ຂ່າວພາຍໃນປະເທດ

ເອ​ດີ​ບີ ຢືນ​ຢັນຈະ​ຮ່ວ​ມ​ແກ້​ວິ​ກິດ​ການ​​ເສດ​ຖະ​ກິດກັບ​ລາວ

*(ຂ​ປ​ລ) ທ່ານ ນາງ ວຽງ​ທອງ ສີ​ພັນ​ດອນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ເງິນ ໄດ້ ພົບ​ປະກັບ​ທ່ານ ເອີ​ຊູ​ລາ ສ​ແຈ​ເນີ ເປຼອຸດ​ສ໌ (Ursula Schaefe Preuss) ຮອງ​ປະ​ທານ​ທະ​ນາ​ຄານ ​ພັດ ​ທະ​ນາ​ອາ​ຊີ(ADB) ໃນ​ຕອນ​ເຊົ້າ​ວັນ​ທີ 6 ພະ​ຈິກ 2008 ຢູ່​ທີ່​ກະ​ຊວງ​ການ​ເງິນ ໃນ​ລະ​ຫວ່າງ​ ທີ່​​ເດີນ​ທາງມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ສ​ປ​ປ ລາວ.
​ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ເງິນ ໄດ້​ກ່າວ​ຕ້ອນ​ຮັບ ພ້ອມ​ສະ​ແດງ​ຄວາມ ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທະ​ນາ ​ຄານ​ພັດ​ທະ​ ນາ​ອາ​ຊີ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫລືອ​ແກ່ ສ​ປ​ປ ລາວ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ ໂດຍ​ສະ​ເພາະແມ່ນ​ ການ ​ພັດ​ທະ​ນາ ທີ່​ນອນ​ຢູ່ໃນ​ ໂຄງ​ ການ​ກໍ່​ສ້າງ​ພື້ນ​ຖາ​ນໂຄງ​ລ່າງ​ອື່ນໆ​ຢູ່​ປະ​ເທດ​ລາວ. ພ້ອມ​ນີ້ ທັງ​ສອງ​ຝ່າຍ​ຍັງ​ໄດ້​ມີ​ການ​ປຶກ ​ສາ​ຫາ ​ລື​ ກ່ຽວ​ກັບ​ການ​ປັບປຸງ​ອັດ​ຕາ​ຂອງເງິນ​ໃຫ້​ດີ​ຂຶ້ນ ໂດຍ​ອີງ​ໃສ່​ເງື່ອນ​ໄຂ​ທາງ​ດ້ານ​ການ​ເງິນ​ໃນ​ປະ​ຈຸ​ບັນ ເຖິງວ່າ ສ​ປ​ປ ລາວ​ຈະ​ບໍ່​ ຖືກ​ກະ ​ທົບ ​ໂດຍ​ກົງ ຈາກ​ວິ​ກິດ​ການ​ທາງ​ດ້ານເສດ​ຖະ​ກິດ-​​ການ​ເງິນ​ຂອງ​ໂລກ ໂດຍ​ສະ​ເພາະ​ວິ​ກິດ​ການ​ການ​ເງິນ​ ຂອງ​ສະ​ຫະ​ລັດ​ ອາ​ເມ​ ລິ​ກາທີ່​ ກຳ​ລັງ​ປັ່ນ​ປ່ວນໃນ​ປະ​ຈຸ​ບັນ. ຈາກ​ສະ​ ພາບ​ດັ່ງ​ກ່າວ ສ​ປ​ປ ລາວ​ ອາດ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ທາງ​ອ້ອມ ໂດຍ​ສະ​ເພາະ ​ແມ່ນ​ ການ​ລົງ​ທຶນ ລວມ​ ໄປ​ເຖິງ​ການ​ສົ່ງ​ອອກ​ສິນ​ຄ້າ, ດ້ານ​ງົບ​ປະ​ມານ, ລາ​ຄາ ແລະ ແຫລ່ງ​ລາຍ​ຮັບອື່ນໆ. ສະ​ນັ້ນ​ທາງ ​ກະ​ຊວງ​ການ ​ເງິນ​ຈິ່ງ​ໄດ້​ສະ​ເໜີ​ໃຫ້​ ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ເຊິ່ງ​ເປັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ ​ທີ່​ສຳ​ ຄັນ​ຂອງ​ລາວ ໄດ້​ຊ່ວຍ​ພິ​ຈາ​ລະ​ນາ ​ຄືນ​ກ່ຽວ​ກັບ ​ບັນ​ດາ​ໂຄງ​ການ​ຕ່າງໆ​ ລວມ​ໄປ​ເຖິງ ບັນ​ຫາ​ການ​ສະ ​ໜັບ​ສະ​ໜູນ ແລະ ນະ​ໂຍ​ບາຍ​ຕ່າງໆ​ກ່ຽວ​ກັບ​ການ​ ປ່ຽນ​ແປງ​ທາງ​ດ້ານ ​ເສດ ​ຖະ​ກິດ.
ຕໍ່​ບັນ​ຫາ​ນີ້ ທ່ານ​ຮອງ​ປະ​ທານ​ພັດ​ທະ​ນາ​ອາ​ຊີ ໄດ້​ສະ​ແດງ​ຄວາມ​ດີ​ໃຈ ແລະ ຊົມ​​ເຊີຍ​ຕໍ່​ ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ສຳ​ຄັນ ​ໃນ​ການ​ພັດ​ທະ​ ນາ​ເສດ​ຖະ​ກິດ-​ສັງ​ຄົມ​ຂອງ​ປະ​ເທດ. ພ້ອມ​ທັງ ຢືນ​ຢັນ​ທີ່​ຈະ​ຮ່ວມ​ມື​ກັບ​ ສ​ປ​ປ ລາວ ໃນ​ການ​ຊອກ ​ທາງ​ອອກ​ ເພື່ອ​ປັບ​ປຸງ​ດ້ານ​ເສດ​ຖະ​ກິດ-​ການ​ເງິນ ໃຫ້​ມີ​ສະ​ຖຽນ​ລະ​ພາບ​ຫລາຍ​ຂຶ້ນ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446