ເສດຖະກິດຂອງລາວ ໄດ້ຮັບການພັດທະນາເຕີບໂຕຂຶ້ນດ້ວຍຈັງຫວະທີ່ໝັ້ນທ່ຽງ
*(ຂປລ) :ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສົກປີ 2006-2007 ໄດ້ດຳ ເນີນໄປໃນທ່າມກາງທີ່ທົ່ວພັກ,ທົ່ວກອງທັບແລະປວງຊົນໄດ້ອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ່ VIII ຂອງພັກ ໃຫ້ປະກົດຜົນເປັນຈິງ; ມາເຖີງປະຈຸບັນ, ດ້ວຍຄວາມເອົາໃຈໃສ່ບຸກບືນ ຂອງລັດຖະບານ ກໍຄືບັນດາຂະແໜງການ ແລະ ທ້ອງຖິ່ນ ໄດ້ເຮັດໃຫ້້ເສດຖະກິດຂອງປະເທດ ໄດ້ຮັບການ ພັດທະນາໃຫ້ເຕີບໂຕຂຶ້ນຢ່າງຕໍ່ເນື່ອງ ດ້ວຍຈັງຫວະທີ່ໝັ້ນທ່ຽງ, ຊີວິດການເປັນຢູ່ຂອງ ປະຊາຊົນ ບັນດາເຜົ່າ, ພື້ນຖານໂຄງລ່າງ ແລະ ການບໍລິການສັງຄົມດ້ານຕ່າງໆຂອງລັດຖະບານ ໄດ້ຮັບການປັບປຸງ ໃຫ້ດີຂຶ້ນເປັນ ກ້າວໆເລື້ອຍມາ.
ກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດ ຊຸດທີ VI ໄດ້ມີມະຕິຮັບຮອງເອົາຄາດໝາຍດ້ານ ເສດຖະກິດມະຫາພາກສຳລັບສົກປີ 2006-2007 ຄື: GDP ເພີ່ມຂື້ນ 7,5%; ໃນນັ້ນ, ກະສິກຳ 3,4%; ອຸດສາຫະກຳ13,2% ແລະ ການບໍລິການ7,9% ; ການລົງທຶນທັງໝົດກວມປະມານ 30-32% ຂອງ GDP; ໃນນັ້ນ, ການລົງທຶນຂອງລັດ 3.353 ຕື້ກີບ ກວມປະມານ 10% ຂອງ GDP, ເປັນທຶນພາຍໃນ 517 ຕື້ກີບ ແລະ ທຶນຕ່າງປະເທດ 2.836ຕື້ກີບ; ເກັບລາຍຮັບໃຫ້ໄດ້ 4.850 ຕື້ກີບ, ລາຍຈ່າຍ 7.913 ຕື້ກີບ; ຄວບຄຸມ ອັດຕາເງິນເຟີ້ໃຫ້ຢູ່ໃນຕົວເລກດຽວ ແລະ ຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບ ແລະ ມີຄວາມສະ ເຖຍລະພາບ ໂດຍພື້ນຖານ, ຄວບຄຸມການເພີ່ມຂື້ນຂອງບໍລິມາດເງີນລວມ (M2) ໃນລະດັບບໍ່ເກີນ 18% ທຽບໃສ່ປີຜ່ານມາ; ຫຼຸດຜ່ອນຄົວເຮືອນທຸກຍາກລົງໃຫ້ໄດ້ປະມານ 2-3%, ຫຼຸດຜ່ອນເນື້ອທີ່ຖາງປ່າເຮັດໄຮ່ ຈາກ 22.400 ເຮັກຕາ ໃຫ້ຍັງເຫຼືອບໍ່ເກີນ 21.000 ເຮັກຕາ.
ຜ່ານການຄົ້ນຄ້ວາສັງລວມ ຈາກການລາຍງານຂອງບັນດາຂະແຫນງການ ແລະ ທອ້ງຖິ່ນ, ສາມາດຕີລາຄາໃນເບື້ອງຕົ້ນໄດ້ ດັ່ງນີ້: ແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2006-2007 ແມ່ນແຜນປະຈຳ ປີທີ່ 2 ຂອງ ແຜນການ 5 ປີ ຄັ້ງທີ່ VI (2006-2010), ການຈັດຕັ້ງປະຕິບັດແຜນດັ່ງກ່າວໃນ ໄລຍະ 12 ເດືອນ ຜ່ານມາ ແມ່ນດຳເນີນ ໄປໃນທ່າມກາງສະພາບແວດລ້ອມທັງພາຍໃນ ແລະ ພາຍນອກຕ່າງໆ ເຊັ່ນ: ທ່າອ່ຽງ ເສດຖະກິດຂອງໂລກ ໂດຍລວມແມ່ນສືບຕໍ່ຂະຫຍາຍຕົວ, ລາຄານ້ຳມັນໄດ້ສືບຕໍ່ຄົງຕົວ ແລະ ມີທ່າອ່ຽງ ໝັ້ນຄົງ, ການເຊື່ອມສານ ທາງດ້ານເສດຖະກິດໃນຂົງເຂດໄດ້ມີຄວາມເຂັ້ມແຂງຂື້ນ ; ນອກຈາກນັ້ນ, ຄວາມ ສາມາດ ແລະ ລະດັບການຜະລິດຂອງຫຼາຍຂະແໜງການເສດຖະກິດພາຍໃນປະເທດເຮົາກໍເຂັ້ມແຂງຂື້ນຕື່ມ; ໂຄງປະກອບເສດ ຖະກິດມີການຫັນປ່ຽນຢ່າງຕັ້ງໜ້າພໍສົມຄວນ, ບັນດານະໂຍບາຍຕ່າງໆ ທີ່ຊຸກຍູ້ໃຫ້ທຸກພາກ ສ່ວນເສດຖະກິດ ປະກອບສ່ວນເຂົ້າໃນການພັດທະນາ ໄດ້ກ້າວເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ໄດ້ຖືກເສີມຂະຫຍາຍຢ່າງຕັ້ງໜ້າ, ລັດຖະບານໄດ້ມີນະໂຍບາຍກະຕຸກຊຸກຍູ້ການຜະລິດ ເຊັ່ນ : ການຫຼຸດລາຄາ ກະແສໄຟຟ້າສຳ ລັບນ້ຳຊົນລະປະທານ; ເຊິ່ງທັງໝົດເຫຼົ່ານັ້ນ, ໄດ້ເຮັດໃຫ້ການຜະລິດ,ການບໍລິການ, ລະບົບ ການເງີນ-ເງີນຕາມີຄວາມຄ່ອງຕົວຍິ່ງຂື້ນ ແລະ ການລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ມີບາດກ້າວ ຂະຫຍາຍຕົວ ເດັ່ນຂື້ນ.
ຄຽງຄູ່ກັບດ້ານສະດວກນັ້ນ, ໃນໄລຍະ 12 ເດືອນຜ່ານມາ ການຜະລິດ ແລະ ການບໍລິການ ແມ່ນ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄຂ້ຫວັດສັດປີກ, ເຊິ່ງການລະບາດຄັ້ງນີ້ ແມ່ນສົ່ງຜົນໃຫ້ ມີການທຳລາຍສັດປີກຂອງປະຊາຊົນຈຳນວນຫລວງຫຼາຍ ເປັນຜົນໃຫ້້ລາຄາຊີ້ນໃນທ້ອງຕະຫລາດສູງຂຶ້ນ; ການຜະລິດເຂົ້ານາແຊງຂອງຫຼາຍທ້ອງຖິ່ນ ໄດ້ປະເຊີນກັບສະພາບອາກາດທີ່ໜາວເຢັນ ເຮັດໃຫ້ຕົ້ນກ້າກະ ດ້າງບໍ່ແຕກໜໍ່. ແຕ່ເຖີງຢ່າງໃດກໍ່ຕາມ ດ້ວຍຄວາມພະຍາຍາມຂອງລັດຖະບານ ກໍຄືບັນດາ ຂະແຫນງການ ແລະ ທ້ອງຖິ່ນ ໃນໄລຍະ 6 ເດືອນຕົ້ນປີ ເສດຖະກິດມະຫາພາກ ຍັງສາມາດສືບຕໍ່ຂະຫຍາຍຕົວດ້ວຍຈັ່ງ ຫວະທີ່ດີ, ການຜະລິດເປັນສິນຄ້າມີບາດກ້າວໃໝ່, ການປະຕິບັດແຜນລາຍຮັບ-ລາຍຈ່າຍມີທ່າກ້າວດີຂື້ນ ເມື່ອສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ຜົນສຳເລັດດ້ານເສດຖະກິດມະຫາພາກ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2006-2007 ມີດັ່ງນີ້ : ຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ສົກປີ 2006-2007 ເພີ່ມຂື້ນ 8,0% ໃນນັ້ນ : ກະສິກຳ-ປ່າໄມ້ ເພີ່ມຂື້ນ 2,8% ,ອຸດສາຫະກຳ ເພີ່ມຂື້ນ 15,7%, ການບໍລິການ ເພີ່ມຂື້ນ 7,4% , ສະເລ່ຍ ລວມຍອດຜະລິດຕະພັນພາຍໃນ (GDP) ຕໍ່ຫົວຄົນ ຕາມລາຄາໃນປີ ຈະໄດ້ປະມານ 6,56 ລ້ານກີບ ຫຼື ເທົ່າກັບ 678 ໂດລາສະຫະລັດ.
ໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄຫມ ເທື່ອ ລະກ້າວ, ສະແດງອອກໃນອັດຕາສ່ວນຂອງຂະແຫນງກະສິກຳ-ປ່າໄມ້ ໄດ້ຫລຸດຈາກ 43,5% ຂອງ GDP ໃນສົກປີ 2005-2006 ມາເປັນ 40,9% ໃນສົກປີ 2006-2007 ; ຂະແຫນງອຸດສາຫະກຳ ໄດ້ເພີ່ມຂຶ້ນຈາກ 30,5% ມາເປັນ 33,1% ຂອງ GDP ແລະ ຂະແຫນງການບໍລິການ ໄດ້ຮັກສາອັດຕາສ່ວນໄວ້ 26,0% ຂອງ GDP ຄືເກົ່າ. ອັດຕາເງິນເຟີ້ມີສະເຖຍລະພາບດີ, ສະເລັ່ຍ ໃນສົກປີ 2006-2007 (ເດືອນ 10/2006- 9/2007) ເທົ່າກັບ 4,14% ເຊິ່ງໃນໄລຍະດຽວກັນຂອງປີຜ່ານມາເງິນເຟີ້ຢູ່ໃນລະດັບສູງເຖີງ7,9%. ການຄຸ້ມຄອງອັດຕາແລກປ່ຽນ ມາຮອດປະຈຸບັນ ໂດຍລວມເຫັນວ່າ ເງິນກີບໄດ້ແຂງຄ່າຂື້ນ 7,03% ທຽບກັບເງິນໂດລາ ຈາກອັດຕາສະເລ່ຍ (ເດືອນ 10/2005-9/2006) ເທົ່າກັບ 10.410,58 ກີບ/ໂດລາ ມາເປັນ 9.678,50 ກີບ/ໂດລາ (ເດືອນ10/2006-9/2007) ດ້ວຍເຫດຜົນ : ຍ້ອນການໄຫລເຂົ້າຂອງເງິນລົງທຶນເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຄ່າຂອງເງິນໂດລາສືບຕໍ່ອ່ອນຄ່າລົງ ພາຍຫລັງທະນາຄານກາງສະຫະລັດ ໄດ້ປັບຫລຸດອັດຕາດອກ ເບ້ຍນະໂຍ ບາຍລົງ.ແຕ່ຖ້າທຽບໃສ່ເງິນບາດເຫັນວ່າເງິນກີບໄດ້ອອ່ນຄ່າລົງ 3,16% ຈາກອັດຕາສະເລ່ຍ (ເດືອນ 10/2005-9/2006) ເທົ່າກັບ 266,90 ກີບ/ບາດ ມາເປັນ 275,34 ກີບ/ບາດ (ເດືອນ 10/2006-9/2007) ເຫດຜົນ : ເນື່ອງຈາກປະເທດເຮົາຍັງຂາດດຸນການຄ້າກັບປະເທດໄທ ຈຳນວນຫລາຍ ແລະ ຕໍ່ເນື່ອງ. ດ້ານການ ປະຕິບັດ ນະໂຍບາຍເງິນຕາ, ເວົ້າລວມແລ້ວ ສະພາບການທາງດ້ານເງິນຕາ ຍັງມີສະ ເຖັຍລະພາບ ພ້ອມດຽວກັນນັ້ນ ທະນາຄານແຫ່ງ ສປປ ລາວ ຍັງສືບຕໍ່ສ້າງຄວາມເຊື່ອໝັ້ນໃຫ້ສະກຸນເງິນ ກີບ ເຮັດໃຫ້ປະຊາຊົນລາວ ຫັນມາ ໃຊ້ເງິນກີບເພີ່ມຂື້ນ; ມາຮອດທ້າຍເດືອນ9/2007ບໍລິມາດເງິນລວມ M2 ຖ້າທຽບໃສ່ໄລຍະດຽວກັນ ຂອງສົກປີ ຜ່ານມາເພີ່ມຂຶ້ນ 39,9% ຊຶ່ງການເພີ່ມຂຶ້ນສູງຂອງປະລິມານເງິນຄືດັ່ງກ່າວນັ້ນຕົ້ນຕໍແມ່ນເນື່ອງ ຈາກ ການເພີ່ມຂຶ້ນຂອງຊັບສິນເງິນຕາຕ່າງປະເທດໂດຍສະເພາະແມ່ນການໄຫລເຂົ້າຂອງເງິນລົງທຶນຈາກຕ່າງ ປະເທດ.
ໃນສົກປີ 2006-2007 ເກັບລາຍຮັບເຂົ້າງົບປະມານລວມທັງຫມົດ 6.032,03 ຕື້ກີບ ເທົ່າກັບ 109,06% ຂອງແຜນການປີ; ໃນນັ້ນ; ລາຍຮັບພາຍໃນບັນລຸໄດ້ 5.369,16 ຕື້ກີບ ເທົ່າກັບ 110,70% ຂອງແຜນການປີ. ລາຍຈ່າຍປະຕິບັດໄດ້ 8.020,43 ຕື້ກີບ ເທົ່າກັບ 98,42% ຂອງແຜນການປີ, ສາມາດຮັບປະ ກັນໃຫ້ແກ່ລາຍຈ່າຍ ຂອງກົງຈັກລັດ ເປັນຕົ້ນແມ່ນເງິນເດືອນ, ເງິນບໍລິຫານວິຊາການ ແລະ ໂຄງການລົງ ທຶນຈຳນວນໜຶ່ງ.
ການສົ່ງເສີມການຄ້າກັບຕ່າງປະເທດ ສາມາດປະຕິບັດໄດ້ດັ່ງນີ້: ການສົ່ງອອກໝົດປີຈະ ບັນລຸໄດ້ ປະມານ 977 ລ້ານໂດລາ. ການສົ່ງອອກ ສ່ວນຫລາຍແມ່ນ ການສົ່ງອອກແຮ່ທາດ ກວມເອົາ 61% ຂອງມູນຄ່າ ການສົ່ງອອກທັງຫມົດ. ການນຳເຂົ້າໝົດປີ 916 ລ້ານໂດລາ , ການນຳເຂົ້າສ່ວນຫລາຍແມ່ນ ສິນຄ້າເພື່ອ ຮັບໃຊ້ໂຄງການລົງທຶນ ປະມານ 278 ລ້ານໂດລາ, ນ້ຳມັນເຊື້ອໄຟ ແລະ ອາຍແກັດ ປະມານ 235 ລ້ານໂດລາ. ສັງລວມແລ້ວ ຄາດວ່າ ດຸນການຄ້າຂາເຂົ້າ-ຂາອອກ ສຳລັບສົກປີ 2006-2007 ຈະສາມາດເກີນດຸນປະມານ 61 ລ້ານໂດລາສະຫະລັດ ເທົ່າປະມານ 1,5% ຂອງ GDP./.