ກອງ ຂ. 941 ເລັ່ງສ້າງຂະບວນການຕ້ອນຮັບ ວັນສ້າງຕັ້ງກອງທັບຄົບຮອບ 60 ປີ
*(ຂປລ): ເພື່ອສ້າງຂະບວນການ ກະກຽມໃຫ້ແກ່ການສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 60 ປີທີ່ ຈະມາເຖິງ, ທ່ານ ພັກເອກ ວັນຄຳ ສົມມະນີວັນ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງ ຂ 941 ໄດ້ກ່າວວ່າ: ມາຮອດປະຈຸບັນ ກອງ ຂ 941 ໄດ້ຈັດກິດຈະກຳ ສ້າງຂະບວນການແຂ່ງຂັນຫລາຍດ້ານດ້ວຍກັນ ເປັນຕົ້ນ ຂະບວນການກິລາມວນຊົນ, ກິລາດ້ານ ການທະຫານ, ຂະບວນການສິລະປະວັນນະຄະດີ ແລະ ກໍ່ສ້າງຮົ້ວອ້ອມກອງພັນ, ຈາກນັ້ນຍັງໄດ້ປຸກລະດົມ ກຳລັງອ້າຍ ນ້ອງໃນ ການປູກຝັງ, ການລ້ຽງສັດ ນ້ອຍ -ໃຫຍ່. ທ່ານຫົວໜ້າການເມືອງ ກອງ 941 ລາຍງານໃຫ້ຮູ້ຕື່ມວ່າ: ກອງ ຂ 941 ສ້າງຕັ້ງມາແຕ່ ປີ 1994 ພາລະບົດບາດ ໜ້າທີ່ແມ່ນ ຕ່າງ ກັບກົມກອງອື່ນ ລວມມີສອງໜ້າທີ່ໃຫຍ່ຄື: ໜ້າທີ່ປົກປັກຮັກສາເຮັດໃຫ້ສອງໜ່ວຍພູ ມີຄວາມສະຫງົບໂດຍພື້ນຖານ ແລະ ໜ້າ ທີ່ຄຸ້ມຄອງອະນຸລັກປົກປັກຮັກສາປ່າໄມ້, ພືດພັນທັນຍາຫານຕ່າງໆ, ໃນຂອບເຂດພູເຂົາຄວາຍ ແລະ ພູພະນັງໃນຈຳນວນ 2 ແສນ 70 ພັນກ່ວາເຮັກຕາ ຊຶ່ງກວມເອົາ 11 ຕົວເມືອງຂອງ 3 ແຂວງຄື: ແຂວງວຽງຈັນ, ບໍລິຄຳໄຊ ແລະນະຄອນຫລວງວຽງຈັນ. ສຳລັບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ມີຄວາມສະດວກ ແລະຫຍຸ້ງຍາກຄວບຄູ່ກັນໄປ ສະແດງອອກ ສຳນັກງານຕັ້ງຢູ່ ຫ່າງໄກ ໂດດ ດ່ຽວ, ຍັງຂາດງົບປະມານໃນການປັບປຸງພື້ນຖານໂຄງລ່າງອັນຈຳເປັນຄື: ການກໍ່ສ້າງສະໂມສອນ, ເຮືອນພັກ, ເຮືອນຄົວ, ເຮືອນ ເກັບມ້ຽນລົດພະນັກງານ ແລະຂໍ້ສະດວກໄດ້ສະແດງຢູ່ໃນສອງຂະບວນການຄື ຂະບວນການກຽມພ້ອມສູ້ຮົບ ເວົ້າລວມ ເວົ້າສະ ເພາະແມ່ນການປົກປັກຮັກສາ ພູມລຳເນົາ, ປ່າໄມ້ເຂດທີ່ຄະນະພັກຄະນະບັນຊາ ກອງ 941 ຮັບຜິດຊອບ ໃຫ້ມີຄວາມສະ ຫງົບ ປອດໄພໂດຍພື້ນຖານ. ສົມທົບກັບເຈົ້າໜ້າທີ່ອຳນາດການປົກຄອງ ບ້ານ, ເມືອງ ແຂວງ ໃນການກວດກາ ສະກັດກັ້ນການ ບຸກ ລຸກລັກລອບຕັດໄມ້, ລ່າເນື້ອ, ຖາງປ່າ ໂດຍບໍ່ໄດ້ຮັບອະນຸຍາດ. ພ້ອມດຽວກັນນັ້ນຍັງສາມາດກັກຕົວ 20 ກ່ວາຄົນ ພ້ອມລົດຮຸ່ນໄດ 9 ຄັນ, ລົດໄຖນາເດີນຕາມ 14 ຄັນ, ໄມ້ສຳເລັດຮູບຫລາຍກ່ວາ 10 ແມັດກ້ອນ ພ້ອມນັ້ນຍັງມີເຄື່ອງມື ຈັກສະຕິນ, ເລື່ອຍ ອີກ ຫລາຍລາຍການ. ເພື່ອແກ້ໄຂບັນຫາດັ່ງກ່າວນີ້, ຄະນະພັກ ຄະນະບັນຊາ ກອງ ຂ 941 ໄດ້ຈັດຕັ້ງໜ່ວຍງານລົງພົບປະໂອ້ລົມ ພໍ່ ແມ່ປະຊາຊົນທີ່ອາໃສຢູ່ໃນບໍລິເວນ ຂອບເຂດປ່າສະຫງວນແຫ່ງຊາດ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດຖະບານ ບັນຫາສຳຄັນ ໄດ້ ຖືເອົາການສຶກສາອົບຮົມ ສຳລັບຜູ້ບໍ່ໍຮູ້ເຖົ້າເຖິງການ, ບໍ່ຄຳນຶງເຖິງຜົນເສຍຫາຍອັນໃຫຍ່ຫລວງຂອງຊາດ ໂດຍສະເພາະ ຍັງມີປະ ກົດການສວຍໂອກາດລັກລອບຕັດ-ຂົນໄມ້ທີ່ຫວງຫ້າມ ປະເພດໄມ້ດູ່, ໄມ້ແຕ, ດູ່ລາຍ, ຂະຍຸງອື່ນໆທີ່ມີລາຄາແພງ ແລະຍັງມີບາງ ກຸ່ມຄົນ ລັກລອບຖາງປ່າດົງຢູ່ເຂດຫ້ວຍເດື່ອ ເມືອງໂພນໂຮງ ຫລາຍ 100 ເຮັກຕາເພື່ອປູກຢາງພາລາ, ໄມ້ສັກ ແລະໄມ້ວິກ ໂດຍບໍ່ໄດ້ຜ່ານອຳນາດການປົກຄອງຂັ້ນຕ່າງໆແຕ່ຢ່າງໃດ. ທ່ານ ພັນໂທ ວອນຄຳ ສຸຂະວົງ, ຮອງເລຂາຄະນະພັກ, ຫົວໜ້າການທະ ຫານ ກອງ ຂ 941 ໄດ້ກ່າວວ່າ: ນອກຈາກວຽກງານດັ່ງກ່າວນີ້ແລ້ວ ກອງພວກເຮົາຍັງໄດ້ສຸມໃສ່ການປັບປຸງ ວິຊາການທະຫານ, ປັບປຸງລະບຽບຄືນໃໝ່ເຮັດໃຫ້ນາຍ ແລະພົນທະຫານ ຮູ້ຈັກລະບຽບຂອງການທະຫານ ລວມໄປເຖິງວຽກດີຄົນເດັ່ນ ລວມມີ 7 ໜ່ວຍ ພັກ, ມີສະມາຊິກພັກທັງໜົດ 100 ກ່ວາຄົນ, ໄດ້ປັບປຸງໂຄງປະກອບຂອງກອງໃຫ້ໄປຕາມທິດຊີ້ນຳຂອງຂັ້ນເທິງ ກໍຄືກົມໃຫຍ ່ເສ ນາທິການກອງທັບປະຊາຊົນລາວວາງອອກໃຫ້ໄດ້ຮັບຫມາກຜົນ./.
ກັບສາລະບານ