ຂ່າວພາຍໃນປະເທດ

ປະຕິ​ຮູບ​ການ​ສຶກສາຍັງ​ຢືດໝັ້ນ 4 ໂຄງການ​ບຸລິມະສິດ

*(ຂປລ): ບົນ​ພື້ນຖານ​ການ​ປະຕິບັດ​ແຜນ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ພັດທະ ນາ​ສັງຄົມ ​ໃນ​ສົກ​ປີ 2009-2010, ກະ ຊວງ​ສຶກສາ​ທິການ​ຍັງສືບ​ຕໍ່​​ຢຶດໝັ້ນ​ສຸມ​ໃສ່​ດຳ​ເນີນ 4 ໂຄງ ການ​ ບຸລິມະສິດ ຊຶ່ງ​ນອນ​ຢູ່​ໃນ 111 ໂຄງການ ຂອງ​ລັດຖະບານ ​ມອບ ​ໝາຍ​ໃຫ້ ເພື່ອ​ປະຕິ​ຮູບ​ລະ ບົບ​ ການ​ສຶກສາ​ແຫ່ງ​ຊາດ ຢ່າງ​ແຂງ​ແຮງ ມີ​ຄຸນ​ນະພາ​ບ ​ແລະ ມີ​ມາດຖານ​ສູງ​ຂຶ້ນ.
ອິງຕາມບົດລາຍ​ງານ​ຂອງ​ກະຊວງ​ສຶກສາ​ທິການ​ລະບຸ​ວ່າ: ທັງ​ສີ່​ໂຄງການ​ດັ່ງກ່າວ​ປະກອບ​ມີ ໂຄງ ການ​ປະຕິ​ຮູບ​ລະບົບ​ການ​ສຶກ ສາ​ແຫ່ງ​ຊາດ; ​ໂຄງການ​ປັບປຸງ​ຄຸນ​ນະພາ​ບ ​ແລະ ຂະ ຫຍາຍ​ ໂອກາດ​ເຂົ້າ​ຮຽນ; ​ໂຄງການ​ແກ້​ໄຂ​ບັນຫາ​ຄູ​ອາຈານ ​ແລະ ການ​ຍົກ​ ລະດັບ ​ຄວາມ​ສາມາດ​ຂອງ​ຜູ້​ບໍລິຫານ​ການ​ສຶກສາ; ​ໂຄງການ​ຂະຫຍາຍ​ໂຮງຮຽນ​ວິຊາ​ຊີບ ​ແລະ ຝຶກ​ອົບ ຮົມ ​ວິຊາ​ຊີບ​ໄປ​ທຸກ​ ແຂວງ​ ທົ່ວ​ ປະ​ເທດ. ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດຕ້ອງ​ເລີ່​ມ ຈາກ​ຊັ້ນອະ ນຸ ບານ​ຂຶ້ນ​ໄປ,ໃນ​ໄລຍະ​ໃໝ່​ຕ້ອງ​ມີ​ການ​ປະຕິ​ຮູບ​ ຢ່າງ​ຄົບ​ຊຸດ ​ໂດຍ​ເນັ້ນ​ໃສ່​ຫລາຍ​ກິດຈະກຳ​ຕົ້ນຕໍ​ ດ້ວຍ​ການ​ສ້າງ​ສຳ​ເລັດ​ການພັດທະນາ​ບັນດາຂະ​ແໜງ​ການຄື: ຍຸດ​ທະ​ສາດ, ​ແຜນ​ ງານ ​ແລະ ການ ​ປະ​ເມີນ​ການ​ສຶກສາ ຂັ້ນ ພື້ນຖານ; ການ​ເງິນ ​ແລະ ການວາງ​ແຜນ​ປະຕິບັດ; ການ​ຄຸ້ມ​ຄອງ​ຊັບພະ ຍາກອນ​ມະນຸດ ນັບ​ທັງ​ການ​ພັດທະນາ​ສັງຄົມ ​ແລະ ການ​ຮຽນ​ຮ່ວມ ທີ່ສຳຄັນ.
ນອກຈາກ​ນີ້ ບັນດາ​ຍຸດ​ທະ​ສາດ​ຂອງ​ຂະ​ແໜງການ​ຍ່ອຍກໍ​ຈະ​ຕ້ອງ​ໄດ້​ສູ້​ຊົນ​ປັບປຸງ​ໃຫ້​ມີ​ປະ ສິດທິ​ຜົນ ກວ່າ​ເກົ່າ ​ເປັນຕົ້ນ​ແມ່ນ​ຍຸດ ທະ​ສາດ ​ແລະ ​ແຜນ​ປະຕິບັດ​ງານ​ກ່ຽວກັບ​ການ​ສ້າງ​ຄູ, ​ແຜນ​ ແມ່​ບົດ​ການ​ພັດທະນາ​ເຕັກນິກ-ອາ ຊີວະ​ສຶກສາ ​ແລະ ຂະ​ແໜງການ ​ຍ່ອຍ​ອື່ນໆ. ​ເຊັ່ນ​ດຽວ​ກັບ​ການ​ ປະຕິ​ຮູບ​ລະບົບ​​​ສາຍ​ສາມັນ ສຶກສາຈາກ 11 ປີເປັນ 12 ປີຮຽນ ໂດຍ​ຈະ​ມີ​ການ​ສຸມ​ໃສ່​ ພັດທະນາ​ ເນື້ອ​ໃນ​ຫລັກສູດ, ປຶ້ມ​ແບບຮຽນ, ປຶ້ມຄູ່​ມື ນັບ​ແຕ່​ຊັ້ນອະນຸບານ ຮອດ​ຊັ້ນມັດທະຍົມ​ປາຍ​ໃນ​ສົກ​ປີ 2009-2010. ສູ້​ຊົນ​ເຮັດ​ໃຫ້​ ອັດຕາ​ເຂົ້າ​ຮຽນ​ຊັ້ນອະນຸບານ ບັນລຸ 17%, ຊັ້ນປະຖົມ​ສຶກສາ 98% ​ແລະ ປະຊາກອນ​ໃນ​ເກນ​ອາຍຸ 15 ປີ​ຂຶ້ນ​ໄປ​ໃຫ້​ຮູ້ໜັງສື 87%. ​ໃນ​ຊຸມ​ປີຜ່ານມາລັດ ຖະບານ​ ກໍ​ ໄດ້​ ເອົາ​ໃຈ​ໃສ່​ຢ່າງ​ບໍ່ຫລົດ​ລະ​ໃນ​ການ​ປັບປຸງ​ຍົກ​ລະດັບ ຂະ​ແໜງການ​ ສຶກສາ​ໂດຍ​​ໄດ້​ເພີ່ມ​ງົບປະ ມານ ຈາກ 2,38% ​ໃນ​ປີ 2001-2002 ເປັນ 12,22% ​ໃນ​ສົກ​ປີ 2007-2008 ຊຶ່ງ​ໄດ້​ສ້າງ​ເງື່ອນ​ ໄຂ​ອຳ ນວຍ​ຄວາມ​ສະດວກ​ ໃຫ້​ ແກ່​ການ​ພັດທະນາ​ການ​ສຶກສາ​ແຫ່ງ​ ຊາດ​ໃຫ້​ ນັບ​ມື້ມີ​ຄຸນ​ນະພາ​ບ ສຸງຍັບ​ ເຂົ້າ​ໃກ້​ກັບ​ລະບົບ​ການ​ສຶກສາ​ພາກພື້ນ ແລະ ສາກົນ ​ເທື່ອ​ລະ​ກ້າວ./.

ກັບສາລະບານ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446