ຂ່າວພາຍໃນປະເທດ

ການ​​ປະ​ຕິ​ບັດ​ໂຄງ​ການປ້ອງກັນພະຍາດ ຢູ່ສຸກ​ສາ​ລາ 8 ແຂວງພາກເຫນືອ

*(ຂ​ປ​ລ): ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ກົມ​ອະ​ນາ​ໄມ​-​ກັນ​ພະ​ຍາດ, ຫ້ອງ​ການ​ໂຄງ​ການ ກອງ​ ທຶນ​ໂລກ​ເອດ, ວັນ​ນະ​ໂລກ ແລະ ໄຂ້​ຍຸງ ໄດ້ດຳເນີນການ​ທົບ​ທວນ​ຄືນ​ການ ​ຈັດ​ຕັ້ງ​ປະ​ຕິ​ບັດ ​ໂຄງ​ ການ​ຢູ່​ສຸກ​ສາ​ລາ​ເມືອງ 8 ແຂວງ​ພາກ​ເໜືອໃນໄລ​ຍະ 5 ປີ​ຜ່ານ​ມາ (2003-​2008) ໃນ​ທ້າຍເດືອນ ຕຸ​ລາທີ່ຜ່ານມານີ້ ຢູ່​ທີ່​ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ​ແຂວງ​ຫລວງ​ນ້ຳ​ທາ.
ຕະ​ຫລອດໄລ​ຍະ 5 ປີ​ຜ່ານ​ມາ ​ວຽກ​ງານ​ຕ້ານ​ເອດສ, ວັນ​ນະ​ໂລກ ແລະ ໄຂ້​ຍຸງ ຖືກ​ຈັດ​ ຕັ້ງ​ ປະ​ຕິ​ບັດ​ຢ່າງ​ຕໍ່​ເນື່ອງ ເປັນ​ຕົ້ນ​ແມ່ນ ການ​ໂຄ​ສະ​ນາ​ສຸ​ຂະ​ສຶກ​ສາ​ລົງ​ສູ່​ປະ​ຊາ​ຊົນ​ກຸ່ມ​ເປົ້າ​ໝາຍ, ການ​ ບໍ​ລິ​ການກວດ​ສຸ​ຂະ​ພາບ​ຄົນ​ເຈັບ, ປິ່ນ​ປົ​ວ​ຄົນ​ເຈັບ, ຈັດ​ອົບ​ຮົມ​ ໃຫ້​ ພະ​ນັກ​ງານ​ຄະ​ນະ​ ກຳ​ມາ​ທິ​ ການ ​ສົ່ງ ​ເສີມ​ສຸ​ຂະ​ພາບ, ຂັ້ນ​ບ້ານ, ຂັ້ນ​ເຂດ, ຕິດ​ຕາມ​ຊຸກ​ຍູ້​ອາ​ສາ​ສະ​ໝັກ​ຂັ້ນ​ບ້ານ​ ປະ​ຈຳ​ສຸກ​ສາ​ລາ ໃນການ​ຮຽນ​ຮູ້​ການ​ຂຶ້ນ​ແຜນ, ເກັບ​ກຳ​ຂໍ້​ມູນ​ຕ່າງໆ, ສ​ະ​ຫລຸບ​ລາຍ​ງານ​ເປັນ​ປົກ​ກະ​ຕິ​ກ່ຽວ​ກັບ​ສາ​ເຫດ ​ຂອງ​ການ​ແຜ່​ເຊື້ອ, ການ​ຕິດ ​ເຊື້ອ ແລະ ການ​ປ້ອງ​ກັນ, ການ​ຄົ້ນ​ຄວ້າ​ຫາ​ເປົ້າ​ໝາຍ, ກຸ່ມ​ສ່ຽງ ຊັກ​ຊວນ ເຂົາ ​ເຈົ້າ​ກວດ​ເຊື້ອ​ພະ​ຍາດ; ປິ່ນ​ປົວ​ຖືກ​ຕ້ອງ​ທັນ​ກັບ​ເວ​ລາ; ວຽກ​ງານ​ຕ້ານ ແລະ ສະ​ກັດ​ກັ້ນ ​ໂລກ​ເອດສ ​ແມ່ນ​ສາ​ມາດ​ປິ່​ນປົວ​ຮັກ​ສາ​ສຸ​ຂະ​ພາບ, ຄວບ​ຄຸມ​ບໍ່​ໃຫ້​ຂະ​ຫຍາຍ​ຊຶ່ງປະຈຸບັນ ຍັງ​ມີ​ຕ່ຳ​ ກວ່າ 1%; ວຽກ​ງານ​ວັນ​ນະ​ໂລກ​ປິ່​ນປົວ​ໄດ້ 79,2% ຂອງ​ຜູ້​ຕິດ​ເຊື້​ອ​ພະ​ຍາດ​ດັ່ງ​ກ່າວ. ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ໄດ້​ເຖິງ 93,2% ຂອງ​ເຊື້ອ​ວັນ​ນະ​ໂລກ, ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໄຂ້​ຍຸງ 187 ກໍ​ລະນີຕໍ່​ປີ. ມາ​ຮອດ​ປະ​ຈຸ​ບັນ​ຫລຸດ​ລົງ 14 ກໍ​ລະ​ນີ ຕໍ່​ປີ, ອັດ​ຕາ​ການ​ເຈັບ, ການ​ຕາຍ​ ຍ້ອນ ​ພະ​ ຍາດ​ໄຂ້​ຍຸງ, ວັນ​ນ​ະ​ໂລກ ແລະ ໂລກ​ເອດສ​ແມ່ນ​ຫລຸດ​ໜ້ອຍ​ຖອຍ​ລົງ.
ເຂົ້າ​ຮ່ວມ​ປິດກອງ​ປະ​ຊຸມ ທ່ານ ດ​ຣ. ອິນ​ແກ້ວ ພຸດ​ທະ​ວົງ ຫົ​ວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງ​ຫລວງ​ນ້ຳ​ທາ, ທ່ານ ຈັນ​ມີ ສ​ຣະ​ ມະ​ນີ ຫົວ​ໜ້າ​ກອງ​ທຶນ​ໂລກ ພ້ອມ​ດ້ວຍ​ຄະ​ນະ​ປະ​ ສານງານ​ລະ​ດັບ​ຊາດ​ຂອງກອງ​ທຶນ​ໂລກ, ທີມ​ງານ​ວິ​ຊາ​ການ​ຈາກ​ຫ້ອງ​ການ ກອງ​ ທຶນ​ໂລກ, ສູນ​ຕ້ານ​ເອດ, ວັນ​ນະ​ໂລກ, ໄຂ້​ຍຸງ ແລະ ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ວັນນະ​ໂລກ​ຂັ້ນ​ເມືອງ 18 ເມືອງ 36 ສຸກ​ສາ​ລາ 8 ແຂວງ​ ເຂົ້າ​ຮ່ວມ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446