ຈັດກອງປະຊຸມກະສິກຳພາກພື້ນທີ່ແຂວງຊຽງຂວາງ
ຂປລ: ກອງປະຊຸມນິເວດກະສິກຳ-ກະສິກຳພາກພື້ນ ຈັດຂື້ນທີ່ແຂວງຊຽງຂວາງ ວັນທີ 28 ຕຸລາ ຫາທີ່ 1 ພະຈິກ 2008 ເຊິ່ງແມ່ນ ກະຊວງກະສິກຳ-ປ່າໄມ້ ແລະ ອົງການຝຣັ່ງເສດ ເພື່ອການ ພັດທະນາ ປະເທດຝຣັ່ງ ເປັນຜູ້ຈັດຂຶ້ນກອງປະຊຸມຄັ້ງນີ້ ໄດ້ ມີຜູ້ແທນ 10 ປະເທດແລະອົງການຈັດຕັ້ງສາກົນ ທັງ ພາຍ ໃນ ແລະ ຕ່າງປະເທດພ້ອມດ້ວຍກົມກອງ, ຂະແໜງ ການ, ອຳນາດການປົກຄອງ ແລະ ຊາວ ກະສິ ກອນຈາກ ບັນດາ ເຂດແຂວງພາກເໜືອ, ທ່ານ ວຽງຖະໜອມ ພົມມະຈັນ, ຮັກສາການ ເຈົ້າແຂວງໆ ຊຽງຂວາງ, ທ່ານ ຝຣັ່ງໂກ ອິດ ຊີນີມູດ, ເອກອັກຄະລັດ ຖະທູດຝຣັ່ງ ປະຈຳລາວ, ທ່ານ ປາ ຕີ ເດເບຣ, ປະ ທານ ອົງການຊີຣັດ ແລະ ບັນດາ ຫົວໜ້າອົງ ການສາ ກົນຕ່າງໆ ເຂົ້າຮ່ວມ 130 ຄົນ. ທ່ານ ວຽງຖະໜອມ ພົມມະຈັນ, ຮັກສາການເຈົ້າ ແຂວງຊຽງ ຂວາງໄດ້ຂຶ້ນກ່າວລາຍ ງານຕໍ່ຜູ້ເຂົ້າ ຮ່ວມປະຊຸມ ຊາບວ່າ: ແຂວງ ຊຽງ ຂວາງມີ 8 ເມືອງ, ປະຊາກອນ 242.440 ກວ່າຄົນມີ 83% ເຮັດ ອາ ຊີບການກະເສດ, ການພັດທະນາເສຖະກິດຂະຫຍາຍ ຕົວລະດັບ 7,5% ຕໍ່ປີຍອດຜະລິດຕະພັນພາຍ ໃນ ບັນລຸ 1.87,9 ຕື້ກີບ ສະເລັ່ຍໃສ່ຫົວຄົນປີ 2007-2008 ໄດ້ 515,51 ໂດລາ ສະຫະລັດຕໍ່ຄົນຕໍ່ປີ, ປະຈຸ ບັນທົ່ວ ແຂວງຍັງ 3 ເມືອງທຸກຍາກ, 7000 ກ່ວາ ຄອບຄົວ. ຊຽງຂວາງໄດ້ເລີ່ມເຮັດການກະເສດ ຕາມ ລະ ບົບ ນິ ເວດກະສິກຳມາ ແຕ່ປີ 2003 ແລະ ປະຈຸບັນແມ່ນ ໄດ້ ຂະຫຍາຍອອກສູ່ ວົງກ້ວາງ ທີ່ຈະ ເປັນ ເງື່ອນ ໄຂທ່າແຮງໃນ ການແກ້ໄຂຄວາມທຸກຍາກ ແລະ ການຜລິດເປັນສິນຄ້າ ຂອງປະ ຊາຊົນບັນດາ ເຜົ່າ. ຈາກນັ້ນປະທານກອງປະຊຸມທ່ານ ພູວຽງ ລັດດາວົງ, ຮອງຫົວໜ້າສະຖາບັນຄົ້ນຄ້ວາ ວິທະຍາສາດ ເຕັກ ນິກກະ ສິກຳປ່າໄມ້ຕາງໜ້າໃຫ້ກະຊວງ ກະສິກຳປ່າໄມ້ໄດ້ກ່າວເປີດ ພິທີເປັນທາງການ ທ່ານໄດ້ ກ່າວ ເຖິງຄວາມພະຍາຍາມ ຂອງແຂວງ ຊຽງຂວາງແລະໄຊຍະບູລີ ທີ່ໄດ້ຮັບທຶນສະໜັບສະໜູນ ຂອງ ອົງການ ຝຣັ່ງເສດ ເພື່ອການພັດທະນາແລະກອງທຶນຝຣັ່ງເສດ ເພື່ອສິ່ງ ແວດລ້ອມໂລກ, ກະຊວງການ ຕ່າງປະເທດຝຣັ່ງ, ສະຫະພາບເອີຣົບໄດ້ສ້າງເງື່ອນໄຂໃຫ້ພວກເຮົາໄດ້ມີທາງເລືອກສຳລັບການ ພັດ ທະນາຊັບ ພະຍາກອນທຳມະຊາດແບບຍືນຍົງ.ຈາກນັ້ນຜູ້ແທນຈາກ ສປ ຈີນ, ສສ ຫວຽດນາມ, ກຳປູເຈຍ, ອາຝຣິກກາ, ກາເມຣູນ, ແຂວງ ໄຊຍະບູລີ ກໍ່ໄດ້ຂື້ນ ສະເໜີສະພາບ ກ່ຽວກັບການກະເສດຢູ່ທ້ອງຖິ່ນ ຂອງ ຕົນ ໂດຍ ສະເພາະແມ່ນຜົນກະ ທົບຕໍ່ ທຳມະ ຊາດ ແລະ ສິ່ງ ແວດ ລ້ອມຈາກຮູບແບບ ການຜລິດ ແບບດັ້ງ ເດີມ ແລະ ຜົນ ປະໂຫຍດຂອງການຜລິດແບບ ເຕັກນິກ ນິເວດກະ ສິກຳ ຕໍ່ທຳມະ ຊາດແລະສິ່ງແວດລ້ອມ. ກອງ ປະຊຸມຍັງໄດ້ສະເໜີແລະຄົ້ນຄ້ວາຫລາຍບັນຫາຈາກວິຊາການ ສາກົນແລະລາວ ເພື່ອ ຄົ້ນ ຄ້ວາ ຫາ ທາງແກ້ໄຂແລະສົ່ງເສີມການຜລິດໃຫ້ມີປະສິດທິພາບ. ໃນໂອກາດນີ້ທີ່ໂພນສະຫວັນຊຽງຂວາງກໍ່ໄດ້ເປີດງານຕະຫລາດນັດດ້ານກະສິກຳຂື້ນ ເພື່ອວາງ ສະ ແດງແລະຂາຍສິນຄ້າກະສິກຳ, ຫັດຖະກຳເຊິ່ງ ນັບວ່າ ເປັນຕະຫລາດນັດແຫ່ງທຳອິດດ້ານກະ ສິກຳ ໃນ ລະດັບພາກພື້ນທີ່ວາງຂາຍສັດລ້ຽງ ເປັນໂຕທຸກ ປະເພດ ແລະ ຜະລິດຕະພັນຈາກສັດລ້ຽງ, ພືດກະ ສິກຳ. ງານຕະຫກລາດນັດນີ້ໄດ້ປິດລົງໃນວັນທີ 2 ພະຈິກ ຜ່ານມາ.
ກັບສາລະບານ