ລາຍງານຜົນການແຂ່ງຂັນກິລາປະຈຳວັນ

 

 







ໄດ້​ອີກ​ແລ້ວ ຫລຽນ​ຄຳ ຈາກສາວ​ລາວ​ແມ໊ນປືນ​

(14/12/2009) 15:14 ມ

* ​ຍິງ​ປືນ ເປັນ​ອີກ​ໜຶ່ງ​ປະ​ເພດກິລາ​ໃນ​ມະຫະກຳ​ກິລາ ຊີ​ເກ​ມຄັ້ງທີ 25 ທີ່​ສາມາດ​ສ້າງ​ຜົນ ງານ​ໄດ້​ຢ່າງ​ເອກອ້າງມາ​ໃຫ້​ຊາດ​ລາວ​ເຮົາ ​ແລະ ເປັນ​ຂ່າວ​ດີ​ທີ່​ແສນ ​ພາກ ພູມ ​ໃຈຂອງ ​ປວງ​ຊົນ ລາວ ​ທັງ​ຊາດ​ເມື່ອ​ມື້​ນີ້,ນັກ​ແມ໊ນປືນສາວ​ລາວທັງ​ດ່ຽວ ​ແລະ ຊຸດ ກວາດ​ມາ​ໄດ້ 1 ຫລຽນ​ ຄຳ,1 ຫລຽນ​ ເງິນ ແລະ 1 ຫລຽນ​ທອງ.
ນາງ ຄຳ​ຫລ້າ ​ໄຊ​ຍະ​ວົງ ຍັງສະ​ແດງ​ຄວາມ​ແມ໊ນຢຳ​​ໂດຍ​ການເກາະ​ໄກ​ປືນຢ່າງ​ມີ​ສະມາທິ ຍິງ​​ໃນ​ປະ​ເພດ ເປົ້າ​ເລື່ອນ​ປະສົມ 10 ແມັດ ຊະນະ​ຄູ່​ຕໍ່​ສູ້​ຢ່າງເໜືອ​ຊັ້ນ ນຳ​ ເອົາ ​ອີກ 1 ຫລຽນ​ຄຳ ມາ​ ໃຫ້ ຊາດ​ລາວ, ຂະນະ ​ທີ່ ນາງ ຫົງ​ທອງ ກໍ​ບໍ່​ນ້ອຍ​ໜ້າ ​ໃນ​ການ​ເກາະ​ໄກ​ປືນ​ຢ່າງ​ແມ໊ນຢຳ ​ໃນ​ປະ​ເພດດຽວ​ກັນ ໄດ້​ຫລຽນ​ທອງ. ສ່ວນ ອີກ ​ໜຶ່ງ​ຫລຽນ ​ທີ່​ສາວ​ລາວ ຍາດ​ມາ​ໄດ້​ກໍ​ຄື​ຫລຽນ​ເງິນ ຈາກ​ການ ຍິ ງ​ເປົ້າ​ເລື່ອນ ຊຸດ​ຍິງ 10 ແມັດ./.


ນັກເກາະໄກປືນຍິງ-ຊາຍຂອງລາວ ເອົາຫຼຽນຄຳມາໄດ້ 2 ຫຼຽນ
(14/12/2009) 15:14 ມ


ນັກກິລາຍິງປືນເພດຍິງຂອງລາວ ສ້າງປະຫວັດໃໝ່ໃຫ້ແກ່ວົງການກິລາຂອງ ສປປ ລາວ ດ້ວຍການ ຄວ້າໄຊ ໄດ້ຫຼຽນຄຳມາຄອງ 2 ຫຼຽນ ຈາກການແຂ່ງຂັນຍິງປືນລົມຍາວ ໄລຍະ 10 ແມັດ ປະເພດບຸກຄົນ ແລະ ຄະນະ ຫລື ທີມ .
ການແຂ່ງຂັນຍິງປືນລົມຍາວເປົ້າເຄື່ອນທີ່ໄລຍະ 10 ແມັດ ທັງປະເພດບຸກຄົນ ແລະທີມໃນວັນທີ 12 ທັນວາ 2009 ທີ່ສະໜາມຍິງປືນ ແຫ່ງຊາດ ຫລັກ 16 ; ນັກກິລາ ຍິງຂອງລາວປະເພດບຸກຄົນ ຍິງເປົ້າ ເຄື່ອນທີ່; ນາງ ຄຳຫລ້າ ໄຊຍະວົງ ຍິງໄດ້ແມັ່ນກວ່າ ຈຶ່ງ ຄວ້າໄດ້ຫຼຽນຄຳມາຄອງເປັນຜົນສຳເລັດ, ສ່ວນ ຫຼຽນ ເງິນເປັນຂອງນັກ ກິລາ ຈາກ ປະ ເທດ ໄທ ນາງ ທິດາຣັດ ອັດທະກິດ ແລະ ຫຼຽນທອງ ເປັນຂອງ ນາງ ຫງວຽນລີກວຽນ , ນັກກິລາຈາກສສ. ຫວຽດ ນາມ .
ຫລຽນຄຳຫຼຽນທີ 2 ຈາກກິລາປະເພດດຽວກັນໄດ້ຈາກ ປະເພດທີມ; ສ່ວນຫລຽນເງິນໃນປະເພດນີ້ ເປັນຂອງທີມນັກ ກິລາ ສສ.ຫວຽດນາມ ແລະ ຫຼຽນທອງ ເປັນຂອງທີມ ນັກເກາະໄກຈາກປະເທດໄທ.
ການແຂ່ງຂັນຍິງປືນ ໃນວັນທີ 12 ທັນວາ ມີການຊີງໄຊທັງໝົດ 5 ຫຼຽນຄຳ; ໃນນັ້ນມີ ມີຍິງເປົ້າ ເຄື່ອນ ທີ່ປະ ເພດບຸກຄົນ ແລະ ທີມ ທັງເພດຍິງ ແລະ ຊາຍ. ສຳລັບບຸກຄົນ ເພດຊາຍ ຍິງປືນຍາວ 50 ແມັດ, ຫຼຽນຄຳ ແລະ ເງິນ ເປັນຂອງ ນັກກິລາຈາກ ສ. ມຽນມາ, ທ້າວ ລີນອົງ ແລະ ທ້າວ ອົງຢີນນີ, ສ່ວນ ຫຼຽນທອງເປັນຂອງນັກກິລາຈາກສສ. ຫວຽດນາມ, ທ້າວ ແທັງຟານງັອກ. ໃນປະເພດທີມ, ຍິງປືນຍາວ 50 ແມັດ ຫຼຽນຄຳເປັນຂອງນັກກິລາຈາກ ສ. ມຽນມາ, ຫຼຽນເງິນ ສສ. ຫວຽດນາມ ແລະ ຫຼຽນທອງ ເປັນ ຂອງ ສິງກະໂປ. ໃນປະເພດທີມເພດຍິງ, ປືນຍາວ 50 ແມັດ; ຫຼຽນຄຳເປັນຂອງນັກກິລາ ໄທ, ຫຼຽນເງິນ ອິນໂດ ເນເຊຍ ແລະ ຫຼຽນທອງ ມາເລເຊຍ.
ໄລ່ມາຮອດມື້ວານນີ້, ກິລາຍິງປືນ ໃນຊີເກມ 25 ມີການຊີງໄຊໄປແລ້ວຈຳນວນ 16 ຫຼຽນ ຄຳ, 16 ຫຼຽນເງິນ ແລະ 16 ຫຼຽນທອງ; ໃນນັ້ນ ນັກກິລາຈາກປະເທດ ໄທ ກວາດ ໄປຫລາຍກວ່າໝູ່ຄື 6 ຫຼຽນຄຳ, 4 ຫຼຽນເງິນ ແລະ 5 ຫຼຽນທອງ. ທີສອງ ສິງກະໂປ 4 ຫຼຽນຄຳ 3ຫຼຽນເງິນ ແລະ 3 ຫຼຽນທອງ; ຂະນະທີ່ ສປປລາວ ເປັນອັນດັບ 4 ຖັດຈາກ ສ. ມຽນມາ ມີ 2 ຫຼຽນຄຳ ./.

 

 

 

 

 

 

 

 

 

 

 

 

 

 

 

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446