ຄວາມຄືບຫນ້າໂຄງການກໍ່ສ້າງສະຖານີ ແລະສາຍສົ່ງໄຟຟ້າ ເມືອງບົວລະພາ
*(ຂປລ): ໂຄງການກໍ່ສ້າງສະຖານີໄຟຟ້າ 115 ກິໂລໂວນ ເມືອງບົວລະພາ ແຂວງຄຳມວນ ສຳເລັດການກໍ່ສ້າງແລ້ວ 84% ຂອງ ແຜນການ, ອີງຕາມການລາຍງານຂອງຄະນະວິຊາການຮັບ ຜິດ ຊອບການກໍ່ສ້າງ,ໃນໂອກາດ ທ່ານ ສົມບູນ ລາຊາສົມບັດ ລັດຖະ ມົນຕີວ່າການ ກະຊວງ ພະ ລັງ ງານບໍ່ແຮ່ ແລະ ຄະນະ ລົງສຳຫລວດກວດກາຄວບຄວາມຄືບໜ້າໂຄງການກໍ່ສ້າງ ເມື່ອວັນທີ 30 ຕຸລາ 2008. ໂຄງການດັ່ງກ່າວແມ່ນບໍລິສັດໄຊນາເຊັນຕຼານພາວເວີກຼີດ ເປັນຜູ້ຮັບເໝົາການກໍ່ໍສ້າງ ດ້ວຍ ມູນຄ່າການກໍ່ສ້າງທັງໝົດ 4 ລ້ານກວ່າ ໂດລາສະຫະລັດ, ຊຶ່ງໜ້າວຽກທີ່ຮັບຜິດຊອບປະກອບມີການ ກໍ່ສ້າງສະຖານີໄຟຟ້າ 115 ກິໂລໂວນ ແລະ ໂຄງການຕັ້ງເສົາໄຟ ຟ້າ ແຮງສູງແຕ່ສະ ຖານີເມືອງ ມະ ຫາໄຊ ເຖິງໂຮງງານຊີມັງ ບ້ານນາຄຳ ໃນຄວາມຍາວ 22 ກິໂລແມັດ ແລະ ມີເສົາໄຟຟ້າທັງໝົດ 348 ຕົ້ນ, ຄວາມສູງ 22 ແມັດ. ພາຍຫລັງໂຄງການກໍ່ສ້າງສຳເລັດ ຈະສາມາດສະໜອງກະ ແສ ໄຟ ຟ້າໃຫ້ ໂຄງການຂຸດຄົ້ນບໍ່ ຄຳເຊໂປນ ແລະ ບໍລິສັດອຸດສາຫະກຳຊີມັງລາວ ຢູ່ບ້ານນາຄຳ ເມືອງ ມະຫາໄຊ ພ້ອມທັງສະໜອງການຊົມໃຊ້ ຂອງປະຊາຊົນ ພາຍ ໃນແຂວງຄຳມ່ວນຈຳນວນໜຶ່ງ ແລະ ຈະໄດ້ເຊື່ອມຕໍ່ກະແສໄຟຟ້າເຂົ້າກັບເຂື່ອນໄຟຟ້ານ້ຳເທີນ 2 ພາຍຫລັງທີ່ເຂື່ອນ ດັ່ງກ່າວ ກໍ່ສ້າງສຳ ເລັດ ແລະ ເປີດການນຳໃຊ້ຢ່າງເປັນທາງການ./.
ກັບສາລະບານ