ຢຶດໄມ້ເຖື່ອນຫລາຍກວ່າ 26 ພັນແມັດກ້ອນ
*(ຂປລ): ໄປພ້ອມກັບການປັບປຸງກົງຈັກການຈັດຕັ້ງ ແລະ ເຜີຍແຜ່ພາລະບົດບາດ ຂອງກົມ ກວດກາປ່າໄມ້ ທີ່ຂຶ້ນກັບກະຊວງກະ ສິກຳ ແລະ ປ່າໄມ້ ຊຶ່ງຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຄື່ອນ ໄຫວຕົວຈິງ, ນັບແຕ່ຕົ້ນປີ 2008 ມາຮອດປະຈຸບັນ ເຈົ້າໜ້າທີ່ ກົມກວດກາປ່າໄມ້ ສົມທົບກັບ ກອງ ກວດກາປ່າໄມ້ ປະຈຳ ແຂວງ ແລະ ນະຄອນຫລວງ ແລະໜ່ວຍງານສະເພາະ ກິດ ທີ່ກ່ຽວຂ້ອງ ໄດປະຕິ ບັດໜ້າທີ່ດຳເນີນການກວດກາ ການ ຂຸດຄົ້ນໄມ້ ແລະ ເຄື່ອນຍ້າຍໄມ້ ທີ່ຜິດລະບຽບກົດໝາຍ ລວມ ມີທັງໝົດ 26.800 ກວ່າແມັດກ້ອນ, ໃນນີ້ກົມກວດ ກາ ຮ່ວມກັບຄະນະ ສະເພາະກິດກວດກາ ໄມ້ ຂັ້ນສູນກາງ ຢືດໄດ້ 23.590 ກວ່າແມັດກ້ອນ. ຫົວໜ້າກົມກວດກາປ່າໄມ້, ທ່ານເວີນວັງ ບຸດຕະລາດ ຍັງ ໄດ້ຍົກໃຫ້ເຫັນ ຜົນສຳເລັດອັນພົ້ນເດັ່ນ ທີ່ພະນັກງານ ກວດ ກາ ຂັ້ນສູນ ກາງກໍຄືບັນດາແຂວງ ແລະ ນະຄອນຫລວງ ຍາດມາໄດ້ ຊຶ່ງນອກຈາກ ກວດກາ ແລະ ຢືດໄມ້ເຖື່ອນທີ່ເຄື່ອນຍ້າຍ ຜິດກົດ ໝາຍ ແລ້ວ ຍັງໄດ້ຢືດສັດນ້ຳ-ສັດປ່າ ຫວງ ຫ້າມແລະມີການຄ້າຂາຍຜິດກົດໝາຍຈຳນວນ 10 ລາຍການ ລວມມີ 440 ກວ່າໂຕ ເປັນຕົ້ນ: ຫລິ່ນ, ເຕົ່າປູລູ , ຟານ, ບ່າງໃຫຍ່, ແລນ, ເຕົ່າ, ກະທ້າງ, ກະດູກໝີ ແລະ ອື່ນໆ, ພ້ອມນີ້ທາງ ເຈົ້າໜ້າທີ່ກອງກວດກາ ປ່າໄມ້ ແຂວງຍັງໄດ້ຢຶດ ແລະ ອາຍັດພາຫະນະ ພ້ອມອຸປະກອນທີ່ນຳ ໃຊ້ເ ຂົ້າໃນການກະທຳຄວາມຜິດ, ໃນນີ້ ມີລົດຕູ້ 45 ບ່ອນນັ່ງ 1 ຄັນ, ລົດເກັງ 2 ຄັນ, ຈັກສະຕິນ 133 ເຄື່ອງ ແລະ ປືນ 59 ຈຳນວນ 1 ກະບອກ. ສ່ວນເຈົ້າໜ້າທີ່ກົມຮ່ວມກັບຄະ ນະສະເພາະ ກິດ ກວດ ກາໄມ້ຂັ້ນສູນກາງຢຶດ ພາຫະ ນະໄດ້ທັງໝົດ 6 ລາຍການ ມີລົດໃຫຍ່ 79 ຄັນ, ລົດໄຖນາ 3 ຄັນ, ລົດຈັກ 185 ຄັນ, ຈັກສະຕິນ 8 ເຄື່ອງ, ເຮືອຈັກ 22 ລຳ ແລະ ເຮືອພາຍ 1 ລຳ. ຜ່ານຈາກການເຄື່ອໄຫວວຽກງານດັ່ງກ່າວທາງເຈົ້າໜ້າທີ່ກວດກາຮ່ວມກັບເຈົ້າໜ້າທີ່ຕຳລວດ ຍັງໄດ້ນຳຜູ້ກະທຳຜິດ ເຂົ້າມາສືບສວນ ແລະ ສອບສວນ ທັງໝົດ 230 ຄົນ, ໃນບັນດາຜູ້ກະ ທຳຜິດທີ່ຖືກດຳເນີນຄະດີ ສ່ວນຫລາຍ ແມ່ນຜູ້ລັກລອບຂຸດຄົ້ນຕາດໄມ້ 51 ຄະດີ, ເຄື່ອນຍ້າຍໄມ້ ຜິດລະບຽບ 85 ຄະດີ, ສົ່ງໄມ້ອອກຕ່າງປະເທດຜິດລະບຽບ 28 ຄະດີ ແລະ ຄ້າຂາຍສັດນ້ຳ-ສັດ ປ່າຫ່ວງ ຫ້າມຈຳນວນໜຶ່ງ, ຊຶ່ງທາງເຈົ້າໜ້າທີ່ກວດກາໄດ້ທຳການປັບໃໝຜູ້ກະທຳຜິດ 3.897.000 ໂດລາສະຫະລັດ ແລະ 691 ລ້ານ ກວ່າກີບ. ຈຳນວນເງິນທັງໝົດແມ່ນຄະນະກຳມະການ ຂາຍໄມ້ ແຂວງເປັນຜູ້ຈັດຕັ້ງປະຕິບັດ. ຜົນງານພົ້ນເດັ່ນທີ່ຍາດມາໄດ້ຂ້າງເທິງນັ້ນ ສິ່ງສຳຄັນ ແມ່ນຍ້ອນອຳນາດການປົກ ຄອງທຸກ ຂັ້ນໄດ້ອຳນວຍຄວາມສະດວກ ແລະ ຊຸກຍູ້ໃຫ້ກົມກວດກາກໍຄືກອງກວດກາປ່າໄມ້ປະຈຳແຂວງ ໄດ້ ດຳເນີນວຽກງານຂອງຕົນຕາມລະບຽບກົດໝາຍ ແລະ ພາລະບົດ ບາດ ທີ່ໄດ້ອະນຸມັດໄວ້ຢ່າງ ເຂັ້ມ ງວດ. ນອກນີ້ຍັງແມ່ນການປະກອບສ່ວນຢ່າງແຂງແຮງຂອງປະຊາຊົນ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ລວມໄປເຖິງການຈັດຕັ້ງສັງຄົມອື່ນໆໄດ້ຊ່ວຍເປັນຫູເປັນຕາ, ແຈ້ງຂໍ້ມູນບອກຂ່າວ ກ່ຽວກັບການກະ ທຳຜິດ ຂອງ ກຸ່ມຄົນບໍ່ດີ ທີ່ອາດກໍ່ຜົນເສຍຫາຍຮ້າຍແຮງໃຫ້ແກ່ປ່າໄມ້, ທີ່ດິນປ່າໄມ້, ສັດນ້ຳ, ສັດປ່າ ແລະ ສິ່ງແວດລ້ອມ, ຊຶ່ງເປັນທ່າແຮງ ທີ່ສຳ ຄັນ ຊຶ່ງພົນລະເມືອງລາວທຸກຄົນຕ້ອງ ເປັນເຈົ້າ ການຊ່ວຍຄຸ້ມຄອງປົກປັກຮັກສາ, ພັດທະນາ ໃຫ້ຖືກຕ້ອງຕາມ ລະບຽບກົດ ໝາຍ ບ້ານ ເມືອງ./.
ກັບສາລະບານ