ໂຮງຮຽນສາມັນທົ່ວປະເທດເປີດສົກຮຽນໃໝ່ ເລັ່ງຜັນຂະຫຍາຍແຜນພັດທະນາການສຶກສາ
*(ຂປລ): ວັນທີ 1 ກັນຍາ ຊຶ່ງເປັນວັນເລີ່ມຕົ້ນສົກຮຽນໃຫມ່ຂອງທຸກໆປີ ຊຶ່ງເປັນວັນບຸນໃຫຍ່ ຫນຶ່ງ ຂອງ ປະຊາຊົນລາວບັນ ດາເຜົ່າ ໃນຂອບເຂດທົ່ວປະເທດ,ສຳລັບໃນປີນີ້ , ໂຮງຮຽນແຫ່ງ ຕ່າງໆ ໃນທົ່ວປະເທດໄດ້ເປີດໃຫ້ນັກຮຽນເຂົ້າຮ່ຳຮຽນ ສົກຮຽນໃຫມ່ສົກປີ 2008-2009 ໃນວັນທີ 1 ກັນຍາ 2008 ນີ້ ເພື່ອເຮັດໃຫ້ການສຶກສາໃນ ສົກຮຽນໃໝ່ 2008 - 2009 ໃນຂອບເຂດທົ່ວປະເທດໄດ້ ດຳເນີນໄປຢ່າງຄ່ອງຕົວ ຕາມແຜນພັດທະນາການສຶກສາ ແລະຄາດໝາຍສູ້ຊົນເພື່ອຈັດຕັ້ງປະຕິບັດ 4 ໂຄງການ ບູລິມະສິດຂອງ ລັດຖະບານ ກໍຄືກະຊວງສຶກສາທິການ ວາງອອກ, ຂະນະດຽວກັນ, ພະແນກສຶກສາແຂວງ ກໍຄື ຫ້ອງການສຶກສາ ເມືອງ ໄດ້ກະກຽມ ອຸປະກອນ ການຮຽນ ການສອນ ໃຫ້ພຽງພໍ, ສ້າງສິ່ງອຳນວຍ ເພື່ອເຮັດໃຫ້ອັດຕາເຂົ້າຮຽນ ຂອງນັກຮຽນ ສູງຂຶ້ນ. ອິງຕາມຕົວເລກຊຶ່ງສັງລວມໂດຍຫ້ອງການທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ເຫັນວ່າ ຕົວເລກການເຂົ້າຮຽນຂອງນັກຮຽນ ໃນ ທົ່ວປະເທດສົກປີ 2006-2007 ມີນັກຮຽນຊັ້ນອະນຸບານທັງໜົດ 55.340 ຄົນ, ຍິງ 27.675 ຄົນ, ຊັ້ນປະຖົມ 891.807 ຄົນ, ຍິງ 41.345 ຄົນ, ມັດທະຍົມຕົ້ນ-ປາຍ ມີ 400.076 ຄົນ, ຍິງ173.755 ຄົນ. ສຳລັບ ສົກປີ 2007-2008 ຊັ້ນອະນຸບານມີ 69.717 ຄົນ, ຍິງ 35.156 ຄົນ, ຊັ້ນປະຖົມ 900.817 ຄົນ, ຍິງ 419.996 ຄົນ, ມັດທະຍົມຕົ້ນ-ປາຍມີ 409.868 ຄົນ, ຍິງ 179.886 ຄົນ. ສຳລັບພະແນກສຶກສານະຄອນຫລວງວຽງຈັນ ກໍ່ໄດ້ເປີດສົກຮຽນໃໝ່ຄົບ 9 ຕົວເມືອງ ແຕ່ຍັງມີບາງໂຮງຮຽນບໍ່ສາມາດເປີດຮຽນໄດ້ ເນື່ອງຈາກ ເກີດສະພາບນ້ຳຖ້ວມ ເມື່ອກາງເດືອນສິງຫາຜ່ານມາ. ຄຽງຄູ່ກັນນັ້ນກໍ່ໄດ້ມີການຊັບຊ້ອນພະນັກງານ, ກະກຽມແຈກ ຢາຍອຸປະກອນການຮຽນ ການສອນ ລວມມີປື້ມຕຳລາ ແບບຮຽນຊັ້ນປະຖົມ ປ. 1 ແລະ ປ. 2 , ໄດ້ຈັດຝຶກອົບຮົມ ຍົກລະດັບ ຄວາມຮູ້ຄວາມສາມາດໃຫ້ ຄູ-ອາຈານ ກ່ຽວກັບການນຳໃຊ້ປື້ມຕຳລາແບບຮຽນໃໝ່ ປ.1, ປ.2 ແລະປື້ມຕຳລາພາສາອັງກິດ ລວມ ເຖິງການຳໃຊ້ລະບົບຄອມພິວເຕີ, ອິນເຕີແນັດ ຈັດເຂົ້າໃນການຮຽນການສອນ ແລະປັບປຸງຫ້ອງທົດລອງ ແລະຫໍສະຫມຸດ ຈຳ ນວນໜຶ່ງ. ເຖິງແນວໃດກໍດີ ປີນີ້ ນະຄອນຫລວງວຽງຈັນຍັງມີຄວາມຕ້ອງການ ດ້ານຄູສອນເຖິງ 400-500 ຄົນ. ພະແນກສຶກ ສານະຄອນຫລວງ ໄດ້ວາງຄາດໝາຍສູ້ຊົນ ໃຫ້ອັດຕາເຂົ້າຮຽນ ປີ 2008-2009 ໄດ້ 98% ເພີ່ມຈາກປີຜ່າມມາພຽງ 1 % , ອັດຕາ ປະລະການຮຽນໃຫ້ຍັງເຫລືອ 1,5%, ຫລຸດລົງຈາກປີຜ່ານມາ 0,5%, ອັດຕາການຄ້າງຫ້ອງໃຫ້ຢູລະດັບ 1,5%, ຫລຸດລົງຈາກ 1,7% ຂອງປີຜ່ານມາ. ແຂວງຫລວງນ້ຳທາ ສະພາບການສຶກສາ ມີທ່າອ່ຽງດີຂຶ້ນ ໂດຍສະເພາະອັດຕາການເລື່ອນຂັ້ນ ແລະຈົບຊັ້ນປະຖົມປະຕິບັດໄດ້ 73,6% ເພີ່ມຈາກປີຜ່ານມາ 0,3%, ທົ່ວແຂວງມີໂຮງຮຽນປະຖົມ 386 ແຫ່ງ, ມັດທະຍົມຕົ້ນ 21 ແຫ່ງ, ມັດທະຍົມປາຍ 10 ແຫ່ງ, ພະແນກສຶກສາແຂວງຫລວງພະບາງລາຍງານວ່າ: ການຂະຫຍາຍຕົວຂອງວຽກງານສຶກສາຢູ່ທົ່ວແຂວງ ມີການຂະຫຍາຍຕົວ ແລະ ເຮັດໃຫ້ນັກຮຽນເພີ່ມຂຶ້ນແຕ່ລະປີ ແລະຈະເອົາໃຈໃສ່ລົບລ້າງຄວາມບໍ່ຮູ້ໜັງສື ໃຫ້ທຸກກຸ່ມເປົ້າໝາຍ ໄລຍະ 6-14 ປີ, 15-22 ປີ ຕາມການແບ່ງປັນໃຫ້ບັນດາເມືອງ ຄາດວ່າຈະລົບລ້າງການກືກໜັງສືໃນປີ 2010. ສະເພາະພະແນກສຶກສາແຂວງ ຊຽງຂວາງ ວາງທິດທາງປັບປຸງ ຄຸນນະພາບ ການຮຽນ ການສອນ, ຂະຫຍາຍໂອກາດ ອັດຕາ ເຂົ້າຮຽນຂອງເດັກອາຍຸ 3-4 ປີ ບັນລຸ 18%, ເດັກອາຍຸ 5 ປີ ໃຫ້ບັນລຸ 25%, ອັດຕາຮຽນສຸດທິຂອງເດັກ 6-10 ປີໃຫ້ໄດ້ 95% ຂຶ້ນໄປ, ຫລຸດຜ່ອນອັດຕາການຄ້າງຫ້ອງ ໃຫ້ເຫລືອພຽງແຕ່ 9,5% ພ້ອມນີ້ໄດ້ວາງຄາດໝາຍ ຜົນການສອບເສັງຊັ້ນປະຖົມໃຫ້ໄດ້ 97%, ລົບລ້າງການກຶກໜັງສືໃຫ້ໄດ້ 93%. ເມືອງຫ້ວຍຊາຍແຂວງບໍ່ແກ້ວໄດ້ວາງເປົ້າໃສ່ວຽກງານລ້ຽງເດັກ ໃນກຸ່ມອາຍຸ 3-4 ປີ ໃຫ້ບັນລຸ 13%, ອັດຕາເຂົ້າຮຽນເດັກ 5 ປີໃຫ້ບັນລຸ 35,2%, 3-5 ປີໃຫ້ໄດ້ 20%, ອະນຸບານ ໂຮງຮຽນເອກກະຊົນໃຫ້ໄດ້ 13,5%, ອັດຕາເຂົ້າຮຽນສຸດທິ ປ.1 , 6 ປີ ໃຫ້ໄດ້ 90% ເດັກ 6-10 ປີ ໃຫ້ໄດ້ 91 % ອັດຕາເລື່ອນຊັ້ນ ແລະ ຈົບຊັ້ນປະຖົມ 70%, ອັດຕາ ຄ້າງຫ້ອງຫລຸດລົງໃຫ້ຫລຸດລົງ 5%, ແລະວຽກງານລົບລ້າງຄວາມບໍ່ຮູ້ໜັງສືໃນກຸ່ມເປົ້າໝາຍ. ຢູ່ເມືອງສາລະວັນໃນປີຜ່ານມາມີເດັກໃນເກນອາຍຸ 6-10 ປີ ທັງຫມົດ 10.436 ຄົນ, ຍິງ 5.045 ຄົນ, ໄດ້ເຂົ້າຮຽນ 9.036 ຄົນ, ຍິງ 4.295 ຄົນ, ມີໂຮງຮຽນປະຖົມ 146 ແຫ່ງ, ມັດທະຍົມ 9 ແຫ່ງ ໃນນັ້ນມັດທະຍົມສົມບູນ 2 ແຫ່ງ, ມີຄູອາຈານທັງໜົດ 463 ຄົນ, ຍິງ 220 ຄົນ. ຫ້ອງການສຶກສາເມືອງທ່າແຂກ ແຂວງຄຳມ່ວນ ໄດ້ກະກຽມອຸປະກອນ ການຮຽນ ການສອນ ໃຫ້ພຽງພໍ, ສ້າງສິ່ງເອື້ອອຳນວຍ ເພື່ອ ເຮັດໃຫ້ອັດຕາເຂົ້າຮຽນ ຂອງນັກຮຽນຊັ້ນອະນຸບານ ໃຫ້ໄດ້ 17%, ອັດຕາສຸດທິຊັ້ນປະຖົມໃຫ້ໄດ້ 90%, ມັດທະຍົມຕອນ ຕົ້ນ ໃຫ້ເພີ່ມຂຶ້ນ 53%, ຕອນປາຍ 34%, ຫລຸດອັດຕາຄ້າງຫ້ອງ ແລະ ປະລະການຮຽນລົງຢ່າງຕ່ຳ 2% ດຳເນີນຄວາມບໍ່ຮູ້ໜັງສື ແລະ ບຳລຸງຈົບຊັ້ນປະຖົມ ໃຫ້ແກ່ປະຊາຊົນບັນດາເຜົ່າໃນກຸ່ມອາຍຸ 15-40 ປີໃຫ້ໄດ້ 2.310 ຄົນ, ບຳລຸງຈົບຊັ້ນປະຖົມ 3.387 ຄົນ ແລະ ຈະປະກາດເມືອງທ່າແຂກ ຈົບຊັ້ນປະຖົມບຳລຸງໃຫ້ສຳເລັດ./.
ກັບສາລະບານ