ເຮັດດອງເທື່ອດຽວໃຫ້ມ່ວນ ແລະສອດຄ່ອງຮີດຄອງລາວ
* ທ່ານ ວິເສດ ສະແຫວງສຶກສາ, ເຈົ້າຂອງນາມປາກກາ ຈານແຍ ່ ເຄີຍໃຫ້ກຽດຂຽນບົດລົງໜັງສືພິມ ປະເທດລາວ ກ່ຽວກັບບັນຫາສັງຄົມ ຊຶ່ງມີບົດ ເມື່ອຫລາຍປີຫລັງທີ່ຂຽນ ເຖິງໂຄສົກໃນພິທີແຕ່ງດອງໃຫ້ຄູ່ບ່າວສາວຫອມແກ້ມກັນຕໍ່ໜ້າສັກຂີພິຍານ ຊຶ່ງທ່ານຜູ້ນີ້ເຫັນວ່າບໍ່ສອດຄ່ອງ... ແຕ່ມາຮອດປັດຈຸບັນປະກົດການແບບວ່ານັ້ນພວມແຜ່ຂະຫຍາຍ ພໍສົມຄວນ ຊຶ່ງມັກຈະເຫັນກັບວົງດົນຕີ ທີ່ມີໂຄສົກມັກຝອຍທົ່ວທີບຢອກນັ້ນແຍ່ນີ້ ເຊັ່ນດຽວກັນກັບການຮ້ອງເພງໃນດອງທີ່ບໍ່ຄ່ອຍຈະເລືອກເຟັ້ນ ແລະ ອື່ນໆ.
ອາທິດແລ້ວ ໄປພ້ອມກັບບຸນປະເພນີທາງຮີດເດືອນຫົກ; ການກິນດອງຄ້ອງສອງຫົວໃຈໃຫ້ເປັນໜຶ່ງ ກໍ່ມີຫລາຍບໍ່ແມ່ນຂອງຄ່ອຍນ້ອຍໜ້າບຸນປະເພນີ. ສຳລັບ ຜູ້ຂ້າຮັບ 6 ບັດ ສອງມື້ມີທັງຈັດຢູ່ຮ້ານອາຫານ-ໂຮງແຮມ ແລະ ຢູ່ເຮືອນ ຈຶ່ງຫູອື້ມາຮອດມື້ນີ້ເພາະຕ້ອງເຮັດວຽກໜັກຂຶ້ນອີກ ໄປຫລາຍບ່ອນໄດ້ເຫັນໄດ້ຍິນຫລາຍ ອັນ ເຊິ່ງມັນກໍ່ບໍ່ໃຊ່ເປັນເທື່ອທຳອິດ ຄື ການເຮັດດອງແບບເອີກກະເຫລີກ ເກີນໂຕ, ຟູມເຟືອຍ ໂດຍໃຊ້ແຕ່ເຄື່ອງດື່ມຈາກຕ່າງປະເທດ ແລະອື່ນໆ. ແນວໃດກໍ່ດີໃນບົດນີ້ຂໍຍົກເອົາພຽງ ການຮ້ອງເພງ ທີ່ບໍ່ຄ່ອຍເຂົ້າກັບບັນ ຍາກາດ ແລະ ການສ້າງແມ່ແບບ ທີ່ບໍ່ສົມຄວນໃນດອງ. ນີ້ບໍ່ແມ່ນຄວາມຄິດຂອງຜູ້ຂຽນຝ່າຍດຽວ, ລຸ້ນອາວຸໂສກວ່າ ແລະ ເພື່ອນໆຫລາຍຄົນກໍ່ໃຫ້ທັດສະນະດຽວກັນ ຄືການ ຮ້ອງເພງ ນຳເຂົ້າຈາກປະເທດເພື່ອນບ້ານດ້ານຕາເວັນຕົກ ທີ່ມີເນື້ອໃນຂັດກັບບັນຍາກາດການແຕ່ງດອງເພາະໂດຍສຳນຶກແລ້ວ ໂຄສົກອາດປະຕິເສດໄດ້ ຫາກມີຄົນຂໍ ແລະ ໂດຍສັງເກດແລ້ວກໍ່ບໍ່ເຫັນຈະມີຄົນຂໍ,ແຕ່ວົງດົນຕີເພິ່ນຫາກຈັດໃຫ້ເອງ ທັງທີ່ວ່າ ເຂົາຫາກໍ່ແຕ່ງດອງ ຜູກແຂນກັນບໍ່ທັນຂ້າມມື້ ພັດຮ້ອງທ້າທາຍປະບໍປະບໍພໍສ່ຳນັ້ນ ຫລື ເພງ ອື່ນໆທີ່ບໍ່ສົມເປັນເພງໃນງານມຸງຄຸນບໍ່ຈັກທ້າປະ, ຈະເອົາໄປເຜົາ, ຂໍເງິນເມຍໄປ... ລວມ ທັງເພງຈຳພວກເນື້ອໃນບາດໃຈຜູ້ເປັນເມຍຕ່າງໆ, ເພງທີ່ມີເນື້ອໃນຮ້າງໆປະໆ ຊຶ່ງມັນບໍ່ຕົວຈິງກັບຮີດ ຄອງອັນດີງາມລາວເຮົາຈັກໜ້ອຍ. ໃນສ່ວນຕໍ່ໆມາທີ່ເຫັນໄດ້ໃນພິທີມຸງ ຄຸນສົມລົດຫລືດອງນັ້ນໃນບາງບ່ອນ ໃຫ້ເດັກນ້ອຍ ຜູ້ຍິງໃນໄວພົມມະຈາລີ ແຕ່ງຊຸດງາມໆ ບໍ່ນ້ອຍໜ້າເຈົ້າສາວ ເຫຍັ້ນເຫລົ້າຮັບແຂກແທນຄູ່ສົມລົດ. ການສ້າງແມ່ແບບຕັ້ງແຕ່ເຍົາໄວ ນີ້ ບໍຮູ້ວ່າໄດ້ຄວາມຄິດມາແຕ່ທາງໃດ ແລະ ພາຍຫລັງສິ້ນສຸດການເຮັດໜ້າທີ່ເຫຍັ້ນເຫລົ້າເຂົ້າສູ່ການມ່ວນຊື່ນ; ສາວອະນາຄົດເຫຼົ່ານັ້ນກໍ່ຮ່ວມມ່ວນ ຊື່ນແອະແອ່ນບໍ່ແມ່ນຂອງຄ່ອຍ ພາບສະທ້ອນຈາກບັນຫາສັງຄົມທີ່ບໍ່ງາມຕາ ຄືດັ່ງຫລາຍຄົນໃຊ້ຄຳວ່າ ປະກົດການນົກຍາງຂາວເຂົ້າຮ້ານເບຍດື່ມມາລາທອນນັ້ນ ພວກເຮົາອາດບໍ່ປະ ຕິເສດໄດ້ວ່າ ມາຈາກແບບ ຢ່າງທີ່ຜູ້ໃຫຍ່ພາເປັນ ຫລື ສອນໃຫ້ທາງອ້ອມ. ປະກົດການລູກ-ຫລານຖືກໃຊ້ໃຫ້ໄປຊື້ເຄື່ອງດື່ມມຶນເມົາ- ຢາສູບຍັງພໍມີໃຫ້ເຫັນໃນປັດຈຸບັນ ເຖິງແມ່ນວ່າ ບາງຜະລິດຕະພັນໄດ້ມີການພິມ ຄຳເຕືອນຊັດເຈນ ບໍ່ໃຫ້ຂາຍໃຫ້ຜູ້ມີອາຍຸຕ່ຳກວ່າ 18 ປີ ກໍຕາມ.
ແນວໃດກໍ່ດ ທີ່ຍົກບັນຫານີ້ ຂຶ້ນມາບໍ່ໝາຍວ່າຕີລວາດກວາດພຽງ, ຍອມຮັບວ່າມີຫລາຍວົງດົນຕີເຮັດ ໄດ້ດີ, ກ່າວຄືໂຄສົກເວົ້າໄດ້ດີມີສຳ ນຶກ, ດົນຕີກໍ່ເສບດີມີແຕ່ເພງລາວ ເພາະລາວທຸກມື້ນີ້ມີຫລາຍຈັງຫວະ ທີ່ສາມາດເອົາເຂົ້າເປັນເພງມ່ວນຊື່ນ ຟ້ອນ-ເຕັ້ນໄດ້ ຊຶ່ງກໍ່ເປັນໜ້າຊົມເຊີຍ ແລະ ຄວນຜົນຂະຫຍາຍຕໍ່ໆໄປ. ຕາມຮູ້ມາ ການເປັນໂຄສົກທີ່ດີນັ້ນ ເພິ່ນວ່າ ການເວົ້າຄວນ ເບິ່ງແຂກທີ່ເຂົ້າ ຮ່ວມ ຊຶ່ງມັນກໍ່ຄ້າຍຄືກັນກັບການປາ ຖະກະຖາ, ແຕ່ສ່ວນຫລາຍທີ່ເຫັນບໍ່ງາມຕາມ່ວນຫູແມ່ນເກີດຈາກການເອົາອຳນາດເຄື່ອງດື່ມມຶນເມົາບັນ ຊາ ໃຫ້ກ້າຫານ ຜົນຈຶ່ງອອກມາຄືດັ່ງວ່ານັ້ນ. ສ່ວນການຈັດພິທີສົມລົດ; (ພາບລວມ) ກໍ່ມີຫລາຍທີ່ເຮັດເຂົ້າກັບບັນຍາກາດ ແລະ ສົມນ້ຳສົມຕ່ອນກະຮັດເບົາບາງ, ແຕ່ມີເນື້ອໃນເລິກເຊິ່ງ ຄືໄດ້ທັງປະເພນີອັນດີງາມ ແລະ ສອດຄ່ອງກັບດຳລັດ ວ່າດ້ວຍການຢັດແລະຕ້ານການຟູມເຟືອຍທີ່ລັດຖະ ບານວາງອອກ./.