ຂ່າວພາຍໃນປະເທດ

ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ

*(ຂ​ປ​ລ): ພະ​ນະ​ທ່ານ ຈູມ​ມາ​ລີ ໄຊ​ຍະ​ສອນ, ປະ​ທານ​ປະ​ເທດແຫ່ງສ​ປ​ປ ລາວ ໄດ້​​ສະ​ແດງ ​ຄວາມ​ຍິນ​ດີ​ ແລະ ສົ່ງ​ຄວາມ​ຊົມ​ເຊີຍ ​ອັນ​ອຸ່ນເຖິງ​ພະ​ນະ​ທ່ານ ບາ​ຣັກ ໂອ​ບາ​ມາ, ວ່າ​ທີ່​ປະ​ທາ​ນາ​ ທິ​ບໍ​ດີ ແຫ່ງສະ​ຫະ​ລັດ ​ອາ​ເມ​ລິ​ກາ ທີ່ວໍ​ຊິງ​ຕັນ ດີ​ຊີ ໃນ​ໂອ​ກາດ​ທີ່​ພະ​ນະ ​ທ່ານ​ໄດ້​ຮັບ​ ເລືອກ​ຕັ້ງ​ເປັນ ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ຄົນ​ທີ 44.
ພະນະທ່ານ​ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ໄດ້​ຖື​ໂອ​ກາດ​ນີ້ ອວຍ​ພອນ​ໃຫ້​ທ່ານ ​ປະ​ທາ​ ນາ​ທິ​ບໍ​ດີ​ ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ ​ທຸກ​ປະ​ ການ ໃນ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ພະ​ນະ​ທ່ານ. ພ້ອມ​ທັງ​ສະ ​ແດງ​ ຄວາມ​ເຊື່​ອໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ສາຍ​ພົວ​ພັນ​ອັນ​ດີ​ງາມ ແລະ ການ​ຮ່ວມ​ມື​ເຊິ່ງ​ກັນ ແລະ ກັນ ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ ລະ​ຫວ່າງ​ສອງ​ປະ​ເທດ ຈະ​ໄດ້​ຮັບ​ການ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໃນ​ ໄລ​ຍະ​ໃໝ່ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພະ​ນະ​ທ່ານ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ ຊາດ​ພວກ​ ເຮົາ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446