ຫລາຍພາກສ່ວນ ສືບຕໍ່ອຸປະຖຳ ຈຳປາສັກເກມ

* ມີ​ຫລາຍ​ພາກ​ສ່ວນໂດຍ​ສະ​ເພາະບັນ​ດາ​ນັກ​ທຸ​ລະ​ກິດ ​ທັງ​ພາຍ​ໃນ​ແຂວງ ແລະຕ່າງ​ແຂວງ ໄດ້ ອຸ​ປະ​ຖຳ ມະ​ຫະກຳ​ກິ​ລາ ​ແຫ່ງ​ ຊາດ​ຄັ້ງ​ທີ VIII ຫລື ຈຳ​ປາ​ສັກ​ເກມ​ທີ່ຈະ​ຈັດ​ຂຶ້ນໃນ​ທ້າຍ​ປີ​ນີ້ ຊຶ່ງ​ມາ ຮອດປະຈຸ​ບັນ ໄດ້​ຮັບ​ແລ້ວ​10.438.749.000 ກີບ. ທັງ​ນີ້​ ເມື່ອ​ກາງ​ເດືອນນີ້, ທ່ານ​ ສຸ​ກັນ ມະ​ຫາ​ລາດ ກຳ​ມະ​ການ ​ສູນ​ກາງ​ພັກ, ເລ​ຂາ​ພັກ​ແຂວງ​ຈຳ​ປາ​ສັກ ແລະ ທ່ານ​ ສອນ​ໄຊ ສີ​ພັນ​ດອນ ກຳ​ມະ​ການ​ສູນ​ກາງ​ພັກ, ເຈົ້າ ​ແຂວງ​ ຈຳ​ປາ​ສັກ ໄດ້​ໃຫ້​ກຽດ​ຜັດ​ປ່ຽນ​ກັນ​ ຮັບ​ການ​ອຸປະ ຖຳ​ຈາກ​ບັນ​ ດາ​ນັກ​ທຸ​ລະ​ກິດ ພາຍ​ໃນ ​ແຂວງ ແລະ ຕ່າງ ​ແຂວງ ໃນ​ນັ້ນ​ຮັບ​ຈາກ​ບໍລິ​ສັດ ສະ​ ຫະ​ລາວ ​ບໍ​ລິ​ການ (SLACO) 2 ຕື້​ກີບ, ​ບໍ​ລິ​ສັດ​ດາວ​ເຮືອງ 1 ແສນ​ໂດ​ລາ, ​ບໍ​ລິ​ສັດ ST ກຣຸບ 50 ພັນ​ໂດ​ລາ; ​ບໍ​ລິ​ສັດ​ລາວ​ເວີນ 250 ລ້ານ ​ກີບ ແລະ 18 ພັນ​ໂດ​ລາ; ໂຮງ​ແຮມ​ຈຳ​ປາ​ສັກ ​ພາ​ ເລດ 270 ລ້ານ​ກີບ, ບໍ​ລິ​ສັດ​ຈະ​ເລີນ​ພາ​ນິດ 1 ລ້ານ ​ບາດ, ບໍ​ລິ​ສັດ​ໂຄ​ລາວ 100 ລ້ານ​ກີບ; ໂຮງ​ແຮມ​ແກຼນ ​ໂຮ​ແທວ 100 ລ້ານ​ກີບ, ບໍ​ລິ​ສັດ​ ຍິ່ງ​ ໂຊກ​ໄຊ 100 ລ້ານ​ກີບ, ບໍ​ລິ​ສັດ​ສຸກ​ສຳ​ລວຍ 50 ລ້ານ​ກີບ ແລະ ຮັບຈາກ​ການ​ປະ​ມູນ 642 ລ້ານກີບ ​ແລະ ນັບ ​ແຕ່​ເດືອນ​ ມັງກອນ ​ຕົ້ນປີນີ້​ເປັນຕົ້ນມາ, ຄະນະ​ຈັດ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງທີ VIII ຫຼືຈຳ ປາ​ສັກ ​ເກ​ມ​ໄດ້​ຮັບ​ການ​ອຸປະຖຳແລ້ວ 10 ຕື້ 438 ລ້ານ​ກວ່າ​ກີບ./.
(ຂ່າວ-ພາບ: ຈັນ​ທະ​ວີ​ສັກ)

  ກັບສາລະບານກິລາ                        ກັບຫນາ້ພາສາລາວ

 


ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446