ມີຫລາຍສິ່ງປະທັບໃຈ ຢາກຫວນກັບມາປະເທດລາວອີກຄັ້ງ

* ນີ້​ຄື​ຄວາມ​ຮູ້​ສຶກ ຂອງ​ ໄມ​ເຄິນ ວ​ອງ ​ໃນ​ຖາ​ນະ​ເປັນ​ທູດ​ສຳ​ພັນ​ທະ​ໄມ​ຕີ ຂອງ​ອົງ​ການ​ສຸ​ພາ​ນິ​ມິດ​ມາ​ເລ​ເຊຍ ທັງ​ເປັນດາ​ລາ​ນັກ​ຮ້ອງ​ດັງ​ຈາກ​ປະ​ເທດ​ມາ​ເລ​ເຊຍ​ທີ່​ໄດ້​ໃຫ້​ສຳ​ພາດ​ຕໍ່​ມວນ​ຊົນ​ລາວ ເມື່ອ​ວັນ​ທີ 14 ມິ​ຖຸ​ນາ 2008 ທີ່​ນະ​ຄອນ​ຫລວງວຽງ​ຈັນ ພາຍ​ຫລັງ​ທີ່​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາວເປັນ​ເວ​ລາ 5 ວັນ .​ໄມ​ເຄິນ ວອງ​ກ່າວ​ວ່າ : ເປັນ​ຄັ້ງ​ທຳ​ອິດ ທີ່​ໄດ້​ມາ​ເຫັນ​ດິນ​ແດນ​ລ້ານ​ຊ້າງ ຊຶ່ງຖື​ວ່າ ເປັນ​ປະ​ເທດໜຶ່ງ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມອັນ​ມີ​ເອ​ກະ​ລັກສະ​ເພາະ ພ້ອມ​ນີ້ຍັງ​ເຫັນ​ວ່າຄົນ​ລາວ​ເປັນ​ຄົນດຸ​ໝັ່ນ​ຂະ​ຫຍັນ​ພຽນ, ມີ​ຈິດ​ໃຈ​ໂອບ​ເອື້ອອາລີ​ , ໃຫ້​ການ​ຕ້ອນ​ຮັບ​ແຂກ​ທີ່​ມາ​ຢ້ຽມດ້ວຍ​ມິດ​ໄມ​ຕີ, ເປັນ​ຄົນ​ທີ່​ມີ​ຄວາມ​ເວົ້າ​ຈາ​ມີ​ມາ​ລະ​ຍາດ​ສຸ​ພາບ​ຮຽບ​ຮ້ອຍ. ເຖິງ​ແມ່ນ​ວ່າ​ຈະ​ມີ​ເວ​ລາ​ພຽງ​ສັ້ນ​ໃນ​ການ​ສຳ​ພັດ ແລະ ພົບ​ປະ​ກັບ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ, ແຕ່​ກໍ​ຖື​ວ່າ​ເປັນ​ປະ​ສົບ​ການ​ໜຶ່ງ​ຂອງ​ຊີ​ວິດ​ທີ່​ປະ​ທັບ​ໃຈ​ທີ່​ສຸດ ຖ້າ​ເປັນ​ໄປ​ໄດ້​ກໍ່​ຢາກ​ຫວນ​ຄືນ​ມາ​ຢ້ຽມ​ຢາມເມືອງ​ລາວ​ອີກຄັ້ງ​ໃໝ່ .
ການ​ມາ​ຢຽມ​ຢ້າມ ຂອງ​ ​ໄມ​ເຄິນ ວອງ ​ໃນ​ນາມທູດ​ສຳ​ພັນ​ທະ​ໄມ​ຕີ ຂອງ​ອົງການ​ສຸພາ​ນິມິດ ຄັ້ງ​ນີ້ ກໍ​ເພື່ອ​ພົບ​ກັບ​ເດັກ​ນ້ອຍ ແລະ ຄອບ​ຄົວ​ຕົກ​ຢູ່​ໃນ​ສະ​ພາບ​ທຸກ​ຍາກ ຕາມ​ເປົ້າ​ໝາຍ​ຈຳນວນ​ໜຶ່ງ ເພື່ອຮັບຮູ້ ເຖິງ​ຄວາມ​ທຸກ​ຍາກ, ​ກ້າວ​ສູ່​ການສຶກ​ສາ​ຄວາມ​ອາດ​ສາ​ມາດ ປະ​ກອບ​ສ່ວນ ຊ່ວຍ​ເຫລືອ​ຄວາມຕ້ອງ​ການ​ຂອງ​ຊຸມ​ຊົນ ໄດ້​ຄື​ແນວ​ໃດພ້ອມ​ນີ້ ຍັງ​ເພື່ອ ເປັນ​ການ​ຮຽນ​ຮູ້ ​ວຽກ​ງານ​ພັດ​ທະ​ນາຢູ່ ສ​ປ​ປ​ລາວ ວ່າ​ຈະ​ຊ່ວຍ ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢ​ູ່​ຂອງ​ຄົນ​ໃນ​ຊຸມ​ຊົນ​ໄດ້​ຄື​ແນວ​ໃດ.
ໄມ​ເຄີ​ນ ວອງ ໃຫ້​ຮູ້​ວ່າ: ພາຍ​ຫລັງ​ເດີນ​ທາງ​ມາ​ຮອດ​ນະ​ຄອນ​ຫລວງວຽງ​ຈັນ ກໍ່​ໄດ້ລົງ​ຢຽມຢ້າມ ແລະ ສຳ​ພັດກັບ​ຊຸມ​ຊົນຜູ້​ທຸກ​ຍາກ ຢູ່​ ສອງ​ແຂວງ ຄື ຢູ່​ຄຳ​ມ່ວນ ແລະ ສະ​ຫວັນ​ນະ​ເຂດ ຊຶ່ງ ທຳ​ອິດນັ້ນໄດ້​ລົງ ພື້​ນ​ຖານ​ຮ່ວມ​ດຳ​ລົງ​ຊີ​ວິດ​ກັບ​ຫລາຍ ຄອບ​ຄົວ​ທຸກ​ຍາກ ຢູ່​ທີ່​ບ້ານ​ທົ່ງ​ຄາ​ແຂວງ​ຄຳ​ມ່ວນ. ນະ​ທີ່​ນີ້​ຂ້ອຍ​ໄດ້​ເຮັດ​ຫລາຍ​ກິດ​ຈະ​ກຳ​ນຳ​ຄອບ​ຄົວ​ທຸກ​ຍາກເຫລ​ົ່ານັ້ນ ເປັນ​ຕົ້ນ​ແມ່ນ​ການ​ຊອກ​ຢູ່​ທຳ​ກິນ​ຕາມ​ທຳ​ມະ​ຊາດ ເຊັ່ນ: ເຂົ້າ​ປ່າ​ຫາ​ໜໍ່​ໄມ້, ລົງ​ນ້ຳ​ຫາ ປາ​ເພື່ອ​ເປັນ​ອາ​ຫານ​ສຳ​ລັບ​ພາ​ເຂົ້າ​ໃນ​ທຸກໆ​ມື້ , ຕັກ​ນ້ຳ ແລະອ​ື່ນໆ. ນີ້​ກໍ່​ແມ່ນ​ສິ່ງ​ໜຶ່ງ​ສຸດ​ປະ​ເສີດ​ຖື​ວ່າ​ເຂົາ​ເຈົ້າ​ເປັນ​ຄອບ​ຄົວ​ທຸກ​ຍາກ, ​ແຕ່​ຈິດ​ໃຈ​ແລ້ວ​ບໍ່​ມີ​ຄວາມ​ທໍ້​ຖອຍ, ສູ້​ແລ້ວ​ສູ້​ອີກ​ເພື່ອ​ໃຫ້​ຄອບ​ຄົວ​ມີ​ກິນ. ມັນ​ແມ່ນ​ອີກ​ປະ​ສົບ​ການ​ໜຶ່ງ​ສຸດ​ທ້າ​ທາຍ ແລະ ປະ​ທັບ​ໃຈ ສຳລັບ​ຂ້ອຍ. ສຳ​ລັບ​ຢູ່​ແຂວງ ​ສະ​ຫວັນ​ນະ​ເຂດ ແມ່ນ​ໄດ້​ລົງ​ໄປ​ຖອກ​ຖອນ​ບົດ​ຮຽນ ນຳ​ໂຄງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ ໂດຍ​ມີ​ເປົ້າ​ໝາຍ​ໃນ​ການ​ປ່ຽນ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເດັກ​ນ້ອຍ, ຄອບ​ຄົວ ແລະຄົນ​ໃນ​ເຂດ​ຊຸມ​ຊົນ​ທີ່​ມີ​ຄວາມທຸກ​ຍາກ ໂດຍ​ຜ່ານ ກອງ​ທຶນ​ອຸ​ປະ​ຖຳ​ເດັກ​ນ້ອຍ, ອົງ​ການ​ສຸ​ພາ​ນິດ​ໄດ້​ນຳ​ໃຊ້​ທຶນ​ດັ່ງ​ກ່າວ​ເຂົ້າ​ໃນ​ການ​ເຮັດ​ວຽກ ດ້ານ​ພັດ​ທະ​ນາ​ໃນ​ຫລາຍໆ​ຂະ​ແໜງ​ການ ປະ​ກອບ​ມີ​ໂຄງ​ການ​ສຸ​ຂະ​ພາບ​ແມ່ ແລະ ເດັກ​ນ້ອຍ, ໂຄງ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະການ​ສຶກ​ສາ.
ສຳ​ລັບ​ເປົ້າ​ໝາຍ​ໜຶ່ງ​ອີກ ຂອງ​ນັກ​ຮອງ​ຊື່​ດັງ ມາ​ເລ​ເຊຍ ຜູ້ນີ້​ແມ່ນ ພາຍ​ຫລັງ​ກັບ​ຈາກ​ການ​ຢ້ຽມ​ຢາມ ສ​ປ​ປ​ລາວ ຈະ​ເດີນ​ທາງ​ກັບ​ສູ່​ປະ​ເທດ​ມາ​ເລ​ເຊຍ ເພື່ອ​ຈະ​ໄດ້ ປຸກ​ລະ​ດົມ​ແນວ​ຄວາມ​ຄິດ​ຕື່ນ​ຕົວ​ໃນ​ການ​ຕໍ່​ຕ້ານ​ກັບ​ຄວາມ​ທຸກ​ຍາກ​ຊ່ວຍ ສ​ປ​ປ​ລາວ ແລະ ພາກ​ສ່ວນ​ອື່ນໆ​ໃນ​ໂລກ ໃນ​ງານ “30 ຊົ່ວ​ໂມງ​ໃນ​ການ​ອົດ​ອາ​ຫານ ” ບ່ອນ​ທີ່​ຊາວ​ໜຸ່ມ​ທີ່​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ທຸກ​ຈົນ ແລະ ຄວາມ​ອຶດ​ຫີວ​ໃນ​ທົ່ວ​ໂລກ, ໂດຍ​ອາ ໄສ​ປະ​ສົບ​ການ ແລະ ການ​ເປັນ​ແບບ​ຢ່າງ​ຂອງ​ໄມ​ເຄິນວອງ ເພື່ອ​ຫວັງ​ຈະ​ຊ່ວຍ​ກະ​ຕຸກ​ຊຸກ​ຍູ້​ຊາວ​ໜຸ່ມ​ມາ​ເລ​ເຊຍ​ໃຫ້​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ຊ່ວຍ​ສະ​ໜັບ​ສະ​ໜູນ​ຄົນ​ທຸກ​ຍາກ ໂດຍ​ສະ​ເພາະ​ແມ່ນ​ເດັກ​ນ້ອຍ.




 
   ກັບສາລະບານ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446