ຊົນເຜົ່າໂບອີ ຢູ່ ສ.ສ ຫວຽດນາມ
*ຊົນເຜົ່າໂບອີມີຫລາຍຊື່ເອີ້ນຄື ກັນເຊັ່ນ: ຈັງຈະ, ຕຣອງເກຍ, ຕູດີ, ຕູ ດິນ ແລະ ປູນາ. ມີປະຊາກອນປະມານ 1.500 ຄົນ, ສ່ວນຫຼາຍຕັ້ງພູມລຳເນົາ ແຂວງລາວກາຍ, ອຽນບາຍ, ຮ່າຢາງ ແລະ ຕວຽນກວາງ. ພາສາປາກເວົ້າ ຂອງຊົນເຜົ່າໂບອີ ຈັດຢູ່ໃນກຸ່ມ ໝວດ ພາສາໄຕ-ຖາຍ. ບັນພະບູຣຸດໄດ້ນຳ ພາພວກເຂົານັບຖືກົດສາສະໜາ. ເທິງ ຮ້ານບູຊາ ເຂົາ ເຈົ້າ ຈະໄຕ້ທູບ 3 ດອກ ວາງໄວ້ ເທິງແທ່ນ ບູຊາ, ທູບ 1 ດອກ ບູຊາສະຫວັນ, 1 ດອກ ສຳລັບເພື່ອພະ ຄີໄຟ (ຜີທີ່ຮັກສາເຮືອນຄົວ) ແລະ ອີກ 1 ດອກແມ່ນບູຊາບັນພະບູຣຸດ.
ຊົນເຜົ່າໂບອີ ມີອາຊີບຕົ້ນຕໍເຮັດ ໄຮ່ ປູກພືດກະສິກຳ. ນອກນັ້ນຍັງລ້ຽງ ງົວ, ຄວາຍ, ເປັດ,ໄກ່. ເຂົາເຈົ້າມີ ຄວາມຊຳນານໃນການລ້ຽງປາ,ທຸກໆ ປີເມື່ອຍາມລະດູຝົນ ເຂົາເຈົ້າຈະໄປ ຫາເອົາໄຂ່ປາ, ໄຂ່ກົບ, ລູກກົບ ແລະ ລູກປາ ທີ່ໄຂ່ ປະໄວ້ຕາມລຳນ້ຳ ແລະ ທົ່ງນາມາປະໄວ້ບ່ອນທີ່ເພາະພັນ ແລະ ລ້ຽງໄວ້ ໃນໜອງ ແລະ ທົ່ງຂອງ ຕົນ ທີ່ຈັບຈ່ອງໄວ້ແລ້ວ.
ຜ່ານມາຊົນເຜົ່າ ໂບອີ ເຄີຍເຮັດ ວຽກຊ່າງໄມ້, ຊ່າງຕີເຫລັກ, ປັ້ນໝໍ້ ຫລໍ່ ໄຫ, ແກະສະຫລັກຫີນ ແລະ ເຄື່ອງ ເງິນ ເປັນອາຊີບ, ຜູ້ຍິງຮູ້ວິທີປູກຝ້າຍ, ປັ່ນຝ້າຍ, ຕ່ຳຜ້າແພ, ຫຍິບ, ຖັກແສ່ວ ເຄື່ອງນຸ່ງຫົ່ມ,ຜ້າບ່ຽງ ແລະ ອື່ນໆ. ແມ່ ຍິງນຸ່ງສິ້ນ ແລະ ເສື້ອທີ່ມີໝາກກະ ດຸມ 5 ໜ່ວຍ ແລະ ເສື້ອຊ້ອນ. ພວກ ແມ່ຍິງ ມັກເອ້ຢ້ອງດ້ວຍ ເຄື່ອງທີ່ຜະລິດຂຶ້ນ ຈາກເງິນ ສວມໃສ່ຍອດເກົ້າຜົມ. ຜ້າ ປົກຫົວເປັນສີຄາມ ກວ້າງ 0,3 ແມັດ, ຍາວ 2 ແມັດ ຊຶ່ງປົກໄວ້ເທິງຫົວ.
ໂດຍທົ່ວໄປແລ້ວຊົນເຜົ່າໂບອີ ອາ ໄສຢູ່ເຮືອນຊູດິນ. ພາຍໃນເຮືອນຈະ ມີຫ້ອງພິເສດ ຊຶ່ງເຮັດດ້ວຍໄມ້ໂອ່ ໂຖງກວ້າງຂວາງ ແລະ ສ່ວນທີ່ເຫຼືອ ນັ້ນ ແມ່ນໄວ້ເຮັດຫ້ອງນອນ ໃຫ້ເດັກ ຊາຍທີ່ຍັງບໍ່ທັນໄດ້ ແຕ່ງດອງ ແລະ ສຳລັບເຮັດເລົ້າເຂົ້າ. ຊົນເຜົ່າໂບອີ ມີ ນາມສະກຸນສະເພາະ ແຕ່ລະເຊື້ອສາຍ ຄອບຄົວແຕ່ 5-9 ຄຳ, ແຕ່ລະຄຳໄດ້ ຖືກກຳນົດ ແລະໄດ້ສະແດງເຖິງການ ສືບທອດຈາກຜູ້ໃຫ້ກຳ ເນີດຊົນເຜົ່າ ສ້າງກົດລະບຽບລວມ ເພື່ອບັນຊາ ເບື້ອງຕົ້ນນຳອີກ.
ຊົນເຜົ່າໂບອີ ຈັດພິທີງານດອງ ມີລັກຊະນະຫຍຸ້ງຍາກສັບສົນຫລາຍ ທັງເປັນການ ໃຊ້ຈ່າຍທີ່ແພງ. ໃນພິທີ ງານດອງນີ້ຕ້ອງໄດ້ແຫ່ເຈົ້າ ສາວໄປ ເຮືອນເຈົ້າບ່າວ. ຄອບຄົວຂອງເຈົ້າ ບ່າວຈະຕ້ອງໄດ້ສົ່ງຄົນໄປຮັບເອົາ ເຈົ້າສາວ 8-10 ຄົນ ກ່ອນ, ໃນ ນີ້ມີ 1-2 ຄູ່ຍັງໂສດ, ແຕ່ 2 ຄູ່ ຕ້ອງແມ່ນຜູ້ ສ້າງ ຄອບຄົວແລ້ວ. ໃນກຸ່ມຄົນຂອງເຈົ້າ ບ່າວນີ້ຈະບໍ່ໄດ້ເປັນ ຕົວແທນໃນພິທີ ການແຕ່ງງານນີ້. ເຂີຍຈະສົ່ງນ້ອງ ສາວ ຂອງຕົນດ້ວຍ ມ້າໄປໃຫ້ເຈົ້າ ສາວ, ຝ່າຍຄອບຄົວ ເຈົ້າສາວຈະມີ ການ ສົ່ງບຸກຄົນກຸ່ມໜຶ່ງຕິດຕາມຄື ກັນ. ບົນເສັ້ນທາງໄປ ເຮືອນເຈົ້າບ່າວ ນັ້ນ ເຈົ້າສາວຖືມີດຕັດ 1ດວງແລະໄກ່ ແມ່ນ້ອຍ 1 ໂຕ ແລ້ວກໍປ່ອຍວັດ ຖຸສິ່ງ ນີ້ ລົງໃນລະຫວ່າງທາງໄປ. ເມື່ອ ເກີດລູກ, ສາຍແຫ່ ຈະຖືກຝັງ ໄວ້ກ້ອງ ຕຽງແມ່. ຖ້າແມ່ຕາຍ ເດັກນ້ອຍໃນ ຄອບຄົວຫ້າມບໍ່ໃຫ້ໂສກເສົ້າເປັນ ເວ ລາ 90 ວັນ. ຖ້າພໍ່ເສຍຊີວິດ ຂະລ່ຳບໍ່ ໃຫ້ໂສກເສົ້າ 120 ວັນ.
ຊົນເຜົ່າໂບອີ ມີຄວາມອຸດົມຮັ່ງມີ ດ້ວຍຄັງຊັບສິນລະປະ ແລະ ວັດທະ ນະທຳ ຊຶ່ງລວມ ທັງນິທານບັນພະບູ ລຸດ, ຄຳສຸພາສິດ ແລະ ເພງ ພື້ນເມືອງ ດ້ວຍ ./.