ຂ່າວພາຍໃນປະເທດ

ແຈ້ງ​ການ​ຂອງ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ

*(ຂ​ປ​ລ): ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ມີ​ຄວາມ​ຍິນ​ດີ ແລະ ຂໍ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງ​ພະ​ນັກ​ງານ, ທະ​ຫານ, ຕຳ​ຫລວດ ແລະ ພໍ່​ ແມ່​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຊາບ​ວ່າ: ກອງ​ປະ​ຊຸມ​ສະ​ໄໝ​ສາ ​ມັນ ​ເທື່ອ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ VI ຈະ​ໄດ້​ຈັດ​ ຂຶ້ນ​ແຕ່​ວັນ​ທີ 24 ພະ​ຈິກ ເຖິງວັນ​ທີ 10 ທັນ​ວາ 2008 ທີ່​ຫໍ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນ​ຫລວງວຽງ​ຈັນ.
ການ​ຈັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VI ໃນ​ຄັ້ງ​ນີ້​ແມ່ນ​ປະ​ຕິ​ບັດ ​ຕາມ ມາດ​ຕາ 57 ຂອງ​ລັດ​ຖ ະ ​ທຳ​ ມະ​ນູນ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊ​າ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ມາດ ​ຕາ 9 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ຕິ​ບັດ​ຕາມ​ມະ​ຕິ​ຕົກ ​ລົງ​ຂອງ​ຄະ​ນະ ​ປະ​ຈຳ​ສະ ​ພາ ​ແຫ່ງ ​ຊາດ ສະ​ບັບ​ເລກ​ທີ 182/ຄ​ປ​ຈ ລົງ​ວັນ​ທີ 19 ຕຸ​ລາ 2008./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446