ລາຍງານຜົນການແຂ່ງຂັນກິລາປະຈຳວັນ

 


ບານ​ສົ່ງ​ຊາຍ​ລາວ ​ໄດ້​ອັນ​ດັບ​ທີ 5

(15/12/2009) 19:27 ມ

* ນັບ​​ແຕ່​ມື້​ແຂ່ງຂັນ​ຈົນ​ເຖິງ​ດຽວນີ້,ກິລາ​ປະເພດນີ້ຫ່າງ​ຫາຍ​ໄປ​ຈາກ​ວົງ​ການ​ສື່​ມວນ​ຊົນ ເຊິ່ງນັ້ນ ກໍ ຄືກິລາ​ບານ​ສົ່ງ.​ແນວ​ໃດ​ກໍ​ດີ,ສຳລັບ​ມື້ນີ້ ທີ​ມຂ່າວ​ໜັງສື​ພິມ​ພວກ​ເຮົາ ​ໄດ້​ ນຳ​ເອົາ​ບາງ​ຂໍ​້ມູນ​ເພື່ອ​ ສະ ​ເໜີ​ໃຫ້ປວງ​ຊົນ​ລາວ​ຮູ້​ກ່ຽວ​ກັບ​ກິລາ​ປະ​ເພດ​ນີ້ໂດຍ​ສະ​ເພາະ​ໃນ​ມື້ວານ​ນີ້ບານ​ສົ່ງ​ລາວ ເຮົາ​ ພົບ​ກັບ​ທີ​ມຊາດ​ມາ​ເລ​ເຊຍ.​ເກືອບ​ບໍ່​ເຊື່ອ ​ສາຍຕາ​ ເລີຍ​ວ່າ,ນັກ​ຕົບ​ບານ​ລາວ​ເຮົາຈະ​ພັດທະນາ ​ໄດ້​ ເຖິງ​ພຽງ​ນີ້ນັບ​ທັງ​ການ​ເຕັ້ນ​ເປີດ​ບານ,ການ​ອັດ​ບານ​ຕົບ​ຂອງ​ຄູ່​ຕໍ່​ສູ້ ແລະທີ່​ສຳຄັນ​ທີ່​ສຸດ​ກໍ​ຄື ການ​ ມີຫຼາຍ​ຮູບແບບ​ໃນ​ການ ​ຕົບ​ບານ ທັງ​ຊ້າຍ-ຂວາທັງຈາກ​ແດນ​ຫລັງ​ທັງ​ຕົບ​ ບານ​ໄວ​ຂອງ​ທີ​ມຊາດ​ ລາວ​ນັ້ນ​ແລະ ​ເຖິງ​ວ່າ ລາວ​ເຮົາ​ຕາມ​ຫລັງ 0-2 ເຊັດ,​ແຕ່​ຈາກ​ການວາງ ​ເກ​ມທີ່​ດີໃນ​ທີ່​ສຸດ​ ແລ້ວ​ ລາວ ​ເຮົາຈຶ່ງຊະນະ​ທີ​ມຊາດ​ມາ​ເລ​ເຊຍ 3-2 ເຊັດ ຄື 22-25,22-25,25-19,25-16 ແລະ 15-13. ຈາກ​ ຜົນ​ຂອງ​ ການ​ຊະນະ​ມາ​ເລ​ເຊຍ​ໃນ​ນັດ​ ນີ້ສົ່ງ​ຜົນ​ໃຫ້​ລາວ​ຢູ່​ໃນ​ ອັນດັບ​ທີ 5 ໃນ​ມະຫະກຳ​ ກິລາ​ຊີ​ເກ​ມຄັ້ງທີ 25 ທີ່​ລາວ​ເຮົາ​ເປັນ​ເຈົ້າພາບ.

 

 

 

 


 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446