ທ້າວ ເອື້ອຍ ສີມາຍ ຮີໂຣ ພາຣາລິມປິກເກມ ປັກກິ່ງ 2008
* ວິທະຍຸສາກົນແຫ່ງປະເທດຈີນ (CRI)ລາຍງານໃນ ວັນນທີ 9 ກັນນຍານີ້ວ່າ:ການແຂ່ງຂັນ ກິລາ ຍົກນ້ຳໜັກ ໃນພາຣາ ລິມ
ປິກເກມ 2008 ທີ່ ສາທາລະນະລັດ ປະຊາຊົນ ຈີນ ເປັນເຈົ້າ ພາບນັ້ນ, ທ້າວ ເອື້ອຍ ສີມາຍ ຊຶ່ງເປັນໜຶ່ງດຽວ ທີ່ ໄດ້ເປັນນ ຕົວ ແທນນຈາກ ສາທາລະ ນະລັດ ປະຊາ ທິປະໄຕ ປະຊາຊົນ ລາວ ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ບໍ່ ໄດ້ເຮັດໃຫ້ປວງຊົນລາວ ທັງຊາດຜິດຫວັງ ຫລັງຈາກ ສະ ແດງຜົນງານທີ່ໂດດເດັ່ນໄດ້ຫລຽນທອງມາ ຄອງ ຫລຽນ ທຳອິດ ໂດຍ ທ້າວເອື້ອຍ ສີມາຍ ຍົກນ້ຳ ໜັກຊາຍ ຢູ່ ກຸ່ມ ເບ ໃນລຸ້ນ 48 ກິໂລ ແລະ ຜ່ານການແຂ່ງຂັນ ກໍສາ ມາດຍົກໄດ້ໃນ ນ້ຳໜັກລວມ 157,5 ກິໂລ ໂດຍໃນ ລຸ້ນນີີ້, ມີນັກກິລາທີ່ຜ່ານຮອບຄັດ ເລືອກຈາກ 13 ປະ ເທດ. ສຳລັບຫລຽນຄຳ ເປັນຂອງ ຣູເອວ ອີຊາກູ ຈາກ ນີເຊຣີ ຍົກໄດ້ໃນ ນ້ຳ ໜັກລວມ 167,5 ກິໂລ ແລະ ໂອມາ ກາຣາດາ ຈາກ ຊ໋ອກດານີ ໄດ້ຫລຽນເງິນ ໂດຍຍົກໄດ້ໃນນ້ຳໜັກລວມ 162,5 ກິໂລ.
ຫລັງສຳເລັດການແຂ່ງຂັນ, ທ້າວ ເອື້ອຍ ສີມາຍ ໄດ້ກ່າວໃນງານຖະແຫລງຂ່າວວ່າ: ການທີ່ຂ້ອຍ ໄດ້ຮັບຫລຽນທອງຄັ້ງນີ້, ກໍຕ້ອງຂໍ ຂອບໃຈກັບຄູຝຶກ ທີ່ຊ່ວຍຝຶກຊ້ອມໃຫ້ ພ້ອມທັງຂອບໃຈຄະນະ ກຳມະການ ໂອລິມປິກຄົນພິການລາວ ແລະ ເຈົ້າພາບ ສປ ຈີນ ທີ່ໃຫ້ໂອກາດແກ່ຂ້ອຍເຂົ້າ ຮ່ວມ ການແຂ່ງຂັນ .
ທາງດ້ານ ທ່ານ ອຸດົມ ວິໄລສັກ ຄູຝຶກ ກໍໄດ້ກ່າວວ່າ: ຮູ້ສຶກພາກພູມ ໃຈຫລາຍທີ່ ທ້າວ ເອື້ອຍ ສີມາຍ ສາມາດໄດ້ຫລຽນທອງໃນ ພາຣາ ລິມ ປິກເກມ 2008.
ໃນໄລຍະຜ່ານມາ, ທ້າວ ເອື້ອຍ ສີມາຍ ເຄີຍເຂົ້າຮ່ວມການແຂ່ງຂັນ ກິລາຄົນພິການ ຊີເກມ 2003, 2005 ແລະ 2007 ແລະ ກໍລ້ວນແຕ່ໄດ້ ຫລຽນເງິນທຸກໆ ເທື່ອ./.
ັບສາລະບານກິລາ ກັບຫນາ້ພາສາລາວ