ມີນັກທ່ອງທ່ຽວເຂົ້າທ່ຽວຊົມເມືອງງອຍ 1 ໝື່ນກວ່າຄົນ
*(ຂປລ):ເມືອງງອຍ ແຂວງຫລວງພະບາງ ແມ່ນເມືອງໜຶ່ງທີ່ມີແຫລ່ງທ່ອງທ່ຽວໜ້າສົນໃນ ສຳລັບ ນັກທ່ອງທ່ຽວ ທີ່ໄປ ທ່ຽວຊົມພາຍຫລັງທີ່ເຂົ້າມາທ່ຽວຊົມເມືອງມໍລະດົກໂລກຫລວງພະບາງ ນັບແຕ່ໃນປີ 2007 ຫາ 2008 ນີ້ ເມືອງດັ່ງ ກ່າວມີ ນັກທ່ອງທ່ຽວເຂົ້າມາທ່ຽວຊົມທັງໝົດ 10.521 ຄົນ, ຍິງ 4.357 ຄົນ, ໃນນັ້ນ ແຂກຕ່າງດ້າວ 6.149 ຄົນ, ແຂກ ພາຍໃນ 4.372 ຄົນ, ທຽບ ໃສ່ປີຜ່ານມາ ເພີ່ມຂຶ້ນ 14,25% . ທົ່ວເມືອງ ມີແຫລ່ງ ທ່ອງທ່ຽວທັງ ໝົດ 12 ແຫ່ງ ເຊັ່ນ: ແຫ່ງທ່ອງທ່ຽວທາງດ້ານ ທຳມະຊາດ 5 ແຫ່ງ, ປະຫວັດສາດ 4 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ 3 ແຫ່ງ, ມີຜູ້ນຳທ່ຽວ 10 ຄົນ. ທົ່ວເມືອງ ມີເຮືອນພັກ ສຳລັບຮັບຮອງແຂກທັງໝົດ 29 ຫລັງ, ມີຫ້ອງນອນ 169 ຫ້ອງ, ມີ ີຮ້ານອາຫານ 15 ຮ້ານ, ມີລີຊ໌ອດ 1 ບ່ອນ, ສາມາດກະຈາຍ ລາຍຮັບໃຫ້ ປະຊາຊົນເມືອງດັ່ງກ່າວທັງໝົດ 36.560.000 ກີບ. ເພື່ອເປັນການຂະຫຍາຍການທ່ອງທ່ຽວ ເຂດນີ້ໃຫ້ຫລາຍຂຶ້ນ ອຳນາດ ການປົກຄອງ ເມືອງງອຍ ຍັງຈະສືບ ຕໍ່ປັບ ປຸງແຫລ່ງທ່ອງທ່ຽວໃຫ້ສວຍງາມຂຶ້ນກວ່າເກົ່າເປັນຕົ້ນຖ້ຳຜາກວາງ, ຜາໂບຍ, ຜາທອກ, ພ້ອມ ທັງ ຂະຫຍາຍແຫລ່ງ ທ່ອງທ່ຽວທາງຍ່າງພັກແຮມຄືນຈາກບ້ານຫວ້ຍເຫລັກ ຍ່າງເດີນທ່ຽວປ່າທ່ຽວຊົມ ບ້ານຊົນເຜົ່າ,ຫວ້ຍຂ້ອງ, ຫ້ວຍລານ. ທັງນີ້ກໍເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາ ທ່ຽວຊົມ ທຳມະຊາດ ທີ່ສວຍ ງາມ ເມືອງແຫ່ງນີ້ ໃຫ້ຫລາຍຂຶ້ນເລື້ອຍໆ./.
ກັບສາລະບານ