ລາວ-ໄທ ທົບທວນການຮ່ວມມືດ້ານວຽກງານກິລາ
* ຄະນະກຳມະການກິລາແຫ່ງຊາດລາວ ຮ່ວມກັບ ການກິລາແຫ່ງປະເທດໄທ ຂອງ ກະ ຊວງການ ທ່ອງທ່ຽວ ແລະ ການກິລາ ໄດ້ຈັດກອງປະຊຸມພົບປະ ເພື່ອທົບທວນ ຄືນ ການປະ ຕິ ບັດບົດບັນທຶກຄວາມຊົງຈຳ ກ່ຽວກັບການແລກປ່ຽນແລະ ການຮ່ວມມື ດ້ານວຽກງານກິລາ ລະ ຫວ່າງສອງປະເທດລາວ- ໄທ ເຊິ່ງຈັດຂຶ້ນ ໃນວັນທີ 1 ກັນຍານີ້ ຢູ່ທີ່ນະຄອນຫລວງ ວຽງ ຈັນ.
ການພົບປະເຊິ່ງຝ່າຍລາວ ນຳໂດຍ ທ່ານ ດຣ. ພູທອງ ແສງອາຄົມ, ລັດຖະມົນ ຕີປະຈຳ ສຳນັກງານນາ ຍົກ, ປະທານຄະນະ ກຳ ມະການກິ ລາແຫ່ງຊາດລາວ ທັງເປັນປະທານ ໂອລິມ ປິກລາວ ແລະ ຝ່າຍໄທນຳໂດຍ ທ່ານ ວິຣະສັກ ໂຄສຸຣາດລັດຖະມົນຕີ ກະຊວງທ່ອງທ່ຽວ ແລະ ກິລາໂດຍທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນບັນຫາສຳຄັນ ເປັນ ຕົ້ນການສ້ອມ ແປງສະໜາມ ກິ ລາແຫ່ງຊາດເກົ່າຢູ່ນະຄອນຫລວງວຽງຈັນ ທີ່ຝ່າຍລາວໄດ້ລົງມືສ້າງ ໄປແລ້ວ ປະມານ 30%; ຝ່າຍໄທຈະໃຫ້ການ ຊ່ວຍເຫລືອ ເປັນຈຳນວນເງິນ 90 ລ້ານບາດ ເຂົ້າໃນການ ສ້ອມແປງ ສະໜາມກິລາແຫ່ງຊາດ ແລະ ພັດທະນາບຸກຄະລາກອນ ພ້ອມທັງຈະ ສົ່ງກຳມະ ການ 12 ທ່ານ ສຳລັບ 12 ປະເພດກິລາ, ປະເພດລະ 1 ທ່ານ ເພື່ອມາຍົກລະດັບໃຫ້ກຳມະການ ລາວຢູ່ໃນລະດັບ ສາ ກົນແລະ ເພີ່ມຈຳນວນຄູຝຶກຂອງໄທ ມາຝຶກຊ້ອມໃຫ້ນັກກິລາລາວ ຈາກ 12-25 ປະເພດກິລາ.
ສຳລັບຈຳນວນເງິນທີ່ຝ່າຍໄທມອບໃຫ້ 90 ລ້ານບາດນັ້ນຈະໄດ້ນຳໃຊ້ເຂົ້າໃນສອງໜ້າວຽກຄື: 84 ລ້ານບາດແມ່ນນຳໃຊ້ເຂົ້າໃນ ການສ້ອມແປງ ສະໜາມກິລາ ໂດຍຈະສຸມໃສ່ ເດີ່ນສະໜາມ ກິລາແຫ່ງຊາດ, ເດີ່ນເຕັນນິດ ແລະ ສະໂມສອນ ແຂ່ງຂັນພະ ແນກ ກິ ລາ ນະຄອນຫລວງ ແລະ 6 ລ້ານບາດ ແມ່ນນຳໃຊ້ເຂົ້າໃນການພັດທະນາບຸກຄະລາກອນ./.
ກັບສາລະບານກິລາ ກັບຫນາ້ພາສາລາວ