ຂ່າວພາຍໃນປະເທດ

ຊາວ​ໜຸ່ມ​ເມືອງ​ຮຸນ​ສະ​ໜັກ​ໃຈ​ປະຕິບັດພັນທະ​ຮັບ​ໃຊ້​ຊາດ

*(ຂ​ປ​ລ): ເພື່ອ​​ປະ​ກອບ​ສ່ວນ ເຂົ້າ​ໃນຖັນ​ແຖວ​ກຳ​ລັງປະ​ກອບ​ອາ​ວຸດ ຫລື​ເປັນ​ຮົ້ວ​ປ້ອງ​ກັນ​ຊາດ ເຮັດ​ໃຫ້​ປະ​ເທດ​ຊາດ​ ມີ​ຄວາມ​ສະ​ຫງົບ​ສຸກ. ໄລ​ຍະ​ມໍ່ໆ​ນີ້ ຊາວ​ໜຸ່ມ​ຊາຍ​ສະ​ກັນ ເມືອງ​ຮຸນ ແຂວງ​ອຸ​ດົມ​ໄຊ ຈຳ​ນວນ 60 ຄົນ ໄດ້​ຕື່ນ​ຕົວ​ສະ​ໜັກ​
ໃຈ ອອກ​ຮັບ​ໃຊ້​ພັນ​ທະ​ປ້ອງ​ກັນ​ຊາດ.
ພິ​ທີ​ມອບ-​​ຮັບ ແລະ ​ຈັດ​ສົ່ງ​ຊາວ​ໜຸ່ມ​ຈຳ​ນວນ​ດັ່ງ​ກ່າວ ໄດ້​ມີ​ຂຶ້ນ​ຢູ່​ທີ່ ກອງ​ບັນ​ຊາ​ການ​ທະ​ຫານ​ເມືອງ​ຮຸນ ໂດຍ​ມີ​ທ່ານ ທອງ​
ເພັດ ພັນ​ທະ​ວົງ, ກຳ​ມະ​ການ​ພັກ​ເມືອງ, ຫົວ​ໜ້າ​ຫ້ອງວ່າ​ການ​ເມືອງ​ຮຸນ ເຂົ້າ​ຮ່ວມ​ໃນ​ຄັ້ງ​ນີ້, ຂະ​ນະ​ດຽວ​ກັນ ​ທ່ານ ພັນ​ໂທ
ບຸນ​ເລີດ ຄັດ​ອຸ​ດົມ, ຄະ​ນະ​ພັກ​ກອງ​ບັນ​ຊາ​ການ, ຮອງ​ຫົວ​ໜ້າ​ຫ້ອງ​ເສ​ນາ​ທິ​ການ ກອງ​ບັນ​ຊາ​ການ​ທະ​ ຫານ​ແຂວງ​ໄດ້​ກ່າວ ມອບ​ຊາວໜຸ່ມ​ໃຫ້​ແກ່ກອງ “ ກ 3 “ ພ້ອມ​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ​ພາກ​ສ່ວນ​ຕ່າງໆ ທີ່​ໃຫ້​ການ​ຮ່ວມ​ມື​ລົງ​ສູ່​ຮາກ​ຖານ ປຸກລະ​ດົມຈິດ​ໃຈ​ຊາວ​ໜຸ່ມໄດ້​ຕາມ​ຄາດ​ໝາຍ ແລະ​ມອບ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ​ສຶກ​ສາ​ອົບ​ຮົມ ການ​ເມືອງ​ແລະ​ວິ​ຊາ​ສະ ​ເພາະ​ຕ່າງໆ ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ພະ​ນັກ​ງານ​ສຶບ​ທອດ​ໃນ​ອະນາ​ຄົດ./. *ຂ່າວ:ແສງ​ເພັດ​ປັນ​ທະ​ລາ*

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446