ສັງຄົມສົນໃຈໃນຈຳປາສັກເກມ ດ້ານໃດແດ່?
* ດັ່ງທີ່ຮູ້ນຳກັນແລ້ວວ່າ:ມະຫະ ກຳກິລາແຫ່ງຊາດຄັ້ງທີ VIII ຫຼື ຈຳປາສັກເກມ 2008 ທີ່ຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 13-22 ທັນວານີ້ ໄດ້ກາຍເປັນງານທີ່ສັງຄົມຕັ້ງ ໜ້າຕັ້ງຕາລໍຄອຍ ແລະ ໄດ້ມີຄວາມ ພະ ຍາຍາມສູງ ປະກອບສ່ວນທັງໃນດ້ານ ວັດຖຸປັດ ໄຈ ແລະ ຈິດໃຈ ເພື່ອເປັນສ່ວນໜຶ່ງໃນ ຄວາມສຳເລັດ ຂອງ ງານດັ່ງກ່າວ, ແຕ່ແນວໃດກໍດີໃນປະຈຸບັນນີ້ ສັງຄົມໄດ້ມີຄວາມ ສົນ
ໃຈຫລາຍຕໍ່ຫລາຍບັນຫາ ເປັນຕົ້ນແມ່ນ ການຫ້າງ ຫາ ກະກຽມທາງດ້ານພື້ນຖານໂຄງລ່າງ, ການໂຄສະນາ, ການກະກຽມ ເຄື່ອງ ທີ່ລະນຶກ ແລ ະບັນ ຫາ ອື່ນໆ ຊຶ່ງ ເມື່ອ ສັງເກດໂດຍລວມແລ້ວ, ກໍເຫັນວ່າຍັງຊັກຊ້າ ແລະ ບັນຍາກາດກໍຍັງບໍ່ທັນຟົດ ຟື້ນ ເປັນ ຂະບວນ ການເທື່ອ ວ່າຊັ້ນ! ຫາງສຽງທີ່ສັງຄົມໃຫ້ຄວາມສົນອົກສົນໃຈຫລາຍ ເປັນພິເສດນັ້ນກໍຄືການກໍ່ສ້າງ ພື້ນຖານໂຄງ ລ່າງ ເພື່ອ ຮອງຮັບໃຫ້ແກ່ງານກິລາດັ່ງກ່າວເປັນຕົ້ນແມ່ນການກໍ່ສ້າງສະຫນາມກິລາເປີດຊປິດເພາະວ່າປະຈຸບັນການກໍ່
ສ້າງພວມຂຸ້ນຂ້ຽວ ແລະ ກໍສຳເລັດພຽງແຕ່ກວ່າ 70 % ເທົ່ານັ້ນ.ຈາກນີ້,ສັງຄົມ ຈຶ່ງຄິດ ວ່າການກໍ່ສ້າງອາດຈະບໍ່ ສຳເລັດທັນ ເປີດຮັບໃຊ້ໃນງານດັ່ງກ່າວ ຫລື ຖ້າສຳເລັດກໍອາດບໍ່ຮັບປະກັນດ້ານ ຄຸນ ນະ ພາບເທົ່າທີ່ຄວນ.
ອີກບັນຫາຫນຶ່ງທີ່ສັງຄົມສົນໃຈບໍ່ຫນ້ອຍກໍຄືການປຸກລະດົມໂຄສະນາທົ່ວສັງຄົມໂດຍສະເພາະແມ່ນຕາມຖະຫນົນຫົນທາງ, ປ້າຍໂຄສະນາ ແລະອື່ນໆ ແມ່ນຍັງງຽບເຫງົາ, ຈະສັງເກດເຫັນໄດ້ຕາມຖະ ຫນົນຫົນທາງ ພາຍໃນເທສະບານເມືອງປາກເຊ ຍັງ ເປົ່າຫວ່າງ ແລະ ບໍ່ມີບັນຍາກາດ ທັງໆທີ່ງານກໍໃກ້ຈະຮອດ ໃນອີກບໍ່ພໍ ເທົ່າໃດເດືອນຂ້າງຫນ້ານີ້; ພ້ອມນີ້ການວາງຂາຍ ເຄື່ອງ ຂອງທີ່ລະນຶກເປັນຕົ້ນແມ່ນສັດນຳໂຊກ (ປາຂ່າ) ທີ່ ເປັນເອກະລັກຂອງງານກໍ່ຍັງບໍ່ທັນໄດ້ຮັບ ການຈັດຕັ້ງປະຕິບັດໃຫ້ເປັນ ຮູບ ເປັນຮ່າງເທື່ອ. ຕາມ ການສອບຖາມຄະນະກຳມະການທີ່ກ່ຽວຂ້ອງຈຶ່ງຮູ້ວ່າ: ປະຈຸບັນ, ພວກເພິ່ນໄດ້ຕົກລົງ ໃຫ້ບາງບໍລິ ສັດ ເປັນ ຜູ້ຮັບເຫມົາເພື່ອຜະລິດ ແລະຈຳຫນ່າຍ, ແຕ່ຜະລິດ ຕະພັນ ດັ່ງກ່າວ ຍັງຢູ່ໃນຂັ້ນຕອນຂອງ ການຜ່ານແບບ ເພື່ອຂໍອະນຸຍາດຈາກ ຄະນະກຳມະການ.ທັງນີ້,ກໍບໍ່ຮູ້ວ່າຍັງອີກດົນປານໃດຈຶ່ງຈະຜະລິດ ຫຼື ຖ້າຜະລິດ ກໍອາດ ຈະ ເຫັນ ໃນຕອນ ເປີດງານກໍເປັນໄດ້.
ສ່ວນເລື່ອງລາຄາປີ້ເຂົ້າຊົມການແຂ່ງຂັນກິລາປະເພດຕ່າງໆນັ້ນ, ປະຈຸບັນທາງສື່ມວນຊົນພວກເຮົາ ກໍໄດ້ ພະຍາຍາມຊອກ ແຫລ່ງ ຂໍ້ມູນທີ່ຊັດເຈນ ເພື່ອມາຕອບສັງຄົມ, ແຕ່ ແລ້ວກໍຍັງບໍ່ທັນໄດ້ຮັບຄຳຕອບທີ່ ພໍເປັນ ຫນ້າເຊື່ອຖືໄດ້ເທື່ອ ເພາະບໍ່ຮູ້ວ່າຝ່າຍ ໃດຮັບ ຜິດຊອບກັນແທ້.
ຈາກ 2-3 ບັນຫາທີ່ກ່າວມາຂ້າງເທິງນັ້ນທີ່ສັງຄົມໃຫ້ຄວາມສົນໃຈ ທັງຕິດຕາມເປັນແຕ່ລະໄລຍະ ແລະ ກໍພາກັນຄິດເປັນຫ່ວງ ວ່າ: ກິລາແຫ່ງຊາດຄັ້ງທີ VIII ອາດຈະ ໄດ້ເລື່ອນ ເວລາອອກໄປກໍເປັນໄດ້ ແລະ ກໍມີ ຫລາຍ ຄວາມຄິດຫລາຍຄວາມເຫັນຈາກ ສະພາ ກາເຟຕ່າງໆທີ່ມີການເບິ່ງ ແລະ ຄິດໄປຕ່າງໆນາໆປະການ. ແຕ່ເຖິງຢ່າງໃດກໍດີ, ທາງຄະ ນະກຳມະການຈັດງານ ດັ່ງກ່າວກໍໄດ້ ກ່າວຢືນຢັນ ແລະຮັບປະກັນວ່າ: ຈຳປາສັກເກມສ໌ ຈະເປີດຂຶ້ນໃນລະຫວ່າງວັນທີ 13ຊ22 ທັນວາ 2008 ນີ້ຢ່າງແນ່ນອນ.
ຍັງເຫລືອເວລາປະມານເດືອນ ກວ່າເທົ່ານັ້ນ, ແຕ່ວ່າສະພາບໂດຍລວມຂອງການຫ້າງຫາ ກະກຽມງານ ດັ່ງກ່າວພັດຍັງຢູ່ໃນສະ ພາບ ທີ່ຂາດຄວາມພ້ອມ ໂດຍສະເພາະ ທາງດ້ານພື້ນຖານໂຄງລ່າງ ເພາະປະຈຸບັນນ ີ້ມ ຫລາຍສະຫນາມກໍຂຸ້ນຂ້ຽວກໍ່ສ້າງ ແລະ ສ້ອມແປງ, ການກະກຽມຂອງອະນຸກຳມະການ ຕ່າງໆ ກໍບໍ່ ທັນ ຄຶກຄັກປານໃດ. ດັ່ງນັ້ນ ຈິ່ງຂໍສ່ອງແສງມາ ຍັງຄະນະກຳ ມະການ ທີ່ກ່ຽວຂ້ອງພະຍາ ຍາມຮີບ ຮ້ອນແກ້ໄຂ ເພື່ອເຮັດແນວໃດໃຫ້ໃບຫນ້າໃບຕາຂອງແຂວງຈຳປາສັກ ກໍຄືເພື່ອເຮັດໃຫ້ມະ ຫະກຳກິລາ ແຫ່ງ ຊາດຄັ້ງທີ VIII ຄັ້ງນີ້ອອກມາເປັນທີ່ຫນ້າປະທັບໃຈຂອງສັງຄົມ ກໍຄືແຂກທາງໄກໄທຕ່າງດ້າວ ທີ່ມາພົບເຫັນ./.
ກັບສາລະບານກິລາ ກັບຫນາ້ພາສາລາວ