ລາຍງານຜົນການແຂ່ງຂັນກິລາປະຈຳວັນ

 

 







ນາງ ເຄືອຄຳລີ ກິລາຍົກນ້ຳໜັກສ້າງປະຫວັດສາດ ໄດ້ຫລຽນຄຳ ໃນຊີເກມ

(10/12/2009) 20:34 ມ

* ການແຂ່ງຂັນກິລາຍົກນ້ຳຫນັກ ໃນ ວຽງຈັນເກມ ມື້ວານນີ້ຢູ່ສະຫນາມກິ ລາ ໂຮງຮຽນພອນສະຫວັນ ມະຫາວິທະ ຍາ ໄລແຫ່ງຊາດ ນະຄອນຫລວງ ວຽງຈັນ ມີການຊິງຫລຽນກັນຫລາຍ​ລຸ້ນ ເປັນຕົ້ນ​ ໃນລຸ້ນ 48 ກິໂລຍິງ, 53 ກິໂລຍິງ ແລະ ລຸ້ນ 56 ກິໂລຊາຍ ຊຶ່ງນັກກິລາຍົກນ້ຳຫນັກຍິງລາວ ໄດ້ ຫລຽນຄຳ ປະ ຫວັດ ສາດ. ຂະນະທີ່ ມາເລເຊຍ ໄດ້ ຫລຽນເງິນ ແລະ ໄທ ໄດ້ ຫລຽນທອງ.
ສຳລັບໃນລຸ້ນ 48 ກິໂລຍິງ ນັກກິ ລາຈາກປະເທດໄທ ໄດ້​ ຫລຽນ​ຄຳ, ຫວຽດນາມ ​ໄດ້ ຫລຽນເງິນ ແລະ ມາ​ເລ​ເຊຍ ​ໄດ້ ຫລຽນ ທອງ. ສ່ວນ​ໃນລຸ້ນ 56 ກິໂລຊາຍ ນັກ​ກິລາ​ຈາກ ອິນ​ໂດ​ເນ​ເຊຍ ​ໄດ້ ຫລຽນຄຳ ຍົກ​ໄດ້​ໃນນ້ຳຫນັກລວມ 274 ກິໂລ, ມຽນມາ ​ໄດ້ ຫລຽນເງິນ ຍົກ​ໄດ້​ໃນນ້ຳຫນັກລວມ 266 ກິໂລ ແລະ ມາ​ເລ​ເຊຍ ​ໄດ້ ຫລຽນທອງ ຍົກ​ໄດ້​ໃນ ນ້ຳຫນັກລວມ 265 ກິໂລ ກາມ.
ກິລາຍົກນ້ຳຫນັກໃນ ວຽງຈັນເກມ ຈະ​ແຂ່ງຂັນໄປຈົນເຖິງ ວັນທີ 13 ທັນວາ 2009 ໂດຍມີນັກກິລາເຂົ້າ ຮ່ວມ ແຂ່ງຂັນທັງຫມົດ 74 ຄົນ, ຍິງ 31 ຄົນຈາກ 8 ປະເທດຍົກເວັ້ນປະ ເທດ ບຣູໄນ, ກຳປູ ເຈຍ ແລະ ປະເທດ ສິງກະໂປ ສະເພາະນັກກິລາ ຍົກ ນ້ຳ ຫນັກຂອງທີມ ຊາດລາວ ມີ 9 ຄົນ, ຍິງ 4 ຄົນ ເຊິ່ງ​ໃນ​ເບື້ອງຕົ້ນ, ສະຫະພັນ​ກິລາ​ຍົກ​ນ້ຳ ໜັກ ແຫ່ງ​ຊາດ​ລາວ ບໍ່​ໄດ້​ຕັ້ງຄວາ ມ ​ຫວັງ​ໃນ​ ການ ​ໄດ້​ຫລຽນ​ໃດ​ໜຶ່ງ,​ ແຕ່ການທີ່ ລາວ​ເຮົາ ​ໄດ້​ຫລຽນ​ສູງ​ສຸດ​ຄື​ແນວ​ນີ້ ມັນ​ເກີນ​ຄາດໝາຍນັບ​ວ່າ ​ເປັນ​ໜ້າ​ປະຫວັດ ສາດ​ໃນ​ວົງ​ການ​ກິລາ​ລາວ​ເຮົາ.
ສຳລັບມື້ນີ້ ນັກກິລາຍົກນ້ຳຫນັກ ລາວ ຈະລົງແຂ່ງຂັນ ຊີງ 8 ຫລຽນຄຳ ໃນນີ້ ຍິງ 3 ລຸ້ນ ຄື: 58, 63 ແລະ 69 ກິໂລ. ສ່ວນປະເພດຊາຍ ມີລຸ້ນ 62, 69, 77,​85 ແລະ 94 ກິໂລ./.



 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446