ກິລາດອກປີກໄກ່ລຸ້ນສືບທອດລາວ ກຽມໄປຮ່ວມງານລະດັບສາກົນ

* ນັກ​ກິລາ​ດອກ​ປີກ​ໄກ່​ ຂອງ​ລາວ​ ລຸ້ນອາຍຸ 9 ປີ, 13 ປີ ​ແລະ 15 ປີ ຈຳນວນ 9 ຄົນ ທີ່​ເປັນ​ນັກ​ກິລາ​ລຸ້ນສືບ​ທອດ​ ກຽມ​ເດີນ ທາງ​ໄປ​ຮ່ວມ​ການ​ແຂ່ງຂັນ ດອກ​ປີກ​ໄກ່ ນາໆ​ຊາດ “ ວິກຕໍ ບາງກອກ-ຊຽງ​ໃຫມ່ ທົວນາ​ເມັນ 2008 ”.
ທ່ານ ສົມ​ສະ​ແຫວ​ງ ​ແສງ​ສີ​ລາ​ວົງ ຜູ້​ປະຈຳການ ແລະ ຫົວຫນ້າ​ຫ້ອງການ ສະຫະພັນດອກປີກ​ ໄກ່​ແຫ່ງ​ ຊາດ ລາວ ​ໃຫ້​ຮູ້​ວ່າ: ນັກ​ກິລາ ​ແລະ ຄະນະ​ນຳ​ທີ່​ຈະ​ເດີນ ທາງ​ ໄປ​ຮ່ວມ​ການ​ແຂ່ງຂັນ ດອກ​ປີກ​ໄກ່​ລາຍການວິກຕໍ ບາງ ກອກ-ຊຽງ​ໃຫມ່ 2008 ນີ້ ມີ​ທັງ​ຫມົດ 12 ຄົນ, ສຳລັບ​ ນັກ​ ກິລາທັງ 3 ລຸ້ນ ຄື: ລຸ້ນອາຍຸ 9 ປີ, 13 ປີ ແລະ 15 ປີ​ ປະກອບ​ດ້ວຍ: ທ້າວ ສິດທິ​ສັກ ຫລວງ​ລາດ, ທ້າວ ພົງ​ຖະ ຫນອມ ວົງ​ປະຈິດ, ທ້າວ ​ໄຊ​ປະເສີດ ພະ​ດວງ​ ເດດ, ທ້າວ ທະນູສອນ ພັນ​ຍະ​ວົງ​ໄຊ, ທ້າວ ອາ​ພິສິດ ອ້ວນ​ຄຳ​ຈັນ, ທ້າວ ນິລະ​ກອນ ວຽງ​ວິ​ເສດ ​ແລະ ທ້າວ ຄຳຄ່ອງ ​ໄຊ​ພະ​ກັດ​ສາ ​ເຊິ່ງ​ເຂົາ​ເຈົ້າ​ເຫຼົ່າ​ນີ້ ລ້ວນເປັນ​ນັກ​ກິລາ​ທີ່​ມີ​ຄວາມ​ສາມາດ ​ທາງ​ ດ້ານເຕັກນິກສູງ ​ແລະ ​ເປັນ​ນັກ​ກິລາ​ລຸ້ນ ສືບທອດ​ຂອງ ສະຫະພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດລາວ​ແລະ ໃນ​ເບື້ອງຕົ້ນ ທາງ​ສະຫະພັນ ຈະ​ສົ່ງ​ນັກ​ກິລາ​ລຸ້ນ​ໃຫຍ່​ ໄປ​ຮ່ວມ ​ແຂ່ງ ຂັນນຳ, ​ແຕ່​ວ່າ ນັກ​ກິລາ​ສ່ວນ​ໃຫຍ່ ແມ່ນຢູ່​ໃນ​ລະຫວ່າງ​ການ​ຝຶກ​ຊ້ອມ ​ເພື່ອ​ກຽມ​ໃສ່​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ ຄັ້ງທີ 8 ຢູ່ ​ແຂວງ ຈຳປາ​ສັກ ໃນ​ທ້າຍ​ປີນີ້, ດັ່ງນັ້ນຈຶ່ງ​ໄດ້​ສົ່ງ ​ນັກ​ ກິລາ ​ລຸ້ນສືບ​ທອດ​ໄປ​ຮ່ວມ​ແຂ່ງຂັນ. ການ​ແຂ່ງຂັນ​ລາຍການນີ້,​ ໄດ້ຈັດ​ຂຶ້ນ ທຸກ​ປີ ແລະ ​ເປັນ​ການ​ແຂ່ງຂັນ ​ແບບ​ເປີດ​ກວ້າງເຊິ່ງມີ​ນັກ​ກິລາ ​ຈາກ​ປະ​ເທດ​ອ້ອມ​ຂ້າງ​ ເຂົ້າ​ຮ່ວມ​ຢ່າ​ງຫລວງຫລາຍ ​ໂດຍ​ຈະ​ແຂ່ງ ຂັນ ​ກັນໃນ 12 ລາຍການ​ ຊຶ່ງ ປະກອບ​ມີ ລຸ້ນອາຍຸ ບໍ່ໍ່​ເກີນ 9 ປີ, 11 ປີ,13 ປີ,15 ປີ ແລະ ລຸ້ນ 18 ປີ, ລຸ້ນ ອາຍຸ​ ລວມກັນ 80 ປີ​, 90 ປີ, 100 ປີ ແລະ ລຸ້ນອາຍຸ 120 ປີ ຂຶ້ນ​ໄປ.
ທ່ານ ສົມ​ສະ​ແຫວ​ງ ​ແສງ​ສີ​ລາ​ວົງ ​ໃຫ້​ຮູ້ອີກ​ວ່າ: ສະຫະພັນ​ດອກ​ປີກ​ແຫ່ງ​ຊາດ ​ໄດ້​ສົ່ງ​ນັກ​ກິລາ​ ເຂົ້າ​ຮ່ວມ​ລາຍການ​ດັ່ງ ກ່າວ​ທຸກໆ ​ປີ. ໂດຍ​ໃນ​ປີ 2007 ​ຜ່ານ​ມາ, ນັກກິລາ​ຂອງ​ລາວ ກໍສາມາດ​ ສ້າງ​ ຜົນງານ​ໄດ້​ດີ​ພໍ​ສົມຄວນ ເປັນຕົ້ນ​ໄດ້​ຄອງ​ຄວາມ​ເປັນ​ໜຶ່ງ ​ເຍົາ ວະ​ຊົນ ​ຊາຍ​ດ່ຽວລຸ້ນ ອາຍຸ​ບໍ່​ເກີນ 16 ປີ ແລະ ໄດ້​ຮອງ​ຊະ ນະເລີດ ​ລຸ້ນ​ເຍົາວະ​ຊົນ​ຊາຍ​ຄູ່ ອາຍຸ​ບໍ່​ເກີນ 16 ປີ. ສຳລັບ​ໃນ​ປີນີ້ ທາງ​ສະຫະພັນ ມີ​ຄວາ​ມຫມັ້ນ​ໃຈ​ກັບ​ນັກ​ກິລາ​ລຸ້ນສືບ​ທອດ​ນີ້ສູງ, ​ແຕ່​ວ່າ​ບໍ່​ໄດ້​ຕັ້ງຄວາມ​ຫວັງ​ໄວ້​ສູງ​ປານ​ໃດ. ທັງ​ນີ້ກໍຍ້ອນ​ວ່າ ການ ​ແຂ່ງຂັນ​ຄັ້ງນີ້​ເປັນ​ການ​ແຂ່ງຂັນ​ແບບ​ເປີດ​ກວ້າງ​ເຊິ່ງຄາດ​ວ່າ ຈະ​ມີ​ນັກ​ກິລາ​ຈາກ ​ຫລາຍ​ປະ​ເທດ​ເຂົ້າ​ຮ່ວມ, ແຕ່​​ເຊື່ອ​ວ່າ​ພວກ​ ເຂົາ​ ຈະ ສ້າງ​ຜົນງານ​ໄດ້​ດີ​ຢ່າງ​ແນ່ນອນ./.

ກັບສາລະບານກິລາ                        ກັບຫນາ້ພາສາລາວ



ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446