ບຸນເຜົາຖ່ານ
* ແຢ໋ະແມ່ນໜຶ່ງໃນ 13 ເຜົ່າຊົນທີ່ດຳລົງຊີວິດ ແລະ ທຳມາຫາລ້ຽງຊີບຢູ່ບົນດິນແດນແຂວງເຊກອງມາເປັນເວລາດົນນານ ແລະ ເຖິງວ່າ ການເວ ລາໄດ້ຜ່ານພົ້ນໄປ ແລະ ກໍຢູ່ໃນຍຸກແຫ່ງຂໍ້ມູນຂ່າວສານກໍຕາມ,ແຕ່ວັດ ທະນະທຳ, ຮີດຄອງປະເພນີອັນດີງາມຂອງຊຸມຊົນເຜົ່ານີ້ຍັງບໍ່ຈາງຫາຍໄປຈາກຄວາມສຳນຶກໃນການຫວງແຫນ ແລະ ການປົກປັກ ຣັກສາທັງເສີມຂະຫຍາຍເພື່ອໃຫ້ລູກຫລານທີ່ເກີດໃໝ່ໃຫຍ່ລຸນໄດ້ຮູ້ ແລະ ໄດ້ສຳຜັດກັບກິ່ນອາຍຂອງມູນເຊື້ອວັດທະນະທຳຂອງຄົນບູຮານເຊິ່ງວັດທະນະທຳ ທີ່ຈະກ່າວຕໍ່ໄປນີ້ກໍແມ່ນບຸນເຜົາຖ່ານ ຫຼື ເອີ້ນອີກຢ່າງໜຶ່່ງກໍແມ່ນບຸນຈູດຖ່ານນັ້ນເອງ.
ບຸນເຜົາຖ່ານແມ່ນໜຶ່ງໃນພິທີກຳຕາມເທສະການ ເຊິ່ງເປັນພິທີກຳທີ່ປະກອບຂຶ້ນມາເພື່ອສົ່ງທ້າຍລະ ດູການເກັບກ່ຽວ ໂດຍລວມແລ້ວເມືອໃດຫາກສຳເລັດການເກັບກ່ຽວກໍຈະຈູດ ຕໍເຂົ້າ,ຈູດຫຍ້າ ແລະ ຕໍໄມ້ຕ່າງໆ ເພື່ອ ກຽມສະຖານທີ່ໆຈະປູກເທື່ອໃໝ່. ທັງນີ້ທັງນັ້ນ,ບຸນຈູດຖ່ານຈະໃຊ້ເວລາເຖິງ 6 ມື້ຄື:ມື້ເລີ່ມ, ມື້ກິນ, ມື້ພັກ, ມື້ກິນເຫຼົ້າ, ມື້ໄປເກັບຫີນມາຝົນພ້າ ແລະ ມື້ ຄັດເຫຼົ້າໄຫຢູ່ເຮືອນຂອງຫົວໜ້າພິທີ.
ເມື່ອກະກຽມພ້າຮຽບຮ້ອຍແລ້ວ, ຜູ້ທຳພິທີຕ້ອງໄດ້ເອົານ້ຳໃສ່ໄຫເຫຼົ້າທຸກໄຫເພື່ອດື່ມໃນຕອນຄ່ຳ ເຊິ່ງເປັນມື້ທີ່ແຕ່ລະເຮືອນໄປຈູດຖ່ານ ແລະ ຄັດເຫຼົ້າຢູ່ແຕ່ລະເຮືອນ. ສຳລັບພິທີທີ່ເປັນສ່ວນລວມຂອງບ້ານນັ້ນແມ່ນຈັດຂຶ້ນໃນມື້ທີ 5 ໂດຍຄົນໃນບ້ານຕ້ອງໄດ້ໄປເຕົ້າໂຮມກັນຢູ່ ກວ໊ານ. ນອກຈາກນີ້,ກໍຍັງມີເຄື່ອງປະກອບພິທີຕ່າງໆເຊັ່ນ: ໝາກກະດິງ, ໝາກປັດ, ກອງຕີ (ກອງນີ້ເມື່ອໃດກັບຈາກໄປຈູດຖ່ານຈຶ່ງຕີໄດ້),ກອງລາ, ກະບັ້ງເປົ່າ, ດອກໄມ້,ເຫຼົ້າໄຫ, ຊີ້ນສັດ (ບໍ່ແມ່ນສັດທີ່ລ້ຽງ),ເຂົ້າຫຼາມແລະ ກຽມຄົບແລ້ວກໍເອົາໄປເຕົ້າໂຮມກັນຢູ່ກວ້ານ ແລະ ກໍໃນມື້ ດຽວກັນນີ້ກໍຖືວ່າເປັນມື້ລວມໂຕກັນຂອງບັນດາຊ່າງຕີເຫຼັກທັງຫຼາຍ ແລະ ກໍເປັນມື້ທີ່ກັບຈາກການໄປເກັບຫີນຝົນພ້າ. ສ່ວນຜູ້ທີ່ຈະໄປຈູດຖ່ານນັ້ນ, ກໍແມ່ນໜ່ມໆສາວໆທີ່ມີອາຍຸ 15 ປີຂຶ້ນໄປ ແລະ ໃນການໄປນັ້ນກໍໄປເປັນ ກຸ່ມໆລະ 5-6 ຄົນ.ຫລັງຈາກກັບມາຮອດບ້ານແລ້ວ, ກຸ່ມນີ້ຈະກິນເຂົ້າ ຕ່າງຫາກ ແລະ ຕ້ອງໄດ້ໄປນອນປ່າ 1 ຄືນກັບກຸ່ມຂອງຕົນ.ໃນສ່ວນຂອງການປຸງແຕ່ງ ອາຫານໃນບຸນນີ້ແມ່ນເຮັດເພື່ອລ້ຽງຄົນໝົດທັງບ້ານ ໂດຍຈະມີການຂ້າໝູ,ໄກ່,... ແລະ ທີ່ຂາດບໍ່ໄດ້ ເຊິ່ງຊຸມຊົນເຜົ່າແຢ໊ະນີ້ຖືເປັນອາ ຫານເຍື່ອງພິເສດ,ເຍື່ອງສຳຄັນທີ່ສຸດກໍແມ່ນເຂົ້າຫລາມ.ໃນບຸນຈູດຖ່ານນີ້ ຈະມີການຮ້ງລຳທຳເພງຕ່າງໆ ເປັນຕົ້ນການຕີກອງລາ, ການຕີກະບັ້ງໄມ້ໄຜ່, ຕີກອງໃຫຍ່ (ຕ້ອງຕີ 2 ຄົນໆລະດ້ານ). ບຸນຈູດຖ່ານຂອງຊຸມຊົນເຜົ່າແຢ໋ະຢູ່ທາງເມືອງດາກຈຶງແຂວງເຊກອງ ຄືອີກໜຶ່ງທຳນຽມທີ່ຂາກບໍ່ໄດ້ໃນແງ່ຂອງການດຳລົງຊີວິດ, ການທຳມາຫາ ກິນອງເຂົາເຈົ້າ ແລະ ກໍເປັນບາງບຸນໜຶ່ງທີ່ສະທ້ອນໃຫ້ເຫັນເຖິງຄວາມເຊື່ອຄວາມຖື ແລະ ທີ່ສຳຄັນກໍຄືເຮັດເພື່ອໃຫ້ຄົນໃນບ້ານໄດ້ມາຮ່ວມກັນເບີກບານມ່ວນຊື່ນ ແລະກໍຖືເປັນຄວາມສາມັກຄີຂອງ ຂອງຊຸມຊົນ. ນອກຈາກນີ້, ເມື່ອປີໃດບໍ່ໄດ້ເຮັດກໍມີຄວາມໝາຍວ່າ: ຄົນໃນບ້ານຈະບໍ່ທັນໄດ້ຖາງໄຮ່ເຊິ່ງຈຸດນີ້ຈຶ່ງເປັນເຄື່ອງໝາຍກຳ ນົດວົງຈອນການປູກຝັງໃຫ້ທຸກໆຄອບຄົວ ໄດ້ເລີ່ມຕົ້ນພ້ອມໆກັນ.
ສະຫລຸບແລ້ວ,ບຸນຈູດຖ່ານຂອງຊຸມຊົນເຜົ່າແຢ໋ະ ຖືເປັນປະເພນີພ ິທີກຳໃຫຍ່ປະຈຳປີ ເຊິ່ງມັນອາດຈະສະ ທ້ອນ ໃຫ້ເຫັນວ່າ: ການປູກເຂົ້າໄຮ່ ແລະ ພືດພັນອື່ນໆ ແມ່ນກິດຈະ ກຳສຳຄັນຂອງຊີວິດ ທັງນີ້ບໍ່ວ່າຈະເປັນການປູກຝັງ,ການແບ່ງ ປັນຜົນຜະລິດລວມ ທັງການອອກແຮງງານຮ່ວມກັນຈຶ່ງເປັນສິ່ງສຳຄັນຢ່າງຍິ່ງໃນການຜູກແໜ້ນ ຄວາມຮັກແພງ,ຄວາມສາມັກຄີຂອງຊຸມຊົນໃຫ້ເປັນປຶກແຜ່ນ ແລະ ໝັ້ນຄົງຊົ່ວລູກຊົວ່າຫຼານຕະຫຼອດໄປ./.