ມາດຕະການຈັດຕັ້ງປະຕິບັດຄຸ້ມຄອງຊັບສິນທາງປັນຍາ
*(ຂປລ): ພະແນກວິທະຍາສາດ ແລະ ເທັກໂນໂລຊີແຂວງຈຳປາສັກ ເຊິ່ງນຳໂດຍທ່ານຄຳພູ ສຸລິຍະວົງ ຫົວຫນ້າພະແນກດັ່ງກ່າວ ທັງເປັນປະທານຄະນະກຳມະການຊີ້ ນຳວຽກງານຊັບສິນ ທາງ ປັນຍາຂັ້ນແຂວງ ຮ່ວມກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງພາຍໃນ ແຂວງຈຳປາສັກ ໄດ້ຮ່ວມ ກັນປຶກ ສາຫາລື ກ່ຽວກັບ ມາດຕະການໃນການຈັດຕັ້ງປະຕິບັດຄຸ້ມຄອງ ບັນດາວຽກງານຊັບສິນ ທາງປັນ ຍາ, ວຽກງານມາດຕະຖານ ແລະ ຄຸນນະພາບ ແລະ ວຽກງານວັດແທກເພື່ອເຮັດໃຫ້ທຸກວຽກງານ ຫັນ ເຂົ້າສູ່ລະບຽບກົດຫມາຍ, ເຮັດໃຫ້ສັງຄົມມີຄວາມເຊື່ອຫມັ້ນ ແລະ ມີຄວາມຍຸດຕິທຳໃນການ ດຳ ເນີນ ທຸລະກິດ ແລະ ການຊື້ຂາຍໃນທ້ອງຕະຫລາດ. ຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລືເຖິງວິທີການຈັດຕັ້ງປະຕິບັດ, ການຄຸ້ມຄອງ, ການຈັດ ຕັ້ງປະຕິບັດ ແລະ ມາດຕະການຕໍ່ຜູ້ລະ ເມີດ ຕໍ່ກົດຫມາຍຊັບສິນທາງປັນຍາ, ມາດຕະຖານ ແລະ ລະບຽບການຕ່າງໆ ເປັນຕົ້ນແມ່ນວຽກງານຊຸກ ຍູ້ສົ່ງເສີມໃຫ້ ຜະລິດ ຕະພັນ ພາຍໃນກາຍເປັນສິນ ຄ້າທີ່ໄດ້ຮັບການຄຸ້ມຄອງ ແລະ ໄດ້ຮັບການປົກປ້ອງທາງດ້ານເຄື່ອງຫມາຍການຄ້າ, ການຄຸ້ມຄອງ ແລະ ສະກັດກັ້ນສິນຄ້າທີ່ປອມແປງ ຫລື ລອກຮຽນແບບເຄື່ອງຫມາຍການຄ້າ ໂດຍບໍ່ໄດ້ຮັບ ອະນຸ ຍາດຈາກເຈົ້າຂອງເດີມ, ການ ຄຸ້ມຄອງ ແລະ ກວດກາຕິດຕາມຜະລິດຕະພັນສິນຄ້າຢູ່ພາຍໃນ (ກໍ ລະນີທີ່ຜະລິດຕະພັນສິນຄ້າຫາກອອກຊື່ ແລະ ມີສັນຍາລັກ), ການຊຸກຍູ້ສົ່ງເສີມຜະລິດຕະ ພັນ ສິນ ຄ້າທີ່ສາມາດສົ່ງອອກເປັນຕົ້ນແມ່ນກາເຟເມັດ, ກາເຟສຳເລັດຮູບໃຫ້ໄດ້ ມາດຕະຖານ ທາງ ດ້ານ ຄຸນນະພາບ ດີຂຶ້ນ, ໃນນັ້ນການກວດກາຄຸນນະພາບຕ້ອງຖືກຕ້ອງຕາມຂັ້ນຕອນ ແລະ ຮັບປະກັນ, ການເກັບຄ່າທຳ ນຽມ ເພື່ອສ້າງລາຍຮັບມອບພັນທະເຂົ້າງົບປະມານ, ການຄຸ້ມຄອງຕິດຕາມ ກວດ ກາບັນດາສິນຄ້າທີ່ນຳເຂົ້າຕາມ ມາດຕະຖານ ແຫ່ງ ຊາດ ທີ່ປະກາດໃຊ້, ການຄຸ້ມຄອງກວດກາມາດ ຕະຖານ ແລະ ລະບຽບການເຕັກນິກ ສຳລັບຜະລິດຕະພັນສິນຄ້າ, ຂະບວນການ ແລະ ສິ່ງແວດ ລ້ອມ ແລະ ການຄຸ້ມຄອງພາຫະນະວັດແທກປະເພດຊິງຊັ່ງຢູ່ຕາມສະຖານທີ່ແລກປ່ຽນຊື້-ຂາຍໃຫ້ມີ ຄວາມຍຸຕິທຳ ໂດຍຈະໄດ້ມີການຂຶ້ນທະບຽນປະຈຳປີ, ການຕິດຕາມກວດກາເປັນງວດ, ປົກກະຕິ ແລະ ບັງເອີນ... ທັງນີ້ກໍ່ເພື່ອເຮັດ ໃຫ້ການ ຄຸ້ມຄອງວຽກງານດັ່ງກ່າວໃຫ້ມີປະສິດທິພາບ ແລະ ເຂົ້າ ສູ່ ລະບຽບກົດຫມາຍ, ທັງເປັນການສ້າງຄວາມເຊື່ອ ຫມັ້ນໃຫ້ແກ່ຜູ້ ປະ ກອບ ການທຸລະກິດ, ການຊື້ ການຂາຍ ມີຄວາມຍຸຕິທຳ ສ້າງພາບພົດທີ່ດີໃຫ້ແຂວງຈຳປາສັກໃນ ການຕ້ອນຮັບງານມະ ຫາກຳກິ ລາແຫ່ງຊາດຄັ້ງທີ VIII ທີ່ແຂວງໄດ້ຮັບກຽດເປັນເຈົ້າພາບໃນອີກບໍ່ດົນນີ້./.
ກັບສາລະບານ