ສືບຕໍ່ຊ່ວຍເຫລືອແຂວງສະຫວັນນະເຂດ ປົກປັກຮັກສາສິ່ງແວດລ້ອມ
*(ຂປລ): ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຂອງສປປ ລາວ ໄດ້ສືບຕໍ່ໃຫ້ທຶນ ຊ່ວຍ ເຫລືອລ້າ ແກ່ແຂວງສະຫວັນນະເຂດ ມູນ ຄ່າ 312 ລ້ານກວ່າກີບ ໃນຮູບແບບໂຄງການຍ່ອຍ ເພື່ອ ນຳໃຊ້ເຂົ້າໃນການປົກປັກຮັກສາ ແລະ ອະນຸລັກສິ່ງແວດ ລ້ອມບາງ ເຂດ ຈຸດສຸມຂອງສອງຕົວເມືອງ, ເຊິ່ງການມອບ-ຮັບທຶນຊ່ວຍເຫລືອຄັ້ງນີ້ ໄດ້ຈັດໃຫ້ມີຂຶ້ນໃນວັນທີ 4 ພະຈິກ 2008 ຢູ່ທີ່ພະ ແນກ ກະ ສິກຳປ່າໄມ້ແຂວງ. ຈຳນວນເງິນດັ່ງກ່າວ ແມ່ນຈະນຳໃຊ້ເຂົ້າໃນ 4 ໂຄງການພາຍໃນແຂວງ ແລະ ເມືອງ ເປັນ ຕົ້ນແມ່ນ ໂຄງການຄຸ້ມຄອງແຫລ່ງ ນ້ຳ ບຶງຊ້າງ ເພື່ອປົກປັກຮັກສານົກຍາງຂາວ ແລະ ຊີວະນາໆ ພັນທາງນ້ຳ ໃນມູນຄ່າ 85 ລ້ານກວ່າກີບ; ໂຄງການອະນຸລັກ ຊີວ ະນາໆພັນທາງນ້ຳ ເຂດດິນທາມ ໜອງສິມ ເມືອງຊົນນະບູລີ. ໃນມູນຄ່າ 85 ລ້ານກວ່າກີບ; ໂຄງການຄຸ້ມຄອງໄມ້ປ່ອງ ແລະ ປົກປັກ ຮັກສາວັງສະຫລວນ ໜອງທ້າຍເຮືອ ເມືອງສອງຄອນ ໃນມູນຄ່າ 76 ລ້ານກວ່າກີບ ແລະ ໂຄງການ ປົກປັກຮັກສາຮ່ອງຮອຍ ໄດ ໂນເສົາ ຂອງແຂວງທີ່ຕິດພັນກັບການທ່ອງທ່ຽວ ແລະ ສຶກສາປະຫວັດ ສາດໂລກດຶກດຳບັນ ໃນມູນຄ່າ 66 ລ້ານກວ່າກີບ. ທັງ ນີ້ກໍເພື່ອເລັ່ງໃສ່ການປົກປັກຮັກສາແລະ ອະນຸ ລັກສິ່ງແວດລ້ອມ ໂດຍສະເພາະການປົກປັກຮັກສາປ່າສະຫງວນຂອງແຂວງ ແລະ ເມືອງ ຄຽງຄູ່ກັບ ການ ພັດທະນາຊຸມຊົນ ເພື່ອໃຫ້ປະຊາຊົນອ້ອມຂ້າງເຂດປ່າສະຫງວນ ຫລຸດພົ້ນອອກຈາກ ຄວາມ ທຸກຍາກ ແລະ ຫລຸດຜ່ອນການເຂົ້າທຳລາຍປ່າສະຫງວນເທື່ອລະກ້າວ. ຂ່າວຍັງໃຫ້ຮູ້ອີກວ່າ: ໃນທ້າຍເດືອນຕຸລາ ຜ່ານມາ ເມືອງນາແລ ແຂວງຫລວງນ້ຳ ທາ ໄດ້ມອບເງິນເຂົ້າກອງທຶນພັດທະນາຂັ້ນບ້ານ 3 ບ້ານ. ຈຳນວນ 271 ລ້ານກີບ ໃນນັ້ນມອບໃຫ້ກອງ ທຶນພັດທະນາ ບ້ານທົ່ງຖອນ 121 ລ້ານກີບ, ບ້ານຫາດລົມ 100 ລ້ານກີບ ແລະ ມອບໃຫ້ກອງທຶນ ພັດທະນາ ບ້ານພູວຽງ 50 ລ້ານກີບ. ພ້ອມນີ້ຍັງໄດ້ເປີດບັນຊີປ່ອຍເງິນໃຫ້ສະມາຊິກກູ້ຢືມ ໂດຍຜ່ານ ການຂຽນໃບສະເໜີຂໍກູ້ຢືມ ແລະ ສັນຍາເງິນກູ້./.
ກັບສາລະບານ