​ສິບກວ່າປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂົງເຂດຖະແຫຼງຂ່າວ-ວັດທະນະທຳ

ວຽກງານຖະແຫລງຂ່າວ-ວັດທະນະທຳ ແມ່ນວຽກຫນຶ່ງທີ່ມີຄວາມສຳຄັນຂອງພັກ - ລັດ. ດ້ວຍເຫດນີ້ ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ແລະ ກອງ​ປະ​ຊຸມ​ຄົບຄະນະບໍລິຫານງານສູນ​ກາງ​ພັກ​ແຕ່​ລະ​ຄັ້ງ​ລ້ວນ​ແຕ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ ແລະ ກຳ​ນົດ​ທິດ​ທາງແຜນ​ພັດ​ທະ​ນາ​ວຽກ​ງານຖະ​ແຫລງ​ຂ່າວ ແລະ ວັດ​ທະ​ນະ​ທຳຢ່າງ​ຈະ​ແຈ້ງ, ເປັນ​ຕົ້ນ​ແມ່ນ​ພາຍ​ຫລັງມີ ມະ​ຕິຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກກ່ຽວ​ກັບ “ການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ​ຕໍ່​ສື່​ມວນ​ຊົນ​ໃນ​ໄລ​ຍະ​ໃຫມ່ “ສະ​ບັບ​ເລກ​ທີ 36/ກມ​ສ​ພ ລົງ​ວັນ​ທີ 19/6/1993, ມະ​ຕິ ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ " ​ວຽກ​ງານ​ວັດ​ທະ​ນະ​ທຳໃນ​ໄລ​ຍະໃຫມ່ " ສະບັບ ລົງ​ວັນ​ທີ 01/10/1994, ມະ​ຕິ ກ​ອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VII ແລະ ຄັ້ງ​ທີ VIII ຂອງ​ພັກໄດ້​ເນັ້ນ​ຫນັກ​ກ່ຽວ​ກັບແນວ​ທາ​ງ​ປ່ຽນ​ແປງ​ໃຫມ່​ທາງ​ດ້ານຖະ​ແຫລງ​ຂ່າວ ແລະ ວັດ​ທະ​ນະ​ທຳຂອງ​ທົ່ວ​ພັກ ແລະ ທົ່ວ​ປວງ​ຊົນ​ລາວ.
ໂດຍ​ຍຶດ​ຫມັ້ນປະ​ຕິ​ບັດ​ຕາມມະ​ຕິຕ່າງໆ ​ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ບວກ​ກັບ​ການ​ກຳ​ແຫນ້ນພາ​ລະ​ບົດ​ບາດ​ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຕໍ່​ພັກຕໍ່​ລັດ ແລະ ຕໍ່​ສັງ​ຄົມ, ກະ​ຊວງ ຖະ​ແຫລງ​ຂ່າວ ແລະ ວັດ​ທະ​ນະ​ທຳ ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ຫລາຍ​ຢ່າງ ໃນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ການ​ເມືອງ​ຂອງ​ຕົນ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ເຊິ່ງ​ສາ​ມາດ​ສັງ​ເກດ​ຕີ​ລາ​ຄາ​ໂດຍ​ສັງ​ເຂບ​ດັ່ງ​ນີ້ :
-​ ການ​ປະ​ຕິ​ບັດບັນ​ດາ​ມະ​ຕິ​ ຂອງ​ ພັກ​ກ່ຽວ​ກັບ​ວຽກ​ງານ ຖະ​ແຫລງ​ຂ່າວ ແລະ​ ວັດ​ທະ​ນະ​ທຳ ໃນ​ໄລ​ຍະ 10 ກວ່າ​ປີ​ມາ​ນີ້ ແມ່ນດຳ​ເນີນ​ໄປ​ໃນ​ເງື່ອນ​ໄຂ​ທີ່​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ຜັນ​ແປ​ຢ່າງສັບ​ສົນ ເຊິ່ງ​ມີ​ທັງ​ກາ​ລະ​ໂອ​ກາດ, ມີ​ທັງ​ການ​ທົດ​ສອບ ແລະ ສິ່ງ​ທ້າ​ທາຍ​ຫລາຍ​ປະ​ການ. ຄຽງ​ຄູ່​ກັນ​ນັ້ນ, ສະ​ພາບ​ທາງ​ເສດ​ຖະ​ກິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ ແລະ ປະ​ຊາ​ຊົນ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ, ມີ​ບາງ​ດ້ານ​ໄດ້​ກະ​ທົບ​ແຮງ​ເຖິງການ​ເຄື່ອນ​ໄຫວ​ຂອງວຽກ​ງານ ຖະ​ແຫລງ​ຂ່າວ ແລະ ວັດ​ທະ​ນະ​ທຳ.
ເຖິງຢ່າງໃດກໍຕາມ, ໂດຍພາຍໃຕ້ແສງສະຫວ່າງມະຕິກອງປະຊຸມໃຫຍ່ ຄັ້ງຕ່າງໆ ຂອງ ພັກໂດຍສະເພາະແມ່ນມະຕິກົມການເມືອງສູນກາງພັກ ກ່ຽວກັບ “ການເພີ່ມທະ ວີການ ນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃຫມ່” ແລະ ມະຕິຂອງສູນກາງພັກ ກ່ຽວກັບ “ວຽກງານວັດທະນະທຳໃນໄລຍະໃຫມ່”, ດ້ວຍແນວທາງ ນະໂຍບາຍອັນຖືກຕ້ອງ ແລະ ດ້ວຍການນຳພາຊີ້ນຳຢ່າງໃກ້ຊິດຂອງ ກົມການເມືອງ ສູນກາງພັກ, ຂະແຫນງຖະແຫລງຂ່າວ - ວັດທະນະທຳໄດ້ຈັດຕັ້ງຜັນຂະຫຍາຍບັນດາ ມະຕິດັ່ງກ່າວ, ໂດຍຫັນເປັນແຜນການ, ໂຄງການ, ມາດຕະການລະອຽດ ເຊິ່ງໄດ້ຈັດຕັ້ງປະ ຕິບັດມີຜົນສຳເລັດຈຳນວນຫນຶ່ງລະອຽດດັ່ງລຸ່ມນີ້:
1- ວຽກ​ງານ ຖະ​ແຫລງ​ຂ່າວ:
-​ ເຖິງວ່າຈະ​ມີ​ຄວາມ​ຫຍຸ້ງ​ຍາກ, ທາງດ້ານພາວະວິໄສ ແລະ ອັດຕະວິໄສຫລາຍ ປະການ ແຕ່​ຖະ​ແຫລງ​ຂ່າວພວກເຮົາແມ່ນຍັງຍຶດຫມັ້ນໃນແນວທາງນະໂຍບາຍແລະ ອຸດົມການຂອງພັກຢ່າງ
ຫນັກແຫນ້ນ; ສື່ມວນຊົນຂອງພວກເຮົາໄດ້ຮັບການພັດ ທະນາການ ນັບແຕ່ສູນກາງລົງໄປເຖິງ
ຮາກຖານ. ໄດ້ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່, ຊຸກຍູ້ ແລະ ຜັນ​ຂະ​ຫຍາຍ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ -​ ລັດ ໃນ​ແຕ່​ລະ​ໄລ​ຍະ​, ເປັນ​ຕົ້ນ​ແມ່ນໂຄສະນາ​ຮັບ​ໃຊ້​​ແກ່​ພາ​ລະ​ກິດ​ປ່ຽນ​ແປງ​ໃຫມ່ຂອງ​ພັກ​ ໃນການພັດທະນາເສດຖະກິດສັງຄົມຂອງປະເທດພວກເຮົາ, ພ້ອມກັນ ນັ້ນ ກໍໂຄສະນາໃຫ້ແກ່ບັ້ນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ສາກົນເປັນປົກກະຕິ ຊຶ່ງສະແດງອອກດັ່ງນີ້:
* ວຽກງານສື່ສິ່ງພິມ:
ໃນໄລຍະ 10 ກວ່າປີຜ່ານມາ ວຽກງານສື່ສິ່ງພິມ ໄດ້ມີການປັບປຸງ ແລະ ຂະຫຍາຍ ຕົວ ທັງທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດຕອບສະຫນອງຂໍ້ມູນ-ຂ່າວສານແກ່ ສັງຄົມໄດ້ຢ່າງກວ້າງຂວາງພໍສົມຄວນ. ປະຈຸ​ບັນ​ຫນັງສືພິມ ​ແລະ ວາລະ​ສານ​ທົ່ວ​ປະ​ເທດ​ ມີ​ເຖິງ 70 ສະບັບ (​ໃນ​ປີ 1993 ມີ​ພຽງ 13 ສະບັບ); ໃນນັ້ນ ຫນັງສືພິມລາຍວັນໄດ້ຂະຫຍາຍຈາກ 2 ສະບັບ ( “ປະຊາຊົນ” ແລະ “ວຽງຈັນໃຫມ່” ໃນເມື່ອກ່ອນ ເພີ່ມຂຶ້ນຕື່ມ 5 ສະບັບ “ປະເທດລາວ”, ວຽງຈັນທາຍ”, “ຂ່າວກິລາ”, “ ລາວພັດທະນາ ”, “ ປະຊາຊົນ ເສດຖະກິດ-ສັງຄົມ ” ) ລວມເປັນ 7 ສະບັບ ໃນປະຈຸບັນ. ໃນ​ນັ້ນ ມີ​ຫນັງສືພິມ​ພາສາ​ຕ່າງປະ​ເທດ 4 ສະບັບ ພ້ອມກັນນີ້ບັນດາຫນັງສືພິມລາຍວັນນັ້ນ ໄດ້ເພີ່ມຫນ້າພິມ, ເພີ່ມສີສັນ, ເພີ່ມຄໍລຳ, ເພີ່ມເນື້ອຫາສາລະໃຫ້ຫລາຍຂຶ້ນ ຈາກ 4 ຫນ້າ ໃນເມື່ອກ່ອນ ຂຶ້ນເປັນ 12 ຫນ້າ ແລະ ບາງສະບັບກໍ່ຫລາຍກວ່ານັ້ນ.
ຄຽງຄູ່ກັນນີ້ ກໍມີຫນັງສືພິມລາຍອາທິດ, ລາຍປັກກໍຄືວາລະສານລາຍເດືອນ, ລາຍໄຕ ມາດຂອງບັນດາຂະແຫນງການ ແລະ ທ້ອງຖິ່ນທີ່ສາມາດເປັນເຄື່ອງມືໂຄສະນາເຜີຍແຜ່ວຽກ ງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານແຮງງານ, ສຶກສາ, ສາທາລະນະສຸກ, ເພດ, ໄວ, ວັດທະນະທຳ - ສັງຄົມ ແລະ ອື່ນໆ.
ພ້ອມກັນນີ້ ພວກເຮົາກໍໄດ້ໃຫ້ສັງຄົມມີສ່ວນຮ່ວມໃນການພິມຈຳຫນ່າຍວາລະສານ ລາຍເດືອນຈຳນວນຫນຶ່ງ ກ່ຽວກັບວຽກງານທຸລະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ບໍລິການຮັບໃຊ້ສັງຄົມທີ່ມີຫລາກຫລາຍສີສັນ.
- ບັນດາສື່ສິ່ງພິມຍັງບຸກບືນສ້າງລາຍຮັບດ້ວຍຕົນເອງຈາກການໂຄສະນາສິນຄ້າ ແລະ ການປະກາດບໍລິການຮັບໃຊ້ສັງຄົມ, ສາມາດກຸ້ມຕົນເອງທາງດ້ານການພິມ, ການຈຳຫນ່າຍ ແລະ ການໃຊ້ຈ່າຍທີ່ຈຳເປັນໃນວຽກງານອື່ນໆ. ອັນໄດ້ຫລຸດຜ່ອນການແບກຫາບທາງດ້ານ ງົບປະມານຂອງລັດລົງ, ຍິ່ງໄປກວ່ານັ້ນຍັງມີບາງຫນັງສືພິມຍັງມີທິດທາງກ້າວໄປເຖິງການ ກຸ້ມຕົນເອງຢ່າງຮອບດ້າຍໃນຕໍ່ຫນ້າ.
* ວຽກງານສື່ເອເລັກໂຕຣນິກ:
ວິທະຍຸກະຈາຍສຽງ ແມ່ນສື່ເອເລັກໂຕຣນິກທຳອິດຂອງປະເທດເຮົາທີ່ໄດ້ກຳເນີດ ແລະ ຮັບໃຊ້ຫນ້າທີ່ການເມືອງມາແຕ່ຊຸມປີ 60; ໄລຍະ 10 ກວ່າປີມານີ້ ກໍໄດ້ຮັບການປັບປຸງ ແລະ ພັດທະນາໄປສູ່ຄຸນນະພາບໃຫມ່, ເປັນກະບອກສຽງໃນການໂຄສະນາເຜີຍແຜ່ແນວທາງປ່ຽນ ແປງໃຫມ່ຂອງພັກ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພັດທະນາ ເສດຖະກິດ-ສັງຄົມຕາມກົນໄກຕະຫລາດ.
- ໃນດ້ານປະລິມານກໍໄດ້ຂະຫຍາຍຈາກ 14 ສະຖານີການກະຈາຍສຽງໃນເມື່ອກ່ອນ ຂຶ້ນເປັນ 34 ສະຖານີໃນປະຈຸບັນ, ໃນນັ້ນ ຢູ່ສູນກາງ ມີ 3 ສະຖານີ ແລະ ຢູ່ທ້ອງຖິ່ນ ມີ 31 ສະຖານີ, ຊຶ່ງກະຈາຍເປັນສອງລະບົບ (ເອັບເອັມ 24 ສະຖານີ ແລະ ເອເອັມ 10 ສະຖານີ). ພ້ອມກັນນີ້ ກໍມີສະຖານີວິທະຍຸເອັມເອັມ ສຳລັບຖ່າຍທອດ ວິທະຍຸສາ ກົນຂອງບາງປະເທດ ເຊັ່ນ: ວິທະຍຸສາກົນຈີນ, ວິທະຍຸສາກົນຝຣັ່ງ ແລະ ວິທະຍຸ ສາກົນອົດ ສະຕຣາລີ.
ໃນດ້ານການແຜ່ຄື້ນກະຈາຍສຽງ ກໍສາມາດກວມເອົາ ປະມານ 80% ຂອງພື້ນ ທີ່ໃນທົ່ວປະເທດ.
- ໂທລະພາບເຖິງວ່າເປັນສື່ເອເລັກໂຕຣນິກອີກປະເພດຫນຶ່ງທີ່ກຳເນີດລຸ້ນຫລັງວິທະຍຸ ກະຈາຍສຽງ. ແຕ່ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວໄວທຽບທັນສື່ເອເລັກໂຕຣນິກອື່ນໆ ທີ່ມີໃນປະຈຸບັນ ແລະ ກໍເປັນສື່ປະເພດຫນຶ່ງທີ່ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມຢ່າງ ກວ້າງຂວາງ.
- ປະຈຸບັນນີ້ທົ່ວປະເທດມີສະຖານີໂທລະພາບທັງຫມົດ 32 ສະຖານີ, ເພີ່ມຂຶ້ນ 30 ແຫ່ງ ໃນນັ້ນ ໂທລະ ພາບແຫ່ງຊາດ ມີ 2 ສະຖານີ, ສະຖານີຖ່າຍທອດ ໂທລະພາບ ຫວຽດນາມ 1 ສະຖານີ, ໂທ ລະພາບເອກະຊົນ (ລາວສະຕຼາ ແລະ ເອັມວິລາວ) 2 ສະຖານີ, ໂທລະພາບທ້ອງຖິ່ນຢູ່ແຂວງ ແລະ ເມືອງ ມີ 30 ສະຖານີ ສາມາດແຜ່ຄື້ນ ໂທລະພາບກວມເອົາ ປະມານ 60% ຂອງພື້ນທີ່ທົ່ວປະເທດ.
ຢູ່ນະຄອນຫລວງ, ບັນດາເມືອງເອກຂອງແຂວງ ແລະ ບາງເມືອງທີ່ມີຊຸມຊົນຫນາ ແຫນ້ນ ໄດ້ນຳໃຊ້ລະບົບໂທລະພາບໃຊ້ສາຍ ແລະ ບໍ່ໃຊ້ສາຍທີ່ສາມາດຮັບຊົມໂທລະພາບ ທັງພາຍໃນ ແລະ ຕ່າງປະເທດໄດ້ຫລາຍຊ່ອງ.
- ພ້ອມກັນນີ້ ເອກະຊົນຍັງໄດ້ຮ່ວມມືກັບໂທລະພາບແຫ່ງຊາດສ້າງຊ່ອງລາຍການບັນ ເທີງລາວສະຕາແຊນແນວ ແລະ ແອັມວີລາວ.
+ ຈຸດຕັ້ງຫນ້າຄ້າຍຄືກັນຂອງວິທະຍຸກະຈາຍສຽງ ແລະ ໂທລະພາບໃນປະຈຸບັນ ແມ່ນ:
- ໄດ້ພ້ອມກັນຄ່ອຍໆຫັນປ່ຽນລະບົບເຕັກນິກເກົ່າ (ອານາລົກ) ໄປສູ່ລະບົບເຕັກນິກ ໃຫມ່ ທີ່ທັນສະໄຫມ (ດີຈີຕອນ) ເທື່ອລະກ້າວ ແລະ ຈະໃຫ້ສຳເລັດການຫັນປ່ຽນນີ້ໃນ ປີ 2015.
- ການກະຈາຍຄື້ນສຽງ ແລະ ພາບອອກອາກາດ ແລະ ຜ່ານລະບົບດາວທຽມ ເຫມືອນກັນ.
- ໃຫ້ສັງຄົມມີສ່ວນຮ່ວມໃນການຈັດລາຍການ ສາລະຄະດີທາງດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການບັນເທີງແບບຫລາກຫລາຍສີສັນເຫມືອນກັນ.
3- ຈຸດເດັ່ນອັນຫນຶ່ງອີກຂອງສື່ມວນຊົນເຮົາແມ່ນ ການກຳເນີດຂອງສື່ເອເລັກໂຕຣນິກ ໃຫມ່ ໃນຂະນະທີ່ໂລກພວມພັດທະນາເຕັກໂນໂລຢີການສື່ສານໂທລະຄົມ ທີ່ທັນສະ ໄຫມຢູ່ນັ້ນ, ບັນດາອົງການສື່ມວນຊົນພວກເຮົາກໍໄດ້ນຳໃຊ້ເຕັກໂນໂລຢີນັ້ນເຂົ້າມາເປັນ ສື່ເອເລັກໂຕຣນິກໃຫມ່ ຄຽງຄູ່ກັບສື່ຕ່າງໆຂອງພວກເຮົາຄືການສ້າງເວັບໄຊຂອງບັນດາສື່ເພື່ອ ເຊື່ອມຕໍ່ກັບລະບົບອິນເຕີແນັດທີ່ສາມາດເຮັດໃຫ້ການສົ່ງຂໍ້ມູນ - ຂ່າວສານຂອງຕົນອອກ ສູ່ພາຍໃນ ແລະ ຕ່າງປະເທດໄດ້ຢ່າງວ່ອງໄວ, ທັນການ ແລະ ກວ້າງຂວາງທີ່ສຸດ ຊຶ່ງປະຈຸບັນນີ້ບັນດາສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກສ່ວນໃຫຍ່ໄດ້ມີເວບໄຊຂອງຕົນ ແລ້ວ ເຊັ່ນ: ຂ່າວສານ ປະເທດລາວ, ຫນັງສືພິມວຽງຈັນທາຍ, ເຣໂນວາເຕີ, ຫນັງສືພິມປະຊາຊົນ, ວຽງຈັນໃຫມ່, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ຈະແຈກຢາຍໄປຍັງສື່ອື່ນໆ ໃນຂັ້ນຕໍ່ໄປ.
ສື່ມວນຊົນພວກເຮົາຄຽງ ຄູ່ກັບການເຮັດຫນ້າທີ່ການ ເມືອງຂອງຕົນແລ້ວ ຍັງໄດ້ບຸກບືນສ້າງລາຍຮັບຈາກການໂຄສະນາ, ບໍລິການຮັບໃຊ້ສັງຄົມ, ຫັນໄປສູ່ການກຸ້ມຕົນ ເອງທາງດ້ານລາຍຈ່າຍທີ່ຈຳເປັນຈຳນວນຫນຶ່ງ, ບາງຫົວຫນ່ວຍສື່ກໍສາມາດບັນລຸກຸ້ມຕົນເອງໃນ ຮອບດ້ານ.

2- ວຽກ​ງານ ວັດ​ທະ​ນະ​ທຳ :
ໃນໄລຍະ 10 ກວ່າປີຜ່ານມາ ເປັນຕົ້ນນັບແຕ່ມີມະຕິວຽກງານວັດທະນະທຳໃນໄລຍະ ໃຫມ່ວາງອອກ, ພວກເຮົາໄດ້ມີຄວາມຕັ້ງຫນ້າຟື້ນຟູ ແລະ ກໍ່ສ້າງວັດທະນະທຳແຫ່ງຊາດ ໃຫ້ມີລັກສະນະຊາດ, ກ້າວຫນ້າ ແລະ ມະຫາຊົນ; ສີສັນວັດທະນະທຳທີ່ເປັນເອກະລັກຂອງ ຊາດໄດ້ຮັບການປົກປັກຮັກສາໄວ້ໄດ້, ທັງສະກັດກັ້ນວັດທະນະທຳທີ່ເປັນພິດໄພທີ່ນຳມາ ຊຶ່ງຄວາມເສຍຫາຍໃຫ້ແກ່ວັດທະນະທຳອັນດີງາມຂອງຊາດ.
-​ ພວກເຮົາໄດ້ເອົາໃຈໃສ່ປັບປຸງບັນ​ດາ​ກອງ​ສະ​ແດງ​ອາ​ຊີບ ແລະ ສະ​ຫມັກ​ຫລິ້ນ ​ຕັ້ງ​ຫນ້າເຄື່ອນ​ໄຫວຮັບໃຊ້ງານປະຫວັດສາດສຳຄັນຕ່າງໆຂອງ ພັກ, ລັດ ແລະ ຂອງມະ​ຫາ​ຊົນ​, ​ນອກຈາກນີ້ຍັງໄດ້ສະແດງຮັບໃຊ້ການມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ຄະນະຜູ້ແທນ ຂັ້ນສູງປະເທດຕ່າງໆ, ກອງ​ປະ​ຊຸມ​ສາ​ກົນ​ ແລະ ພາກພື້ນຫລາຍລະດັບ. ມີ​ຫລາຍກອງ​ສະ​ແດງ​ໄດ້​ໄປ​ເຄື່ອນ​ໄຫວ​ຮັບ​ໃຊ້​ປະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ. ພ້ອມກັນນັ້ນ, ກໍໄດ້ໄປສະ ແດງແລກປ່ຽນບົດຮຽນຢູ່ຕ່າງປະເທດ ຊຶ່ງໄດ້ຮັບການຍ້ອງຍໍຊົມເຊີຍຢ່າງດີ.
- ໄດ້ພະຍາຍາມເຮັດໃຫ້ວຽກງານພິມຈຳຫນ່າຍ, ການພິມ ການຈຳຫນ່າຍ ແລະ ຫໍສະຫມຸດເຂົ້າສູ່ການຄຸ້ມຄອງຕາມລະບຽບການເທື່ອລະກ້າວ, ເອົາໃຈໃສ່ກວດກາ, ຄຸ້ມ ຄອງການພິມ, ສິ່ງພິມຢູ່ພາຍໃນ ແລະ ສິ່ງພິມທີ່ນຳເຂົ້າຈາກຕ່າງປະເທດຢ່າງມີການ ເລືອກເຟັ້ນ ແລະ ທັງເປັນປົກກະຕິ, ຊຸກຍູ້ບັນດາການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນຂຽນ ປຶ້ມ, ​ແປ ແລະ ພິມປຶ້ມປະເພດຕ່າງໆ ເຊັ່ນ: ປຶ້ມທິດສະດີມາກ-ເລນິນ, ປຶ້ມແນວທາງ ນະໂຍບາຍຂອງພັກ, ປຶ້ມນິພົນເລືອກເຟັ້ນຂອງ ປະທານໄກສອນ ພົມວິຫານ, ປຶ້ມປະຫວັດສາດຂອງພັກປະຊາຊົນປະຕິວັດລາວ, ປຶ້ມກ່ຽວກັບ ປະທານ ໄກສອນ ພົມວິຫານ, ປຶ້ມກ່ຽວກັບ ປະທານ ສຸພານຸວົງ, ປຶ້ມກ່ຽວກັບປະທານ ຄຳໄຕ ສີພັນດອນ, ປຶ້ມກ່ຽວກັບ ຜູ້ນຳພັກ-ລັດ, ປຶ້ມວິລະຊົນແຫ່ງຊາດ, ປຶ້ມກົດຫມາຍ, ປຶ້ມປະຫວັດສາດລາວ, ປຶ້ມວັດຈະນາ ນຸກົມ ພາສາລາວ-ພາສາຕ່າງປະເທດ, ປຶ້ມຫລັກສູດການສຶກສາ... ໄດ້ຈັດຕັ້ງແຂ່ງຂັນກວດ ສອບບົດຂຽນ ໃນວັນປະຫວັດສາດທີ່ສຳຄັນຕ່າງໆ; ພ້ອມນີ້ ທັງຈັດຕັ້ງ ໃຫ້ມີການຂີດຂຽນ ເພື່ອແຂ່ງຂັນຊີງລາງວັນ ຊີໄຣ ປະຈຳປີ, ແຂ່ງຂັນລາງວັນ ສິນໄຊ ປະຈຳປີ, ແຂ່ງຂັນລາງ ວັນລຸ່ມແມ່ນ້ຳຂອງ (ລາວ-ຫວຽດນາມ-ກຳປູ ເຈຍ). ຈຳນວນຫົວເລື່ອງປຶ້ມທີ່ພິມ ແຕ່ປີ 1993 ເຖິງປີ 2006 ມີຈຳນວນ 337 ຫົວເລື່ອງ, ຊຶ່ງເພີ່ມຂຶ້ນ 219 ຫົວເລື່ອງ. ຫລັງປີ 1993 ມານີ້, ຈຳນວນທີ່ພິມເປັນເຫລັ້ມ ມີເຖິງ 1.761.600 ເຫລັ້ມ ແລະ ສະເລ່ຍໃສ່ຫົວຄົນລາວ ຜູ້ຫນຶ່ງໄດ້ອ່ານປຶ້ມ 0,29 ຫົວ.
ຈຳນວນໂຮງພິມທັງຫມົດ 74 ແຫ່ງ, ໃນນີ້ ມີໂຮງພິມລັດ 12 ແຫ່ງ ທີ່ຍັງຄົງຕົວມາ ແຕ່ປີ 1993, ຮ້ານຂາຍປຶ້ມມີທັງຫມົດ 23 ແຫ່ງ ຂອງລັດ ມີ 3 ແຫ່ງ, ບໍລິສັດ ບໍລິການແປ ພາສາ ມີທັງຫມົດ 15 ແຫ່ງ ເປັນຂອງເອກະຊົນທັງຫມົດ. ບັນດາບໍລິສັດ ບໍລິການສິ່ງພິມ ເປັນຂອງເອກະຊົນ ທັງຫມົດ ຈຳນວນ 24 ແຫ່ງ, ພ້ອມນັ້ນ ກໍໄດ້ມີການສົ່ງເສີມການອ່ານ, ສ້າງຫໍ, ຫ້ອງສະຫມຸດປວງຊົນ, ຫ້ອງສະຫມຸດໂຮງຮຽນ ຢູ່ຫລາຍແຂວງ, ໄດ້ຮັບຜົນດີແມ່ນຫ້ອງສະຫມຸດເຄື່ອນທີ່, ຊຶ່ງສາມາດດຶງເອົາເດັກນັກຮຽນ ເຂົ້າຮ່ວມຢ່າງຫລວງຫລາຍ. ປະຈຸບັນ ຫໍ, ຫ້ອງສະຫມຸດ, ຕູ້ປຶ້ມ, ຖົງເມປຶ້ມ, ລົດສະຫມຸດ ເຄື່ອນທີ່, ເຮືອສະຫມຸດເຄື່ອນທີ່ ລວມທັງຫມົດ 8.045 ແຫ່ງ, ໃນນີ້ ເປັນຂອງແຂວງ 11 ແຫ່ງ, ຂອງເອກະຊົນ 5 ແຫ່ງ ແລະ ຫໍສະຫມຸດແຫ່ງຊາດ 1 ແຫ່ງ. ຈຳນວນຫໍ, ຫ້ອງສະຫມຸດດັ່ງກ່າວນີ້ ໄດ້ເພີ່ມຂຶ້ນ 7.939 ແຫ່ງ ຊຶ່ງນັບ ແຕ່ປີ 1994 ເປັນຕົ້ນມາ, ສຳລັບ ສຳນັກພິມ ແລະ ຈຳຫນ່າຍປຶ້ມແຫ່ງລັດ ຍັງຄົງຕົວຢຸູ່ 2 ແຫ່ງ, ສຳນັກພິມເອກະຊົນເກີດຂຶ້ນ 1 ແຫ່ງ.
ໄດ້ສົມທົບກັບມູນນິທິເຢຍລະມັນ ສ້າງໂຄງການເກັບກຳ ແລະ ປົກປັກຮັກສາຫນັງສື ຜູກໃບລານ ເປັນເວລາ 12 ປີ, ສາມາດເກັບກຳ ແລະ ຟື້ນຟູຮັກສາຫນັງສືຜູ້ໃບລານ ທີ່ມີຄຸນຄ່າດ້ານວັນນະຄະດີ, ວັນນະກຳ, ພາສາສາດ, ກົດຫມາຍບູຮານ ແລະ ປະຫວັດສາດ ເປັນຈຳນວນ ເຖິງ 500.000 ຜູກ, ຖ່າຍໄມໂຄຣຟິມ ໄດ້ 12.00 ຜູກ ໄດ້ລິດຈະນາ ແລະ ພິມເປັນເຫລັ້ມໄດ້ 5 ຫົວເລື່ອງ, ຈຳນວນພິມ 50.000 ເຫລັ້ມ. ໄດ້ໄຂຫ້ອງສະຫມຸດພາສາ ຫວຽດນາມທີ່ຫໍະສຫມຸດແຫ່ງຊາດ. ຈາກນັ້ນ ກໍໄດ້ສົມທົບກັບມູນນິທິຝຣັ່ງ ເພື່ອຟື້ນຟູຄຸນຄ່າ ຂອງການຄົ້ນຄວ້າຂີດຂຽນ ໃນອາຊີຕາເວັນອອກສຽງໃຕ້ ປົກປັກຮັກສາຫນັງສືເກົ່າແກ່ ສະໄຫມອິນດູຈີນ ຝຣັ່ງເສດ (ອີບຸກ) ຈຳນວນ 500 ເຫລັ້ມ. (ໂຄງການ 2 ປີ) ເພື່ອຈະ ໄດ້ນຳມາຈັດພິມເປັນປຶ້ມອອກຮັບໃຊ້ສັງຄົມໃນຕໍ່ຫນ້າ.
- ໄດ້ອອກແຮງຊຸກຍູ້ປຸກລະດົມການສ້າງບ້ານ ແລະ ຄອບຄົວວັດທະນະທຳໄດ້ຢ່າງ ກວ້າງຂວາງເປັນຂະບວນຟົດຟື້ນດີ, ມາເຖິງປະຈຸບັນໃນທົ່ວປະເທດໄດ້ມີຄອບຄົວວັດທະ ນະທຳ ຈຳນວນ 50 ພັນຄອບຄົວ, ບ້ານວັດທະນະທຳ 251 ກວ່າບ້ານ ການສ້າງ ບ້ານວັດ ທະນະທຳໄດ້ກາຍເປັນຂະບວນແຂ່ງຂັນ ແລະ ເປັນປາງ​ບຸນ​ປາງຫນຶ່ງໄດ້ຮັບ ຄວາມນິຍົມຊົມ ຊອບຈາກປະຊາຊົນຢູ່ຮາກຖານຂັ້ນບ້ານ ແລະ ເຮັດໃຫ້ບ້ານທີ່ໄດ້ຮັບ ການປະກາດເປັນບ້ານວັດທະນະທຳ ມີບັນຍາກາດອັນດີ ແລະ ມີໃບຫນ້າໃຫມ່. ຊຸກຍູ້ການ ຈັດຕັ້ງປະຕິບັດມະຕິຄຳສັ່ງຂໍ້ກຳນົດ ແລະ ແຈ້ງການຕ່າງໆກ່ຽວກັບການຄຸ້ມຄອງກວດກາ ປ້າຍໂຄສະນາ, ສະຖານທີ່ບັນເທີງ ແລະ ສະໂມສອນຫລິ້ນເກມໃຫ້ກ້າວ ເຂົ້າສູ່ລະບຽບຫລັກການ ເອກະພາບທັງຢູ່ສູນກາງ ແລະ ທ້ອງຖິ່ນ. ຄຽງຄູ່ກັນນີ້ ກໍໄດ້ເຄື່ອນ ໄຫວເກັບກຳ ແລະ ແກ້ໄຂສະພາບປາກົດການຫຍໍ້ທໍ້ທາງດ້ານວັດທະນະທຳ - ສັງຄົມທີ່ພວມ ເປັນບັນຫາ ເຄັ່ງຮ້ອນ ແລະ ຮີບດ່ວນໃນປະຈຸບັນ. ສູນວັດທະນະທຳເດັກກໍໄດ້ຮັບການພັດ ທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງທົ່ວປະເທດ ໄດ້ມີສູນວັດທະນະທຳເດັກຂັ້ນ ແຂວງ 13 ແຫ່ງ, ສະໂມສອນວັດທະນະທຳເດັກຂັ້ນເມືອງ 17 ແຫ່ງ ມີສະມາຊິກທັງຫມົດ 5.500 ກວ່າຄົນ ຊຶ່ງໄດ້ຮັບຄວາມສົນໃຈ ແລະ ເຂົ້າຮ່ວມຂອງເຍົາວະຊົນຢ່າງເປັນ ຂະບວນຟົດຟື້ນ ໂດຍໄດ້ຮັບການອຸປະຖຳຂອງສັງຄົມ ແລະ ຕ່າງປະເທດ, ເພື່ອ ສົ່ງເສີມ ແລະ ໂຄສະນາເຜີຍແຜ່ການຟື້ນຟູອະນຸລັກຮັກສາ ແລະ ສືບທອດມໍລະດົກວັດທະນະທຳ ທີ່ລ້ຳຄ່າຮີດຄອງປະເພນີທີ່ເປັນເອກະລັກອັນດີງາມຂອງປະຊາຊົນລາວບັນດາເຜົ່າ.
-​ ໄດ້​ພະ​ຍາ​ຍາມ​ກຳ​ນົດ​ເປົ້າ​ຫມາຍຂອງ​ການ​ຄົ້ນ​ຄວ້າ​ວັດ​ທະ​ນະ​ທຳ​ໃຫ້​ໄປ​ຕາມ​ທິດ​ ຟື້ນ​ຟູ, ອະ​ນຸ​ລັກ​ຮັກ​ສາ ແລະ ຢັ້ງ​ຢືນແຫລ່ງ​ກຳ​ເນີດ​ທາງ​ດ້ານ​ສິ​ລະ​ປະ, ຮ່ອງ​ຮອຍ​ປະ​ຫວັດ​ສາດ, ພາ​ສາ​, ມູນ​ເຊື້ອ ແລະ ມໍ​ລະ​ດົກ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ ເຜົ່າ, ຂອງ​ທ້ອງ​ຖິ່ນ ແລະ ຂອງ​ຊາດ.
- ໄດ້ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກແຫ່ງຊາດ ທີ່ຖືກຮັບຮອງ ເປັນມໍລະດົກ ໂລກ 2 ແຫ່ງ ( ເມືອງຫລວງພະບາງ ແລະ ວັດພູຈຳປາສັກ ) ເປັນຢ່າງດີ ແລະ ພວມສຳຫລວດຂໍ້ມູນປະກອບເອກະສານ ເພື່ອນຳສະເຫນີອົງການອຸຍແນດສະໂກ ຮັບ ຮອງເອົາທົ່ງໄຫຫີນແຂວງຊຽງຂວາງເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສ.ປ.ປ.ລາວ ໄດ້ອະນຸລັກສ້ອມແປງ ແລະ ກໍ່ສ້າງສະຖານບູຮານມໍລະດົກແຫ່ງຊາດຕ່າງໆ ເຊັ່ນ: ພະທາດຫລວງວຽງຈັນ, ຫໍພະແກ້ວ, ວັດສີສະເກດ, ຫໍພະບາງ, ທາດເມືອງເກົ່າທ່າແຂກ, ທາດອີງຮັງ, ເມືອງວຽງໄຊປະຫວັດສາດ. ໄດ້ສົມທົບກັບທ້ອງຖິ່ນໃນການຄຸ້ມຄອງສະຖານ ບູຮານທີ່ພົບໃຫມ່ຢູ່ຖ້ຳປາຝາ ແລະ ສະຖານທີ່ເກົ່າແກ່ຊຸດໂຊມເມືອງເກົ່າສຸວັນນະໂຄມຄຳ ເປັນຕົ້ນ ຄື:
- ໄດ້ຄຸ້ມຄອງຫໍພິພິທະພັນແຫ່ງຊາດ ແລະ ກໍ່ສ້າງຕາຫນ່າງຫໍພິພິທະພັນ ແລະ ຫໍວາງ ສະແດງມູນເຊື້ອ ໄປສູ່ແຂວງຕ່າງໆ ເຊັ່ນ: ຫໍວາງສະແດງບັ້ນຮົບລາມເຊິນ 719, ອະນຸສອນ ສະຖານຖ້ຳປີວເມືອງຄຳ ແຂວງຊຽງຂວາງ. ເພື່ອເປັນບ່ອນສຶກສາອົບຮົມມວນຊົນ ແລະ ບ່ອນ ຮັບຮອງໃຫ້ແກ່ທຸຸລະກິດທ່ອງທ່ຽວ ໂດຍສົມທົບກັບສະຖານທີ່ມໍລະດົກອື່ນໆ.
- ໄດ້ສຳຫລວດຄົ້ນຄວ້າ ແລະ ກອບກູ້ເອົາວັດຖຸບູຮານທີ່ຢູ່ພື້ນດິນມາປົກປັກຮັກສາໄວ້ ກ່ອນຈະດຳເນີນໂຄງການກໍ່ສ້າງໃຫຍ່ໆ ເປັນຕົ້ນຄື ນ້ຳເທີນ 2, ບໍ່ຄຳເຊໂປນ, ເສັ້ນທາງ ເລກ 1 ນະຄອນຫລວງວຽງຈັນ.
-​ ໄດ້​ຄົ້ນ​ຄວ້າ ແລະ ສົ່ງ​ເສີມ​ວຽກ​ງານ​ສິ​ລະ​ປະ​ຫັດ​ຖະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາດ​ລາວ​ເຊັ່ນ ການ​ຕ່ຳ​ຫູ​ກ​ທໍ​ໄຫມ, ການ​ແຕ້ມ​ຮູບ, ພາບ​ພິມ, ການ​ປັ້ນ​ຫລໍ່, ຄວັດ, ແກະ​ສະ​ຫລັກ, ຕີ​ເງິນ​ຕີ​ຄຳ ຈັກສານ​ໄດ້​ຈັດ​ຊຸດ​ອົບ​ຮົມຕະ​ກຸນ​ຊ່າງ​ພື້ນ​ເມືອງ​ລາວ​ ເພື່ອ​ຟື້ນ​ຟູ​ສີ​ໄມ້​ລາຍ​ມື​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊ່າງ​ລາວຢູ່​ບາງ​ແຂວງ ​ໄດ້​ຈັດ​ວາງ​ສະ​ແດງ​ ແລະ ຈຳຫນ່າຍຜະ​ລິດ​ຕະ​ພັນ​ສິນທີ່​ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຜະ​ລິດ​ຂ​ຶ້ນ.
- ໄດ້ຮັບຜົນສຳເລັດໃນການຄົ້ນຄວ້ານຳສະເຫນີຮ່າງກົດຫມາຍ ວ່າດ້ວຍມໍລະດົກ ພາຍ ຫລັງສະພາແຫ່ງຊາດ ໄດ້ຮັບຮອງເອົາ ແລະ ປະທານປະເທດ ສ.ປ.ປ.ລາວ ໄດ້ອອກລັດຖະບັນຍັດ ປະກາດໃຊ້ ໃນທ້າຍປີ 2005 ເຊິ່ງເຮັດໃຫ້ການຄຸ້ມຄອງມໍລະດົກມີ ພື້ນຖານທາງດ້ານນິຕິກຳຢ່າງຫນັກແຫນ້ນຂຶ້ນຕື່ມ.
-​ ໄດ້​ຫັນ​ວຽກ​ງານ​ວັດ​ທະ​ນະ​ທຳ​ໃຫ້​ກາຍ​ເປັນ​​ຂອງ​ມະ​ຫາ​ຊົນ​ເທື່ອ​ລະ​ກ້າວ ອັນ​ໄດ້​ເຕົ້າ​ໂຮມ​ເອົາ​ມວນ​ຊົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ຖືກ​ທິດ​ຖືກ​ທາງ​ຫລາຍ​ຂຶ້ນ​. ອັນ​ທີ່​ພົ້ນ​ເດັ່ນ​ຂຶ້ນ​ກໍ​ແມ່ນ ການ​ຈັດ​ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ, ງານ​ສະ​ເຫລີມ​ສະ​ຫລອງ ອາ​ນາ​ຈັກ​ລ້ານ​ຊ້າງ​ຄົບ​ຮອບ 650 ປີ ແລະ ງານ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ ເຊິ່ງ​ໄດ້​ດຶງ​ດູດ​ເອົາ​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ຫລວງ​ຫລາຍ.
-​ ໃນ​ນາມ​ເປັນ​ອົງ​ການ​ຄຸ້ມ​ຄອງ​ມະ​ຫາ​ພາກ ກະ​ຊວງ ຖະ​ແຫລງ​ຂ່າວ ແລະ ວັດ​ທະ​ນະ​ທຳ ໄດ້​ອອກ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ຫລາຍ​ສະ​ບັບ​ ແລະ ສົ່ງ​ວິ​ຊາ​ການ​ລົງປະ​ສານ​ສົມ​ທົບ​ກັບ​ທ້ອງ​ຖິ່ນເພື່ອແກ້​ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ດ້ານວັດທະນະທຳ​ສັງ​ຄົມ ເປັນ​ຕົ້ນ​ແມ່ນຢູ່​ຕາມ​ຮ້ານ​ບັນ​ເທີງ, ເຮືອນ​ພັກ, ຫ້ອງ​ຫລິ້ນ​ເກມຄາ​ລາ​ໂອ​ເກະ ແລະ ປ້າຍ​ຕ່າງໆ, ອັນເປັນການປະກອບ ສ່ວນຊ່ວຍ ເຮັດໃຫ້ສັງຄົມເຮົາ ໂດຍສະເພາະແມ່ນໃນຕົວເມືອງໃຫຍ່ຕ່າງໆ ມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນ.
-​ ສັງລວມວ່າໃນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຕ່າງໆ ໄດ້​ຕັ້ງ​ຫນ້າ​ກໍ່​ສ້າງວັດ​ທະ​ນະ​ທຳ​ໃຫ້​ມີ ລັກ​ສະ​ນະ​ຊາດ, ລັກ​ສະ​ນະ​ກ້າວ​ຫນ້າ ແລະ ລັກ​ສະ​ນະ​ມະ​ຫາ​ຊົນ; ພ້ອມ​ກັນ​ນັ້ນ ກໍໄດ້ເລືອກເຟັ້ນສິ່ງຍອດຍິ່ງດ້ານວັດທະນະທຳຂອງໂລກ ແລະ ກໍ​ໄດ້ພະ​ຍາ​ຍາມສະ​ກັດ​ກັ້ນ​ຜົນກະທົບຂອງກະແສວັດ​ທະ​ນະ​ທຳ​ຕ່າງໆ ທີ່​ສ້​າງ​ຈະຄວາມ​ເສື່ອມ​ເສຍ​ໃຫ້​ແກ່​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ຊາດລາວເຮົາ.

3/- ວຽກງານດ້ານຄຸ້ມຄອງບໍລິຫານ
- ກ່ຽວ​ກັບ​ບັນຫາ​ພະນັກງານປັດຈຸບັນ ທົ່ວຂະແຫນງຖະແຫລງຂ່າວ-ວັດທະນະທຳ ມີພະນັກງານທັງຫມົດ 2.713 ຄົນ, ( ຍິງ 821 ຄົນ), ໃນນັ້ນຢູ່ກະຊວງ 1.101 ຄົນ, ຢູ່ທ້ອງຖິ່ນ 1612 ຄົນ, ຍິງ 437 ຄົນ,
-​ ໄດ້​ບຳ​ລຸງ​ກໍ່​ສ້າງ​ພະ​ນັກ​ງານ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດທັງ​ໄລ​ຍະ​ສັ້ນ ແລະ ໄລ​ຍະ​ຍາວ​ຈຳ​ນວນ 664 ຄົນ.
- ໄດ້ປັບປຸງໂຄງປະກອບພາລະບົດບາດສິດຫນ້າທີ່ຂອງກະຊວງຄືນໃຫມ່; ໄດ້​ຍົກ​ຖາ​ນະ​ຂອງໂຮງ​ຮຽນ​ວິ​ຈິດ​ສິນ ແລະ ສູນ​ອົບ​ຮົມ​ສື່​ມວນ​ຊົນ ຂຶ້ນ​ເປັນສະ​ຖາ​ບັນ ( ເທົ່າກົມ ) ໄດ້ຍົກຖານະສູນສຳເນົາຟິມ ເປັນກົມຮູບເງົາ, ສ້າງຕັ້ງກົມວິຈິດສິນ, ປ່ຽນຊື່ກົມພິພິທະພັນ ເປັນກົມມໍລະດົກ, ປ່ຽນຊື່ກົມສິລະປະກຳ ເປັນກົມການສະແດງ ໄດ້ໂອນຍ້າຍສະຖາ ບັນຄົ້ນຄວ້າວັດທະນະທຳ ແລະ ສະຖາບັນພາສາສາດໄປສັງກັດສະຖາບັນວິທະຍາສາດ ສັງຄົມແຫ່ງຊາດ. ໄດ້​ຕັ້ງ​ຫນ້າຊຸກ​ຍູ້ການກໍ່ສ້າງ ແລະ ​ເຄື່ອນ​ໄຫວ​ຂອງສະ​ມາ​ຄົມ, ສະ​ໂມ​ສອນ ແລະ ສູນ​ວັດ​ທະ​ນະ​ທຳ ຢູ່​ຕາມ​ຕົວ​ເມືອງ​ໃຫຍ່​ຕ່າງໆ ເຊັ່ນ : ສະ​ມາ​ຄົມ​ ນັກ​ຂ່າວ , ສະມາຄົມ​ນັກ​ປະພັນ, ສະມາຄົມວິຈິດສິນ, ສະມາຄົມຖ່າຍຮູບ...
- ​ການ​ພົວພັນ​ຕ່າງປະ​ເທດ​; ພວກ​ເຮົາ​ໄດ້​ສືບຕໍ່​ປະຕິບັດ​ແຜນການ​ຮ່ວມ​ມື ແລະ ​ແລກປ່ຽນບົດຮຽນ ດ້ານຖະແຫລງຂ່າວ-ວັດທະນະທຳ ກັບ ສສ.ຫວຽດນາມ, ສ.ປ.ຈີນ ແລະ ບັນດາປະເທດໃນອາຊຽນ ໂດຍໄດ້ຮັບການຊ່ວຍເຫລືອກໍ່ສ້າງພື້ນຖານໂຄງລ່າງ ດ້ານຖະແຫລງຂ່າວ- ວັດທະນະທຳ ຈາກ ສສ.ຫວຽດນາມ ເຊັ່ນ: ດ້ານຂ່າວສານ, ຫນັງສືພິມ, ວິທະຍຸ, ໂທລະພາບ ສູນສຳເນົາຟິມ, ພ້ອມກັນນັ້ນກໍໄດ້ສົ່ງຄະນະຜູ້ແທນ ແລະ ວິຊາການ ນັບທັງຄະນະສິລະປະກອນ ແລະ ກາຍະສິນ ໄປຢ້ຽມຢາມແລກປ່ຽນ ບົດຮຽນຊຶ່ງກັນ ແລະ ກັນ ຢູ່ປະເທດເພື່ອນມິດ ແລະ ສາກົນຢ່າງເປັນປົກກະຕິ.
- ວຽກງານການລົງທຶນຂອງລັດ ໃສ່ຂົງເຂດຖະແຫລງຂ່າວ-ວັດທະນະທຳ ຢູ່ຂັ້ນສູນກາງ ແຕ່ປີ 1996-2000 ລວມມີ 18 ໂຄງການ; ໃນນັ້ນ ຂົງເຂດຖະແຫລງຂ່າວ ມີ 5 ໂຄງການ ມູນຄ່າການລົງທຶນ ມີທຶນພາຍໃນ 3.770 ຕື້ກີບ, ທຶນຕ່າງປະເທດ 1.895 ຕື້ກີບ (ຍີ່ປຸ່ນ) ສ່ວນຂົງເຂດວັດທະນະທຳ ມີ 13 ໂຄງການ ມູນຄ່າການລົງທຶນ ມີທຶນ ພາຍໃນ 6.388 ຕື້ກີບ, ທຶນຕ່າງປະເທດ 4.140 ຕື້ກີບ (ຈີນ, ຍີ່ປຸ່ນ) ລວມມູນຄ່າການ ລົງທຶນ ທັງທຶນພາຍໃນ ແລະ ຕ່າງປະເທດ ທັງຫມົດ 16.183 ຕື້ກີບ.
- ວຽກງານການລົງທຶນຂອງລັດ ໃສ່ຂົງເຂດຖະແຫລງຂ່າວ-ວັດທະນະທຳ ຢູ່ທ້ອງຖິ່ນ ແຕ່ປີ 1996-2000 ລວມມີ 16 ໂຄງການ ມູນຄ່າການລົງທຶນ ທັງຫມົດ 1.546.10 ຕື້ກີບ.

 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446