|
ສົມຄວນຢ່າງຍີ່ງ ເພື່ອຈະເອົາແບບຢ່າງ
* ຫາກທ່ານໃດມີໂອກາດດີໆກໍລອງໆຂີ່ລົດເລາະຕາມເສັ້ນທາງສຳຄັນສາຍຕ່າງໆພາຍໃນເມືອງເບິ່ງ, ແລ້ວເຮົາ
ຈະສັງເກດເຫັນວ່າ:ປະຈຸບັນນີ້ ບັນດາຮ້ານອາຫານ,ຮ້ານບັນເທີງຢູໃນນະຄອນຫລວງວຽງຈັນ ແມ່ນເກີດຂຶ້ນ
ເປັນຈຳນວນຫລວງຫລາຍ”ເຫມືອນກັບດອກເຫັດໃນຍາມຝົນ”ກໍວ່າໄດ້ໂດຍ
ສະເພາະແມ່ນລຽບຕາມເສັ້ນທາງແຄມຂອງ...ເຫັນແນວນີ້ເຮົາກໍດີໃຈເພາະມັນໄດ້ສະແດງໃຫ້ເຫັນວ່າ:ບ້ານເຮົາ
ເມືອງເຮົາມີຄວາມຈະເລີນຮຸ່ງເຮືອງສີວິໄລ,ປະຊາຊົນມີວຽກເຮັດງານທຳ,ຮູ້ທຳມາຫາກິນຫຼາຍຂຶ້ນ, ແຕ່ ແນວ
ໃດກໍດີ ບັນດາຜູ້ປະກອບການດ້ານນີ້ກໍຄວນຄຳນຶງເຖິງການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດເຮົາແດ່
ເພາະຕາມເສັ້ນທາງຍຸດທະຍາດສາດເຫລົ່ານີ້ເຮົາຈະສັງເກດເຫັນວ່າ:ຜູ້ທີ່ເຂົ້າມາໃຊ້ບໍລິການສ່ວນໃຫຍ່ລ້ວນແລ້ວ
ແຕ່ເປັນແຂກຕ່າງດ້າວທ້າວຕ່າງແດນກັນທັງນັ້ນ ຍ້ອນຄຳຊ່າລືທີ່ວ່າ:ປະເທດລາວເຮົາເປັນປະເທດທີ່ອຸດົມໄປ
ດ້ວຍຮ່ອງຮອຍອະລິຍະທຳທີ່ຫລາກຫລາຍແລະດີງາມຈຶ່ງດຶງດູດໃຫ້ກຸ່ມຄົນເຫລົ່ານັ້ນສົນໃຈເຂົ້າມາທ່ຽວບ້ານ
ເຮົານັບມື້ນັບເພີ່ມຫລາຍຂຶ້ນ,ມີຈຸດໜຶ່ງຂໍໃຊ້ປະໂຫຍກທີ່ວ່າ ”ຈັກໜ້ອຍພໍພວກເຂົາໄດ້ມາເຫັນດ້ວຍສາຍຕາຕົວຈິງ
ແລ້ວເຂົາສິຫາວ່າບໍ່ເຫັນເປັນດັ່ງຄຳຊ່າລື ”ເປັນຫຍັງ ? ກໍເພາະວ່າເທົ່າທີ່ສັງເກດເຫັນແລະໄດ້ເຂົ້າໄປໃຊ້ບໍລິການ
ຈະເຫັນວ່າ: ບັນດາຮ້ານເຫຼົ່ານີ້ຍັງຖືເບົາຕໍ່ການຮັກສາວັດທະນະທຳອັນດີງາມຂອງຊາດ ໂດຍສະເພາະແມ່ນການ
ນຸ່ງຖືຍັງບໍ່ເປັນລະບຽບ...ເວົ້າແບບນີ້ກໍບໍ່ໄດ້ຕີລວດກວາດພຽງໄປຫມົດເພາະຍັງມີອີກຫລາຍໆຮ້ານທີ່ຍັງຮັກສາ
ໄວ້ໄດ້ຍັງວັດທະນະທຳທີ່ດີງາມຂອງຊາດເປັນຢ໘່າງດີ ເຊິ່ງມີຮ້ານອາຫານແຫ່ງໜຶ່ງເຫັນວ່າມີການປະ ພຶດປະຕິບັດ
ດ້ວຍທ່າທີກິລິຍາມາລະ ຍາດ, ການນຸ່ງຖືທີ່ສ່ອງແສງໃຫ້ເຫັນວັດທະນະທຳອັນດີງາມຂອງຊາດລາວຄົນລາວພວກເຮົາ
ແລະ ການທີ່ຍົກເອົາຮ້ານອາຫານຂອບໃຈເດີນີ້ຂຶ້ນມາເວົ້າບໍ່ໄດ້ມີເຈດຕະນາໂຄສະນາປະຊາສຳພັນໃຫ້ແກ່ຮ້ານດັ່ງ
ກ່າວນີ້ແຕ່ປະການໃດ ແຕ່ໃນນາມທີ່ເປັນສື່ກາງເມື່ອປະສົບພົບພໍ້ສິ່ງດີໆງາມໆກໍຢາກຢິບຍົກເອົາເລື່ອງດີໆງາມໆ
ເຫລົ່ານີ້ມາເລົ່າສູ່ກັນຟັງ ເພື່ອເປັນບົດຮຽນທີ່ດີໃຫ້ຜູ້້ປະກອບການທາງດ້ານນີ້ໄດ້ເອົາເປັນແບບຢ່າງ. ບັນຍາກາດ
ຂອງຮ້ານດັ່ງກ່າວເປັນແບບນີ້ : ພໍແຕ່ເຮົາຈະຍ່າງກ້າວເຂົ້າປາກປະຕູຮ້ານອາຫານແຫ່ງໜຶ່ງ ເຮົາຈະເຫັນຍິງ-
ຊາຍນຸ່ງເຄື່ອງສຸພາບຄື:”ສິ້ນ”ທີ່ເປັນເອກະລັກໃນການນຸ່ງຖືຂອງແມ່ຍິງລາວຢືນຕ້ອນຮັບ ພ້ອມທັງຍົກມືນົບ
ໃຫ້ຄວາມເຄົາລົບແຂກຄົມທັງກ່າວຖາມສະບາຍດີຢ່າງສຸພາບອ່ອນຫວານແລະຮຽບຮ້ອຍບວກກັບຮອຍ
ຍິ້ມທີ່ເປັນຊັບສົມບັດຂອງຄົນລາວເຮົາໄວ້ເສີບເປັນອາຫານຈານທຳອິດ ຊຶ່ງການບໍລິການດັ່ງກ່າວນີ້ ມັນໄດ້ສ້າງຄວາມ
ປະທັບໃຈໃຫ້ຜູ້ທີ່ເຂົ້າມາໃຊ້ບໍລິການພາຍໃນຮ້ານນີ້ເປັນຢ່າງດີຄື: ໃນແຕ່ລະມື້ເຮົາຈະເຫັນລູກຄ້າທີ່ເຂົ້າມາ
ໃຊ້ບໍລິການຂອງຮ້ານນີ້ເປັນຈຳນວນຫລາຍ ເຊິ່ງມັນສະແດງໃຫ້ເຫັນແລ້ວວ່າ:ຍາມໃດວັດທະນະທຳກໍ ຍ່ອມຕິດພັນກັບ
ວິຖີການດຳລົງຊີວິດຂອງຄົນລາວເຮົາບໍ່ວ່າຈະຍຸກໃດສະໃຫມໃດ.ເອົາລະກ່ຽວກັບການບໍລິການດີໆແບບນີ້ ຜູ້ຂຽນຂໍໂຈະ
ໄວ້ພຽງທໍ່ໍນີ້ຫາກມີໂອກາດ ຈະພາຍະຍາມຕິດຕໍ່ສຳພາດກັບເຈົ້າຂອງຮ້ານອາຫານແຫ່ງນີ້ແລ້ວນຳມາເລົ່າສູ່ກັນຟັງຕື່ມອີກ
ໃນໂອກາດຫນ້າ. ນອກຈາກຮ້ານນີ້ແລ້ວ ຫາກທ່ານຜູ້ອ່ານທ່ານໃດ ຫລື ຜູ້ປະກອບການດ້ານການບໍລິການທ່ານໃດ
ຄິດວ່າການບໍລິການຂອງທ່ານບໍ່ເປັນສອງຮອງໃຜແລ້ວກໍສາມາດສົ່ງຂໍ້ມູນມາໄດ້ທີ່ຫນັງສືພິມຂອງພວກເຮົາ ຫລືວ່າ
ຢາກໃຫ້ທີມງານພວກເຮົາໄດ້ໄປສຳຜັດກັບບັນຍາກາດຕົວຈິງແລ້ວກໍສາມາດຕິດຕໍ່ມາຫາພວກເຮົາໄດ້ທີ່ເບີ:
(021)212447ເພື່ອຈະໄດ້ນຳເອົາຂໍ້ມູນດີໆເຫລົ່ານີ້ໄປນຳສະເຫນີໃຫ້ສັງຄົມໄດ້ຮັບຊາບກັນຕໍ່ໆໄປ./.
|