ຍາກ. ໃນ​ເມື່ອ​ເຮົາ ທຸກ​ຄົນ​ຫາກໄດ້ແຕ່ງ​ງານ​ກັບ​ຄົນ​ທີ່​ເຮົາ​ຮັກ​ແລະ ຮັກ​ເຮົາມັນ​ກໍ​ຄົງປາ​ສະ​ຈາກ​ບໍ່​ໄດ້​ທີ່​ຈະ​ຕ້ອງມີ​ລູກ​ທີ່​ເປັນຕາ ຮັກ​ໄວ້​ຖະໜຸຖະໜອມ ແລະ ເພື່ອ​ຄວາມ ສົມ​ດູນ​ຂອງ​ຄອບ​ຄົວ​ກໍ​ຄື​ພະ​ຍານ​ຮັກ​ນັ້ນ​ເອງ ການ​ແກ້​ໄຂ​ບັນ​ຫາ​ການ​ມີ​ລູກ​ຍາກ​ທີ່​ເປັນ​ທີ່​ນິ​ຍົມ​ກັນ​ຫລາຍ​ທີ່​ສຸດ​ຄື: “ການ​ປະ​ສົມ​ທຽມ” ປະ​ຈຸ​ບັນ​ພົບ​ວ່າມີເດັກ​ທົ່ວ​ໂລກ​ບໍ່​ຕ່ຳ​ກວ່າ​ຫນຶ່ງ​ລ້ານ​ຄົນ​ທີ່​ເກີດ​ຈາກ​ການ​ປະ​ສົມ​ທຽມ ແຕ່​ການ​ປ​ະ​ສົມ​ທຽມ​ກໍ​ມັກ​ຈະ​ມີ​ອຸ​ປະ​ສັກ ແລະ ອຸ​ປະ​ສັກ​ຫນຶ່ງ​ທີ່​ກີດ​ຂວາງ​ການ​ປະ​ສົມ​ທຽມ​ນັ້ນ​ຄື:”ການ​ສູບ​ຢາ”​ ການ​ສູບ​ຢາ​ຈະ​ເຮັດ​ໃຫ້​ດີ​ເອັນ​ເອ​ຂອງ​ນ້ຳເຊື້ອມີ​ການ​ປ່ຽນ​ແປງ ຊຶ່ງ​ມີ​ຜົນ​ຕໍ່​ໂຕ​ອ່ອນ​ທີ່​ປະ​ສົມ​ທຽມ​ຈາກ​ຫລອດ​ແກ້ວ ຊຶ່ງ​ການ​ສູບ​ຢາ​ເຮັດ​ໃຫ້​ການ​ປະ​ສົມ​ທຽມ​ຫລົ້ມ​ເຫລວ​ເຖິງ ສອງສ່ວນສາມ ເນື່ອງ​ຈາກ​ຢາ​ສູບ​ໄປ​ທຳ​ລາຍ​ດີ​ເອັນ​ເອ​ໃນ​ນ້ຳເຊື້ອ ແລະ ໄປຂັດ​ຂວາງ​ການ​ພັດ​ທະ​ນາ​ຂອງ​ຕົວ​ອ່ອນ​; ເຮັດ​ໃຫ້​ການ​ປະ​ສົມ​ທຽມ​ບໍ່​ປະ​ສົບ​ຜົນ​ສຳ​ເລ​ັດ; ດັ່ງ​ນັ້ນ​ການ​ສູບ​ຢາ​ຈຶ່ງ​ເປັນ​ອຸ​ປະ​ສັກ​ສຳ​ຄັນ​ຂອງ​ຄອບ​ຄົວ​ທີ່​ປະ​ສົບ​ກັບ​ບັນ​ຫາ​ການ​ມີ​ລູກ​ຍາກ ແລະ ຕ້ອງ​ການ​ອາ​ໄສ​ການ​ປະ​ສົມ​ທຽມ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ. ສະ​ນັ້ນ ເມື່ອ​ຮູ້​ເຖິງ​ຜົນ​ຮ້າຍ​ດັ່ງ​ກ່າວຄື​ແນວ​ນີ້​ແລ້ວ ​ພໍ່​ແມ່​ທ່ານໃດທີ່​ຕ້ອງ​ການ​ຢາກມີ​ລູກ ແຕ່​ມີ​ລູກ​ຍາກ​ກໍ​ຄວນ​ເຊົາສູບ​ຢາ​ຕັ້ງ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ./.

ຫມາກ​ເລັ່ນ​ເປັນອາຫານ ວິ​ເສດ

*​ໄລຍະ​ນີ້ ອາຫານ​ຈຳພວກ​ຜັກ ປ່າ ພວມ​ອຸດົມສົມບູນ, ສ່ວນ​ຜັກ​ປູກ ​ເຖິງ​ວ່າ​ຈະ​ເປັນ​ລະດູຝົນ​ທີ່​ບໍ່​ຄ່ອຍ​ໄດ້ ຜົນ​ສຳລັບ​ການ​ປູກ​ຜັກ​ບາງ​ຊະນິດ ​ແຕ່​ດ້ວຍ​ຄວາມ​ມີ​ວິຊາ​ການ​ຂອງ​ ກະສິກອນ ພວກ​ເຮົາ​ຈຶ່ງ​ພໍ​ມີ​ຜັກ​ກິນ. ຜັກມີ​ປະ​ໂຫຍ​ດຕໍ່​ຮ່າງ ກາຍ​ຂອງ​ຄົນ​ເຮົາ (ສັດ​ກິນ ​ເອີ້ນ: ຫຍ້າ), ໂດຍ​ສະ​ເພາະ​ທຸກ​ມື້ນີ້ ຍິ່ງ​ມີ​ການ​ປຸກລະດົມເປັນ​ວົງກວ້າງ​ໃຫ້​ມີ​ການ​ບໍລິ​ ໂພກຜັກ​ໃຫ້​ຫລາຍ ​ຂຶ້ນ​ເພາະ​ຜົນ​ສະ ທ້ອນ​ທີ່​ບໍ່​ດີ​ຈາກ​ການ​ກິນ​ຜັກ​ນັ້ນ ບໍ່​ສູ້​ຈະ​ມີ ( ຜັກ​ສະອາດ ບໍ່ມີ​ສານ​ເຄມີ ). ແຕ່​ແນວ​ໃດ​ກໍ່​ດີ ຄໍ​ລຳ ​ເພື່ອ​ສຸຂະ ພາບ​ມື້ນີ້ ຂໍ​ຍົກ​ເອົາ ໝາກ​ເລັ່ນ ມາ​ເປັນ​ຕົວຢ່າງ​ໃຫ້​ຮູ້​ວ່າ ມັນ​ມີ​ປະ​ໂຫຍດຕໍ່​ຮ່າງກາຍ​ຄົນ​ເຮົາ​ຄື​ແນວ​ໃດ.
​ ໄດ້​ມີ​ການ​ວິ​ໄຈ ​ໄດ້ຜົນ​ອອກ​ມາ​ວ່າ ຖ້າ​ເຮົາ​ກິນ​ໝາກ​ເລັ່ນ​ພຽງ​ແຕ່​ມື້ລະ 1-2 ໜ່ວຍ ມັນ​ຈະ​ໃຫ້​ປະ​ໂຫຍດ ຕໍ່​ຮ່າງກາຍຫລາຍ​ແນວ ​ເຊັ່ນ: ຕ້ານ​ພະຍາດ​ຄວາມດັນ​ເລືອດ​ສູງ, ບຳ ລຸງ​ສາຍຕາ, ບຳລຸງ​ດວງ​ຕາ, ບັນ​ເທົາ​ອາການ​ຍ່ຽວ​ຂັດ, ບຳລຸງ​ເຫືອກ ​ແລະ ​ແຂ້ວ, ປ້ອງ​ກັນ​ເລືອດ​ກ້າມ, ປົບ​ພະຍາດ​ເລືອດ​ອອກ​ຕາມ​ເຟັນ​ແຂ້ວ, ປ້ອງ​ກັນ​ບໍ່ໃຫ້​ເປັນຫວັດ​ງ່າຍ, ​ແກ້​ອາການ​ທ້ອງ​ເບັງ, ບຳ ລຸງ​ຜິວ​ພັນ ​ແລະ ອື່ນໆ. ໄລຍະ​ຜ່ານ​ມາພວກ​ເຮົາ ກໍ່​ມັກ​ຖືກ​ລະດົມ​ໃຫ້​ກິນ​ໝາກ​ເລັ່ນ ​ເປັນຕົ້ນ​ເວລາ​ຍັງ​ເຍົາ​ໄວ ວ່າ​ມັນ​ດີ​ຕໍ່ຮ່າງ ກາຍ ​ໃຫ້​ຜິວ​ພັນ​ເຄັ່ງ ​ເບັງ​ບານ ​ເຊັ່ນ​ດຽວ​ກັບ ການ​ລະດົມ​ໃຫ້​ກິນ​ຜັກບົ້ງ ວ່າ​ບຳລຸງ​ສາຍຕາ​ເຮັດ​ໃຫ້​ຕາ​ຫວານ ​ເຊິ່ງ​ໃນ​ແງ່​ຂອງ​ວິທະຍາສາດ​ນັ້ນ ຖື​ວ່າ ສິ່ງ​ທີ່​ຜູ້​ໃຫຍ່​ສະ​ເໜີ​ໃຫ້​ເມື່​ອກ່ອນ​ນັ້ນ ລ້ວນ​ແຕ່​ເປັນຄວາມ​ຈິງ ​ເພາະ​ໄດ້​ມີ​ການຄົ້ນ ຄວ້າ​ວິ​ໄຈ​ຫລາຍ​ລົບ​ຫລາຍ​ຕ່າວ ຈຶ່ງ​ເຫັນ​ຜົນ ​ແລະ ມີ​ການ​ເຜີຍ​ແຜ່​ຂໍ້​ມູນ​ອອກ​ສູ່​ສັງຄົມ ​ໃນ​ທຸກ​ວັນນີ້. ຢ່າງ​ໃດ​ກໍ່​ດີ ເຖິງ​ແມ່ນ​ວ່າ ພືດ​ຜັກ​ບ້ານ​ເຮົາ ມີ​ຫລາຍ, ​ແຕ່​ການ​ຄົ້ນຄວ້າ​ວິ​ໄຈ​ຜົນ​ຢູ່​ບ້ນ​ເຮົາ​ນັ້ນ ຍັງ​ມີ​ຈຳກັດ ຈຶ່ງ​ໄດ້​ແຕ່​ເພິ່ງ​ພາ​ອາ​ໄສ ຂໍ້​ມູນ​ຈາກ​ຕ່າງປະ​ເທດ ທີ່​ເພິ່ນ​ຈະ​ເລີ​ນກວ່າ ​ໄປ​ກ່ອນ ​.
ຜັກ ທຸກ​ຊະນິດ ມີ​ປະ​ໂຫຍ​ດຕໍ່​ຮ່າງກາຍ ດັ່ງນັ້ນຄວນ​ກິນ​ໃຫ້​ສະ ໝ່ຳສະ​ເໝີ ຈະ​ດີ​ໜັກ​ແລ./.

4 ຂໍ້​ຫ້າມ​ກ່ອນ​ເຂົ້າ​ນອນ

*ໃນ​ປະ​ຈຸ​ບັນ​ໂດຍ​ທົ່ວ​ໄປແລ້ວ​ການມີ​ເວ​ລາ​ໃຫ້​ກັບ​ຕົນ​ເອງກໍ່​ຖື​ວ່າ​ເປັນ​ສິ່ງ​ສຳ​ຄັນ​ແລະຈຳ​ເປັນ​ໃນ​ເວ​ລາທີ່​ເມື່ອຍມາ​ຈາກ​ການ​ເຮັດ​ວຽກ​ ມານັ້ນ​ວິ​ທີ່​ທີ​ດີ​ທີ່​ສຸດໃນ​ການ​ພັກ​ຜ່ອນ​ແມ່ນ​ການນອນ,​ໂດຍ​ສະເພາະແມ່ນ ການນອນໃນ​ຕອນ​ການ​ຄືນ​ທີ່​ທຸກ​ຄົນ​ໃຫ້​ຄວາມ ​ສຳ​ຄັນແລະປະ​ຕິ​ເສດ​ບໍ​ໄດ້​ສະ​ນັ້ນ​ມື້​ນີ້​ມີ​ 4 ຂໍ້​ຫ້າມກ່ຽວ​ກັບ ກ່ອນ​ເຂົ້າ​ນອນ​ມາ​ຝາກ​ທ່ານ​ຜູ້​ອ່ານ​ຄື:
1. ຫ້າມນອນ​ໃສ່​ໂມງ ເພາະ​ເວ​ລາ​ທີ່​ໂມງ​ຂອງ​ເຮົາ​ໝູນ​ໄປ​ເລື້ອຍໆ​ນັ້ນ ຈະ​ປ່ອຍ​ພະ​ລັງ​ງານ​ທີ່​ມີ​ຄື້ນ​ແມ່​ເຫລັກ​ອ່ອນໆ​ແລ້ວຈະ​ສົ່ງ​ຜົນບໍ່​ດີ​ຕໍ່​ສຸ​ຂະ​ພາບຮ່າງ​ກາຍ​ຂອງຄົນ​ເຮົາໃນຕໍ່​ໜ້າ.
2. ບໍ່​ຄວນນອນ​ຫລັບ​ໄປ​ພ້ອມ​ກັບ​ການ​ໂທ​ລະ​ສັບ ຫລື ວາງ​ໂທ​ລະ​ສັບ​ມື​ຖື​ໄວ້​ໃກ້ໆ ແລະ ບໍ່​ຄວນມັກ​ໃຊ້​ໂທ​ລະ​ສັບ​ເປັນ​ໂມງ​ປຸກ​ໃນ​ຕອນ​ເຊົ້າ​ເພາະ​ໂທ​ລະ​ສັບ​ມື​ຖື​ຈະ​ປ່ອຍ​ຄື້ນ​ແມ່​ເຫລັກ​ໄຟ​ຟ້າ​ອອກ​ມາ​ໃນ​ເວ​ລາ​ທີ່​ເປີດ​ເຄື່ອງ ແລະ ຄື້ນ​ດັ່ງ​ກ່າວ​ນີ້​ກໍ່​ຈະເປັນ​ອັນຕະ​ລາຍ​ກັບ​ລະ​ບົບ​ປະ​ສາດ​ຂອງ​ເຮົາ​ຄື​ກັບ​ການ​ທີ່​ເຮົາ​ໃສ່​ໂມງນອນ.
3. ຫ້າມນອນ​ຫລັບ​ໄປ​ພ້ອມ​ກັບ​ເຄື່ອງ​ສຳ​ອາງ​ເພາະ​ການ​ທີ່​ເຮົາ​ນອນ​ຫລັບ​ໃນ​ຂະ​ນະ​ທີ່​ບໍ່​ລ້າງ​ເຄື່ອງ​ສຳ​ອາງ​ອອກ​ຈາກ​ໃບ​ໜ້ານັ້ນ
​ ກໍ່​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ດ້ານ​ຜິວ​ໜ້າ​.
4. ເປັນ​ຂໍ້​ຫ້າມ​ສຸດ​ທ້າຍ​ ​ໂດຍ​ເນັ້ນ​ສຳ​ລັບ​ແມ່​ຍິງ​ໂດຍ​ສະ​ເພາະ​ຫ້າມ​ນຸ່ງ​ເສື້ອ​ຊ້ອນ​ໃນ​ເພາະ​ຈາກ​ການ​ສຶກ​ສາ​ວິ​ໄຈ​ພົບ​ວ່າ: ການ​ໃສ່​ເສື້ອ​ຊ້ອນ​ໃນ​ເປັນ​ເວ​ລາ​ດົນ​ເຖິງ 12 ຊົ່ວ​ໂມງ​ຕໍ່​ມື້​ຈະ​ເປັນ​ການ​ເພີ່ມ​ອັດ​ຕາ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ມະ​ເຮັງ​ເຕົ້າ​ນົມ.
ທັງ​ໝົດ​ທີ່​ກ່າວ​ມາ​ຂ້າງ​ເທິ່ງ​ນັ້ນ​ກໍ່​ແມ່ນ​ຂໍ້​ມູນ​ເລັກໆ​ນ້ອຍ​ເພື່ອ​ເປັນ​ແນວ​ທາງ​ໃນ​ການ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ທ່ານ. /.

 

ຜູ້ສູງອາຍຸຄວນຫມັ່ນຫັດກາຍບໍລິຫານ

* ເມື່ອ​ອາ​ຍຸ​ຫລາຍ​ຂຶ້ນ​ເທົ່າ​ໃດ​ ຄວາມສ່ຽງ​ຕໍ່​ການ​ເປັນ​ພະ​ຍາດ​ຕ່າງໆ​ກໍ່​ຍິ່ງ​ມີ​ຫລາຍ​ຂຶ້ນ, ​ສະ​ນັ້ນ​ການ​ອອກ​ກຳ​ລັງກາຍ​ຈຶ່ງ​ເປັນ​ສິ່ງ​ສຳ​ຄັນ​ ຈຳ​ເປັນສຳ​ລັບ​ຜູ້​ມີອາ​ຍຸສູງ. ໂດຍ​ທົ່ວ​ໄປແລ້ວ​ການ​ອອກ​ຫັດ​ກາຍ​ຂອງ​ຜູ້​ສູງ​ອາ​ຍຸ​ແມ່ນ​ການ​ຍ່າງ​ຊ້າໆ ຫລື ການ​ແລ່ນ​ເຢາະໆຊຶ່ງມີ​ຄວາມ​ສຳ​ຄັນ ແລະ ຈຳ​ເປັນ​ທີ່​ສຸດ ເພາະ ການ​ຫັດ​ກາຍແບບ​ນີ້ສາ​ມາດ​ຄວບ​ຄຸມ​ການ​ເຕັ້ນ​ຂອງ​ຫົວ​ໃຈໃຫ້​ຢູ່​ປະ​ມານ 125 ຄັ້ງ​ຕໍ່​ນາ​ທີ ຊຶ່ງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ຫົວ​ໃຈ​ຂອງ​ຜູ້​ສອາ​ຍຸສູງ ໃຫ້​ສາ​ມາດ​ເຮັດກິດຈະ​ກຳປະ​ຈຳ​ວັນ​ຕ່າງໆ​ໄດ້​ຕາມ​ປົກ​ກະ​ຕິ ແລະ ບໍ່​ເຮັດ​ໃຫ້​ເມື່ອຍ​ງ່າຍ​ອີກ.
ການ​ຫັດກາ​ຍະ​ບໍລິຫານ​ຮ່າງ​ກາຍເປັນ​ປົກ​ກະ​ຕິ​, ສະ​ໝ່ຳ​ສະ​ເໜີ ແລະ ​ເໝາະ​ສົມນັ້ນ​ຍັງ​ຊ່ວຍ​ພັດ​ທະ​ນາ​ສະ​ໝອງ​ຂອງຜູ້ອາ​ຍຸ​ສູງໃຫ້​ດີ​ຂຶ້ນ​ຕາມ​ລຳ​ດັບ​ບໍ່​ໃຫ້​ເສື່ອມ​ໄປ​ຕາມ​ອາ​ຍຸ​ສັງຂານ ທັງ​ຊ່ວຍ ຫລຸດ​ໄຂ​ມັນ​ໃນ​ເລືອດ, ຄວບ​ຄຸມ​ການ​ເຮັດ​ວຽກ​ຂອງ​ຫົວ​ໃຈ​ໄຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ອາ​ລົມ​ໃຫ້​ມີສຸ​ຂະ​ພາບ​ຈິດດີ ແລະ ສຸ​ຂະ​ພາບ​ຮ່າງ​ກາຍ​ທີ່​ແຂງ​ແຮງ​ຫ່າງ​ໄກ​ຈາກ​ພະຍາດ​ຕ່າງໆ​ອີກ​ດ້ວຍ.
ນອກ​ຈາກ​ການ​ຫັດກາຍ ເພື່ອ​ຮັບ​ເອົາ​ອົກຊີ​ແຊນ​ແລ້ວ​; ຜູ້ອາ​ຍຸ​ສູງ ຄວນເຮັດ​ກິດ​ຈະ​ກຳ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ​ທີ່​ຈະ​ຊ່ວຍ​ສົ່ງ​ເສີມສຸ​ຂ​