ຄະນະນຳແຂວງຈຳປາສັກຊຸກຍູ້ການພັດທະນາ ຢູ່ເມືອງຕ່າງໆ
*(ຂປລ): ໃນວັນທີ 21-22 ສິງຫາ 2008 ນີ້ ທ່ານສຸກັນ ມະຫາລາດ ເລຂາພັກແຂວງຈຳປາສັກ ພ້ອມຄະນະນຳ ຂອງແຂວງ ຈຳ ນວນຫນຶ່ງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບາຈຽງຈະເລີນສຸກ ແລະ ເມືອງສຸຂຸມາ ເພື່ອກວດກາຕິດຕາມ ແລະ ຊີ້ນຳວຽກງານການຈັດຕັ້ງປະຕິບັດມະຕິ VIII ຂອງສູນກາງພັກ, ມະຕິ V ຂອງອົງຄະນະພັກແຂວງ, ຄຳສັ່ງແນະນຳເລກທີ 09 ຂອງ ກົມ ການເມືອງສູນກາງພັກ ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ພ້ອມທັງໃຫ້ທິດຊີ້ນຳ ຕື່ມອີກຈຳນວນ ຫນຶ່ງເປັນ ຕົ້ນ ແມ່ນໃຫ້ສຸມໃສ່ກໍ່ສ້າງບ້ານ, ກຸ່ມບ້ານ ເພື່ອໃຫ້ກາຍເປັນບ້ານ ແລະ ກຸ່ມບ້ານພັດທະນາຕົວແບບ ໂດຍເລັງໃສ່ແບບ ມີຈຸດສຸມເປົ້າ ຫມາຍ ພ້ອມນີ້ກໍ່ສຸມໃສ່ກໍ່ສ້າງບ້ານຕົວແບບດ້ານໃດດ້ານຫນຶ່ງໃຫ້ເກີດມີຕາມເງື່ອນໄຂ ແລະ ທ່າແຮງຂອງແຕ່ລະບ້ານ ໄປພ້ອມໆ ກັບບ້ານອື່ນໆ ທີ່ບໍ່ນອນໃນເປົ້າຫມາຍກໍ່ຈັດຕັ້ງປະຕິບັດເຊັ່ນກັນ. ໃນວັນທີ 21 ສິງຫາ 2008 ນີ້ ທ່ານສອນໄຊ ສີພັນດອນ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະນຳຂອງແຂວງຈຳນວນຫນຶ່ງ ໄດ້ ລົງຊຸກຍູ້ ແລະ ຊີ້ນຳວຽກງານການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນການສົ່ງເສີມການຜະລິດລະດູຝົນ ໃຫ້ມີທ່າຂະຫຍາຍ ຕົວເພີ່ມຂຶ້ນ ແລະ ມີປະສິດທິຜົນເພື່ອຕອບສະຫນອງຄວາມພຽງພໍດ້ານສະບຽງອາຫານເຊັ່ນ : ປູດພືດອຸດສາຫະກຳ, ຫມາກຮຸ່ງສາ, ມັນຕົ້ນ, ສາລີ, ຫມາກເຍົາ, ຫມາກມ່ວງຫິມະພານ, ປູກຕົ້ນປາມ ເພື່ອຜະລິດເປັນນ້ຳມັນພືດ ແລະ ອື່ນໆ ລົງຕິດຕາມ ເບິ່ງ ເຂດເນື້ອ ທີ່ນາປີທີ່ຖືກນ້ຳຖ້ວມຢູ່ບ້ານນ້ຳໃສທ່າເມືອງປະທຸມພອນ ແລະ ສົ່ງເສີມດ້ານການທ່ອງທ່ຽວໃຫ້ມີຫລາຍກິດຈະກຳ ລົງຕິດຕາມເບິ່ງ ສູນ ກ້າເບ້ຍໄມ້ ແລະ ລ້ຽງງົວພັນຢູ່ເມືອງຈຳປາສັກ. ພ້ອມນີ້, ເຈົ້າແຂວງຈຳປາສັກ ຍັງໄດ້ລົງຊຸກຍູ້ ແລະ ຊີ້ນຳວຽກງານການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນດ້ານການສົ່ງເສີມ ການຜະລິດລະດູຝົນ ເພື່ອຕອບສະຫນອງດ້ານສະບຽງອາຫານ, ປູກພືດອຸດສາຫະກຳ, ປູກມອນລ້ຽງມ້ອນ, ປູກຢາງພາລາ, ປູກ ຫມາກມ່ວງຫິມະພານ, ປູກຕົ້ນຫມາກເຍົາ, ລົງຕິດຕາມເບິ່ງຄອງຊົນລະປະທານ ແລະ ສວນປູກຕົ້ນມອນປະຊາຊົນເມືອງໂຂງ ແລະ ສົ່ງເສີມການຂະຫຍາຍເນື້ອທີ່ການປູກເຂົ້າຢູ່ເມືອງມຸນລະປະໂມກ ເມື່ອ ອາທິດທີ່ຜ່ານມາ ໂດຍທ່ານເຈົ້າ ແຂວງກໍ່ໄດ້ ໃຫ້ຄຳ ແນະນຳ ການພັດທະນາເສດຖະກິດ-ສັງຄົມ ໃນຫລາຍດ້ານເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນເຊັ່ນ: ຊຸກຍູ້ການຜະ ລິດລະ ດູ ຝົນໃຫ້ເພີ່ມເນື້ືອທີ່ການຜະລິດໃຫ້ຫລາຍຂຶ້ນໃນແຕ່ລະເມືອງ ພ້ອມທັງນຳໃຊ້ທ່າແຮງທີ່ຕົນມີໃຫ້ເກີດຫມາກ ເກີດ ຜົນສູງ/.
ກັບສາລະບານ