ມອບ-ຮັບຊົນລະປະທານຫ້ວຍພຸງ 5 ໃຫ້ປະຊາຊົນນຳໃຊ້ຂາດຕົວ
*(ຂປລ):ໃນວັນທີ 4 ພະຈິກ 2008 ນາຍບ້ານໆ ດົງທ່າດາ ເມືອງ ອາດສະພອນ ແຂວງ ສະຫວັນນະເຂດ ທັງຕາງໜ້າໃຫ້ກັບ ປະ ຊາຊົນພາຍໃນບ້ານໄດ້ຮັບເອົາຊົນລະປະທານ ຫ້ວຍພຸງ 5 ເພື່ອມາຄຸ້ມຄອງ ແລະ ນຳໃຊ້ຢ່າງຂາດຕົວ ຈາກ ທ່ານ ບົວລີ ຈັນສີ ຮອງ ເຈົ້າເມືອງ ອາດສະພອນ ມີ ບັນດາພະນັກງານພາຍໃນເມືອງທີ່ກ່ຽວຂ້ອງ ພ້ອມດ້ວຍອຳນາດການປົກຄອງ ພາຍໃນບ້ານ ເຂົ້າ ຮ່ວມ. ໂຄງການຊົນລະປະທານ ຫ້ວຍພຸງ 5 ແມ່ນໄດ້ເລີ່ມກໍ່ສ້າງແຕ່ວັນທີ 16 ມັງກອນ 2005 ແລະ ສຳເລັດໃນວັນທີ 5 ມີນາ 2008 ສຳເລັດຕາມແຜນການ 100%. ຊົນລະປະທານດັ່ງກ່າວ ເປັນຊົນລະປະທານທີ່ເຮັດດ້ວຍເບຕົງເສີມເຫຼັກ ສູງ 2 ແມັດ, ກວ້າງ 18 ແມັດ ສາມາດເກັບນ້ຳໄດ້ 80 ພັນແມັດກ້ອນ ລວມມູນຄ່າການກໍ່ສ້າງທັງໝົດ 388 ລ້ານກວ່າກີບ ໂດຍແມ່ນ ບໍລິສັດ ໜູຄຳ ກໍ່ສ້າງເປັນຜູ້ຮັບເໝົາ ແລະ ແມ່ນຫງົບປະມານຂອງແຂວງ. ຊົນລະປະທານດັ່ງກ່າວສາມາດຮັບ ໃຊ້ ໃຫ້ແກ່ການຜະລິດໃນລ ະດູ ຝົນໄດ້ 20 ເຮັກຕາ ແລະ ລະດູແລ້ງ 15 ເຮັກຕາ. ທັງນີ້ກໍ່ເພື່ອແນໃສ່ຮັບໃຊ້ພໍ່ແມ່ປະຊາຊົນທຳການຜະລິດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຈົນສາ ມາດຜະລິດເປັນສິນຄ້າ ອີກໜຶ່ງເຮັດໃຫ້ ຄອບ ຄົວທີ່ຊົມໃຊ້ຊົນລະປະທານດັ່ງກ່າວ ໄດ້ຫຼຸດພົ້ນຈາກ ຄວາມທຸກຍາກເທື່ອລະກ້າວ ແລະມີບ່ອນທຳມາຫາກິນເປັນຂອງຕົນ./.
ກັບສາລະບານ