ຖືເອົາການພັດທະນາພະລັງງານເພື່ອທົດແທນເປັນ ຍຸດທະສາດຫນຶ່ງໃນການພັດທະນາປະເທດ
*(ຂປລ): ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ເປັນປະທານໃນການປະຊຸມ ປຶກສາຫາລື ກ່ຽວກັບນະໂຍບາຍສົ່ງ ເສີ່ມ ການພັດທະນາພະລັງງານທົດແທນຄືນໃນວັນທີ 10 ຕຸລາ 2008 ໂດຍມີຜູ້ຮັບຜິດຊອບກະຊວງພະລັງງານ-ບໍ່ແຮ່, ອຸດສາຫະກຳ-ການຄ້າ, ກະສິກຳ-ປ່າໄມ້, ກະຊວງການເງິນ, ແຜນການ-ການລົງທຶນ, ໂຍທາທິການ-ຂົນສົ່ງ, ກະຊວງຖະແຫລງຂ່າວ-ວັດທະ ນະ ທຳ, ທະ ນາ ຄານແຫ່ງ ສປປ ລາວ, ອົງການຄຸ້ມຄອງທີ່ດິນແຫ່ງຊາດ, ອົງການ ວິທະ ຍາສາດ ແລະ ເຕັກໂນໂລຊີ, ອົງການ ຊັບພະ ຍາກອນນ້ຳ ແລະ ສິ່ງ ແວດລ້ອມເຂົ້າຮ່ວມ. ຈາກການປຶກສາຫາລື ສາມາດສັງລວມໄດ້ວ່າ ນັບແຕ່ຕົ້ນປີ 2000 ລາຄານ້ຳມັນໃນຕະ ຫລາດໂລກ ມີການປັ່ນປວນຂຶ້ນລົງ ຍ້ອນປະລິ ມານນ້ຳມັນດິບໃນພື້ນດິນ ອາດນຳໃຊ້ໄດ້ອີກປະມານ 50-60 ປີ, ທາດອາຍແກັສທຳມະຊາດ ປະມານ 150 ປີ, ຖ່ານຫີນ ປະມານ 200 ປີ. ຄວາມຕ້ອງ ການນ້ຳມັນນັບມື້ສູງຂຶ້ນ ແລະ ຈະບໍ່ພຽງພໍຕໍ່ຄວາມຕ້ອງການຊົມໃຊ້ ຍ້ອນການນຳໃຊ້ພາ ຫະນະ ເພີ່ມຂຶ້ນ ແລະ ການຂະຫຍາຍຕົວຂອງເສດຖະກິດ. ລາຄານ້ຳມັນ ນັບມື້ສູງຂຶ້ນ, ເຊິ່ງສົ່ງຜົນກະທົບ ໃຫ້ແກ່ການພັດທະ ນາທົ່ວໂລກ ໂດຍສະເພາະ ບັນດາປະເທດທີ່ບໍ່ມີແຫລ່ງຜະລິດນ້ຳມັນ ແລະ ອາຍ ແກັສທຳມະຊາດ, ສະນັ້ນຫລາຍປະເທດໃນໂລກ ຈິ່ງໃຫ້ການສົ່ງເສີມຊອກ ຄົ້ນແຫລ່ງ ພະລັງງານ ທົດແທນ ແລະ ມີມາດຕາການປະຢັດພະລັງງານ ດ້ວຍການສົ່ງເສີມການ ພັດທະ ນາເຕັກໂນໂລຊີໃໝ່ ທີ່ນຳ ໃຊ້ແຫລ່ງພະລັງງານຈາກທຳມະຊາດ ທີ່ບໍ່ມີວັນສິ້ນສຸດ. ຫລາຍປະເທດໃນໂລກ ມີແຜນສົ່ງ ເສີມ ພະລັງງານທົດແທນ ໃຫ້ໄດ້ປະ ມານ 10% ພາຍໃນປີ 2020 ແລະ ປະຈຸບັນພວມເລັ່ງໃສ່ ດ້ານນ້ຳມັນຊີວະພາບ ໄບໂອດີເຊລ. ສະເພາະ ສປປ ລາວ ແຫລ່ງຜະລິດນ້ຳມັນ, ທາດອາຍແກັສ ຈາກພື້ນດິນແມ່ນຍັງຢູ່ໃນ ໄລຍະການສຳຫລວດ, ການນຳເຂົ້ານ້ຳ ມັນ ຈາກຕ່າງປະເທດ ມີທ່າອ່ຽງເພີ່ມຂຶ້ນຈາກ 180 ລ້ານລິດ ໃນປີ 2000 ເພີ່ມຂຶ້ນເປັນ 450 ລ້ານລິດໃນປີ 2006 ຄາດວ່າຄວາມ ຕ້ອງ ການຊົມໃຊ້ຈະເພີ່ມຂຶ້ນ 9-10% ໃນແຕ່ລະປີ. ຖ້າຫາກມີໂຄງການຜະລິດນ້ຳມັນຊີວະພາບ ຈະສາມາດທົດແທນໄດ້ 10-13% ໃນປີ 2020. ການພັດທະນາພະລັງງານໄຟຟ້ານ້ຳຕົກ ໄດ້ຂະຫຍາຍຕົວແຮງ ມີການເຊັນບົດ ບັນ ທຶກຊ່ວຍຈຳ 47 ໂຄງການ, ມີກຳລັງຕິດຕັ້ງ 14.816 ເມກາວັດ, ສັນຍາພັດທະນາໂຄງການ 15 ໂຄງການ ມີກຳລັງຕິດຕັ້ງ 5.852 ເມກາວັດ, ສັນຍາສຳ ປະ ທານໂຄງການ ແລະ ກຳລັງດຳເນີນ ການກໍ່ສ້າງ 7 ໂຄງການ ມີກຳລັງຕິດຕັ້ງ 2.820 ເມກາວັດ. ພະລັງງານໄຟຟ້າຈາກແສງ ຕາເວັນ ປະຈຸ ບັນ ນຳໃຊ້ຢູ່ບາງເຂດແຂວງອຸດົມໄຊ ແລະ ຜົ້ງສາລີ ພຽງແຕ່ໃຫ້ແສງສະຫວ່າງ ແຕ່ຍັງບໍ່ສາມາດຮັບ ໃຊ້ການຜະລິດ ໄດ້ເທື່ອ. ພະລັງງານ ນ້ຳມັນຊີວະພາບ ໄດ້ມີແຜນລົງທຶນຂອງບໍລິສັດ ໂຄລາວ ເຂົ້າໃນການຜະລິດນ້ຳມັນໄບໂອດີເຊລ ໃຫ້ໄດ້ 400.000 ໂຕນ/ປີ, ໂຄງການຮ່ວມມືລາວ-ໄທ, ບໍລິສັດ ອິນຄີເວີສ ຈາກເກົາຫລີ ຂໍລົງທຶນເຮັດນ້ຳມັນໄບໂອດີເຊລ ຈາກຢາງຕີນລົດ ແລະ ເສດ ພລາສຕິກ. ສຳລັບນ້ຳມັນໄບໂອຕາໂນນ ຕ້ອງການເຕັກໂນໂລຊີສູງ ແລະ ນຳໃຊ້ງົບປະມານ ຫລາຍ. ພະລັງງານ ເຕັກໂນໂລຊີໃໝ່ ລະບົບປະສົມປະມານ ໄດ້ມີການພັດທະນາເຂື່ອນ ຂະໜາດ ນ້ອຍ ປະສົມກັບແສງຕາເວັນຢູ່ເມືອງງາ ແຂວງ ອຸດົມໄຊ ແລະ ກຳລັງສຶກສາເຂື່ອນຂະໜາດນ້ອຍ ປະສົມກັບສະຖານນີສາກໄຟຟ້າແສງຕາເວັນ ຢູ່ເມືອງໃໝ່ ແຂວງຜົ້ງສາລີ, ພະລັງງານຊີວະ ພາບ ຈາກເສດພືດ ໄດ້ສຳເລັດການຕິດຕັ້ງໂຄງການຕົວແບບ ສຳລັບການນຳໃຊ້ເພື່ອຜະລິດກະແສໄຟຟ້າ ຢູ່ບ້ານ ທົບ ສອກ ເມືອງປະ ທຸມພອນ ແຂວງຈຳປາສັກ, ພະລັງງານອາຍແກັສ ຈາກສິ່ງເສດເຫລືອ, ພະລັງງານຄວາມຮ້ອນ ຈາກບໍ່ນ້ຳຮ້ອນ, ພະລັງງານ ໄຮໂດ ຼເຈນ ແລະ ພະລັງງານຈາກແຮງລົມ ກຳລັງຈະໄດ້ສຶກສາໃນລາຍລະອຽດ. ນະໂຍບາຍໃນການສົ່ງເສີມພະລັງງານທົດແທນ ປະເທດເຮົາມີພະລັງງານໄຟຟ້າ ນ້ຳຕົກ ເປັນຕົວຫລັກ ແລະ ຄວນເລືອກເອົາປະ ເພດພືດ ທີ່ເປັນຈຸດສຸມ ສຳລັບຜະລິດນ້ຳມັນ ໂດຍອີງໃສ່ ທ່າແຮງ ແລະ ຄວາມເໝາະສົມກັບໂອກາດ. ການສົ່ງເສີມຄວນສົ່ງເສີມ ແບບມີຈຸດສຸມ ເນັ້ນໃຫ້ນະ ໂຍບາຍສົ່ງເສີມ ໃນເມື່ອມີຜະລິດຕະພັນ ໂດຍປະຕິບັດນະໂຍບາຍຍົກເວັ້ນພາສີອາກອນ, ການຄ້ຳ ປະ ກັນລາຄາໃຫ້ແກ່ຜູ້ຜະລິດ, ການນຳໃຊ້ທີ່ດິນ ຕ້ອງຕົກລົງກຳນົດຈຳນວນເນື້ອ ທີ່ດິນສຳລັບປູກ ພືດຜະລິດພະລັງງານທົດແທນ, ກຳ ນົດ ຜົນຜະລິດທີ່ຕ້ອງການ ແລະ ປະລິມານເນື້ອທີ່ດິນທີ່ຈຳເປັນ ເພື່ອສະໜອງວັດຖຸດິບໃຫ້ພຽງພໍ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນຳວ່າ ນະໂຍບາຍພະລັງງານທົດແທນ ເປັນບັນຫາຍຸດທະສາດຂອງຊາດ ບໍ່ສະເພາະແຕ່ດ້ານເສດຖະກິດເທົ່ານັ້ນ ມັນຍັງພົວພັວເຖິງດ້ານ ການເມືອງ ແລະ ດ້ານຄວາມໝັ້ນຄົງຂອງຊາດອີກດ້ວຍ. ບັນຫານ້ຳ ມັນໄດ້ກາຍເປັນບັນຫາສາກົນ ແລະ ການປັ່ນປວນຂອງລາຄານ້ຳມັນແມ່ນຍ້ອນ ຫລາຍສາເຫດ ເປັນຕົ້ນຍ້ອນການ ບົກແຫ້ງຂອງ ນ້ຳມັນ, ຂົງເຂດຜະລິດນ້ຳມັນບໍ່ມີຄວາມສະຫງົບ, ບັນຫາການເມືອງເພື່ອຮັບໃຊ້ຈຸດ ປະສົ່ງຂອງ ຈັກກະພັດ. ດ້ວຍເຫດນັ້ນ ຫລາຍ ປະເທດໄດ້ຫາທາງອອກ ດວ້ຍການສຶກສາຄົ້ນຄວ້າບັນດາ ພະລັງ ງານ ທົດແທນ ຫລື ພະລັງງານທາງເລືອກໃໝ່ທີ່ບໍ່ບົກແຫ້ງ ແລະ ບໍ່ເປັນພິດໄພຕໍ່ສິ່ງແວດລ້ອມ ຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດຕ່າງໆ. ສຳລັບປະເທດເຮົາມີທ່າແຮງໃນ ການ ຜະ ລິດພະລັງງານທີ່ຫລາກຫລາຍ ນັບທັງຟ໊ອດຊິລ ຈາກບັນດານ້ຳມັນດິບ ທີ່ກຳລັງສະໜອງ ຖ້າເຮົາ ຄົ້ນພົບຈະເປັນທ່າ ແຮງ ຂອງປະເທດຊາດ. ພ້ອມນີ້ຍັງມີພະລັງງານທົດແທນເຊັ່ນ ພະລັງງານ ໄຟຟ້າ ນ້ຳຕົກ, ພະລັງງານຈາກແສງຕາເວັນ, ຄວາມຮ້ອນຈາກ ພື້ນດິນ. ຜ່ານມາ ພວກເຮົາໄດ້ພັດທະ ນາພະລັງງານໄຟຟ້ານ້ຳຕົກ ທັງຮັບໃຊ້ພາຍໃນ ແລະ ສົ່ງອອກ, ໃນຂະນະທີ່ນ້ຳມັນ ນຳໃຊ້ຢູ່ ພາຍໃນ ແມ່ນຖືກນຳເຂົ້າທັງໝົດ ແລະ ມີທ່າອ່ຽງເພີ່ມຂຶ້ນ. ຖ້າພວກເຮົາບໍ່ເປັນເຈົ້າການເອົາ ໃຈໃສ່ຄົ້ນຄວ້າ ພະ ລັງງານທົດແທນ ຄືນ ອາດຈະຕົກທ່າຮັບ. ຄາດໝາຍລວມ ຮອດປີ 2020 ຕ້ອງສູ້ຊົນຜະລິດ ພະລັງງານທົດແທນໃຫ້ກວມ 30% ຂອງພະລັງງານທັງ ໝົດໃນທົ່ວປະເທດ ນັບທັງພະລັງງານໄຟ ຟ້າ, ອາຍແກັສ ແລະ ພະລັງງານປະເພດຕ່າງໆ ເພື່ອໃຊ້ໃນການຜະລິດ ແລະ ເຄື່ອນ ໄຫວຕ່າງໆ. ສຳລັບທັດສະນະຂອງລັດຖະບານແມ່ນ ຖືເອົາການພັດທະນາພະລັງງານທົດແທນ ເປັນຍຸດທະສາດໜຶ່ງໃນການພັດທະນາ, ເປັນ ສິ່ງຄ້ຳ ປະກັນໜຶ່ງໃຫ້ແກ່ການພັດທະນາປະ ເທດຊາດຢ່າງຕໍ່ ເນື່ອງ; ການພັດທະນາພະລັງງານທົດແທນຕ້ອງ ມີສ່ວນຮ່ວມຂອງ ທຸກພາກສ່ວນ ເສດຖະກິດນັບທັງ ພາກລັດ ແລະ ພາກສ່ວນເສດຖະກິດຕ່າງໆ ໂດຍເລັ່ງໃສ່ພະລັງງານນ້ຳ, ຖ່ານຫີນ, ສິ່ງແວດ ລ້ອມ, ລົມ, ຊີວະພາບຈາກພືດ, ແກັສຊີວະພາບ ແລະ ອື່ນໆ. ການພັດທະນາພະລັງ ງານທົດແທນ ຕ້ອງ ມີຫລາຍປະເພດຫລາຍ ຂະໜາດ, ຫລາຍຮູບການທີ່ສອດຄ່ອງກັບທ່າ ແຮງຕົວຈິງຂອງ ປະເທດເຮົາ, ນັບທັງການປູກໝາກ ເຍົາຕິດພັນກັບກຸ່ມ ບ້ານພັດ ທະນາ ເພື່ອນຳໃຊ້ເປັນພະລັງງານໃນການຜະລິດ ຕ່າງໆ, ເຊິ່ງການພັດທະນາດັ່ງກ່າວຕ້ອງຖືສຳຄັນການສຶກສາອົບ ຮົບ ໃຫ້ທຸກ ຄົນ ຮັບ ຮູ້ ເຂົ້າໃຈ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ./.
ກັບສາລະບານ