ທຸກພາກສ່ວນມີສ່ວນຮ່ວມຮັກສາສິ່ງແວດລ້ອມ
*(ຂປລ): ແຂວງຫລວງນ້ຳທາ ໄດ້ມີມາດຕະການໃນການປົກປັກຮັກສາ ສິ່ງແວດລ້ອມ ໃນຕົວ ເມືອງກໍຄື ການຈຳກັດການຖິ້ມ ຂີ້ເຫຍື້ອ ຊະຊາຍ ແນໃສ່ ເຮັດໃຫ້ ທຸກຄອບຄົວ, ສຳນັກງານອົງການ ຕະຫລອດ ຮອດບັນດາຫົວໜ່ວຍທຸລະກິດ, ບໍລິການປະ ເພດຕ່າງໆ ມີສ່ວນ ຮ່ວມ ໃນການຮັກສາ ອະນາໄມ ເພື່ອຄວາມ ສະ ອາດ ສວຍງາມຂອງຕົວເມືອງ. ອົງການພັດທະນາ ແລະບໍລິຫານຕົວເມືອງຫລວງນ້ຳທາໄດ້ມີການປະຊຸມປຶກສາຫາລື ການຮັກສາສິ່ງແວດ ລ້ອມໃນຕົວເມືອງ ລວມທັງ ລະບຽບການວ່າດ້ວຍການຮັກສາອະນາໄມຕົວເມືອງ ແລະກຳຈັດຂຶ້ເຫຍື່ອ ໂດຍ ໃຫ້ທຸກຄອບຄົວ ສຳນັກງານອົງການ ຕະຫລອດຮອດ ບັນດາ ຫົວໜ່ວຍທຸລະກິດ, ບໍລິການປະເພດຕ່າງໆ ມີສ່ວນຮ່ວມໃນການຮັບຜິດຊອບການຮັກສາອະນາໄມ ສິ່ງ ແວດ ລ້ອມໃນຂອບ ເຂດທີ່ ຕົນຮັບຜິດຊອບໂດຍນຳໃຊ້ບໍລິການກຳຈັດຂີ້ເຫຍື້ອ ນຳໜ່ວຍງານຂອງອົງການພັດທະນາ ແລະບໍລ ິຫານຕົວເມືອງຫລວງນ້ຳທາ. ເພື່ອບໍ່ໃຫ້ມີການຖິ້ມຂື້ເຫຍື້ອຊະຊາຍນັ້ນ, ທຸກພາກສ່ວນຕ້ອງປະຕິບັດຕາມລະບຽບການທີ່ກຳນົດໄວ້ ໂດຍ ຫ້າມບໍ່ໃຫ້ຈູດ ແລະ ຖີ້ມຂີ້ ເຫຍື້ອຢ່າງຊະຊາຍ ຕາມຫ້ວຍ, ຮອງ, ຄອງບຶງ, ຮົ້ວສວນ ແລະສະຖານທີ່ສາ ທາລະນະອື່ນໆຢ່າງເດັດຂາດ, ຖ້າຫາກລະເມີດ ທາງອົງ ການ ພັດ ທະນາ ແລະບໍລິຫານຕົວເມືອງຈະດຳເນີນ ການ ທາງກົດຫມາຍແພ່ງດ້ວຍການປັບໄໝຕາມລະບຽບການ. ພ້ອມດຽວກັນນີ້ ໃນກອງປະຊຸມຍັງໄດ້ຜ່ານຄຳສັ່ງແນະນຳຂອງທ່ານ ເຈົ້າແຂວງໆຫລວງນ້ຳທາ ສະບັບ ເລກທີ18/ຈຂນຍ ວ່າດ້ວຍ ການ ປູກຕົ້ນໄມ້ປະດັບຮັກສາສິ່ງແວດລ້ອມ ແລະຄວາມເປັນລະບຽບຮຽບຮ້ອຍ ຂອງຕົວເມືອງຫລວງນ້ຳທາ, ເຮັດໃຫ້ຕົວເມືອງ ຫລວງນ້ຳທາ ມີຄວາມສະອາດງາມຕາ, ດຶງດູດແຂກພາຍໃນ ແລະຕ່າງປະເທດທີ່ເຂົ້າມາທ່ຽວຊົມໃຫ້ຫລາຍຂຶ້ນ, ທັງເປັນການສ້າງ ຂະບວນການຂ່ຳນັບຮັບຕ້ອນ 3 ວັນບຸນ ໃຫຍ່ທີ່ສຳຄັນຄື: ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 60 ປີ, ງານວັນນະ ຄະດີ ຊົນເຜົ່າຄັ້ງທີ 1 ແລະ ວັນສະ ເຫລີມສະຫລອງພະທາດຫລວງນ້ຳທາໃນລະຫວ່າງວັນທີ 8-10 ມັງກອນ 2009 ທີ່ຈະມາເຖິງນີ້./.
ກັບສາລະບານ