ຂ່າວພາຍໃນປະເທດ

ຈັດ​ສົ່ງ​ສອງ​ແກນ​ນຳ​ເຜົ່າ​ມົ້ງ​ກັບ​ຄືນ​ບ້ານ​ເດີມ

*(ຂ​ປ​ລ): ທ້າວ ເຢຍ​ກາວ​ວື ອາ​ຍຸ 42 ປີ ແລະ ທ້າວ ຢາ​ເຢຍ​ວື ອາ​ຍຸ 38 ປີ, ທີ່ອາ​​ໄສ​ ຢູ່​ ຫວ້ຍ​ນ້ຳ​ຂາວ​ປະ​ເທດ​ໄທ​ເປັນ​ເວ​ລາ 3 ປີກ່​ວາ ແລະ​ຖືເປັນ​ໜຶ່ງ​ໃນ 8 ແກນ​ນຳ​ສູງ​ສຸດ​ທີ່​ ມີ​ອຳ​ ນາດ​ ປົກ​ຄອງ​ເຜົ່າ​ມົ້ງ ​ຢູ່​ຫ້ວຍ​ນ້ຳ​ຂາວ​ປະ​ເທດ​ໄທ, ພວກ​ເຂົາ​ສ້າງ​ຄວາມ​ປັ່ນ​ປ່ວນ, ສ້າງ​ຄວາມ​ບໍ່​ ສະ​ຫງົບ ໂຄ​ສະ​ນາ ປ່າວ​ຂ່າວເຮັດ​ໃຫ້​ພີ່​ນ້ອງ​ເຜົ່າ​ມົ້ງ​ຜູ້​ຮູ້​ເທົ້າບໍ​ໍ່ເຖິງ​ການ​ຕົກ​ເປັນ​ເຫຍື່ອ​​ຂອງ​ພວກ​ເຂົາ, ຂະ​ນະ ​ດຽວ​ກັນ, ພວກ​ເຂົາ​ເຫລົ່າ​ນີ້ ​ຍັງ ​ກ່າວ​ຫາ​ແລະ ເສກ​ສັນ​ປັ້ນ​ແຕ່ງ​ແບບ​ ບໍ່ມີ​ມູນ​ ຄວາມ​ຈິງ​ໃສ່​ຮ້າຍ​ ປ້າຍ​ ສີ​ ​ລັດ​ຖະ​ບານ​ລາວ​ ວ່າ ບໍ່ມີ ມະ​ນຸດ​ສະ​ທຳ ຕໍ່ກັບພວກ​ເຂົາ​ເຈົ້າ.
ທາງ​ການ​ໄທ​ໄດ້​ຈັດ​ສົ່ງ​ ທ້າວ ເຢຍ​ກາວ​ວື ແລະ ທ້າວ ຢາ
​ ເຢຍ​ວື ​ ໃຫ້​ ທາງ​ການ​ລາວ​ເມື່ອ​ວັນ​ທີ 22 ມິຖຸ​ນາ2008 ແລະ​ລັດ​ຖະ​ບານ ​ລາວ​ກໍ ໄດ້​ນຳ​ສົ່ງ​ໄປ​ຍັງ​ສູນ​ຮັບ​ຕ້ອນ​ຊົ່ວ​ ຄາວ​ ດ້ວຍ​ຄວາມ​ປອດ​ໄພເປັນ​ ຢ່າງ​ ດີ.
ຈາກ​ນັ້ນລັດ​ຖະ​ບານ​ລາວ​​ໄດ້​ຕົກ​ລົງມອບ ທ້າວ ເຢຍ​ກາວ​ວື, ທ້າວ ຢາ ​ເຢຍ​ວື ພ້ອມ​ຄອບ ​ຄົວ (ເມຍ, ​ລູກ 4 ຄົນ) ກັບ​ ຄືນ​ສູ່​ທ້ອງ ​ຖິ່ນ​ເດີມ ແລະ​ ມອບ​ໃຫ​້ອຳ​ນາດ​ການ ​ປົກ​ຄອງ ​ບ້ານ ຮ່ອງ​ສຸ​ພາບ, ເມືອງ​ໄຊ​ ເສດ​ຖາ, ນະ​ຄອນ​ຫລວງວຽງ​ຈັນ ເປັນ​ຜູ້​ສຶກ​ສາ​ອົບ ​ຮົມ ພວກ​ເຂົາ​ເຈົ້າ ​​ເຫລົ່ານັ້ນໃຫ້​ ກາຍ​ເປັນ​ພົນ​ ລະ​ເມືອງ​ດີ, ມີ​ແນວ​ຄິດ​ສ້າງ​ສາ​ພັດ​ທະ​ນາ​ແລະ​ພ້ອມ​ກັນ​ຊ່ວຍ​ເຫລືອ​ສັງ​ຄົມ​ຄື​ກັນກັບ​ ຄອບ ຄົວ​ ອື່ນໆ. ພິ​ທີ​ມອບສົ່ງ ໄດ້​ຈັດ​ຂຶ້ນ​ໃນ ​ຕອນ​ເຊົ້າ​ ຂອງວັນ ​ທີ 6 ພະ​ຈິກ 2008, ທີ່​ສຳ​ນັກ​ເມືອງ ​ໄຊ​ເສດ​ຖາ​, ນະ​ຄອນ​ຫລວງວຽງ​ຈັນ ລະ​ຫວ່າງ​ທ່ານ ຢົງ ຈັນ​ທະ​ລັງ​ສີ, ຫົວ ​ໜ້າ​ກົມ​ການ​ຂ່າວ, ກະ​ຊວງ​ ການ​ຕ່າງ​ປະ​ເທດ, ທັງ​ເປັນຄະນະ​ອະ​ນຸ​ກຳ​ມະ​ ການ​ຮັກ​ສາ​ ຄວາມ​ ສະ​ຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ລາວ-​ໄທ,ໄທ-​ລາວ ເປັນ​ຜູ້​ ກ່າວ ມອບ ແລະ​ທ່ານ ວິ​ໄລ​ທອງ ຈິດ​ສົມ​ພັນ, ຕາງ​ໜ້າ​ອຳ​ນາດ​ ການ​ ປົກ​ຄອງ​ເມືອງ​ໄຊ​ເສດ​ຖາ​ເປັນ​ ຜູ້​ກ່າວ​ຮັບ ໂດຍ ​ຊ້ອງ​ ໜ້າ​ພະ​ນັກ​ງານ, ເຈົ້າ​ໜ້າ​ທີ່​ໆ ຈຳ​ນວນ​ໜຶ່ງ.
ໃນ​ວັນ​ທີ 8 -​11 ເດືອນ​ດຽວ​ກັນ​, ທາງ​ເຈົ້າ​ໜ້າ​ທີ່​ໆ​ກ່ຽວ​ຂ້ອງຈະ​ໄດ້​ຈັດ​ສົ່ງ​ເຜົ່າ​ ມົ້ງ​ທີ່​ເຂົ້າ​ ເມືອງ​ໄທ​ຜິດ​ກົດ​ໝາຍກັບ​ຄືນ​ທ້ອງ​ຖິ່ນ​ເດີມ ຕື່ມ​ອີກ ມີ ແຂວງວຽງ​ຈັນ, ແຂວງ​ບໍ​ລິ​ຄຳ​ໄຊ, ຫລວງ​ພະ​ ບາງ ແລະ ແຂວງ​ໄຊ​ຍະ​ບູ​ລີ​ຕາມ​ລຳ​ດັບ.
ທາງ​ການຂອງ​ລ​າວ ແລະ​​ໄທ ​ໄດ້​ຮ່ວມ​ມື​ກັນ​ຈັດ​ສົ່ງ​ເຜົ່າ​ມົ້ງ​ລາວ ທີ່​ເຂົ້າ​ເມືງ​ໄທ​ຜິດ​ກົດ​ໝາຍ ກັບ​ຄືນ​ສູ່​ພູມ​ລຳ​ເນົາ ນັບ​ໄດ້ວ່າເປັນ ຄັ້ງ​ທີ 9 ແລ້ວ ລວມ​ມີ 1.676 ຄົນ. ຂະ​ນະ​ດຽວ​ກັນ, ​ລັດ​ຖະ​ບານ ​ໄທ​ ໄດ້​ແຈ້ງ​ສະ​ຖິ​ຕິ​ວ່າ ເຜົ່າ​ມົ້ງ​ລາວ​ຢູ່​ສູນ​ຫ້ວຍ​ນ້ຳ​ຂາວ​ຍັງ​ມີ​ເຖິງ 7.000 ກ່​ວາ​ຄົນ ແລະ​ຈະ​ຈັດ​ ສົ່ງ​ ໃຫ້​ລາວ​ໂດຍ​ໄວທີ່​ສຸດ​./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446