ຂ່າວພາຍໃນປະເທດ

ປັບ​ລົງ​ລາ​ຄາໂດຍ​ສານ​ປະ​ຈຳ​ທາງຢູ່​ສະຫວັນ​ນະ​ເຂດ

*(ຂປລ): ຕາມ​ການ​ໃຫ້​ສຳ​ພາດ​ຂອງ​ທ່ານ ບຸນ​ຊຸ່ມ ວັນ​ນະ​ເຮືອງ ຜູ້​ຈັດ​ການ​ໃຫຍ່​ບໍ​ລິ​ສັດ ​ສ້ອມ​ແປງ​ຂົນ​ສົ່ງ​ແລະ​ໂດຍ​ສານ​ທາງ​ບົກ ຈຳ​ກັດ ທັງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຜູ້ຂົນ ສົ່ງໂດຍ​ສານ​ທາງ ​ບົກ​ປະ​ຈຳ​ແຂວງ​ສະ​ຫວັນ​ນະ​ເຂດ​ແຈ້ງວ່າ: ທາງ​ບໍ​ລິ​ສັດ​ແລະ​ສະ​ມາ​ຄົມ​ ໄດ້​ມີ​ການ​ປັບ​ລົງ​ລາ​ ຄາ​ຄ່າ ​ລົດ ​ໂດຍ​ສານ​ປະ​ຈຳ​ທາງລົງ​ຈາກ 186 ກີບ/ຄົນກິ​ໂລ​ແມັດ ມາ​ເປັນ 164 ກີບ/ຄົນ​ກິ​ໂລ​ແມັດ ທັງ​ນີີ້ກໍ​ ເພື່ອ​ເຮັດ​ໃຫ້​ການ​ຄຸ້ມ​ຄອງ​ລາ​ຄາ​ຂົນ​ສົ່ງ​ໂດຍ​ສານ ປະ​ຈຳ​ທາງໃຫ້ມີ​ຄວາມ​ດຸ່ນ​ດ່ຽງ​ກັບ​ການ​ດຳ​ເນີນ ທຸ​ລະ​ກິດ​ຕົວ​ຈິງ​ໂດຍ​ສອດ ​ຄ່ອງ​ກັບ​ ສະ​ພາບ​ທີ່​ວ່າ​ລາ​ຄານນ້ຳມັນ​ເຊື້ອ​ໄຟ​ແມ່ນ​ຖືກ​ລົງ.
ການ​ປັບລົງ​ລາ​ຄາ​ໂດຍ​ສານ​ປະ​ຈຳ​ທາງຄັ້ງ​ນີ້ແມ່ນ​ຈະ​ໄດ້​ດຳ​ເນີນປະ​ຕິ​ບັດ​ແຕ່​ວັນ​ທີ10 ເດືອນ​ ພະ​ຈິກ 2008 ເປັນ​ຕົ້ນ​ໄປ ເຊິ່ງ​ມີ​ ລາຍ​ລະ​ອຽດ​ດັ່ງ​ນີ້: ສະ​ຫວັນນະເຂດ-​ວຽງ​ຈັນ ລາ​ຄາ​ໂດຍ​ສານ ເກົ່າ ​ຂອງ​ລົດ​ທຳ​ມະ​ດາ​ຈາກ 85.000 ກີບ ລົງ​ມາ​ເປັນ 75.000 ກີບ, ລົດ​ດ່ວນ​ວີ​ໄອ​ພີ 2 ຈາກ 100.000 ລົງ​ມາ​ເປັນ 90.000 ກີບ, ລົດ​ດ່ວນ​ວີ​ໄອ​ພີ 1 ຈາກ 110.000 ລົງ​ມາ​ເປັນ 95.000 ກີບ; ສະ​ຫວັນ ​ນະ​ເຂດ-​ ຄຳ​ມ່ວນ ລົດ​ທຳ​ມະ​ດາ​ຈາກ 30.000 ກິບ​ລົງ​ມາ​ເປັນ 25.000 ກີບ, ສະ​ຫວັນ​ນະ​ເຂດ-​ປາກ​ເຊ ຈາກ 45.000 ກີບ​ລົງ​ມາ​ເປັນ 40.000 ກີບ, ສະ​ຫວັນ​ນະ​ເຂດ-​ສາ​ລະ​ວັນ ຈາກ 70.000 ກີບ​ລົງ​ມາ​ເປັນ 65.000 ກີບ, ສະ​ຫວັນ​ນະ​ເຂດ-​ເຊກອງ 70.000 ກີບ ລົງ​ມາ​ເປັນ 65.000 ກີບ, ສະ​ຫວັນ​ນະ​ເຂດ-​ ​ອັດ​ຕະ​ປື 85.000 ກີບ​ລົງ​ມາ​ເປັນ 75.000 ກີບ​ແລະ​ສະ​ຫວັນ​ນະ​ເຂດ-​ຊາຍ​ແດນ 45.000 ກີບ​ລົງ​ມາ​ເປັນ 40.000 ກີບ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446