ແນະນຳເຕັກນິກການຜະລິດກະເສດສຸມ ດຳນາດ້ວຍກ້າກີບດຽວ
*(ຂປລ): ໂຄງການກະຈາຍການພັດທະນາ ແລະ ຄຸ້ມຄອງຊົນລະປະທານ ແຂວງບໍລິຄຳໄຊ ຮ່ວມກັນ ຈັດຊຸດ ອົບຮົມໃນຫົວຂໍ້ ເຕັກ ນິກ ການຜະລິດກະເສດສຸມ ດຳນາກ້າກີບດຽວ ຄັ້ງທີ I ຂຶ້ນໃນວັນທີ 28 ຕຸລາ ຢູ່ພະ ແນກກະສິກຳປ່າໄມ້ແຂວງບໍລິຄຳໄຊ ໂດຍ ມີສຳມະນາກອນ ທັງໝົດ 50 ກ່ວາຄົນ ທີ່ມາຈາກແຂວງຄື: ແຂວງ ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ ໂດຍສະເພາະ ບັນດາພະນັກງານວິຊາການຂອງໂຄງການ ກ.ພ.ຄ.ຊ ຂັ້ນແຂວງ, ເມືອງ ກຸ່ມສະມາຄົມຜູ້ຊົມໃຊ້ນ້ຳ ແລະ ຂະແໜງຊົນລະ ປະທານ ເຂົ້າຮ່ວມ ດ້ວຍ. ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ວິທີການຕ່າງໆເຊັ່ນ: ການ ຕົກກ້າ,ການກຽມດິນຕາມທຳມະດາແລ້ວ ຕ້ອງໄດ້ເຮັດ 2 ເທື່ອຄື: ພາຍຫຼັງທີ່ໄຖ ຄົ້ນ ຄາດແລ້ວ ຕ້ອງໄດ້ກວາດໃຫ້ຮາບ ພຽງດີ (ຄືເຮົາກຽມດິນເພື່ອ ຕົກກ້າ ແບບດັ່ງເດີມ), ການສ້າງຮ່ອງໃນ ໄຮ່ນາເພື່ອລະບາຍນ້ຳ, ການຂີດ ໝາຍໄລຍະ ປັກດຳ, ການປັກດຳ ດ້ວຍ ກ້າກີບດຽວ ທີ່ມີ ອາຍຸ ອ່ອນກ່ວາ ກ້າຕາມແບບວິທີ່ດັ່ງເດີມ (ອາຍຸ ຂອງຕົ້ນກ້າ ທ ີ່ປັກດຳ ແມ່ນ714 ມື້) ການໃຫ້ນ້ຳເປັນໄລຍະ ແລະ ການ ບົວລະບັດຮັກສາແຕ່ລະຂັ້ນຕອນ. ທັງນີ້ ເພື່ອທົດລອງ ແລະ ຂະຫຍາຍ ເຕັກນິກແບບໃໝ່ ໃຫ້ກ້ວາງ ຂວາງໃນໂຄງການທີ່ນຳໃຊ້ນ້ຳຊົນລະປະທານ, ເພື່ອພັດທະນາ ທັດສະແບບ ແຜນ ແລະ ວິທີການ ເຮັດ ນາແບບ ດັ່ງເດີມເຂົ້າສູ່ເຕັກນິກແບບໃໝ່. ເພື່ອໃຫ້ຊາວນາຜູ້ໄດ້ຮັບ ຜົນປະໂຫຍດ ໂດຍກົງສາມາດຮູ້ ແລະ ຊັ່ງຊາເຕັກນິກອັນ ເກົ່າ ແລະ ອັນໃໝ່ອັນໃດໄດ້ຮັບຜົນຜະລິດສູງ ແລະຕົ້ນ ທຶນການ ຜະລິດຕ່ຳ./.
ກັບສາລະບານ